• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິລະປະຜະລິດພາບດ້ວຍຫີນປະເສີດ

      ບັນດາທ່ານຄິດແນວໃດກ່ຽວກັບບັນດາປ່ຽງຫີນປະເສີດເສຍເຫຼືອທີ່ມີມາຈາກ ການເຈຍລະໄນ, ຝົນຫີນ, ຜະລິດເປັນເຄື່ອງປະດັບ ຫຼື ເປັນຫີນມຸງຄຸນເພື່ອຕັ້ງໂຊ?

ຮູບດ້ວຍຫີນປະເສີດກ່ຽວກັບປະເທດລ້ານຊ້າງ
      ເປັນໜ້າຊື່ນຊົມຫຼາຍ, ຍ້ອນຄວາມຫຍາບແຂງ, ຊາ, ຄາຍ ແລະ ດ້ວຍສີສັນຂອງຫີນປະເສີດນີ້ ພ້ອມກັບສີມືອັນຄ່ອງແຄ້ວຂອງນັກສິລະປະການ ທີ່ໄດ້ສ້າງເປັນຮູບພາບເຮັດໃຫ້ຜູ້ທີ່ນິຍົມຊົມຊອບຮູບພາບມີຄວາມປະທັບໃຈທີ່ສຸດ, ສະນັ້ນ ເຮັດແນວໃດເພື່ອໄດ້ມາເຊິ່ງຮູບພາບທີ່ສວຍງາມນີ້? ຂໍເຊີນບັນດາທ່ານຈົ່ງພ້ອມກັບພວກເຮົາໄປຢ້ຽມຊົມໂຮງງານຜະລິດຮູບພາບດ້ວຍຫີນປະເສີດ ຊວນຫວຽດ ເພື່ອພ້ອມກັນຊອກຮູ້ເນາະ.
        ພວກຂ້າພະເຈົ້າໄປຢາມໂຮງງານແຫ່ງໜຶ່ງຢູ່ຕັ້ງຖະໜົນ ຫງວຽນຈ້າຍ, ຈູງວັນ, ຮ່ອມທີ 290, ເມືອງ ນາມຕື່ລຽມ, ຮ່າໂນ້ຍ. ເອື້ອຍ ຫງວຽນທິທູ - ຜູ້ອຳນວຍການບໍລິສັດ ຊວນຫວຽດ ໄດ້ພາພວມຂ້າພະເຈົ້າໄປຢ້ຽມຊົມຫ້ອງວາງສະແດງຂອງໂຮງງານ. ເມື່ອເຂົ້າໄປໃນຫ້ອງວາງສະແດງ, ໄດ້ເຫັນບັນດາຮູບພາບທີ່ເຕັມໄປດ້ວຍສີສັນຫຼາກຫຼາຍຕິດຫ້ອຍເຕັ້ມຫ້ອງວາງສະແດງກ້ວາງປະມານ 50 ຕາແມັດ. ພິເສດແມ່ນຮູບພາບເຄິ່ງຄີງຂອງປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກພວມນັ່ງຢູ່, ມືຖືຈົດໝາຍໃນຊຸດເຄື່ອງນຸ່ງສີ ກາກີ - ຂາວ ທີ່ໄດ້ຜະລິດຈາກຫີນ canxite ໂດດເດັ່ນໃນພື້ນສີເຫຼືອງຂອງຫີນ opal ໄດ້ຫ້ອຍຢູ່ຝາເຊິ່ງໜ້າ ປະຕູເຂົ້າ-ອອກ. ຍິ່ງເບິ່ງລະອຽດ, ຍິ່ງຢາກຊອກຮູ້, ຢາກເຫັນປະຈັກຕາຂັ້ນຕອນການຜະລິດບັນດາຮູບພາບເຫຼົ່ານີ້.
