• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ສິລະປະ ຈິດຕະກຳ “ແຮງບັນດານໃຈ ຈາກຕາເວັນອອກ”

ການພັດທະນາທີ່ເຂັ້ມແຂງ, ໃນການຄົ້ນຫາ ເນື້ອແທ້ຂອງ ຄວາມ ສະບາຍໃຈ, ຄວາມຢູ່ເຢັນເປັນສຸກ... ແມ່ນສິ່ງທີ່ ບັນດາ ນັກຈິດຕະກອນ ຜູ້ມີຊື່ສຽງ ຢູ່ ພາກໃຕ້ ຫວຽດນາມ ໄລຍະ 1954-1975 ສະແດງໃຫ້ເຫັນ ຜ່ານພາບແຕ້ມ ຂອງ ເຂົາເຈົ້າ. ຫວ່າງມໍ່ໆ ນີ້, ງານວາງສະແດງ ພາບແຕ້ມ ທີ່ໃສ່ຊື່ວ່າ “ແຮງບັນດານໃຈ ຈາກຕາເວັນອອກ” ເປັນອີກ ມູມໜຶ່ງ ເພື່ອໃຫ້ ມະຫາຊົນ ໄດ້ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ສິ ລະປະ ຈິດຕະກຳ ຢູ່ພາກໃຕ້ ຫວຽດນາມ ໃນໄລຍະນີ້. 
ບັນດານັກຈິດຕະກອນ ຖ໋າຍຕ໋ວນ, ຢຸຍແທງ, ຫງອກຢຸ໊ງ, ຕູ໋ຢວຽນ, ວັນແດນ...ເປັນຜູ້ມີຊື່ສຽງໃນໄລຍະນີ້, ຈາກ ນັ້ນ ແມ່ນ ບັນດານັກຈິດຕະກອນລຸ້ນຫຼັງເຊັ່ນ: ຫງວຽນຈຸງ, ດິງ ເກື່ອງ, ກູ່ຫງວຽນ, ຫງວຽນເຟືອກ, ຈິ້ງກຸງ, ຫງວຽນຄາຍ, ເລຕ່າຍດ໊ຽນ, ຫງວຽນດົ່ງ...ເປັນຂີດໝາຍອັນສຳຄັນ ຂອງ ສິລະປະຈິດຕະກຳ ພາກໃຕ້ ໄລຍະ 1954-1975 ຕ້ອງ ກ່າວເຖິງ ໃນງານວາງສະແດງ ສິລະປະ ຈິດຕະກຳ ລະດູ ບານໃໝ່ ປີ 1959, ງານວາງສະແດງ ສິລະປະ ຈິດຕະກຳ ສາກົນ ປີ 1962  ແລະ ງານວາງສະແດງ ສິລະປະ ຈິດຕະ ກຳ ລະດູບານໃໝ່ ປີ 1964 ມີພາບສີນໍ້າມັນ 583 ແຜ່ນ ຂອງ ຈິດຕະກອນ 200 ກວ່າຄົນ ສົ່ງເຂົ້າຮ່ວມງານ ວາງສະແດງ... ໃນຂະນະດຽວກັນກໍ ມີນັກຈິດຕະກອນ ຜູ້ມີ ຄວາມສາມາດ ການແຕ້ມ ຍຸກໃໝ່ໄດ້ປະກົດຕົວ ນັບມື້ ຫຼາຍຂຶ້ນ.

ດ້ວຍພາບແຕ້ມ 26 ແຜ່ນ ທີ່ໄດ້ວາງສະແດງ ຄັ້ງນີ້ ຢູ່ ໂຮງ ແຮມ des Arts Saigon, ເຮືອນເລກທີ 76-78 ຫງວຽນ ທິມິງຄາຍ, ເມືອງ 3, ນະຄອນໂຮ່ຈີມິນ, ສາມາດເຫັນໄດ້ ວ່າ ສິລະປະ ຈິດຕະກຳ ພາກໃຕ້ຫວຽດນາມ ໄດ້ມີການ ພັດທະນາ ຢ່າງແຂງແຮງ, ໃນການຊອກຫາເນື້ອແທ້ ຂອງ ຄວາມສະບາຍໃຈ ແລະ ໃຝ່ຫາຄວາມສຸກ... ຊ່ຶງທັງໝົດ ແມ່ນ ແຮງບັນດານໃຈ ໃຝ່ສູງ ທີ່ຫາຍາກ. 
     

ແຟນໆ ຈິດຕະກຳ ເຂົ້າຊົມພາບແຕ້ມ ຂອງ ບັນດານັກຈິດ ຕະກອນ ພາກໃຕ້ ໄລຍະ 1954-1975. 


