• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສິລະປິນປະຊາຊົນ ຫວູເລ້ມີ໊: ນັກສິລະປິນ ຂອງ ບັນດາຫົວຂໍ້ ແຫ່ງ ສະຕະວັດ

ມີຄວາມສະໜິດຕິດພັນ ກັບ ຮູບເງົາ ຫວຽດນາມ ເກືອບ 50 ປີ, ສິລະປິນປະຊາຊົນ ຫວູເລ້ມີ໊ (ບໍລິສັດຮູບເງົາເອກະສານ ແລະ ວິ ທະຍາສາດ ສູນກາງ) ເປັນຜູ້ກຳກັບການສະແດງ ເກືອບ 40 ເລື່ອງ ຮູບເງົາເອກະສານ, ວິທະຍາສາດ ແລະ ໄດ້ຮັບ ເກືອບ 20 ລາງວັນ ພາຍໃນ ແລະ ຕ່າງປະເທດ. ພິເສດແມ່ນ ບັນດາ ຮູບເງົາ ເອກະສານ ກ່ຽວກັບໄລຍະຫຼັງສົງຄາມ ຢູ່ ຫວຽດນາມ ເຊັ່ນ ຮູບ ເງົາ ເລື່ອງ “ບ່ອນສົງຄາມໄດ້ຜ່ານໄປ” ແລະ “ເພື່ອຊີວິດທີ່ສະ ຫງົບສຸກ” ໄດ້ສ້າງຄວາມສະເທືອນໃຈ ຕໍ່ທ່ານຜູ້ຊົມ ຢູ່ພາຍໃນ ແລະ ຕ່າງປະເທດ. 
ທ້າຍສະຕະວັດທີ XIX, ຕົ້ນສະຕະວັດທີ XX (1997-2004), ຮູບເງົາ ສອງເລື່ອງ “ບ່ອນສົງຄາມໄດ້ຜ່ານໄປ” ແລະ “ເພື່ອຊີວິດ ທີ່ສະຫງົບສຸກ” ໂດຍສິລະປິນ ຫວູເລ້ມີ໊ ເປັນຜູ້ກໍາກັບການສະ ແດງ ໄດ້ຮັບ 4 ລາງວັນໃຫຍ່ ໃນງານມະໂຫລານ ຮູບເງົາ ສາກົນ ຊຶ່ງໄດ້ຈັດຂຶ້ນ ຢູ່ 4 ປະເທດ ໃນ 4 ທະວີບເຊັ່ນ: ສ ເຢຍລະມັນ, ການາດາ, ຍີ່ປຸ່ນ ແລະ ບຣາຊິນ. ນີ້ແມ່ນ ຮູບເງົາ ທໍາສະຖິຕິ ກ່ຽວ ກັບລາງວັນສຳລັບ ຮູບເງົາ ເອກະສານ ຫວຽດນາມ ມາເຖິງປັດ ຈຸບັນ.

ເມື່ອກ່າວເຖິງຮູບເງົາ “ບ່ອນສົງຄາມໄດ້ຜ່ານໄປ”, ນັກສິລະປິນ ປະຊາຊົນ ຫວູເລ້ມີ໊ ຍັງຄົງຮັກສາໄວ້ໄດ້ ຄວາມຮູ້ສຶກ ຂອງ ມື້ທຳ ອິດ ທີ່ຮູບເງົາ ໄດ້ເປີດສາຍ ໃນງານມະໂຫລານຮູບເງົາສາກົນຊຶ່ງ ໄດ້ຈັດຂຶ້ນຢູ່ ສ ເຢຍລະມັນ, ປີ 1997: “ເມື່ອຮູບເງົາ ສິ້ນສຸດລົງ, ທົ່ວສະໂມສອນງຽບສະຫງັດ, ໄດ້ຍິງພຽງສຽງ ສະອື້ນ, ຄັ່ງແຄ້ນ ດັງຂຶ້ນມາ. ຈາກນັ້ນສອງສາມນາທີ, ສຽງຕົບມືດັງກ້ອງກັງວານ”. ຫຼັງຈາກງານມະໂຫລານ ຮູບເງົາບໍ່ດົນ, ຜູ້ຕາງໜ້າ ສະຖານີໂທ ລະພາບຊ່ອງໜຶ່ງ ຂອງ ສ ເຢຍລະມັນ ໄດ້ຂໍອະນຸຍາດ ເປີດສາຍ ຮູບເງົາເລື່ອງນີ້ ຢູ່ເທິງຊ່ອງໂທລະພາບ ຫຼາຍແຫ່ງໃນທົ່ວປະເທດ.


