• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະຈິດຕະກຳຍຸກໃໝ່ ກັບມູມມອງຫຼາຍມິຕິ

ພາຍໃຕ້ມູມມອງຫຼາຍມິຕິ ກ່ຽວກັບຊີວິດໃນໃຈ ກໍຄື ໂດຍຜ່ານບັນດາຮູບພາບ ທີ່ໃກ້ຊິດ ຢູ່ອ້ອມຂ້າງ ພວກເຮົາ, ຜົນການປະດິດແຕ່ງ 19 ແຜ່ນ ກ່ຽວກັບຈິດຕະກຳຍຸກໃໝ່ ຂອງບັນດານັກຈິດຕະກອນ ຢູ່ ພາຍໃນປະເທດ ໄດ້ຮັບການວາງສະແດງທີ່ Craig Thomas Gallery, ນະຄອນ ໂຮ່ຈີມິນ ໄດ້ດຶງດູດໃຈ ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ.
ພາບແຕ້ມ 19 ແຜ່ນທີ່ມີສີສັນຂອງຍຸກໃໝ່ ໄດ້ຮັບການ ປະດິດແຕ່ງ ຈາກຫຼາຍວັດຖຸທາດ ທີ່ແຕກຕ່າງກັນເຊັ່ນ: ສີນຳ້ມັນ, acrylic, ໄມ້, ແພໄໝ... ຂອງນັກຈິດຕະກອນ 12 ຄົນ ທີ່ມາຈາກແຂວງ, ນະຄອນຕ່າງໆ ໄດ້ດຶງດູດ ຄວາມສົນໃຈ ຈາກວົງການຜູ້ຮັກມັກສິລະປະຈິດຕະກຳ.
ນັກຈິດຕະກອນ ແຕ່ລະຄົນ ຕ່າງກໍນຳມາໃຫ້ແກ່ຜູ້ຊົມ ມູມມອງຫຼາຍມິຕິ ກ່ຽວກັບຊີວິດໃນໃຈ, ຫຼື ນຳມາ ຄວາມຮູ້ສຶກທີ່ໃກ້ຊິດ ໂດຍຜ່ານບັນດາສິ່ງຂອງເຄື່ອງໃຊ້ ແລະ ແບບແຜນຊີວິດໃນປະຈຳວັນ. ດັ່ງ ນັກຈິດຕະກອນ ຟ້າມແທງຕວ່ານ ໄດ້ນຳມາ ງານ ວາງສະແດງພາບສີນຳ້ມັນ 3 ແຜ່ນທີ່ສະແດງໃຫ້ເຫັນ ຄວາມຮູ້ສຶກຢູ່ພາຍໃນ ທີ່ມີຄວາມ ຜັນແປໄປ ຫຼາຍຢ່າງ ຂອງຕົວເອງ ໂດຍຜ່ານພາບພົດ ຂອງ ຈຳພວກຄ່າງ.



ງານວາງສະແດງຄັ້ງນ້ີ ໄດ້ຮັບຄວາມສົນໃຈ ຂອງ ບັນດາຄົນຕ່າງປະເທດ ຜູ້ຮັກມັກສິລະປະຈິດຕະກອນ ຫວຽດນາມ. 


ແຕ່ລະຜົນການປະດິດແຕ່ງ ຕ່າງກໍນຳມາຊຶ່ງ ຄວາມຮູ້ສຶກສະເທືອນໃຈຕໍ່ທ່ານຜູ້ຊົມ. 


ໄດ້ມີນັກທ່ອງທ່ຽວ ເຂົ້າຊົມ ງານວາງສະແດງ ເປັນຈຳນວນຫຼວງຫຼາຍ. 


ບັນດາຜົນການປະດິດແຕ່ງ ໄດ້ນຳມາຊ່ຶງຄວາມຮູ້ສຶກ ໃຫ້ແກ່ທ່ານຜູ້ຊົມ. 