ງານວາງສະແດງ ໄດ້ດຶງດູດຜູ້ຊົມຊາວຕ່າງປະເທດ. 


ຜູ້ຊົມວິຈານ ກ່ຽວກັບພາບແຕ້ມ ໃນງານວາງສະແດງ. 


ງານວາງສະແດງຄັ້ງນີ້ ເຕົ້າໂຮມ ນັກສິລະປິນ ຜູ້ມີຊື່ສຽງ ພາກໃຕ້ ໄລຍະກ່ອນ 1975 ເປັນຈຳນວນຫຼວງຫຼາຍ. 

ພົ້ນເດັ່ນ ໃນບັນດານັກຈິດຕະກອນ ພາກໃຕ້ໄລຍະນີ້ແມ່ນ ຖ໋າຍຕ໋ວນ. ທ່ານໄດ້ມີການປະກອບສ່ວນ ພິເສດ ຕໍ່ການ ດຳລົງຊີວິດດ້ານຈິດຕະກຳ ຢູ່ພາກໃຕ້. ພາບແຕ້ມ ຂອງ ນັກຈິດຕະກອນ ຖ໋າຍຕ໋ວນ ສຸດທີ່ລຽບງ່າຍ, ສະຫງ່າຜ່າເຜີຍ ເໝືອນວ່າບໍ່ຖືກຈຳກັດ ຍ້ອນສິ່ງໃດໆ. ການນຳໃຊ້ ສີຂຽວຕາມຄວາມເຂັ້ມຈາງ ເປັນຕົ້ນຕໍ. ພາບແຕ້ມທີ່ໃສ່ຊື່ “ຮວ່າຍເຮືອງ” ເປັນຕົວຢ່າງ ທີ່ສະແດງໃຫ້ເຫັນ ໃນການ ປະດິດແຕ່ງຂອງ ຖ໋າຍຕ໋ວນ. ນັ້ນແມ່ນ ການປະສົມປະສານ ລະຫວ່າງ ສິ່ງຍອດຍິ່ງ ຂອງ ສິລະປະ ຕາເວັນອອກ ແລະ ເຕັກນິກ ສີນໍ້າມັນ ຂອງ ຕາເວັນຕົກ. 

ໃນໄລຍະນີ້, ບັນດານັກຈິດຕະກອນ ພາກໃຕ້ ໄດ້ມຸ່ງສູ່ ສິ ລະປະ ຍຸກໃໝ່ແບບ ເອີຣົບ-ອາເມລິກາ ເພື່ອເພີ່ມລັກ ສະ ນະທັນສະໄໝ ຂອງສິລະປະສ້າງຮູບ. ຂະບວນວິວັັດ ແຫ່ງ ການປ່ຽນແປງໃໝ່, ແບບແຜນ ສິລະປະ ຈິດຕະກຳ ນັບມື້ ນັບພັດທະນາ. ມີຫຼາຍຮູບແບບສິລະປະ ແຕ່ “ເລີບເຖ໊” (Cubism), “ຢ໊າຖູ໋” (Fauvism ຫຼື Les Fauves), ບ໊ຽວ ຫ້ຽນ (Expressionism) ເຖິງ “ຊຽວຖືກ” (Surrealism), ລ້ວນແຕ່ ໄດ້ ບັນດານັກຈິດຕະກອນໜຸ່ມ ຄົ້ນຄວ້າ, ທົດ ລອງ, ຊອກໄດ້ທິດທາງໄປເປັນຂອງຕົນເອງ. ພາບແຕ້ມ ຂອງ ດິງເກື່ອງ, ຈິ້ງກຸງ, ຫງວຽນຈຸງ... ຕ່າງກໍສະແດງອອກ ເຖິງການເຄື່ອນເໜັງ ຂອງ ສິລະປະຈິດຕະກຳ ຢູ່່ພາກໃຕ້ ໃນໄລຍະນີ້.

