• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະເຮັດ ເຄັກວຸ້ນ 3D

ເຖິງວ່າຫາກໍປະກົດຕົວຢູ່ຫວຽດນາມ ໃນສອງປີມານີ້ ແຕ່ສິ ລະປະເຮັດເຄັກວຸ້ນ 3D ໄດ້ດຶງດູດການເຂົ້າຮ່ວມ ຂອງ ແມ່ ຍິງ ແລະ ເດັກນ້ອຍຫວຽດນາມ ຫຼາຍຄົນ.
ແມ່ນໜຶ່ງໃນຫຼາຍຄົນເຮັດເຄັກວຸ້ນ 3D ທີ່ມີຊື່ສຽງຢູ່ຮ່າໂນ້ຍ ດ້ວຍ ນາມແຝງ ຖ່ວນຫງວຽນ, ນາງ ຫງວຽນທິຖ່ວນໃຫ້ຮູ້ວ່າ ນາງ ເລີ່ມສົນໃຈ ແລະ ເຮັດເຄັກວຸ້ນ 3D ແຕ່ປີ 2014 ພາຍ ຫຼັງ ການຮຽນພຽງ 2 ຊົ່ງໂມງ. ນາງ ສືບຕໍ່ເຮັດເຄັກວຸ້ນ 3D ຍ້ອນຄວາມຫຼົງໄຫຼ ແລະ ນຳໄປມອບໃຫ້ໝູ່ເພື່ອນ ຫຼາຍຄົນ ຄື ເປັນຂອງຂວັນຂອງຕົນ. ເມື່ອມີຫຼາຍຄົນ ມາຊອກຊື້ ແລະ ສັ່ງຈອງເຄັກ, ນາງ ຈຶ່ງຕັດສິນໃຈພັດທະນາ ອາຊີບນີ້ ແລະ ເປີດຮ້ານຂາຍເຄັກວຸ້ນ 3D.

ນາງ ຖ່ວນໃຫ້ຮູ້ວ່າ ເພື່ອເຮັດເຄັກວຸ້ນ 3D ກ້ອນໜຶ່ງທີ່ສົມ ບູນ, ທຳອິດຕ້ອງມີພື້ນເຄັກ ທີ່ເຮັດຈາກ ສ່ວນປະສົມຂອງນ້ຳ ບໍລິສຸດ ແລະ ນຳ້ໝາກພ້າວ, ຫຼັງຈາກນັ້ນນຳຂຶ້ນຕົ້ມ ແລະ ລົງຜົງວຸ້ນ ແລ້ວ ຄົນໃຫ້ສະເໝີ. ໃນເວລາຄົນ ຈະຕ້ອງໃຫ້ອຸນ ຫະພູມສູງສຸດ ຈົນນຳ້ຕານລະລາຍ ເພື່ອໃຫ້ເມື່ອ ເທສ່ວນ ປະສົມໃສ່ພິນ ໜ້າເຄັກຈະບໍ່ແຕກ.


ຫ້ອງຮຽນເຮັດເຄັກ 3D ຂອງ ນາງຖ່ວນ ດຶງດູດຄົນມາຮຽນ ເປັນຈຳນວນຫຼາຍ. 


ພື້ນຂອງເຄັກ ໄດ້ປຸງແຕ່ງຈາກວັດຖຸດິບທີ່ງ່າຍໆເຊັ່ນ: ນ້ຳບໍລິ ສຸດ, ນຳ້ຕານ ແລະ ວຸ້ນ. 


ຂັ້ນຕອນຕົ້ມນ້ຳນົມ ເພື່ອເປັນວັດຖຸສ້າງຮູບ, ສີສັນ ແລະ ລົດ ຊາດຂອງວຸ້ນ. 


ບັນດາວັດຖຸດິບເພື່ອສ້າງສີເຄັກ ລ້ວນແຕ່ໄດ້ປຸງແຕ່ງຈາກ ແປ້ງຊາຂຽວ, ໝາກໄມ້ຊະນິດຕ່າງໆ ແລະ ສະບຽງອາຫານ ທີ່ນຳເຂົ້າ.  


ຂັ້ນຕອນສ້າງຮູບ 3D ຖືວ່າ ແມ່ນຂັ້ນຕອນຍາກທີສຸດຍ້ອນ ຕ້ອງໃຊ້ມີສືມື ແລະ ຈິນຕະນາການ ແຕ້ມຮູບທາງປີ້ນ. 


ນາງຖ່ວນຫງວຽນ ສອນ ນັກຮຽນ ວິທີໃຊ້ເຄື່ອງມື ພົ່ນທາດ ແຫຼວສີ ເຂົ້າເຄັກ ໃຫ້ຖືກເຕັກນິກ
ເພື່ອໃຫ້ລາຍດອກ ທີ່ສ້າງ ອອກມາສວຍງາມ.



ຮ້າວີ, ນັກຮຽນຄົນໃໝ່ຂອງຫ້ອງຮຽນ ກຳລັງຮຽນວິທີ ພົ່ນ ທາດແຫຼວເຂົ້າເຄັກ. 


ສ້າງຮູບກີບດອກໄມ້ໃຫ້ງາມ ແລະ ເດັ່ນຊັດ. 


