• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສຳຜັດເຮືອນເທິງຕົ້ນໄມ້

ໃນບັນຍາກາດທີ່ໂປ່ງໃສ ເຢັນສະບາຍ ຂອງ ທຳມະຊາດ ພາຍໃນເຮືອນ, ເຂດພັກຜ່ອນ Dao Anh Khanh Studio Tree House  ແມ່ນໜຶ່ງໃນ ຈຳນວນ ຮູບແບບ homestay ທີ່ເປັນເອກະລັກ ຢູ່ຮ່າໂນ້ຍ.
ຕາມສິລະປິນ ດ່າວ ແອງແຄ໋ງ ຜູ້ເປັນເຈົ້າຂອງ Dao Anh Khanh Studio Tree House ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ພຽງຕ້ອງການສ້າງ ສະເພາະ ຕົນເອງຢູ່, ສະນັ້ນຈິ່ງໄດ້ລົງມືສ້າງ Dao Anh Khanh Studio Tree House   ຢູ່ທີ່ ເລກ 7 ຮ່ອມ 462 ຫງອກຖຸຍ, ຢາເລີມ ກ່ອນໜ້ານີ້ 20 ປີ. ເຮືອນ 6 ຫຼັງ ຂອງ Dao Anh Khanh Studio Tree House ປຸກ ໂດຍບໍ່ມີການ ອອກແບບ ຂອງສະຖາປານິກ ແລະ ນຳໃຊ້ຈຸດພິເສດ ຂອງຕົ້ນໄມ້ທີ່ປູກ ມາເປັນເວລາດົນນານ ໃນເນື້ອ ທີ່ດິນກວ້າງ 2000 ຕາແມັດ ຢ່າງກຸ້ມຄ່າ.

ຄືກັບຊື່ເອີ້ນ, ຢູ່ທີ່ນີ້ໄດ້ລວບລວມທັງ ຈິດຕະກຳ, ດົນຕີ, ແກະ ສະຫຼັກ ຢ່າງກົມກືນກັບທຳມະຊາດ. ເມື່ອຢືນຢູ່ເທິງສູງເບ່ິງລົງ, ນັກທ່ອງທ່ຽວ ສາມາດແນມເຫັນພາບທັງໝົດ ຂອງ  
Dao Anh Khanh Studio Tree House  ທີ່ຖືກປົກຄຸມໄປດ້ວຍ ສີຂຽວ ອັນສະດຸດຕາ.  Dao Anh Khanh Studio Tree House  ໄດ້ໃສ່ຊ່ື ຫ້ອງນອນຢ່າງຈັບໃຈ ຄື Zen Space Tree House, Tropical Paradise Tree House, Sky Tree House, Garden Cottage … ຢູ່ພາຍ ໃນ ຫ້ອງນອນແຕ່ລະຫຼັງຕ່າງກໍໄດ້ປະດັບປະດາ ແບບບ່ໍຊ້ຳກັນ ແລະ ມີລັກສະນະສະເພາະ ຂອງ ສິລະປິນ ດ່າວແອງແຄ໋ງ.

ເຂດພັກຜ່ອນ Dao Anh Khanh Studio Tree House  ຕັ້ງຢູ່ໃນທີ່ດິນ 2000 ຕາ ແມັດ ຢູ່ຖະໜົນ ຫງອກຖຸຍ,ເມືອງ ຢາເລີມ ມີສະຖາປັດຕະຍະກຳ
ທີ່ເປັນເອກະລັກ ເຊັ່ນພານັກທ່ອງທ່ຽວເຂົ້າສູ່ປ່າ ວົງກົດ ອັນເລິກລັບ.



ຂັ້ນໄດຖືກອອກແບບໃຫ້ສະດວກໃນການຂຶ້ນເທິງເຮືອນ ຂອງ ນັກທ່ອງທ່ຽວ.


ທີ່  Dao Anh Khanh Studio Tree House  ເຮັດໃຫ້ຜູ້ທີ່ມາທີ່ນີ້ ຮູ້ສຶກຄືວ່າ ຫຼົງ ເຂົ້າ ໃນປ່າມະຫັດສະຈັນ.


ຕ່ໍໜ້າເຮືອນແຕ່ລະຫຼັງ ມີຊານຄອຍ ປູດ້ວຍແກ້ວເຮັດໃຫ້ ຜູ້ທີ່ ມາທີ່ນີ້ ຮູ້ສຶກຄືໄດ້ຢູ່ກັບທຳມະຊາດ ຢ່າງແທ້ຈິງ.