ດ້ວຍການເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ, ນັກຈິດຕະກອນ ດິງເກື່ອງ ໄດ້ປະດິດຄິດແຕ່ງ ພາບແຕ້ມຫຼາຍແຜ່ນ ທີ່ມີຄຸນຄ່າສູງ. ແຕ່ຄາວຍັງໜຸ່ມ, ເພິ່ນໄດ້ສ້າງ ການລະບາຍສີສະເພາະໃຫ້ແກ່ຕົນເອງ. ພາບແຕ້ມຂອງ ເພິ່ນ ເຕັມໄປດ້ວຍ ຄວາມເພີດເພີນໃຈ, ແຕ່ຢູ່່ເບື້ອງຫຼັງ ຂອງ ສີສັນນັ້ນ ແມ່ນ ແຝງໄວ້ ຄວາມດຶງດູດຈັບໃຈຢ່າງແຮງກ້າ. ຊົມພາບແຕ້ມ ທີ່ໃສ່ຊື່ວ່າ “ຕອນແລງ ຢູ່ຝ່ັງ ແມ່ນໍ້າເຮືອງ” ທ່ານຜູ້ຊົມຈະ ສາມາດ ຮູ້ສຶກໄດ້ສິ່ງ ດັ່ງກ່າວ. ສຳລັບພາບແຕ້ມ ຂອງນັກ ຈິດຕະກອນ ຫງວຽນຈຸງ ກໍເຮັດໃຫ້ ທ່ານຜູ້ຊົມ ຮູ້ສຶກໄດ້ ຄວາມງາມທີ່ເຍືອກເຢັນ, ແຕ່ສະທ້ອນໃຫ້ເຫັນເຖິງ ບັນ ຍາກາດ ທີ່ເຕັມໄປ ດ້ວຍຄວາມໃຝ່ຝັນ ຄືໃນພາບແຕ້ມ ສອງແຜ່ນ ທີ່ໃສ່ຊື່ວ່າ “ນາງ ສາວ ແລະ ດອກໄມ້” ແລະ “ສານ ຂາວ ແລະ ດຳ”.


ໃນງານວາງສະແດງພາບແຕ້ມຄັ້ງນີ້ ຍັງມີໜ້າເຂົ້າຮ່ວມ ຂອງ ບັນດານັກຈິດຕະກອນ ພາກໃຕ້ ທີ່ມີຊື່ສຽງເຊັ່ນ: ບຸ່ຍ ຢ໋າງ, ໂງວ໋ຽດຖຸ, ແຈ໋ວ, ເລໂຝ, ຫວູກາວດ່າມ, ເລບ໋າດ໊າງ ... ເມື່ອໃຫ້ຄຳສັງເກດ ກ່ຽວກັບ ສິລະປະຈິດຕະກຳ ຢູ່ພາກ ໃຕ້ ໃນໄລຍະນີ້, ທ່ານ ເຈິ່ນ ຫງອກເລີມ 56 ປີ, ມາ ຈາກ ເມືອງ ຝູຍ້ວນ ຫຼັງຈາກ ເຂົ້າຊົມງານວາງສະແດງ ໄດ້ເວົ້າ ວ່າ: “ຖ້າຫາກຊອກຮູ້ ກ່ຽວກັບ ສິລະປະກິດຈະກຳ ພາກ ໃຕ້ ໄລຍະນີ້ ເຮົາຈະເຫັນວ່າ ຈຳນວນ ຜົນການປະດິດ ແຕ່ງ ແມ່ນຫຼວງຫຼາຍ ແລະ ນັກຈິດຕະກອນ ຫຼາຍຮຸ່ນຄົນ ມີຄວາມສາມາດ. ຖ້າຫາກວ່າ ພິຈາລະນາ ຢູ່ທີ່ ຈຸດເວລານັ້ນ, ສິລະປະ ຈິດຕະກຳ ພາກໃຕ້ ແມ່ນໃໝ່ອ່ຽມ ຢ່າງແທ້ຈິງ”.

     
ພາບແຕ້ມ ຈຳນວນໜຶ່ງ ພາຍໃນງານວາງສະແດງ: 


ພາບແຕ້ມ “ນາງ ສາວ”, ປີ 1964 ຂອງ ຈິດຕະກອນ ໂຮ່ແທ່ງດຶກ. 


ພາບແຕ້ມ “ສີນໍ້າ ເທິງເຈ້ຍ croquis" ຂອງ ຈິດຈະກອນ ບຸ່ຍຢ໋າງ.


ພາບແຕ້ມ “ຖຸຍຕ້າ, ສວນສາທາລະນະ ໄຊງ່ອນ” ສີນຳ້ ມັນ, 1975) ຂອງ ຈິດຕະກອນ ຮ໋ຽວເດ້. 


ພາບແຕ້ມ “ເທິງໂນນນໍ້າຄ້າງ” ສີນຳ້ມັນ ເທິງໄມ້ແປ້ນ, ກ່ອນປີ 1975) ຂອງ ຈິດຕະກອນ ໂງວ໋ຽດຖຸ. 


ພາບແຕ້ມ “ນາງ ສາວ ແລະ ດອກໄມ້” ສີນໍ້າມັນ ຂອງ ຈິດຕະກອນ ເຢືອງດິ່ງຊາງ. 