ສ້າງພື້ນເຄັກແມ່ນຂັ້ນຕອນສຸດທ້າຍ ໃນການເຮັດເຄັກວຸ້ນ 3D.

ນົມສົດ, ນົມຂຸ້ນ, ນ້ຳກະທິ, ຜົງວຸ້ນ ໄດ້ໃຊ້ເພື່ອຕົ້ມເປັນ ທາດ ແຫຼວສີ. ສີເຫຼືອງ ຈາກເມັດ “ແຢ່ງແຢ່ງ” (gardenia), ສີບົວ ຈາກນ້ຳນົມຈໍເບີຣີ ແລະ ໝາກມັງກອນ ເນື້ອແດງ ຫຼື ນຳ້ ຫົວ ດອກ atiso, ສີຂຽວຈາກໃບຊາຂຽວ, ສີແດງຈາກ ແປ້ງ ເຂົ້າ ໄຕ້ຫວັນ ຫຼື ແປ້ງໝາກໄມ້ຂອງ ສ.ເກົາຫຼີ. ຂັ້ນຕອນສຳຄັນ ສຸດ ໃນການເຮັດເຄັກວຸ້ນ 3D ແມ່ນ ສ້າງແບບ. ໃນເວລາ ສ້າງແບບ, ຜູ້ເຮັດເຄັກ ຕ້ອງມີຄວາມຕັ້ງໃຈ ແລະ ໃຈເຢັນ ຈຶ່ງ ສາມາດສ້າງລາຍດອກທີ່ຈະແຈ້ງ ແລະ ງາມ. ຂັ້ນຕອນສຸດ ທ້າຍແມ່ນການເຮັດ ພື້ນເຄັກ ຊຶ່ງມັກເຮັດຈາກ ໝາກນັດ, ໝາກນອດ, ໝາກພ້າວ ແລະ ໝາກມ່ວງ ເພື່ອສ້າງລົດຊາດ ຫອມຫວານ ແລະ ເຢືອກເຢັນ. ຕາມ ນາງຖ່ວນແລ້ວ, ມີຫຼາຍ ຕົວແບບ ແຕ່ຍາກທີສຸດແມ່ນແຕ້ມດອກກຸຫຼາບ. ນອກຈາກ ນັ້ນ, ບັນດາຕົວແບບ ເຄັກວຸ້ນ 3D ກໍໄດ້ເຮັດ ດ້ວຍຫຼາຍລາຍ ດອກ ທີ່ອຸດົມສົມບູນ ເຊັ່ນ ຕຸກກະຕາ, ລົດຍົນ, ປາ, ນົກຍຸງ ແລະ ອື່ນໆ.

ນາງ ຖ່ວນ ໃຫ້ຮູ້ຕື່ມວ່າ: ໃນເບື້ອງຕົ້ນ ນາງ ຄາດວ່າ ຈະເຮັດ ເຄັກພຽງ 100 ຕົວແບບເທົ່ານັ້ນ ແຕ່ຍ້ອນຄວາມ ຫຼົງໄຫຼ ໄດ້ ເຮັດໃຫ້ນາງ ປະດິດສ້າງ ເຄັກວຸ້ນ 3D ອີກຫຼາຍໆ ຕົວແບບ ທີ່ສະຫງວນໃຫ້ແກ່ ທຸກເພດທຸກໄວ ໃນໂອກາດມີເຫດການ ແລະ ວັນບຸນຕ່າງໆ ເຊັ່ນ: ຈັດວັນເກີດ, ວັນຄິສມາດ, ປີໃໝ່ ປະຈຳຊາດ, ວັນແມ່ຍິງ, ວັນຄູແຫ່ງຊາດ ແລະ ອື່ນໆ.


ຕົວແບບເຄັກວຸ້ນ 3D  ຈຳນວນໜຶ່ງ: 


















ເພື່ອໃຫ້ມີຫຼາຍຄົນຮູ້ຈັກເຖິງສິລະປະເຮັດເຄັກວຸ້ນ 3D, ນາງ ຖ່ວນ ໄດ້ນຳບັນດາຜະລິດຕະພັນຂອງຕົນ ໄປສະເໜີ ຢູ່ງານ ຕະຫຼາດນັດຈຳນວນໜ່ຶງ. ນອກນັ້ນ ນາງ ໄດ້ເປີດ ຫ້ອງຮຽນ ສອນເຮັດເຄັກວຸ້ນສິລະປະ ຜ່ານທາງ ອິນເຕີແນັສ  ຜ່ານໜ້າ ເວັບໄຊ http://thachnghethuat.edumall.vn.

ປະຈຸບັນ ຢູ່ຫວຽດນາມ ບັນດາຜູ້ທີ່ມີຄວາມ ຮັກມັກ ກັບສິລະ ປະເຮັດເຄັກວຸ້ນ 3D ໄດ້ມີການພົບປະແລກປ່ຽນນຳກັນ ຢູ່ ສອງກຸ່ມຄື “ມ່ວນກັບເຮືອນຄົວ” ມີສະມາຊິກກວ່າ  30.000 ຄົນ ແລະ “ຫ້ອງຮຽນ ສິລະປະວຸ້ນ 3D ຂອງ ນາງ ເທີມບຸ່ຍ” ມີຈຳນວນສະມາຊິກ ກວ່າ  20.000 ຄົນ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top