• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສິລະປິນ ຈີ້ຫງວຽນ ພ້ອມກັບສຽງຂິມ

ດ້ວຍການຫຼິ້ນທັງ ປີອາໂນ ແລະ ຂິມ ໃນການສະແດງ ຕ່າງໆ, ສິລະປິນ ຈີ້ຫງວຽນ ເປັນຜູ້ທີ່ ໄດ້ສ້າງ ການສະແດງ ລະຫວ່າງໃນດົນຕີ ຕາເວັນຕົກ ແລະ  ຕາເວັນອອກ. ການປະພັນເພງພື້ນເມືອງ, ຂັບລຳ ພາກໃຕ້ ຫວຽດນາມ ໂດຍມີການປະສານສົມທົບ ກັບດົນຕີຕາເວັນຕົກ ຂອງ ເພິ່ນ ເຮັດໃຫ້ຜູ້ຟັງ, ຜູ້ເບິ່ງຊົມຈຳນວນຫຼາຍ ມີຄວາມນິຍົມຊົມຊອບ ເປັນທີ່ສຸດ. ພິເສດ, ລາງວັນຫຼຽນຄຳ ແລະ ລາງວັນ Global Music Awards ໂດຍຜູ້ຊົມຊາວ ອາເມລິກາ ເປັນຜູ້ຄັດເລືອກ ປີ 2015 ແມ່ນເປັນການະແດງເຖິງ ການຮັບຮອງ ຂອງແຟນໆ ສາກົນ ຕ່ໍນັກດົນຕີຊາວ ຫວຽດ ອາໄສຢູ່ປະເທດຝຣັ່ງ ຄົນນີ້.
ໂດຍກຳເນີດ ຢູ່ ໄຊງ່ອນ ທີ່ເຂັ້ມຂຸ້ນໄປດ້ວຍຄຸນລັກສະ ນະ ຂອງຊາວພາກໃຕ້, ຕັ້ງແຕ່ຄາວຍັງນ້ອຍ ຈີ້ຫງວຽນ ຖືກຄອບຄົວ ໃຫ້ໄປຮຽນຕີຂິມ ແລະ ຊອກຮູ້ດົນຕີ ພື້ນ ເມືອງ. ພາຍຫຼັງເສັງຈົບ ຈາກໂຮງຮຽນ ດົນຕີແຫ່ງຊາດ ແລະ ລະຄອນແຫ່ງຊາດ ໄຊງ່ອນ (ປັດຈຸບັນແມ່ນ ສະຖາ ນບັບດົນຕີນະ ຄອນໂຮ່ຈີມິນ), ເພິ່ນໄດ້ສືບຕ່ໍ ຮຽນທີ່ໂຮງຮຽນສ້າງຄູດົນຕີ ປາຣີ (ຝຣັ່ງ) ພ້ອມກັບບັນດາສາດສະດາຈານທີ່ມີຊື່ສຽງ.

ຍ້ອນມີພອນສະຫວັນ ບວກກັບ ຄວາມຮັກ ເປັນພິເສດ ຕ່ໍ ຂິມ, ຈີ້ຫງວຽນ ໄດ້ສ້າງການປະສານສຽງ, ເຜີຍແຜ່ ດົນຕີ ຫວຽດນາມ ໃຫ້ເຂົ້າກັບເຄື່ອງດົນຕີ ຫຼາຍປະເພດ ຂອງຕາເວັນຕົກ. ຈາກພື້ນຖານດັ່ງກ່າວ ພ້ອມກັບ ປະສົບການ ໃນຊີວິດ ແລະ ນ້ຳໃຈ ທີ່ມີຕ່ໍ ບ້ານເກີດເມືອງນອນ ມັນແມ່ນແຫຼ່ງອາລົມ ເຮັດໃຫ້ເພິ່ນ ປະພັນ ບົດດົນຕີສຳລັບ ຂິມ ຂອງ ຊາດ.