ພາບແຕ້ມ “ຮູບພາບ ສິລະປິນ ອຸດຈ່າໂອນ, ສີນໍ້າມັນ ຂອງ ຈິດຕະກອນ ຫງວຽນຫາຍຈີ໋ (ແຈ໋ວ). 


ພາບແຕ້ມ “ສານ ຂາວ ແລະ ດຳ” ສີນຳ້ມັນ ຂອງ ຈິດຕະ ກອນ ຫງວຽນຈຸງ.


ພາບແຕ້ມ “ດອກໄມ້” ສີນຳ້ມັນ ຂອງ ຈິດຕະກອນ ຫງອກຢຸ໊ງ. 


ພາບແຕ້ມ “ສິ່ງລຶກລັບ” ສີນຳ້ມັນ ຂອງ ຈິດຕະກອນ ໂຮ່ຫືວຖູ. 


ພາບແຕ້ມ “ຮວ່າຍເຮືອງ” ສີນຳ້ມັນ ຂອງ ຈິດຕະກອນ ຖ໋າຍຕວ໋ນ.


ພາບແຕ້ມ “ຍາມເຍົາໄວ” ສີນຳ້ມັນ ຂອງ ຈິດຕະກອນ ລາຮອນ. 


ພາບແຕ້ມ “ປາຄຳ” ສີນຳ້ມັນ ຂອງ ຈິດຕະກອນ ອວຽນຮຸຍ.


ພາບແຕ້ມ “ດອກໄມ້” ສີນຳ້ມັນເທິງແພໄໝ ແລະ ໄມ້ ແປ້ນ, ປີ 1955 ຂອງ ຈິດຕະກອນ ເລໂຝ.


ພາບແຕ້ມ “Idylle” ສີນຳ້ມັນ, ປີ 1969 ຂອງ ຈິດຕະ ກອນ ຫວູກາວດ່າມ.


ພາບແຕ້ມ “ນາງ ສາວ” ນຳ້ມຶກ ແລະ ນຳ້ຢາ ເທິງແພໄໝ, ປີ 1933, ຂອງ ຈິດຕະກອນ ຫວູກາວດ່າມ. 


ພາບແຕ້ມ “ຕອນແລງ ຢູ່ຝ່ັງແມ່ນຳ້ ເຮືອງ” ສີນຳ້ມັນ ປີ 1973 ຂອງ ຈິດຕະກອນ ດິງເກື່ອງ


ພາບແຕ້ມ “ຫໍທຳມະສະພາໂບດ” ສີນຳ້ມັນ ຂອງ ນັກ ຈິດ ຕະກອນ ເລແທງ.


ພາບແຕ້ມ “ອອກທະເລ ຕອນຂ້ອນແຈ້ງ” ສີນຳ້ມັນ ຂອງ ຈິດຕະກອນ ວັນແດນ.

ສິລະປະຈິດຕະກຳ ພາກໃຕ້ ໄລຍະ 1954 -1975 ໄດ້ ມີ ການປະກອບສ່ວນ ຢ່າງຫຼວງຫຼາຍ ໃຫ້ແກ່ ຂະບວນວິວັດ ແຫ່ງການ ພັດທະນາ ຂອງ ສິລະປະຍຸກໃໝ່ ຫວຽດນາມ. ນີ້ແມ່ນ ອີກມູມໜຶ່ງ ຂອງສິລະປະຈິດຕະກຳ ຫວຽດນາມ ທີ່ ຍັງບໍ່ທັນ ໄດ້ຮັບຮູ້ຫຼາຍ ຈາກມະຫາຊົນ, ຍັງບໍ່ທັນ ມີບັນ ດານັກທິດສະດີ, ນັກວິຈານ ຍອມຮັບ ຢ່າງຖືກຕ້ອງ ຊັດເຈນ. ສິ່ງດັ່ງກ່າວ ຕ້ອງໄດ້ມີການ ປ່ຽນແປງ ໃນອະນາຄົດ ອັນໃກ້ໆ ນີ້ ເພື່ອໃຫ້ພື້ນຖານ ສິລະປະ ຈິດຕະກຳ ຂອງ ຫວຽດນາມ ນັບມື້ນັບໄດ້ ພັດທະນາ ຍິ່ງຂຶ້ນ.

ເນື່ອງໃນໂອກາດນີ້, ພາບແຕ້ມທັງໝົດ ໄດ້ປະມູນຂາຍ ໂດຍ ລີ໋ທິ ເປັນເຈົ້າພາບ ຈັດຕັ້ງການປະມູນ.
ບົດ ແລະ ພາບ: ຫງວຽນແອວງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top