ໂຮງງານມີເນື້ອທີ່ປະມານ 100 ຕາແມັດ, ຢູ່ລຽບຕາມຕີນຝາເບື້ອງຂວາແມ່ນຕູ້ບັນຈຸຫີນຫຼາກຫຼາຍສີຄື: ຫີນ Ruby, Saphia, Opal ຫຼື ຫີນຄວາດເຫຼືອງ…ດ້ວຍຂະໜາດທີ່ແຕກຕ່າງກັນ. ບັນດານັກສິລະປະການຂອງບໍລິສັດ ຊວນຫວຽດ ພວມໝົກມຸ່ນ, ເມົາມົວປະກອບຫີນເສດເຫຼືອແຕ່ລະເມັດ, ແຕ່ລະປ່ຽງຕິດໃສ່ພາບ.  ມີຜູ້ຊາຍຄົນໜຶ່ງ ອາຍຸກ່ວາ 30 ປີ, ເປັນຄົນຮ່າງນ້ອຍ ແລະ ຜິວຄ້ຳ, ພວມແຕ້ມຮູບພາບ ວັນມ໊ຽວກວັກຕື້ຢ໊າມ (ເຊິ່ງເປັນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ) ໃສ່ພື້ນ focmica ສີຂາວ ແລະ ກະກຽມຂັ້ນຕອນຕິດຫີນໃສ່. ລາວຊື່ວ່າ ຫວໍດິ່ງນາມ, ບ້ານເກີດຢູ່ ກວາງນາມ ໄດ້ປະກອບອາຊີບນີ້ມາເປັນເວລາ 10 ປີແລ້ວ. ລາວທັງໂຮຍຝຸ່ນຫີນໃສ່ຮູບ, ທັງແບ່ງປັນກ່ຽວກັບຂັ້ນຕອນການເຮັດຮູບດ້ວຍຫີນປະເສີດທີ່ວ່າ:
ເພື່ອຜະລິດໄດ້ພາບດ້ວຍຫີນປະເສີດຄືແນວນີ້ຕ້ອງຜ່ານຫຼາຍຂັ້ນຕອນ. ທຳອິດຕ້ອງຮູ້ກ່ອນວ່າພາບຈະມີໂຄງຮ່າງ, ລວດລາຍຄືແນວໃດ ເພື່ອກະກຽມຫີນ ແລະ ສີສັນຕ່າງໆຂອງຫີນ. ຂັ້ນຕອນທີສອງແມ່ນຕິດໃສ່ແຜ່ນ focmica ຕາມຂະໜາດທີ່ລູກຄ້າສັ່ງຊື້ ແລະ ແຕ້ມຮູບໃສ່ ຫຼັງຈາກນັ້ນແມ່ນຂັ້ນຕອນຕິດຫີນ. ຂັ້ນຕອນສຸດທ້າຍແມ່ນກວດກາສີສັນ, ບັນດາລວດລາຍລະອຽດໃນພາບ ແລະ ຕິດດ້ວຍກາວພິເສດ ແລ້ວນຳໄປຕາກແດດ, ຫຼັງຈາກນັ້ນຈະສີດນ້ຳຢາໃສ່ໃຫ້ມັນເຫລື້ອມ ແລະ ໃສ່ຂອບຮູບຈຶ່ງເປັນອັນວ່າສຳເລັດ.”

ຮູບພາບ ວັນມ໊ຽວກວັກຕື້ຢ໊າມ 
      ຢູ່ໃນໂຮງງານ, ແຕ່ລະຄົນແມ່ນນັ່ງໂຕະໜຶ່ງຢູ່ເທິງໂຕະມີທາດໃສ່ຫີນ ແລະ ແໜບອັນໜຶ່ງ, ຜູ້ເຮັດຮູບທິວທັດທຳມະຊາດ, ຜູ້ເຮັດຮູບເຄິ່ງຄີງ, ຜູ້ເຮັດຮູບເຄື່ອງຂອງວັດຖຸຕ່າງໆ, ຜູ້ໃດກໍ່ຕັ້ງໃຈເລືອກເອົາຫີນປະເສີດ, ບາງເມັດນ້ອຍເທົ່າກັບເມັດໝາກງາ, ບາງເມັດໃຫຍ່ 2 -3 cm, ຕິດແນວໃດເພື່ອໃຫ້ມັນມີຄວາມປະສົມປະສານເຂົ້າກັນ. ຕັ້ງໃຈເຮັດດ້ວຍເວລາ 2 – 3 ຊົ່ວໂມງ, ສຸດທ້າຍ, ອ້າຍ ນາມ ກໍ່ປະຕິບັດສຳເລັດຮູບພາບ ວັນມ໊ຽວກວັກຕື້ຢ໊າມ ດ້ວຍຂະໜາດ 28x34cm, ແລ້ວກໍ່ໃສ່ຂອບເພື່ອກະກຽມສົ່ງໃຫ້ແຂກຊາວລັດເຊຍ.
ຫີນທຸກປະເພດທີ່ເອົາມາຈາກບໍ່ແຫ່ງຕ່າງໆຢູ່ທຸກແຖບຖິ່ນຂອງປະເທດ ຫວຽດນາມ, ລາວ, ມຽນມາ, ອິນເດຍ… ໄດ້ຮັບການເລືອກເຟັ້ນແລ້ວເອົາມາແຊໃສ່ນ້ຳ ອາຊິດເປັນເວລາ 24 ຊົ່ວໂມງເພື່ອລ້າງທາດເສດເຫຼືອ, ຫຼັງຈາກນັ້ນເອົາໄປລ້າງໃຫ້ມັນສະອາດ ແລະ ຕາດແຫ້ງ. ໂດຍອີງໃສ່ລວດລາຍ, ຮູບຕ່າງໆຂອງພາບນັ້ນ, ບັນດານັກສິລະປະກອນຈຶ່ງດຳເນີນຂັ້ນຕອນການບົດຫີນ, ການທຸບເຈຍລະໄນ ແລະ ຝົນຫີນ… ແນວໃດເພື່ອໃຫ້ເໝາະສົມ.
