• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະກຳແຕ້ມພາບເທິງຝາກຳແພງ-Graffity

ເຖິງວ່າ ຫາກໍ່ນຳເຂົ້າ ຫວຽດນາມ ຍັງບໍ່ທັນໄດ້ດົນບານໃດ, ແຕ່ສິລະປະກຳແຕ້ມພາບເທິງຝາກຳແພງ (Graffity) ມີການ ພັດທະນາໃນຊີວິດການເປັນຢູ່, ເຕົ້າໂຮມໄວໜຸ່ມຫຼາຍຄົນ ມີຄວາມມັກກັບປານິດສິລະປະ ແລະ ຢືນຢັນຖານະບົດບາດ ສະເພາະຂອງຕົນໃນວົງການສິລະປະຍຸກປະຈຸບັນ.
ສ້າງຕັ້ງເມື່ອປີ 2012, ກຸ່ມນັກແຕ້ມ ມັດຫວຽດ (ຕາຫວຽດ) ເຕົ້າໂຮມໄດ້ໄວໜຸ່ມຫຼາຍຄົນມີຄວາມຮັກມັກກັບການ ແຕ້ມພາບ Graffity. ທ້າວ ຟ້າມວັນຖາຍ-ຜູ້ຕາງໜ້າກຸ່ມປານິດສິລະປະ ມັດຫວຽດ ໃຫ້ຮູ້ວ່າ: “ມັດຫວຽດ ຢາກນຳປານິດສິລະປະ, ພາບແຕ້ມເທິງຝາກຳແພງ ມາຍັງທຸກແຫ່ງຫົນ, ຫວ່າງເວຫາຂອງ ຫວຽດນາມ ແລະ ເພື່ອໃຫ້ທຸກຄົນຮັບຮູ້ມັນດ້ວຍຕາ, ເພາະສະນັ້ນ ພວກຂ້າພະເຈົ້າຈຶ່ງຕັ້ງຊື່ໃຫ້ກຸ່ມແມ່ນ ມັດຫວຽດ”.
 
ແຕ້ມພາບເທິງຝາກຳແພງແມ່ນປະເພດສິລະປະ ປະດັບປະດາ ໜ່ຶງ, ໃນນັ້ນ ນັກແຕ້ມຈະນຳໃຊ້ນຳ້ສີຂັດມັນ ຫຼື ນຳ້ສີ acrylic ເພື່ອແຕ້ມໃສ່ຝາກຳແພງ. ແຕ້ມພາບເທິງຝາກຳແພງສິລະປະດ້ວຍນຳ້ສີ acrylic ເຮັດໃຫ້ຮູບແຕ້ມມີສີສັນທີ່ສົດໃສ ແລະ ມີຄວາມທົນທານສູງ, ພິເສດນຳ້ສີ acrylic ບໍ່ມີກິ່ນ, ເຊັດໄດ້ງ່າຍ ແລະ ປະຕິບັດວຽກງານກໍ່ສ້າງໄດ້ໄວ”.
 
ປະຈຸບັນຢູ່ ຫວຽດນາມ, ແຕ້ມພາບເທິງຝາກຳແພງດ້ວຍນຳ້ສີ acrylic 3 ມິຕິມີແບບທົ່ວໄປໃນບັນດາເຂດຫຼິ້ນກິນ, ສູນການຄ້າ, ຮ້ານກາເຟ, ໂຮງແຮມ, ຮ້ານອາຫານ ຫຼື ໃນໂຮງຮຽນອະນຸບານ... ກຸ່ມປານິດສິລະປະ ມັດຫວຽດ ໄດ້ປະຕິບັດຫຼາຍກິດຈະການກໍ່ສ້າງແຕ້ມພາບເທິງຝາກຳແພງໃຫ້ແກ່ຫວ່າງເວຫາການເປັນຢູ່ ແລະ ເຂດພັກຜ່ອນ, ເຂດຫຼິ້ນກິນຂອງກຸ່ມບໍລິສັດ FLC, ບັນດາຕຶກ ເຮືອນອາຄານຫຼາຍຊັ້ນທີ່ທັນສະໄໝຢູ່ Ecopark, Vinhomes.


ບັນດາສະມາຊິກໃນກຸ່ມປານິດສິລະປະ ມັດຫວຽດ ແຕ້ມຮູບພາບ
ເທິງຝາກຳແພງແຜ່ນໜຶ່ງຕາມໃບສັ່ງຊື້ຂອງລູກຄ້າ. 



