• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະການແຕ້ມຮູບປາຄຳ 3D

ສິລະປະການແຕ້ມຮູບປາຄຳ 3D (three dimensional) ມີຕົ້ນກຳເນີດ ຈາກປະເທດ ຍີ່ປຸ່ນ ໂດຍ ນັກສິລະປິນ Riusuke Fukahori ທຸ້ມເທເຫື່ອແຮງຄົ້ນຄວ້າມາຕະຫຼອດໄລຍະ12 ປີ. ວິຊາສິລະປະກຳນີ້ໄດ້ຖືກນັກຈິດຕະກອນ ຟ້າມຫງອກເດືອງ ຢູ່ເມືອງ 7, ນະຄອນໂຮ່ຈີມິນໝູນໃຊ້ ແລະ ປະດິດຄິດສ້າງ ແຕ້ມຕາມແບບວິທີ 3D ເບິ່ງຄືດັ່ງປາແທ້ ທີ່ກຳລັງລອຍຕຶງຕັງ ໃນອ່າງນ້ຳ ຊຶ່ງໄດ້ດຶງດູດ ຫລວງຫລາຍຜູ້ຄົນທີ່ນິຍົມຊົມຊອບ ມາຊອກຫາຊື້. 
ຕາມນັກຈິດຕະກອນ ຟ້າມຫງອກເດືອງ ແລ້ວ, ເພື່ອຈະສາມາດ ສ້າງໂຕປາຄຳຕາມວິທີ 3D ໄດ້, ນັກຈິດຕະກອນຕ້ອງມີ ວັດຖຸ ສິ່ງຂອງເພື່ອນຳໃຊ້ເປັນອ່າງປາແລ້ວປູດ້ວຍຢາງ Acrylic ຊັ້ນໜຶ່ງໃສ່ອ່າງປາ. ຫຼັງຈາກ 24 ຊົ່ວໂມງຊັ້ນຢາງທຳອິດຈະແຫ້ງ ແລະ ແຂງ ເມື່ອນັ້ນຈຶ່ງເລີ່ມຕົ້ນແຕ້ມຮູບປາຄຳໃສ່ໃນແຕ່ລະຊັ້ນ ແລະ ແຕ້ມແຕ່ລະສິ້ນສ່ວນຂອງປາຄຳໃສ່ແຜ່ນຢາງ.

ແຕ່ລະຊັ້ນຈະເສຍເວລາແຕ້ມປະມານ 5 ຊົ່ວໂມງເພື່ອປະໄວ້ໃຫ້ແຫ້ງ, ສືບຕໍ່ ເທຢາງລົງອີກຊັ້ນທີ່ສອງ, ປະໄວ້ໃຫ້ແຫ້ງແລ້ວແຕ້ມພາກສ່ວນຕໍ່ໄປ, ປົກກະຕິຈະຕ້ອງແຕ້ມແຕ່ 4-5 ຊັ້ນຈຶ່ງແຕ້ມຫມົດທຸກສິ້ນສ່ວນຂອງໂຕປາຄຳໜຶ່ງ. ດ້ວຍເຫດນັ້ນ, ຕ້ອງເສຍເວລາໜ້ອຍສຸດແມ່ນໜຶ່ງອາທິດ ຈຶ່ງສຳເລັດ ການແຕ້ມຮູບປາຄຳ 3D. ຜູ້ແຕ້ມຕ້ອງມີຄວາມ ລະອຽດລະອໍໃນແຕ່ລະຮອຍແຕ້ມເພື່ອຮັບປະກັນຄວາມແນ່ນອນລະຫວ່າງການແຕ້ມແຕ່ລະຊັ້ນ. ເນື່ອງຈາກວ່າມັນມີຄວາມສັບສົນ ແລະ ເສຍເວລາຫຼາຍເພື່ອສ້າງສຳເລັດຊຸດຫນຶ່ງໆ, ດັ່ງນັ້ນນອກຈາກ ຈຳເປັນຕ້ອງມີຄວາມຮູ້ດີ ກ່ຽວກັບດ້ານສິລະປະແລ້ວ, ນັກຈິດຕະກອນກໍຕ້ອງມີຄວາມອົດທົນ, ຄວາມລະອຽດລະອໍ, ປະດິດຄິດສ້າງ ແລະ ຄວາມປານີດໃນແຕ່ລະຮອຍແຕ້ມ ເພື່ອ ຮັບປະກັນຄວາມຊັດເຈນລະຫວ່າງແຕ່ລະຊັ້ນຂອງພາບແຕ້ມ.

ນັກຈິດຕະກອນ ຟ້າມຫງອກເດືອງ ກຳລັງໝົກໝົ້ນ ກັບສິລະປະການແຕ້ມຮູບປາຄຳໂດຍນຳໃຊ້ວິທີ 3D. 