ເອື້ອຍ ຫວໍທິແທັງເລືອງ, ໄດ້ຕິດພັນກັບອາຊີບທຸບຫີນນີ້ມາເປັນເວລາເກືອບ 9 ປີແລ້ວ ໃຫ້ຮູ້ວ່າ:
ຂັ້ນຕອນການທຸບຫີນຮຽກຮ້ອງໃຫ້ນາຍຊ່າງຕ້ອງມີສີມືຄ່ອງແຄ້ວ, ມີຄວາມອົດທົນສູງ ແລະ ຕ້ອງຮູ້ລັກສະນະສະເພາະ ແລະ ໂຄງປະກອບຂອງຫີນແຕ່ລະປະເພດ ຈຶ່ງສາມາດທຸບຫີນໄດ້ຕາມລວດລາຍທີ່ຕ້ອງການມັກຄື: ຮູບດອກໄມ້, ຮູບໃບໄມ້…”
ເລືອກເອົາຫີນຖືກຕາມສີທີ່ຕ້ອງການ ແຕ່ເມື່ອທຸບແລ້ວພັດບໍ່ໄດ້ຕາມຄວາມຕ້ອງການ, ນັ້ນແມ່ນບັນຫາເຊິ່ງບັນດານັກສິລະປະການຜະລິດຮູບດ້ວຍຫີນມີຄ່າມີຄວາມເປັນຫ່ວງທີ່ສຸດ. ລັກສະນະພິເສດຂອງຫີນທຳມະຊາດແມ່ນຮັກສາໄດ້ສີສັນເດີມ, ບໍ່ສົ່ງຜົນຮ້າຍຕໍ່ສຸຂະພາບຂອງມະນຸດ ແລະ ມັນກໍ່ຍັງໄດ້ສົ່ງພະລັງງານບວກທີ່ດີຕໍ່ສຸຂະພາບອີກດ້ວຍ, ແຕ່ເຖິງຢ່າງໃດກໍ່ຕາມຫີນບໍ່ມີສີສັນຫຼາກຫຼາຍ. ດັ່ງນັ້ນ, ເພື່ອໃຫ້ໄດ້ສີສັນຄືກັບຮູບແຕ້ມສີຂັດມັນ ບໍ່ແມ່ນເລື່ອງງ່າຍດາຍ. ອ້າຍນາມ ໃຫ້ຮູ້ວ່າ:
ເພື່ອແຕ້ມຮູບສີຂັດມັນແມ່ນຍາກຫຼາຍ, ແຕ່ເພື່ອຜະລິດຮູບດ້ວຍຫີນປະເສີດຍິ່ງຍາກກ່ວານັ້ນ. ບ່ອນທີ່ຍາກທີ່ສຸດຂອງພວກຂ້າພະເຈົ້າແມ່ນເຮັດແນວໃດເພື່ອໃຫ້ຫີນປ່ຽນຫີນທີ່ຫຍາບແຂງ ແລະ ບໍ່ມີວິນຍານ ໄດ້ປະກອບເປັນຮູບພາບແຜ່ນໜຶ່ງທີ່ມີສີສັນປະສົມກົມກຽວເຂົ້າກັນ, ມີຊີວິດຊີວາຄືດັ່ງຮູບສີຂັດມັນ. ຍ້ອນປະລິມານຫີນປະເສີດນັບມື້ນັບຫນ້ອຍລົງ, ຫາຍາກ ແລະ ສີສັນຂອງຫີນກໍ່ບໍ່ມີຫຼາຍສີຄືດັ່ງຄວາມຕ້ອງການ, ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງຄົ້ນຄ້ວາ, ຄັດເລືອກເອົາ ແລະ ປະສົມຫີນສີຕ່າງໆໃສ່ກັນເພື່ອສ້າງເປັນສີທີ່ເຮົາຕ້ອງການ ແລະ ກົມກຽວທີ່ສຸດ.”
ນັບແຕ່ເມື່ອໄດ້ຮັບການຄັດເລືອກເປັນຂອງຂວັນຈາກການນຳ ຫວຽດນາມ ເພື່ອມອບໃຫ້ການນຳ 19 ປະເທດສະມາຊິກ APEC 14 (ປີ 2006) ນັ້ນ, ພາບຫີນປະເສີດນັບມື້ນັບໄດ້ຮັບການຮູ້ຈັກເຖິງຈາກຫຼາຍຄົນ. ປະຈຸບັນ, ຜະລິດຕະພັນພາບຫີນປະເສີດໄດ້ຮັບຄວາມນິຍົມຊົມຊອບຈາກແຂກທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຫຼາຍຄົນເປັນຕົ້ນແມ່ນຊາວ ລາວ, ລັດເຊຍ, ມຽນມາ, ອິນເດຍ... ບໍລິສັດ ຊວນຫວຽດ ພວມຊອກຫາຕົວແທນຈຳໜ່າຍຢູ່ບັນດາຕະຫຼາດຕ່າງປະເທດ ພິເສດແມ່ນຕະຫຼາດລາວ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top