ສິລະປິນຂິມຈີ້ຫງວຽນ


ສິລະປິນ ຈີ້ຫງວຽນ ສະແດງການຫຼິ້ນປີອາໂນ ແລະ ຂິມ ທີ່ເວທີລະຄອນ Idecaf ຢູ່ນະຄອນໂຮ່ຈີມິນ ໃນເດືອນ ກຸມພາ 2017.


ສີມືທີ່ນິ້ມນວນອ່ອນຊ້ອຍ ຂອງ ຈີ້ຫງວຽນ ໃນການ ຫຼິ້ນປີອາໂນ.


ສິລະປິນ ຈີ້ຫງວຽນ ຈົມຢູ່ກັບສຽງພິມຂອງຕົນ.


ສິລະປິນ ຈີ້ຫງວຽນ ສະເໜີໂຄງປະກອບຂອງຂິມ ຫວຽດ ນາມ.


ສິລະປິນ ຈີ້ຫງວຽນ ໂອ້ລົມ ກ່ຽວກັບການ “ພັດທະນາ ຍີ່ຫ້ໍການຄ້າ ໂດຍຜ່ານການເຜີຍແຜ່ ຂອງ ວັດທະນະທຳ”
 
ທີ່ໂຮງຮຽນຊັ້ນສູງ ຫວຽດໝີ້-ນະຄອນ ໂຮ່ຈີມິນ.


ສິລະປິນ ຈີ້ຫງວຽນ ພົບປະສັງສັນ ກັບ ຜູ້ຊົມ ທີ່ ນະຄອນ ໂຮ່ຈີມິນ.


ການປະສານສຽງຂິມຂອງ ຈີ້ຫງວຽນ ກັບສຽງ ປີອາໂນ ຂອງ ອີກສີ່ຄົນ ເທິງເວທີ ລະຄອນ Idecaf, ນະຄອນ ໂຮ່ຈີມິນ.


ແຟນໆ ຖ່າຍຮູບເປັນທີ່ລະນຶກ ກັບ ສິລະປິນ ຈີ້ຫງວຽນ ຫຼັງການ ສະແດງເທິງເວທີ ລະຄອນ Idecaf,
ນະຄອນ ໂຮ່ຈີມິນ ເດືອນ ມັງກອນ 2017. ພາບ: ທົງຫາຍ

“ຂ້າພະເຈົ້າຢາກໃຫ້ສຽງຂິມ ເປັນສຽງຫຼັກ ໃນການ ປະສານສຽງ ຂອງວົງດົນຕີຕາເວັນຕົກ. ໃຊ້ສຽງພິນ ຕາເວັນຕົກ ໃນການຍູ້ໃຫ້ສຽງຂິມຂຶ້ນສູ່ລະດັບໃໝ່, ເຮັດໃຫ້ມີການແຕກຕ່າງເປັນພິເສດ”. ນັ້ນຄື ທັດສະນະ ຂອງ ຈີ້ຫງວຽນ ໃນແບບແຜນ ການປະພັນ ຂອງເພິ່ນ.

ໃນຜົນງານການປະພັນທີ່ຫຼາກຫຼາຍ ຂອງ ຈີ້ຫງວຽນ, ອາດຈະຍິນສຽງຂິມ ມີບົດບາດຕ່າງກັນ. ບາງເທື່ອ, ສຽງຂິມສວມບົດບາດ ເປັນການນຳໜ້າແກ່ດຶງວົງດົນຕີ ໃຊ້ສາຍຂອງຕາເວັນຕົກ, ບາງທີພັດຢືນຢູ່ເບື້ອງຫຼັງ ຢູ່ໃນສຽງປະສານກັນຂອງວົງດົນຕີ ຫຼືວ່າ ພ້ອມກັບສຽງ ໄວໂອລິນ ໃນການສະແດງຄູ່ ປະສານສຽງ ຢ່າງກົມກຽວ. ນອກຈາກນັ້ນ, ຈີ້ຫງວຽນ ຍັງນຳ ທຳນອງເພງ ຂັບລຳພື້ນເມືອງ ຂອງທ້ອງຖິ່ນ ເຊິ່ງເປັນ ອັນລຶ້ງເຄີຍ ຂອງ ຊາວຫວຽດ ເຂົ້າໃນການ ປະພັນ ບົດດົນຕີ ຂອງຕົນ ດ້ວຍເຕັກນິກໃໝ່, ແຕ່ຍັງ  ຮັກສາ ໄວ້ໄດ້ຄຸນລັກສະນະຂອງດົນຕີ ອັນເປັນມູນເຊື້ອ ຫວຽດນາມ.

