• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະການສະແດງ ຕ່ວງ ຢູ່ ບ້ານ ໂຖຮ່າ

ບ້ານໂຖຮ່າ (ຕາແສງ ເວີນຮ່າ, ເມືອງຫວຽດອຽນ, ແຂວງ ບັກຢາງ) ບ່ໍພຽງແຕ່ຊື່ສຽງ ຍ້ອນການສະແດງ  ຂັບກວານຫ້ໍ ທີ່ເປັນເອກະລັກ ເທົ່ານັ້ນ, ແຕ່ຍັງ ແມ່ນໜຶ່ງໃນຈຳນວນທ້ອງຖິ່ນ ທີ່ຍັງຄົງ ຮັກສາໄວ້ ໄດ້ ສິລະປະການສະແດງ ລະຄອນລຳບູຮານ (ເອີ້ນວ່າ ຕ່ວງ). ໃນ ໂອກາດງານບຸນ ຂອງ ບ້ານ (ກົງກັບວັນທີ 20-22 ເດືອນ ຈຽງ). ຕົວ ລະຄອນໃນ ຕ່ວງ ຖືວ່າ ແມ່ນ “ຈຸດເດັ່ນ” ໃນພິທີແຫ່ ພ້ອມໆ ກັບ ນັກສະແດງ ຫາງເຄື່ອງ ທີ່ ໄດ້ຮັບການແຕ່ງຕົວ ຢ່າງລະອຽດຖ່ີຖ້ວນ ເຊັ່ນ: ຜູ້ບັນຊາກອງທຸງ, ກອງດາວ, ຮູບປັ້ນສາມພະອົງ, ນາງຟ້າ…
ຊາວບ້ານ ໂຖຮ່າ ຕ່າງບ່ໍໄດ້ຜ່ານການສຶກສາ ຢູ່ ໂຮງຮຽນ ຫຼື ຊຸດເຝິກ ອົບຮົມໃດໆ, ແຕ່ໄດ້ສອນລຸ້ນຕ່ໍລຸ້ນ ກ່ຽວກັບວິທີການແຕ່ງກາຍ, ທຳນອງເພງ, ແບບຮ້ອງ, ການສະແດງເພື່ອ ເຮັດໃຫ້ເວທີສະແດງ ຕ່ວງ ຢູ່ ເດີ່ນສາລາ ຍາມໃດກໍຄຶກຄື້ນ. ຕົວລະຄອນຕ່າງໆ ຄື: “ຈ້ຽວ ດິ່ງ ລອງ ກູ້ພະຍາ”;  “ດ່າວຕາມຊວນ”;  “ງື້ເດ້ກີມຮຸ່ງ”; “ບ໋າດາວຢ້ຽມ ທຽນຮຸ່ງ”… ຖືກນຳມາສະແດງ ເພື່ອໃຫ້ ຊາວບ້ານ ໄດ້ຊົມເບິ່ງ ຢ່າງ ສະໜຸກໃຈ ເຖິງເດິກດື່ນທ່ຽງຄືນ.

ການສະແດງ ຕ່ວງ ຍາກຢູ່ແລ້ວ, ແຕ່ການແຕ່ງກາຍ ໃຫ້ນັກສະແດງ ຕາມ ເລື່ອງນິທານ ແມ່ນຍາກກວ່າອີກ. ນັກສະແດງ ຕ່ວງ ບ້ານ ໂຖ ຮ່າ ນອກຈາກມີຄວາມສາມາດ ດ້ານສຽງຂັບລຳ, ວາດຟ້ອນ, ທ່າທີ ແລ້ວ ຍັງຕ້ອງຮູ້ຈັກການແຕ່ງໜ້າ ໃຫ້ແກ່ຕົນເອງ ຕາມຕົວລະຄອນ ທີ່ໄດ້ສວມບົດບາດ. ໂດຍຜ່ານໃບໜ້າ ທີ່ໄດ້ແຕ່ງນັ້ນ ເຮັດໃຫ້ ຜູ້ຊົມ ຮູ້ ເຖິງຈິດຕະສາດ, ຄຸນລັກສະນະ, ຊົນຊັ້ນກຳເນີດ ຂອງ ຕົວລະ ຄອນ ເມື່ອປາກົດ ຢູ່ເທິງເວທີ. ໂດຍທົ່ວໄປແລ້ວ, ຖ້າຕົວລະຄອນ ເປັນຄົນສຸຈະລິດ ແຕ່ງໜ້າສີແດງ, ໜວດຍາວ; ຖ້າເປັນຄົນເອາະ ເຊາະລ້ໍນາຍ ແມ່ນໜ້າດ້ານ, ໜວດສັ້ນ; ຖ້າໜ້າຂາວ ຈະແມ່ນຜູ້ ມີຮູບຊົງງາມ, ຄ່ຽມຄົມ; ໜ້າແດງແມ່ນ ຜູ້ກ້າຫານ, ໝັ້ນທ່ຽງ; ໜ້າດຳ ຕາກະພິບ ແມ່ນຄົນທໍລະຍົດ; ຖ້າຂະໝັບສອງ ເບື້ອງມີຮອຍສີແດງ ແມ່ນ ຄົນໃຈຮ້ອນ; ໃບໜ້າຮູບໄຖ ແມ່ນ ຜູ້ຂີ້ຢ້ານ, ອາຍຸສັ້ນ…

