• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ສິລະປະ ເຊີດສິງໂຕ ຫວຽດນາມ ສ້າງຊື່ສຽງໂດງດັ່ງ ບົນເວທີ ສາກົນ

ຕົ້ນປີ 2018, ຜູ້ຕາງໜ້າສິລະປະ ເຊີດສິງໂຕ ຂອງ ຫວຽດ ນາມ ໄດ້ຄອງລາງວັນຊະນະເລີດ ອີກຄັ້ງໜຶ່ງໃນງານ ເທດ ສະ ການ ເຊີດສິງໂຕ ສາກົນ ເຊິ່ງໄດ້ຈັດຂຶ້ນຢູ່ ປະເທດ ສິງ ກະໂປ. ໃນ ຊຸມປີມໍ່ໆ ມານີ້, ສິລະປະ ເຊີດສິງໂຕ ໄດ້ດຶງ ດູດຄວາມ ສົນ ໃຈ ຂອງຜູ້ຊົມເປັນຈຳນວນຫຼວງຫຼາຍ ແລະ ສ້າງຊື່ສຽງ ໂດງດັ່ງບົນ ເວທີສາກົນ.
ໃນງານ ເທດສະການ ເຊີດສິງໂຕ ສາກົນ ຄັ້ງທີ 11 ເຊິ່ງໄດ້ຈັດຂຶ້ນຢູ່ ສິງກະໂປ, ຫວຽດນາມ ມີສອງຄະນະ ເຊີດສິງໂຕ ຄື ຄະນະ ຕິງແອງເດື່ອງ ຂອງ ນະຄອນ ໂຮ່ຈີມິນ ແລະ ຕື ເກົາ ຂອງ ດ່າໜັງ, ຊຶ່ງໄດ້ແຂ່ງຂັນກັບ 10 ຄະນະ ເຊີດສິງ ໂຕ ທີ່ມາຈາກ 7 ປະເທດ ແລະ ເຂດແຄ້ວນຕ. ນີ້ ແມ່ນຄັ້ງທີ 3, ຄະນະ ເຊີດສິງໂຕ ຂອງ ຫວຽດນາມ ໄດ້ເຂົ້າຮ່ວມງານ ເທດສະການ ເຊີດສິງໂຕ ສາກົນ ແລະ ໄດ້ ຄອງຊະນະເລີດ 2 ຄັ້ງ.
 
ຢູ່ ຫວຽດນາມ, ບັນດາຄະນະ ເຊີດສິງໂຕ ນັບມື້ນັບ ພັດທະ ນາ ແລະ ໄດ້ເຂົ້າຮ່ວມການແຂ່ງຂັນ ເຊີດສິງໂຕ ຫຼາຍງານ, ໃນນັ້ນ ມີງານເທດສະການ ເຊີດສິງໂຕ ນະຄອນໂຮ່ຈີ ມິນ ເປີດກວ້າງ ເຊິ່ງໄດ້ຈັດຂຶ້ນຢູ່ສວນສາທາລະນະວັດທະ ນະ ທຳ ເດີ່ມແຊນ, ເຂດ 11, ນະຄອນ ໂຮ່ຈີມິນ. ໄລຍະຕົ້ນ ປີໃໝ່, ບັນດາຄະນະ ເຊີດສິງໂຕ ທີ່ມາຈາກ ບັນດາແຂວງ, ນະຄອນຄື: ບິ່ງຖ້ວນ, ບິ່ງເຢືອງ, ເກີ່ນເທີ, ຫວຸ໊ງເຕົ່າ, ດົ່ງ ທາບ, ບິ່ງເຟືອກ ແລະ ນະຄອນ ໂຮ່ຈີມິນ ຈຶ່ງມີໂອກາດແຂ່ງ ຂັນໃນສອງປະເພດ ແມ່ນ ເຊີດສິງໂຕ ຕາມແບບມູນ ເຊື້ອ (ເລີນເດ້ຍບືວ) ແລະ ເຊີດສິງໂຕ ເທິງເສົາ.
 