ນັບແຕ່ປີ 2014, ຈີ້ຫງວຽນ ໄດ້ອອກ ອາລາບຳ ການປະ ສານ ສຽງຂິມ ເປັນປະຈຳ, ເຊັ່ນ:  Consonnances (ປະ ສານສຽງ) ປີ 2014, A journey betwwen worlds (ທ່ຽວ ຫຼິ້ນໂລກ) ປີ 2016 ແລະ ຫວ່າງ ມໍ່ໆ ນີ້ແມ່ນ Beyond borders (ຂ້າມຜ່ານຊາຍແດນ ທຸກແຫ່ງຫົນ). ຜົນງານການປະພັນດົນຕີ ຂອງ ເພິ່ນ ໄດ້ຮັບ ຄວາມນິຍົມຈາກ ຊາວໂລກ,  ໃນນີ້ຊີດີທຳອິດ Consonnances ໄດ້ຮັບລາງວັນ Album world music ດີເດັ່ນ (Global Music Award) ແລະ ລາງວັນ ອາລາບຳ ປະສານສຽງທີ່ ມ່ວນທີ່ສຸດ (Akademia USA) 

ເວົ້າເຖິງລາງວັນຕ່າງໆ ທີ່ໄດ້ຮັບ, ຈີ້ຫງວຽນ ເປີດເຜີຍ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ເມື່ອດົນຕີ ຂອງຕົນໄດ້ຮັບການຍ້ອງຍໍຊົມເຊີຍ ຈາກແຟນດົນຕີ ສາກົນ. ລາງວັນເຫຼົ່ານີ້ ເປັນການຮອງຮັບວ່າ ດົນຕີ ທີ່ເປັນມູນເຊື້ອ ຂອງ ຫວຽດນາມ ໄດ້ຂ້າມຜ່ານ ຊາຍແດນ, ຕອບສະໜອງ ໃຫ້ກັບຄວາມຕ້ອງການ ດ້ານການຮັບຟັງຂອງ ຊາວໂລກ ແລະ ຖືກຕ້ອນຮັບ ເປັນຢ່າງດີ”.


ໜ້າປົກ ອາລາບຳ ທຳອິດຂອງສິລະປິນ ຈີ້ຫງວຽນ ໂດຍ ໃສ່ຊື່  Consonnances (ປະສານສຽງ).   ພາບ: ເອກະສານ


້າປົກ ອາລາບຳ ທີ່ສອງຂອງສິລະປິນ ຈີ້ຫງວຽນ ໄດ້ໃສ່ ຊື່  A journey betwwen worlds (ທ່ຽວຫຼິ້ນໂລກ). ພາບ: ເອກະສານ


ໜ້າປົກ ອາລາບຳ ທີ່ສາມຂອງສິລະປິນ ຈີ້ຫງວຽນ ມີຊື່ວ່າ Beyond borders-ຂ້າມຜ່ານຊາຍແດນ ທຸກແຫ່ງຫົນ. ພາບ: ເອກະສານ


ດ້ວຍຄວາມຮອບຮູ້ ທັງດົນຕີພື້ນເມືອງ ແລະ ດົນຕີ ຕາ ເວັນຕົກ, ສິລະປິນ ຈີ້ຫງວຽນ ໄດ້ປະພັນສຳລັບຂິມ
ໄດ້ ຖືກຂຶ້ນສຽງພ້ອມໆ ກັບເຄື່ອງດົນຕີ ອື່ນໃນໂລກ. ພາບ: ທົງຫາຍ