ບັນດາເຄື່ອງໃຊ້ຕ່າງໆປະຈຳວັນເຊັ່ນ: ກັບໄມ້, ກະບວຍ ໝາກພ້າວ, ຖ້ວຍດິນເຜົາ, ບັ້ງໄມ້ໄຜ່… ບັນດາເຄື່ອງໃຊ້ຕ່າງໆປະຈຳວັນເຊັ່ນ:
ກັບໄມ້, ກະບວຍ ໝາກພ້າວ, ຖ້ວຍດິນເຜົາ, ບັ້ງໄມ້ໄຜ່… ໄດ້ນຳໃຊ້ເປັນເຄື່ອງບັນຈຸປາຄຳ. 



ຢາງ Acrylic ໄດ້ນຳເຂົ້າຈາກຕ່າງປະເທດເປັນສີໃສຄືກັນກັບນ້ຳນຳໃຊ້ເພື່ອແຕ້ມພາບ. 


ແຕ້ມພາບ 3D ແມ່ນວິທີການແຕ້ມເປັນຊັ້ນໆ(ຫຼືເອີ້ນວ່າການ ແຕ້ມແບບຮູບທາດ).


ຕາມປົກກະຕິຕ້ອງແຕ້ມແຕ່ 4 ເຖິງ 5 ຊັ້ນ ຈຶ່ງແຕ້ມເປັນຮູບຮ່າງ ປາໄດ້.


ນັກຈິດຕະກອນ ຟ້າມຫງອກເດືອງ ປະຕິບັດການແຕ້ມພາບ 3D ໃນເລື່ອງຝູງກຸ້ງ. 

ໂດຍຖານະເປັນນັກສິລະປິນແຕ້ມພາບສີຂັດມັນມາເປັນເວລາ ຫຼາຍປີແລ້ວ,ນັກຈິດຕະກອນ ຟ້າມຫງອກເດືອງ ໄດ້ລິເລີ່ມ ການຄົ້ນຫາເຕັກນິກການແຕ້ມຮູບປາຄຳດ້ວຍວິທີ 3D ໃນ ໄລຍະມໍ່ໆນີ້. ນອກຈາກຊອກຫາວິທີແຕ້ມປາຄຳຈາກຍີ່ປຸ່ນ, ທ່ານຟ້າມຫງອກເດືອງຍັງປະດິດຄິດສ້າງໃໝ່ທີ່ເປັນອັນສະເພາະຂອງຕົນເອງ, ໃນນັ້ນ, ວິທີການແຕ້ມຮູບສີຂັດມັນກ່ອນຫນ້ານີ້ໄດ້ຊ່ວຍໃຫ້ທ່ານມີຈິນຕະນາການໃໝ່ເມື່ອນຳໃຊ້ເຂົ້າໃນການແຕ້ມຮູບປາຄຳ 3D.

ພາບປາຄຳ 3D ໄດ້ຮັບຄວາມນິຍົມຈາກຜູ້ຄົນເປັນຈຳນວນ ຫຼາຍ ແລະໄດ້ຖືວ່າເປັນປະເພດພາບກົງຈຸ້ຍ (fengshui). ປາຄຳທີ່ໄດ້ແຕ້ມລົງແມ່ນ: ປາຄຳ 3 ຫາງ, ປາກອຍ (Cyprinuscarpio), ປາຕາໂລ້… ທີ່ມີຄວາມໝາຍ ຈະນຳຄວາມສະຫລຽວສະຫລາດ, ໂຊກລາບມາໃຫ້ຄອບຄົວ. ແລະເມື່ອໃຊ້ວິທີການແຕ້ມແບບ 3D, ເຮັດໃຫ້ປາຄຳ ຍິ່ງໂດດເດັ່ນ ແລະ ມີຊີວິດຊີວາຂຶ້ນຕື່ມ. ເຖິງວ່າຈະເບິ່ງຈາກ ມູມໃດກໍ່ຕາມທ່ານຜູ້ຊົມກໍຈະເຫັນໂຕປາຄຳພວມລອຍ ຢູ່ໃນອ່າງນ້ຳຄືດັ່ງປາຕົວຈິງ.

ນອກຈາກແຕ້ມໃນອ່າງແກ້ວແລ້ວ, ນັກຈິດຕະກອນ ຟ້າມຫງອກເດືອງ ຍັງອອກແບບແຕ້ມຮູບພາບຕ່າງໆອີກຄື: ໂຕກຸ້ງ, ໂຕກະປູ,ໂຕງູ, ໂຕເຕົ່າ… ບັນຈຸຢູ່ໃນກັບໄມ້, ໃນກະບວຍຕັກນຳ້, ໃນໝາກພ້າວ, ໃນຖ້ວຍດິນເຜົາ, ໃນບັ້ງໄມ້ໄຜ່ ແລະ ອື່ນໆ… ຊ່ຶງໄດ້ສ້າງຄວາມຈັບຕາຈັບໃຈ ທ່ານ ຜູ້ຊົມເປັນພິເສດ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດເປັນ ຈຳນວນຫຼວງຫຼາຍ.


ພາບຈຳນວນໜຶ່ງໃນຊຸດພາບປາຄຳ 3D ຂອງນັກຈິດຕະກອນ ຟ້າມຫງອກເດືອງ: 

















 
ບົດ: ເຊີນງ໊ຽຍ - ພາບ: ຫງວຽນລວນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top