 
ທ້າວ ຟ້າມວັນຖາຍ ໃຫ້ຮູ້ວ່າ “ເມື່ອນຳ້ສີ acrylic 3 ມິຕິໄດ້ແຕ້ມໃສ່ຝາກຳແພງ ຈະດັດແປງໄດ້ງ່າຍ,
ສີແຫ້ງໄວ ແລະ ມີຄວາມທົນ
ທັນສູງ. ຫົວຄິດປະດິດສ້າງຂອງນັກແຕ້ມ ຈະໄດ້ຂະຫຍາຍ
ດີທີ່ສຸດ ຍ້ອນຝາກຳແພງແຕ່ລະແຜ່ນຈະມີຂະໜາດ ແລະ
ສະພາບການປະຈຸບັນຢູ່ໜ້າຝາກຳແພງມີຄວາມແຕກຕ່າງກັນ”.

 

ການແຕ້ມພາບເທິງຝາກຳແພງ ໄດ້ສ້າງໂອກາດໃຫ້ບັນດາ ນັກແຕ້ມສະແດງອອກຫົວຄິດປະດິດສ້າງຂອງຕົນ.
ຖ້າການ ແຕ້ມພາບຢູ່ເທິງແຜ່ນແພຕ້ອງການຄວາມລະອຽດ ແລະ ຊັດເຈນ ສູງ,
ການແຕ້ມພາບຢູ່ເທິງຝາກຳແພງມີຄວາມເປີດເຜີຍສະຫວາດ

ສະເຫວີຍກວ່າກ່ຽວກັບລາຍແຕ້ມ ແລະ ຫົວຄິດປະດິດສ້າງ. 



ຍ້ອນນີ້ ແມ່ນພາບແຕ້ມປະດັບປະດາຂະໜາດໃຫຍ່, ສະນັ້ນ ຈະມີນັກແຕ້ມຫຼາຍຄົນແຕ້ມພ້ອມກັນ. 
ນີ້ກໍ່ເປັນເວລາຕ້ອງການ ການປະສານສົນທົບຢ່າງເຂົ້າແກບ ເຂົ້າເກຍກັນດີລະຫວ່າງບັນດາສະມາຊິກໃນທິມ. 



ບັນດາສະມາຊິກໃນກຸ່ມນັກແຕ້ມ ມັດຫວຽດ ໄດ້ຂະຫຍາຍ ຫົວຄິດປະດິດສ້າງ
ແລະ ການເຮັດວຽກເປັນທິມຢ່າງດີທີ່ສຸດ ໃນການແຕ້ມພາບເທິງຝາກຳແພງ.
ຄຽງຄູ່ກັນນັ້ນ, ເຂົາເຈົ້າກໍ່ຕ້ອງສຳເລັດຢ່າງຄັກແນ່ບັນດາ ພາບແຕ້ມທີ່ໄດ້ຕົກລົງກັນກັບລູກຄ້າ. 



ດ້ວຍບັນດາລາຍແຕ້ມທີ່ມີຫົວຄິດປະດິດສ້າງ, ກຸ່ມນັກແຕ້ມ
ມັດຫວຽດ ແຕ້ມຂຶ້ນບັນດາພາບແຕ້ມ 3 ມິຕິ ທີ່ມີຄວາມປະທັບໃຈຢູ່ເທິງຝາກຳແພງ.



ບັນດາພາບແຕ້ມ 3 ມິຕິ ໄດ້ສ້າງຫວ່າງເວຫາໃໝ່ ແລະ ສົດໃສຂຶ້ນມາ.
ຝາກຳແພງຫຼາຍແຜ່ນມີສີສັນ, ຮູບພາບທີ່ມີຊີວິດ ຊີວາ ຈັບໃຈຜູ້ຊົມ.  



ຈາກຄວາມຮັກມັກກັບການແຕ້ມພາບ graffiti ໃນເບື້ອງຕົ້ນ,
ປະຈຸບັນ ມັດຫວຽດ ໄດ້ກາຍເປັນກຸ່ມນັກແຕ້ມໜຶ່ງມືອາຊີບ.

 ພ້ອມກັບການພັດທະນາ, ບັນດາວັດຖຸທາດໄດ້ນຳໃຊ້ໃນການ ແຕ້ມພາບເທິງຝາກຳແພງກໍ່ມີຄວາມປອດໄພ,
ໃກ້ຊິດ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງລູກຄ້າຢ່າງຫຼວງຫຼາຍ. 

ພາບແຕ້ມເທິງຝາກຳແພງຈຳນວນໜຶ່ງ ໂດຍກຸ່ມນັກແຕ້ມ ມັດຫວຽດ ແຕ້ມປະດັບປະດາ
ຢູ່ຕົວເມືອງໃຫຍ່ແຫ່ງໜຶ່ງ.
 ໃນຕອນຄຳ່, ບັນດາພາບແຕ້ມ 3 ມິຕິດັ່ງກ່າວ ໄດ້ສ່ອງດ້ວຍແສງສະຫວ່າງ,
ສ້າງຄວາມປະທັບໃຈມາໃຫ້ແກ່ທ່ານຜູ້ຊົມ ຍິ່ງຫຼາຍຂຶ້ນ. 
















ບົດ: ທຸກຮ່ຽນ - ພາບ: ຫວຽດເກື່ອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top