ບັນດາຄະນະເຊີດສິງໂຕ ທີ່ເຂົ້າຮ່ວມໃນການແຂ່ງຂັນໄດ້ ມີ ການກະກຽມຢ່າງລະອຽດ, ນັບແຕ່ເຄື່ອງສະແດງຈົນ ເຖິງ ເນື້ອ ໃນຂອງບົດສະແດງ. ນອກຈາກນັ້ນ, ວຽກງານ ຄວບ ຄຸມ ຮູບ ພາບ, ການຈັດຕັ້ງຄະນະກຳມະການ ກໍ່ໄດ້ຮັບການ ຝຶກ ອົບ ຮົມມາກ່ອນແລ້ວ ເພື່ອໃຫ້ການແຂ່ງຂັນມີ ຄຸນ ນະພາບສູງ, ສະເໝີພາບ ແລະ ມີປະສິດທິພາບສູງ. 


ບັນດາຄະນະ ເຊີດສິງໂຕ ທີ່ເວທີໄຂງານເທດສະການ ເຊີດ ສິງໂຕ
ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ. ພາບ: ເຊີນເງ້ຍ



ງານເທດສະການ ເຊີດສິງໂຕ ນະຄອນ ໂຮ່ຈີມິນ ເປີດກວ້າງ ຄັ້ງທີ 2 ດຶງດູດການເຂົ້າຮ່ວມຂອງ 17 ຄະນະ ເຊີດສິງໂຕ
ທີ່ມາຈາກບັນດາແຂວງພາກຕາເວັນອອກ, ຕາເວັນຕົກ ພາກໃຕ້.  ພາບ: ເຊີນເງ້ຍ



ກະກຽມເຄື່ອງກ່ອນການສະແດງ. ພາບ: ເຊີນເງ້ຍ


ບັນດາຄະນະເຊີດສິງໂຕ ໄດ້ມີການກະກຽມຢ່າງລະອຽດ, ແຕ່ເຄື່ອງສະແດງ
ເຖິງເນື້ອໃນຂອງບົດການສະແດງ. ພາບ: ເຊີນເງ້ຍ



ລາຍການສະແດງ “ເລີນເດ້ຍບືວ” ຂອງ ຄະນະ ແດບເງ້ຍ ເດື່ອງ. ພາບ: ເຊີນເງ້ຍ


ລາຍການສະແດງ “ເລີນເດ້ຍບືວ” ຂອງຄະນະ ເຕີມແອງ ເດື່ອງ. ພາບ: ເຊີນເງ້ຍ


ບັນດາຈັງຫວະທີ່ສວຍງາມ ແລະ ຍາກທີ່ຈະປະຕິບັດໄດ້
ໃນ ລາຍການສະແດງ “ເລີນເດ້ຍບືວ”. ພາບ: ເຊີນເງ້ຍ



ລາຍການສະແດງ “ເລີນເດ້ຍບືວ” ຂອງຄະນະ ເຕີນແອງ ເດື່ອງ (ຫວູງເຕົ່າ). ພາບ: ເຊີນເງ້ຍ


ລາຍການສະແດງ “ເຊີດສິງໂຕເທິງເສົາ” ຮຽກຮ້ອງໃຫ້ ຜູ້ ເຊີດ ສິງໂຕ ຕ້ອງມີເຕັກນິກສູງ. ພາບ: Alvin Tao


ສິງໂຕ ສູ້ກັບ ມັງກອນ ໃນປະເພດ “ເລີນເດ້ຍບືວ”. ພາບ: ເຊີນເງ້ຍ


ບັນດາຫົວຂໍ້ກ່ຽວກັບ ສິງໂຕ ໄດ້ຮັບການລົງທຶນຢ່າງລະອຽດ
ແລະ ສວຍງາມ ຈາກບັນດາຄະນະເຊີດສິງໂຕ. ພາບ: ເຊີນເງ້ຍ



ງານເທດສະການ ເຊີດສິງໂຕ ດຶງດູດຜູ້ຊົມທີ່ສວນສາ ທາລະ ນະວັດທະນະທຳ ເດີ່ມແຊນ
ເປັນ ຈຳນວນຫຼວງຫຼາຍ. ພາບ: ເຊີນເງ້ຍ



ກຳມະການໃຫ້ຄະແນນ ການແຂ່ງຂັນຂອງຄະນະ ເຊີດສິງ ໂຕໜຶ່ງທີ່ຫາກໍ່ສຳເລັດການສະແດງ. ພາບ: ເຊີນເງ້ຍ


ການສະແດງຂອງບັນດາຄະນະເຊີດສິງໂຕ ໄດ້ສ້າງ ບັນຍາ ກາດທີ່ພົດຟື້ນ ເມື່ອປີ ໃໝ່ ມາເຖິງ. ພາບ: ເຊີນເງ້ຍ