ສິລະປິນ ປະຊາຊົນ ຫວູເລ້ມີ໊, ຜູ້ທີ່ປະກອບສ່ວນ ໃນການນຳເອົາ ຮູບເງົາເອກະສານ ຂອງ ຫວຽດນາມ ມີຈຸດຢືນ ບົນເວທີສາກົນ. ພາບ: ຫວຽດເກື່ອງ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ພ້ອມກັບອາຈານສອນ ຂອງ ຕົນ ໃນຊ່ວງເວລາຮຽນ ກ່ຽວກັບ ຮູບເງົາ ຢູ່ ສປ ເຢຍລະມັນ. ພາບ: ເອກະສານ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ໃນຊ່ວງເວລາ ຮຽນ ກ່ຽວກັບຮູບເງົາ ຢູ່ ສປ ເຢຍລະມັນ. ພາບ: ເອກະສານ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ຄັ້ງໜ່ຶງ ທີ່ເຂົ້າຮ່ວມງານມະໂຫລານ ຮູບເງົາສາກົນ ຢູ່ ເອີຣົບ. ພາບ: ເອກະສານ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ຮັບລາງວັນທີໜຶ່ງ, ປະເພດ ຮູບເງົາ ສັ້ນ ໃນງານມະໂຫລານ ຮູບເງົາສາກົນ FICA – III ທີ່ ບຣາຊິນ ກັບເລື່ອງຮູບເງົາ “ເພື່ອຊີວິດທີ່ສະຫງົບສຸກ”. ພາບ: ເອກະສານ

ສິລະປິນ ປະຊາຊົນ ຫວູເລ້ມີ໊ ໃນງານມະໂຫລານ ຮູບເງົາ ສາກົນ ຊຶ່ງໄດ້ຈັດຂຶ້ນ ຢູ່ ສ ເຢຍລະມັນ ປີ 1997. ພາບ: ເອກະສານ

ຫຼັງຈາກນັ້ນ ຮູບເງົາເລື່ອງນີ້ ຍັງໄດ້ ຄະນະກຳມະການ ປົກປ້ອງ ເດັກນ້ອຍ ແປເປັນພາສາ ອັງກິດ ແລະ ພາສາ ຝຣັ່ງ ເພື່ອສາຍ ຢູ່ບັນດາກອງປະຊຸມ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຈຸດປະ ສົງ ໂຄສະນາເຜີຍແຜ່ ສ້າງກອງທຶນ ສະໜັບສະໜູນເດັກນ້ອຍ ດ້ອຍໂອກາດ, ຜູ້ທຸກຍາກ, ຜູ້ພິການ ແລະ ຜູ້ປະສົບເຄາະຮ້າຍ ຈາກທາດ ພິດສີສົ້ມ/ດີໂອຊີນ ຫວຽດນາມ. ເນື້ອໃນ ຂອງ ຮູບເງົາ ເລື່ອງ “ບ່ອນສົງຄາມໄດ້ຜ່ານໄປ” ເວົ້າເຖິງຊີວິດ ຂອງ ຜູ້ດ້ອຍໂອ ກາດ ທ່ີໄດ້ຮັບທາດ ພິດສີສົ້ມ/ດີໂອຊີນ ໃນສົງຄາມຫວຽດນາມ. ຮູບເງົາເລື່ອງນີ້ ໄດ້ສ້າງຜົນກະທົບຢ່າງຕັ້ງໜ້າໃນສັງຄົມ, ໄດ້ ກາຍເປັນໜຶ່ງ ໃນບັນດາເຫດຜົນ ເພື່ອການກຳເນີດຂຶ້ນ ຂອງ ສະ ມາຄົມ ຜູ້ປະສົບເຄາະຮ້າຍຈາກທາດ ພິດສີສົ້ມ/ດີໂດຊີນ ຫວຽດ ນາມ. ນີ້ອາດຈະແມ່ນຂອງຂວັນ ມີຄວາມໝາຍທີ່ສຸດ ທີ່ ສິລະປິນ ປະຊາຊົນ ຫວູເລ້ມີ໊ ສະຫງວນໃຫ້ແກ່ກັບ ຜູ້ປະສົບເຄາະຮ້າຍ ຈາກ ທາດພິດສີສົ້ມ/ດີໂອຊີນ ນັບຫຼາຍລ້ານ ຄົນ ຢູ່ຫວຽດນາມ. 