ປະຕູເຂົ້າເຮືອນ ໃນໝູ່ບ້ານ Dao Anh Khanh Studio Tree House.


ເຮືອນເທິງຕົ້ນໄມ້ແຕ່ລະຫຼັງ ເຖິງວ່າໄດ້ອອກແບບ ຕ່າງກັນແຕ່ ທັງໝົດ ມີຈຸດລວມຄື ກົມກຽວກັບທຳມະຊາດ ນຳມາ
ເຊິ່ງ ອາກາດອັນສົດໃສ, ງຽບສະຫງົບ, ຊ່ວຍໃຫ້ນັກທ່ອງທ່ຽວ ໄດ້ຜ່ອນຄາຍອາລົມ.



ເສັ້ນທາງເຊື່ອມຕ່ໍເຮືອນແຕ່ລະຫຼັງ ສ້າງດ້ວຍໄມ້ ຊຶ່ງນັກ ທ່ອງ ທ່ຽວ ສາມາດຊົມເບິ່ງ ທຳມະຊາດ ໄດ້ຢ່າງຈັບໃຈ.


ພາຍໃນບໍລິເວນ ຂອງ Dao Anh Khanh Studio Tree House , ນັກທ່ອງທ່ຽວ ຈະ ໄດ້ ຊື່ນຊົມ ຜົນສຳເລັດ ແຫ່ງສິລະປະ
ການຈັດວາງ ສັບຊ້ອນ ຂອງ ສິລະປິນ  ດ່າວແອງແຄ໋ງ ພ້ອມກັບເພື່ອນ.



ບັນຍາກາດດ້ານໜ້າ ຂອງ ເຮືອນແຕ່ລະຫຼັງ ຖືກປົກຄຸມດ້ວຍ ສີຂຽວ ຂອງ ຕົ້ນໄມ້.


ເຂດພັກຜ່ອນ Dao Anh Khanh Studio Tree House  ໃນຍາມລາຕີ.

Dao Anh Khanh Studio Tree House:
ທີ່ຢູ່: ເຮືອນເລກທີ 7, ຮ່ອມ 462 ຖະໜົນ ຫງອກຖຸ້ຍ, ຢາເລີມ, ຮ່າໂນ້ຍ
ຕິດຕໍ່ຈອງຫ້ອງ: 0917.660.902 (ນາງ ເຈນນີ ດ່າວ)
ຫ້ອງນອນໃນແຕ່ລະຫຼັງ ຂອງ Dao Anh Khanh Studio Tree House  ມີເນື້ອ ທີ່ ແຕ່ 10-14 ຕາແມັດ, ມີຫລາຍປ່ອງຢ້ຽມ ເພື່ອຮັບເອົາ ແສງ ສະຫວ່າງ. ເພດານ ຖືກສ້າງຕາມແບບ ຫຼັງຄາກົ່ງຄືດອກເຫັດ ອັນໄດ້ເຮັດໃຫ້ຜູ້ຢູ່ ຮູ້ສຶກ ປອດໂປ່ງ ແຕ່ກໍອົບອຸ່ນ. ເຄື່ອງ ເຟີນີ ເຈີ ພາຍໃນຫ້ອງ ແມ່ນສະດວກຕໍ່ການນຳໃຊ້  ແລະ ມີການ ຕົບແຕ່ງພາຍໃນຢ່າງມີ ສິລະປະ. ນີ້ຄື ປັດໄຈອັນໜຶ່ງເຮັດ ໃຫ້  Dao Anh Khanh Studio Tree House  ມີຄວາມ ດຶງດູດໃຈ ຜູ້ຄົນເພື່ອໄປພັກ ຜ່ອນ ຕາກອາກາດອັນບໍລິສຸດ.

ດ້ວຍສາຍຕາ ສິລະປະ ຂອງຕົນ, ດ່າວແອງແຄ໋ງ ໄດ້ປະກອບ ແສງສີທຸກຮູບແບບໃຫ້ຕົ້ນໄມ້ໃບຫຍ້າ ເທິງເພດານ, ຝາຜະ ໜັງໃນຫ້ອງນອນ ເຮັດໃຫ້ຜູ້ຢູ່ຄິດວ່າ ຕົນກຳລັງນອນ ຢູ່ ກາງ ປ່າ ມີທ້ອງຟ້າເຕັມໄປດ້ວຍດວງດາວ. ເຮືອນເທິງ ຕົ້ນໄມ້ ໄດ້ ອອກແບບຄື ຢູ່ໃນຕູ້ລ້ຽງປາ ຊຶ່ງເປັນເອກະລັກ ຂອງ  
Dao Anh Khanh Studio Tree House . ນັກທ່ອງທ່ຽວ ຈະຫຼົງຕົວວ່າ ພວມຢູ່ທ້ອງ ມະຫາສະໝຸດ ດ້ວຍຝູງປາລອຍຫຼິ້ນ ຢູ່ຂ້າງໆ.