ນັກດົນຕີ ຟ້າມຖຸຍ-ນາຍຄູຜູ້ດີເດັ່ນ ໄດ້ສັງເກດ ກ່ຽວກັບ ເສັ້ນທາງເດີນ ທີ່ ຈີ້ຫງວຽນ ໄດ້ເລືອກວ່າ: “ຂ້າພະເຈົ້າ ຮູ້ ສຶກດີໃຈຫຼາຍ ຍ້ອນ ຈີ້ຫງວຽນ ໄດ້ພະຍາຍາມ ນຳສຽງຂິມ ຂອງຊາດປະສານກັບ ເຄື່ອງດົນຕີອື່ນ ໃນໂລກ. ສິ່ງທີ່ໜ້າຍ້ອງຍໍ ຈີ້ຫງວຽນ ແມ່ນລາວໄດ້ນຳ ຈຸດສະເພາະຈຳນວນໜຶ່ງຂອງດົນຕີທີ່ເປັນມູນເຊື້ອຄື: ຂັບລຳທ້ອງຖິ່ນ, ທຳນອງ ເພງທີ່ມີລັກສະນະ ໃກ້ຊິດຕິດແທດ ກັບມະຫາຊົນ ສະເໜີໃຫ້ ຜູ້ຟັງ-ຜູ້ຊົມ ຕ່າງປະເທດ, ຊ່ວຍໃຫ້ເຂົາເຈົ້າຮູ້ຈັກ, ລື້ງເຄີຍ ກັບດົນຕີພື້ນເມືອງ ຂອງ ຫວຽດນາມ ເປັນເທື່ອລະກ້າວ.

ຫວ່າງມ່ໍໆ ນີ້, ຈີ້ຫງວຽນ ໄດ້ຍາດເວລາກັບ ຫວຽດນາມ ເພື່ອ ສະເໜີຜົນງານການປະພັນ ຂອງຕົນເຖິງຜູ້ຊົມ ພາຍໃນປະເທດ. ແຕ່ລະປີ, ເພິ່ນເຄີຍຈັດ ການສະແດງ ຢ່າງໜ້ອຍ ໜຶ່ງຄັ້ງ ເພື່ອ ສະເໜີ ອາລາບຳ ທີ່ຫາກໍ ຈຳໜ່າຍ ຫຼື ບົດປະພັນໃໝ່. ໃນເດືອນ 2 ຜ່ານມາ, ຈີ້ຫງວຽນ ໄດ້ມີ ການສະເໜີ ອາລາບຳ “Beyond borders” ທີ່ນະຄອນ ໂຮ່ຈີມິນ . ເພິ່ນ ໃຫ້ຮູ້ວ່າ ໃນອະນາຄົດທີ່ຈະເຖິງ ແມ່ນຈະ ໄດ້ສືບຕ່ໍສະເໜີ ໃຫ້ມວນຊົນ ພາຍໃນປະເທດ ການປະພັນໃໝ່ ຂອງຕົນ ໃນລະຫວ່າງເດືອນ ຕຸລາ 2017. ທັງນີ້ກໍຍ້ອນ ຄວາມຄິດຂອງ ເພິ່ນທີ່ວ່າ “ເຖິງຈະໄປໃສ ຫຼື ເຮັດຫຍັງ, ເພິ່ນກໍຍັງ ແມ່ນ ຄົນຫວຽດ, ຜູ້ຟັງ-ຜູ້ຊົມ ພາຍໃນ ປະເທດ ຈຶ່ງແມ່ນ ຜູ້ທີ່ສຳຄັນກວ່າໝູ່ ໃນການຮັບໃຊ້”.
ບົດ: ເຊີນເງ້ຍ  -  ພາບ: ທົງຫາຍ ແລະ ເອກະສານສຳເນົາ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top