ເກືອບ 50 ປີ ທ່ີໄດ້ສະໜິດຕິດພັນ ກັບອາຊີບສ້າງຮູບເງົາ, ສິລະ ປິນ ປະຊາຊົນ ຫວູເລ້ມີ໊ ຜູ້ກຳກັບການສະແດງ ເກືອບ 40 ເລື່ອງ ຮູບເງົາເອກະສານ ວິທະຍາສາດ ແລະ ໄດ້ຮັບ ເກືອບ 20 ລາງ ວັນ ຢູ່ພາຍໃນ ແລະ ຕ່າງປະເທດ. 
ສ່ວນສຳລັບ ຮູບເງົາເລື່ອງ “ເພື່ອຊີວິດ ທີ່ສະຫງົບສຸກ” ເປັນຮູບ ເງົາ ນໍາເອົາຄວາມຄິດສ້າງສັນຈາກເວລາຖ່າຍທຳ ກ່ຽວກັບ ຜູ້ປະ ສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຢູ່ແຂວງ ກວ໊າງຈີ້. ເຖິງວ່າເຄີຍເຂົ້າຮ່ວມງານມະໂຫລານຮູບເງົາສາກົນ ຢູ່ ເອີຣົບ, ອາຊີ ຫຼາຍຄັ້ງແລ້ວ, ແຕ່ນີ້ແມ່ນເທື່ອທໍາອິດ ສິລະປິນ ປະຊາຊົນ ຫວູເລ້ມີ໊ ນຳສະເໜີ ຮູບເງົາ ດັ່ງກ່າວໃນງານມະໂຫລານ ສາກົນ FICA – III ທີ່ ບຣາຊິນ, ປະເທດຢູ່ ອາເມລິກາໃຕ້ ມູມໜຶ່ງ ຂອງ ຊີກໂລກ ແລະ ໄດ້ຮັບລາງວັນທີໜຶ່ງ ໃນປະເພດຮູບເງົາເລື່ອງສັ້ນ.

ໃນເວລານັ້ນ, ຮູບເງົາ ຫວຽດນາມ, ໂດຍສະເພາະຢ່າງຍິ່ງແມ່ນ ຮູບເງົາເອກະສານ ຍັງຄົງເປັນສິ່ງໃໝ່ ສຳລັບປະຊາຊົນ ບຣາຊິນ. ເພາະສະນັ້ນ ປະຊາຊົນ ບຣາຊິນ ໄດ້ສະແດງຄວາມກະຕືລືລົ້ນ  ແລະ ຊົມເຊີຍ ຮູບເງົາເລື່ອງ “ເພື່ອຊີວິດ ທີ່ສະຫງົບສຸກ” ເໝືອນ ດັ່ງສານ ໃໝ່ອ່ຽມ ໜຶ່ງ ກ່ຽວກັບ ປະເທດຫວຽດນາມ. ໃນໂຮງລະ ຄອນ, ມີທັງຜູ້ນັ່ງ ຜູ້ຢືນ ຕາມທາງຍ່າງ. ສິລະປິນປະຊາຊົນ ຫວູ ເລ້ມີ໊ ໄດ້ຫວນຄືນວ່າ ເມື່ອຮູບເງົາ ສິ້ນສຸດລົງ, ສຈ Christophe, ກໍາມະການ ຊາວ ສ ອາເມລິກາ ຄົນໜຶ່ງ ໄດ້ກໍາແໜ້ນ ມືຂອງ ທ່ານນາງ ແລະ ເວົ້າວ່າ : “Vietnam number one”. ແລະ ທ່ານນາງ ໄດ້ຮັບຄວາມໂອບກອດ ລະດົມກຳລັງໃຈ ຢ່າງຫຼວງ ຫຼາຍ ຈາກທ່ານ ຜູ້ຊົມ ຊາວ ບຣາຊິນ.