ພາຍໃນເຮືອນ ມີການຈັດວາງ ອ່າງລ້ຽງປາ ອ້ອມຮອບຕຽງນອນ.


ເຄື່ອງເຟີນີເຈີ ພາຍໃນ Zen space Tree House.


ເພດານ ຂອງ ເຮືອນ ມີຮູບຊົງຄ້າຍ ເຫັດ ຊຶ່ງເຮັດໃຫ້ ພາຍໃນ ຫ້ອງ ຄືວ່າ ກວ້າງອອກ.


ພາຍໃນເຮືອນ Zen space Tree House ຖືກປະດັບປະດາ ດ້ວຍລາຍດອກ ທີ່ປະທັບໃຈ.


ເພດານຂອງເຮືອນ ຖືກຕົບແຕ່ງ ດ້ວຍສິລະປິນ ດ່າວແອງແຄ໋ງ.


ຮ້ານອາຫານ ຂອງ  Dao Anh Khanh Studio Tree House  ຖືກ ອອກແບບ ຄ້າຍເຮືອນຂອງຊົນເຜົ່າ ເມື່ອງ ຢູ່ ແຂວງ ຮ່ວາບິ່ງ.


ທີ່ Dao Anh Khanh Studio Tree House  ນັກທ່ອງທ່ຽວ ສາມາດຊົມເບິ່ງ ຫ້ອງວາງສະແດງພາບແຕ້ມ ຂອງສິລະປິນ ດ່າວແອງແຄ໋ງ
 
ປັດຈຸບັນ Dao Anh Khanh Studio Tree House ເປັນຈຸດນັດໝາຍ ທີ່ໄດ້ ຮັບຄວາມນິຍົມ ດ້ວຍລາຄາເຊົ່າ ຫ້ອງລະປະມານ 55-100 ໂດລາສະຫະລັດ. ທີ່ Dao Anh Khanh Studio Tree House ນັກທ່ອງທ່ຽວ ສາ ມາດສ່ັງອາຫານ ແຕ່ລະມື້ດ້ວຍຄວາມອົບອຸ່ນ ແລະ ຄວາມໃກ້ ຊິດ ສະໜິດສະໜົມ ຂອງ ຖັນແຖວພະນັກງານ.

ເອື້ອຍ ຫງວຽນຖຸຍຮ່າ ຊຶ່ງມາພັກຜ່ອນຢູ່ທີ່ນີ້ໄດ້ເລົ່າສູ່ຟັງວ່າ: ຂ້ອຍຮູ້  Dao Anh Khanh Studio Tree House  ຜ່ານເວັບໄຊ booking.com ສະນັ້ນຈິ່ງຕົກລົງມາແຫ່ງນີ້ ພັກມື້ໜຶ່ງແລ້ວຈະຍ້າຍ ໄປຢູ່ແຫ່ງ ອື່ນ. ແຕ່ເມື່ອໄດ້ສຳພັດຕົວຈິງ ຂ້ອຍໄດ້ຕັດສິນໃຈຢູ່ເຖິງ 2 ທິດ. ເວລາພັກຜ່ອນພາຍ ໃນບໍລິເວນສີຂຽວ ຂອງ Dao Anh Khanh Studio Tree House  ຂ້ອຍຮູ້ສຶກສະຫງົບໃຈ ແລະ ສາມາດປັບຕົນ ໃຫ້ຢູ່ ໃນ ສະພາບປົກກະຕິ. ຍິ່ງໄປກວ່ານັ້ນ ຍັງມີຄວາມຈັບໃຈ ເມື່ອ ໄດ້ ເຂົ້າຮ່ວມກິດຈະກຳສິລະປະບາງຢ່າງ ຂອງສິລະປິນ ດ່າວອານແຂ໋ງ ທີ່ Dao Anh Khanh Studio Tree House  ອີກດ້ວຍ.
ບົດ:  ເງິນຮ່າ - ພາບ: ເຕິດເຊີນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top