ສ່ວນນັກຈິດຕະກອນ ຫງວຽນຕ໋ວນຢຸ້ງ ກໍສະແດງໃຫ້ເຫັນ ບຸກຄະລິກສ່ວນຕົວ ດ້ານສິລະປະ ຂອງ ຕົນເອງ ກັບການນຳໃຊ້ວັດຖຸທາດ Acrylic ເທິງເຈ້ຍໜັງສືພິມ ເພື່ອສະແດງໃຫ້ເຫັນ ພາສາຈິດຕະກຳ ທີ່ລຽບງ່າຍ ແກ່ວນເຄີຍ ທີ່ໃສ່ຊື່ວ່າ “ລົດຊາດ ເດືອນເມສາ” ແລະ “ລົດຊາດເດືອນມິຖຸນາ”. ພາບແຕ້ມທັງສອງແຜ່ນນີ້ ຕ່າງກໍຖືກປະດິດແຕ່ງ ຈາກ ຄວາມຄິດສ້າງສັນ ຈາກ ລົດຂາຍດອກໄມ້ຄັນຕ່າງໆ ທີ່ໄປເລາະຂາຍ ຢູ່ ທຸກຈອກທຸກແຈ ໃນຄຸ້ມຖະໜົນສາຍຕ່າງໆ ຂອງ ຮ່າໂນ້ຍ  ໄດ້ນຳມາໃຫ້ແກ່ ຄົນໃຊ້ຊີວິດ ທີ່ຫ່າງຈາກ ບ້ານເກີດ ເມືອງນອນ ເກີດມີຄວາມຮູ້ສຶກ ກະຕຸ້ນໃຈ ຢ່າງຍາກ ພັນລະນາໄດ້.
ໃນຂະນະນັ້ນ, ລຸ້ນນັກຈິດຕະກອນໄປກ່ອນ ກໍໄດ້ ສະແດງ ໃຫ້ເຫັນມູມມອງສິລະປະ ຜ່ານ ຮູບແບບ ທຳນອງ ແລະ ວັດຖຸທາດທີ່ຫຼາກຫຼາຍ. ຄືດັ່ງນັກຈິດຕະກອນ ໂງວັນສັກ ໄດ້ນຳມາຜົນການປະດິດແຕ່ງ ຄວັດແກະສະຫຼັກເທິງໄມ້ ທີ່ໃສ່ຊື່ວ່າ “ວັນຍືດຍາວ” ແລະ “ຂ້າງຖະໜົນ” ຊຶ່ງ ໄດ້ປະສານສົມທົບລະຫວ່າງ ສິລະປະການຄວັດແກະ ສະຫຼັກ ແລະ ທາສີ.
ການນຳໃຊ້ແພຫຼາຍປະເພດທີ່ແຕກຕ່າງກັນເຊັ່ນ ແພປໍ, ແພລາຍດອກ... ເພື່ອການປະດິດແຕ່ງພາບສີນຳ້ມັນ, ນັກຈິດຕະກອນ ຫງວຽນມິງນາມ ໄດ້ປະສົບຜົນສຳເລັດ ເມື່ອນຳສະເໜີໃຫ້ແກ່ ໝູ່ມະຫາຊົນ ບັນດາມູມມອງ ຫຼາຍມິຕິ ກ່ຽວກັບຄວາມຮູ້ສຶກຂອງແມ່ຍິງ.
ເຖິງວ່ານັກຈິດຕະກອນຜູ້ຊຳນານງານ ລິມ ຄີມ ກາຕີ ໄດ້ນຳມາ ຜົນການປະດິດແຕ່ງ ພຽງແຜ່ນໜຶ່ງ ທີ່ໃສ່ຊື່: “ວົງແຂນແມ່” ກໍຕາມ ແຕ່ນາງ ກໍໄດ້ຮັບຄວາມຍ້ອງຍໍ ຊົມເຊີຍ ຂອງແຂກຄົມ ຜູ້ເຂົ້າຊົມງານວາງສະແດງ. ພາບແຕ້ມແຜ່ນນີ້ ໄດ້ພັນລະນາຮູບພາບ ຜູ້ເປັນລູກ ນອນຫຼັບຈົມ ຢູ່ໃນວົງແຂນທີ່ອ່ອນນວນ ຂອງຜູ້ເປັນແມ່ ກັບສີສັນທີ່ສົດໃສ ຊຶ່ງສະແດງໃຫ້ເຫັນ ຄວາມສະຫງົບສຸກ ແລະ ນຳ້ໃຈຮັກໃຄ່ ລະຫວ່າງ ແມ່ ກັບ ລູກ”. ຜົນການປະດິດແຕ່ງນີ້ ໄດ້ຮັບການແຕ້ມ ດ້ວຍວັດຖຸທາດ ນຳ້ມັນຢູ່ເທິງແພປໍ, ນີ້ແມ່ນຄວາມສາມາດ ຂອງ ນັກຈິດຕະກອນຍິງ ຊາວເຜົ່າ ຂະແມ ທີ່ເກີດປີ 1978 ນີ້.



ພາບແຕ້ມ: “ຍ່ານຂາວ II” ຂອງ ນັກຈິດຕະກອນ ເລຖຸ໋ຍ.


ພາບແຕ້ມ: “ການສັງເກດ ແລະ ຕີລາຄາ” ຂອງ ນັກຈິດຕະກອນ ເລືອງລືວບຽນ.


ພາບແຕ້ມ: “ຂ້າງຖະໜົນ” ຂອງ ນັກຈິດຕະກອນ ໂງວັນສັກ.


ພາບແຕ້ມ: “ກ່ອນເວລາແຕ່ງງານ” ຂອງ ນັກຈິດຕະກອນ ຫງວຽນມິງນາມ.


ພາບແຕ້ມ: “ເຂດສວນເກົ່າ 3” ຂອງ ນັກຈິດຕະກອນ ຫງວຽນເຖ໋ຮຸ່ງ.


ພາບແຕ້ມ: “ໝົດກຳລັງ” ຂອງ ນັກຈິດຕະກອນ ຫງວຽນຈ້ອງມິງ.


ພາບແຕ້ມ: “ລົດຊາດເດືອນ ມິຖຸນາ” ຂອງ ນັກຈິດຕະກອນ ຫງວຽນຕ໋ວນຢຸ໊ງ.


ພາບແຕ້ມ: “ຜູ້ຍ່າງລະເມີ” ຂອງ ນັກຈິດຕະກອນ ຟ້າມແທງຕວ່ານ.


ພາບແຕ້ມ: “ເກິ່ງເດິ່ງ” ຂອງ ນັກຈິດຕະກອນ ເຈືອງເຖ໋ລີງ.

ບົດ ແລະ ພາບ: ຫງວຽນລວນ-ທົງຫາຍ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top