ເຖິງວ່າ ຜູ້ຮູ້ການສະແດງ ຕ່ວງ ມີຕັ້ງຫຼາຍສິບຄົນ, ແຕ່ຜູ້ທີ່ເຂົ້າຮ່ວມ ສະໂມສອນ ຕ່ວງ ໂຖຮ່າ ເປັນປະຈຳ ມີບ່ໍເຖິງສິບຄົນ. ສະນັ້ນ ເຮັດ ໃຫ້ ນັກສະແດງ ຕ່ວງ ບ້ານ ໂຖຮ່າ ຮູ້ສຶກເປັນຫ່ວງ ເມື່ອເຫັນວ່າ ວິຊາສິລະປະ ອັນເປັນມູນເຊື້ອນີ້ ຈະຖືກສູນຫາຍໄປຕາມ ວັນເວລາ. ເພື່ອຊອກຫາຜູ້ສືບທອດ ການສະແດງ ຕ່ວງ ໂຖຮ່າ, ປະຊາຊົນ ຜູ້ ຮັກ ຕ່ວງ ໄດ້ຝາກຄວາມຫວັງ ກັບອຳນາດການປົກຄອງ ທ້ອງຖິ່ນ ໃຫ້ ມີກົນໄກ ລົງທຶນເພື່ອ ຟື້ນຄືນ, ເປີດກວ້າງສະໂມສອນ ຂັບ ຕ່ວງ, ໃນນັ້ນ ຖືສຳຄັນການຖ່າຍຖອດ ໃຫ້ຄົນລຸ້ນໜຸ່ມ ເພື່ອໃຫ້ ຕ່ວງ ບ້ານ ໂຖຮ່າ ຍືນຍົງຄົງຢູ່ຄູ່ກັບບ້ານເມືອງ.

ນັກສະແດງຕ່ວງ ສະໝັກຫຼິ້ນຂອງບ້ານ ໂຖຮ່າ ກະກຽມໃຫ້ແກ່ ການສະແດງ.


ຊາວບ້ານ ໂຖຮ່າ ແຕ່ງກາຍຕາມແບບສະບັບ ຂອງ ຕ່ວງ ເພື່ອເຂົ້າ ຮ່ວມງານບຸນຂອງບ້ານ.g.


ຊາວບ້ານ ເອ້ຢ້ອງ ເພື່ອເຂົ້າຮ່ວມຂະບວນແຫ່ໃນມື້ບຸນ ຂອງ ບ້ານ ໂຖຮ່າ.


ເຄື່ອງດົນຕີສຳລັບການສະແດງຕ່ວງ ປະກອບດ້ວຍ: ແກ, ກອງ, ຊໍ, ແສ່ງ, ກະດິງ, ກະລໍ…


ເວທີສະແດງຕ່ວງ ຖືກສ້າງຂຶ້ນທີ່ເດີ່ນສາລາບ້ານໂຖຮ່າ.


ເວທີສະແດງ ຕ່ວງ ບ້ານ ໂຖຮ່າ ໃນຄືນ ຂອງ ມື້ບຸນ.


ສາກໜຶ່ງ ຂອງ ການສະແດງທີ່ຄຶກຄື້ນ ເປັນການເລີ່ມຕົ້ນ ໃຫ້ແກ່ ລາຍການ ສະແດງ ຕ່ວງ ບ້ານໂຖຮ່າ.


ວາດຟ້ອນ, ທຳນອງເພງ ຕ່ວງ ບ້ານ ໂຖຮ່າ ໄດ້ປະຕິບັດ ຢ່າງລະ ອຽດຖີ່ຖ້ວນ ແຕ່ລະຈັງຫວະ ຂອງການສະແດງ.


ສາກໜຶ່ງ ຂອງ ການສະແດງ ທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.


ເຖິງວ່າບ່ໍໄດ້ຮັບການເຝິກອົບຮົມຕາມແບບແຜນກໍຕາມ, ແຕ່ຍ້ອນ ຄວາມສາມາດທີ່ມີມາແຕ່ກຳເນີດ ຂອງ ຊາວບ້ານ ໂຖຮ່າ
ບວກກັບ ຄວາມມັກຮັກ ຕ່ວງ ໄດ້ສ້າງເລື່ອງລະຄອນ ທີ່ຈັບອົກຈັບໃຈ ຕ່ໍຜູ້ຊົມ.



ປະຊາຊົນ ມີຄວາມສະໜິດຕິດພັນກັບການສະແດງ ຕ່ວງ ກໍເພາະ ວ່າ ນັກສະແດງ ເທິງເວທີ ແລະ ຜູ້ຊົມ ແມ່ນຊາວບ້ານດຽວກັນ.


ການສະແດງ ຕ່ວງ ແຕ່ລະຄືນ ແມ່ນອະນຸສອນ ທີ່ດີງາມ ໃນໄວເດັກ ຂອງຫຼາຍລຸ້ນຄົນທີ່ບ້ານໂຖຮ່າ.


ຊາວບ້ານ ໂຖຮ່າ ເມົາມົວກັບການເບິ່ງ ຕ່ວງ ໃນງານບຸນ ລະດູ ບານໃໝ່.


ການສະແດງຂອງທີມຕ່ວງ ບ້ານ ໂຖຮ່າ ໄດ້ດຶງດູດປະຊາຊົນ ຢູ່ ເຂດອ້ອມຂ້າງໄປເບິ່ງເປັນຈຳນວນຫຼວງຫຼາຍ.
 
ປະຕິບັດໂດຍ: ຫວຽດເກື່ອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top