ຜູ້ເຂົ້າຮ່ວມຈະໄດ້ຮັບຊົມບັນດາລາຍການສະແດງ ເຊີດສິງ ໂຕ ໃນຫຼາຍດ້ານຄື: ເຕັກນິກການສະແດງທີ່ ສວຍງາມ, ການສະແດງ ຖືກຕາມການກຳນົດເວລາ, ການປະສານ ສົມ ທົບລະຫວ່າງ ຄະນະຕີກອງ ແລະ ສະມາຊິກໃນຄະນະ ເຊີດ ສິງໂຕ...  ພິເສດ, ເວລາປະຕິບັດ ລາຍການສະແດງ “ເຊີດ ສິງ ໂຕເທິງເສົາ”,  ຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະ ເຊີດສິງໂຕ ຕ້ອງມີການ ປະສົມປະສານ, ເຂົ້າໃຈກັນ ເປັນ ຢ່າງດີ ຈຶ່ງນຳມາຄວາມ ຊັດເຈນສູງທີສຸດ. ຮູບແບບບົດ ເຊີດ ທີ່ເປັນເອກະລັກ ແລະ ສວຍງາມຂອງຄະນະ ເຊີດສິງ ໂຕ ຈຳນວນໜຶ່ງ ໄດ້ສ້າງ ຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ ກັບບັນດາທ່ານຜູ້ຊົມ.

ອ້າຍ ຫງວຽນວັນມິງ (ເມືອງ ຖູດຶກ) ໃຫ້ຮູ້ວ່າ: “ບັນດາຄະນະ ເຊີດສິງໂຕ ໄດ້ມີເຄື່ອງສະແດງທີ່ງາມຕາ, ເຕັກນິກເຊີດສິງ ໂຕ ດີຫຼາຍ”.
 
ລາຍການສະແດງ ຂອງ ບັນດາຄະນະເຊີດສິງໂຕ ປະ ກອບ ສ່ວນເຮັດໃຫ້ບັນຍາກາດລະດູປານໃໝ່ ຢູ່ທີ່ນີ້ ມີຄວາມ ຟົດ ຟື້ນຍິ່ງຂຶ້ນ.  

    

ຄະນະ ເຊີດສິງໂຕ ຫວິງຟຸເດື່ອງ - ບິ່ງເຢືອງ ຄອງອັນດັບໜຶ່ງ
ໃນປະເພດ ເຊີດສິງໂຕເທິງເສົາ. ພາບ: Alvin Tao



ຄະນະ ເຊີດສິງໂຕ ຮ່າວຢຸງເດື່ອງ - ດົ່ງທາບ ຄອງອັນດັບ ສອງໃນປະເພດ ເຊີດສິງໂຕເທິງເສົາ. ພາບ: Alvin Tao


ຄະນະ ເຊີດສິງໂຕ ຮ່າວຢຸງເດື່ອງ - ດົ່ງທາບ ຄອງອັນດັບ ສາມໃນປະເພດ “ເລີນເດ້ຍບືວ”. ພາບ: Alvin Tao

ພິເສດ, ພາຍຫຼັງການແຂ່ງຂັນແຕ່ລະເທື່ອ, ບັນດາຄະນະ ເຊີດ ສິງໂຕ ທີ່ໄດ້ຮັບລາງວັນຈະມີການສະແດງຮັບໃຊ້ ນັກ ທ່ອງທ່ຽວທີ່ມາຢ້ຽມຢາມສວນສາທາລະນະ ວັດທະ ນະທຳ ເດີ່ມແຊນ. ນີ້ເປັນວິທີໜຶ່ງເພື່ອປົກ ປັກ ຮັກສາ ວັດທະນະທຳ ມູນເຊື້ອ ແລະ ໂຄສະນາຢ່າງ ກວ້າງຂວາງ ຮູບແບບສິລະ ປະເຊີດສິງໂຕ ຫວຽດນາມ ສູ່ນັກທ່ອງທ່ຽວ ແລະ ໝູ່ສາມັນ ຊົນ, ພ້ອມກັນນັ້ນ ກໍ່ສ້າງ ບັນ ຍາກາດທີ່ເບີກບານມ່ວນ ຊື່ນ ໃນໂອກາດຕ້ອນຮັບປີໃໝ່ ອີກດ້ວຍ.
ບົດ ແລະ ພາບ: ເຊີນເງ້ຍ- Alvin Tao

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top