ເມື່ອປະທານາທິບໍດີ ສ ອາເມລິກາ Bin Clinton ມາຢ້ຽມຢາມ ຫໍພິພິທະພັນ ກອງບັນຊາການ ທະຫານຊ່າງແສງ ໃນການຢ້ຽມ ຢາມ ຫວຽດນາມ, ຜູ້ຕາງໜ້າກະຊວງ ປ້ອງກັນປະເທດ ໄດ້ມອບ ຂອງຂວັນໃຫ້ ປະທານາທິບໍດີ ແລະ ພັນລະຍາ ວີດີໂອ ຮູບເງົາ ເລື່ອງ “ເພື່ອຊີວິດ ທີ່ສະຫງົບສຸກ”. ຄະນະກຳມະການ ຮູບພາບ ໜ່ວຍໂລກ, ອົງການຈັດຕັ້ງ ງານມະໂຫລານ ສິ່ງແວດລ້ອມ ທົ່ວ ໂລກ ທີ່ໂຕກຽວ (ຍີ່ປຸ່ນ) ກໍໄດ້ເລືອກຮູບເງົາເລື່ອງ “ເພື່ອຊີວິດ ທີ່ ສະຫງົບສຸກ” ນໍາເຂົ້າບັນຊີລາຍຊື່ ບັນດາຮູບເງົາມ່ວນທີສຸດ ແຕ່ປີ 1992-1999. ພ້ອມນີ້ກໍອະນຸຍາດແປ ຄຳອະທິບາຍຮູບເງົາ ເປັນ ພາສາຍີ່ປຸ່ນ ຮູບເງົາທັງສອງເລື່ອງນີ້ ເພື່ອສາຍຢ່າງກວ້າງຂວາງ ໃນປະເທດ ຍີ່ປຸ່ນ  ແລະ ເຂດອາຊີ ໃນຊຸມປີ 2000-2004.



ສິລະປິນ ປະຊາຊົນ ຫວູເລ້ມີ໊ ຕ້ອນຮັບ ນາມມະຍົດ ສິລະປິນ ປະຊາຊົນ ປີ 2012. ພາບ: ເອກະສານ 


ສິລະປິນ ປະຊາຊົນ ຫວູເລ້ມີ໊ ພ້ອມກັບເພື່ອນຮ່ວມງານ ທີ່ບໍລິສັດ ຮູບເງົາເອກະສານ ແລະ ວິທະຍາສາດ ສູນກາງ ກຳລັງແກ້ໄຂ ຮູບ ເງົາເອກະສານ ເລື່ອງໜຶ່ງຫຼັງການຖ່າຍທຳ. ພາບ: ເອກະສານ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ແລະ ສິລະປິນ ປະຊາຊົນ ເລືອງ ດຶກ (ບໍລິສັດ ຮູບເງົາເອກະສານ ແລະ ວິທະຍາສາດ ສູນກາງ) ໃນເວລາ ຖ່າຍທຳຮູບເງົາເອກະສານ ກ່ຽວກັບ ຮ່າໂນ້ຍ. ພາບ: ເອກະສານ


ເຖິງວ່າອາຍຸກວ່າ 70 ປີແລ້ວ ແຕ່ສິລະປິນ ປະຊາຊົນ ຫວູເລ້ມີ໊ ຍັງສືບຕໍ່ເດີນຕາມພາລະກິດສ້າງຮູບເງົາເອກະສານຂອງຕົນ. ພາບ: ເອກະສານ


ສິລະປິນ ປະຊາຊົນ ຫວູເລ້ມີ໊ ໃນຊ່ວງເວລາສ້າງຮູບເງົາ ເອກະ ສານ ກ່ຽວກັບປະທານ ໂຮ່ຈີມິນ ຢູ່ ສປປ ລາວ. ພາບ: ເອກະ ສານ

ແຕ່ລະຫົວຂໍ້, ແຕ່ລະເລື່ອງທີ່ຜ່ານໄປ ຕ່າງກໍເປັນອະນຸສອນ ພິ ເສດ ໃນຕະຫຼອດຊີວິດສ້າງຮູບເງົາຂອງທ່ານນາງ ຈະບໍ່ມີຍາມ ໃດຫຼົງລືມໄດ້ ເນື່ອງຈາກວ່າ ນັ້ນບໍ່ພຽງເປັນອະນຸສອນ, ຄວາມ ຮູ້ ສຶກທຳມະດາ ຢ່າງດຽວ, ແຕ່ນັ້ນແມ່ນອະນຸສອນ ທີ່ມີ ຄວາມສະ ໜິດຕິດພັນ ກັບຊີວິດ ຂອງ ມະນຸດອີກດ້ວຍ. ມີເພື່ອນຮ່ວມງານ ຫຼາຍຄົນ ເຄີຍເຮັດວຽກກັບທ່ານນາງ ໃຫ້ຮູ້ວ່າ: “ໄປສ້າງ ຮູບເງົາ ພ້ອມກັບທ່ານນາງ ມີ໊ ໃນຍຸກສັນຕິພາບ, ແຕ່ມີຄວາມອັນຕະລາຍ ບໍ່ຕ່າງຫຍັງ ສ້າງຮູບເງົາ ຢູ່ສະໜາມຮົບ”.

ສິລະປິນ ປະຊາຊົນ ເລືອງດຶກ (ບໍລິສັດຮູບເງົາ ເອກະສານ ແລະ ວິທະຍາສາດ ສູນກາງ) ກໍເປັນຜູ້ກຳກັບການສະແດງ ທີ່ມີຊື່ສຽງ ກັບປະເພດຮູບເງົາເອກະສານວິທະຍາສາດ  ຢູ່ຫວຽດນາມ ພ້ອມ ດຽວກັນກໍເປັນເພື່ອນຮ່ວມງານ ກັບທ່ານນາງ ໃນຕະຫຼອດ ໄລຍະ ທາງສ້າງຮູບເງົາ. ມີຄັ້ງໜຶ່ງ ໄດ້ຖາມ ທ່ານນາງວ່າ: “ເປັນຫຍັງ ເຈົ້າມີຄວາມເມົາມົວ ກັບບັນດາຫົວເລື່ອງ ທີ່ຍາກຄື ແນວນີ້?”. ນັກສິລະປິນປະຊາຊົນ ຫວູເລ້ມີ໊ ຕອບງ່າຍໆ ວ່າ: “ເພາະວ່າ ຂ້າ ພະເຈົ້າ ເປັນແມ່ ຜູ້ໜຶ່ງ. ຂ້າພະເຈົ້າຮູ້ສຶກເຖິງ ຄວາມເຈັບປວດ ຂອງ ບັນດາຜູ້ເປັນແມ່ ທີ່ມີລູກ ທ່ີໄດ້ຮັບທາດພິດສີສົ້ມ/ດີໂອຊີນ ແລະ ເດັກນ້ອຍຜູ້ໄຮ້ດຽງສາ ຕາຍ ຫຼື ຕາບອດ, ພິການຕະຫຼອດ ຊີວິດ ຍ້ອນລະເບີດ ທີ່ຍັງຫຼົງເຫຼືອໄວ້ ພາຍຫຼັງສົງຄາມ”. ເຖິງວ່າ ອາຍຸກວ່າ 70 ປີແລ້ວ, ແຕ່ ທ່ານນາງ ຍັງຄົງຂຶ້ນພູລົງຫ້ວຍ, ເຂົ້າ ປ່າລົງທະເລ, ຜ່ານຜ່າຄວາມຫຍຸ້ງ ຍາກລຳບາກ ນາໆ ປະການ ... ສືບຕໍ່ “ການເດີນທາງ ເພື່ອຊີວິດ ທີ່ສະຫງົບສຸກ” ທີ່ທ່ານນາງ ຕາມຫາ ຢ່າງບໍ່ຮູ້ອິດເມື່ອຍ. 
 
ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top