• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກຂ່າວສານຫວຽດນາມ ເປັນກຽດຕ້ອນຮັບ ຫຼຽນໄຊອັນປະເສີດຂອງລັດລາວ

      ຕອນຄຳ່ວັນທີ 15 ມັງກອນ, ທີ່ສູນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີຕ້ອນຮັບ ບັນດາຫຼຽນໄຊ ອັນປະເສີດ ຂອງລັດ ສປປ ລາວ ມອບໃຫ້ ບຸກຄົນ ແລະ ກົມກອງລວມໝູ່ ຂອງ VNA. 
      ເຂົ້າຮ່ວມພິທີ, ຝ່າຍລາວລວມມີບັນດາ ສະຫາຍ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ; ສະຫາຍ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ສະຫາຍ ສູນທອນ ຄັນທະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ (KPL). 
      ຝ່າຍຫວຽດນາມລວມມີສະຫາຍ ຫງວຽນດຶກເລີ້ຍ ກຳມະການ ສູນກາງພັກ ກອມມູນິດ ຫວຽດນາມ, ຜູ້ອຳນວຍການໃຫຍ່ VNA, ບັນດາສະຫາຍໃນຄະນະການນຳ ແລະ ຜູ້ຕາງໜ້າ ຂອງ ບັນດາກົມກອງ ຂອງ VNA. ຜູ້ຕາງໜ້າຄະນະພັກ ກຸ່ມບັນດາ ອົງການສູນກາງ, ກະຊວງການຕ່າງປະເທດ, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມາເຂົ້າຮ່ວມ ພິທີດັ່ງກ່າວ.


ສະຫາຍ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ
ມອບຫລຽນໄຊອິດສະຫລະຊັ້ນ II ໃຫ້ ຄະນະການນຳສຳນັກຂ່າວສານ ຫວຽດນາມ.
(ພາບ: ວັນດ້ຽບ/ VNA
      ທີ່ພິທີມອບ-ຮັບຫຼຽນດັ່ງກ່າວ, ສະຫາຍ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ໄດ້ໃຫ້ກຽດມອບຫລຽນໄຊອິດສະຫລະຊັ້ນ II, ລາງວັນອັນສູງສົ່ງຂອງພັກ, ລັດລາວ ໃຫ້ VNA ແລະ ສະຫາຍ ຫງວຽນດຶກເລີ້ຍ ຜູ້ອຳນວຍການໃຫຍ່ VNA.
      8 ຄະນະ ສື່ຂ່າວ ຂອງ VNA ໄດ້ຮັບຍ້ອງຍໍຂັ້ນຫລຽນໄຊ ແຮງງານຊັ້ນ III ຂອງລັດ ສປປ. ລາວ ຊຶ່ງລວມມີ: ຄະນະເລຂາບັນນາທິການ ແລະ ພົວພັນຕ່າງປະເທດ, ຄະນະບັນນາທິການຂ່າວໂລກ, ຄະນະບັນນາທິການຂ່າວພາຍໃນ, ຄະນະບັນນາທິການຂ່າວຕ່າງປະເທດ, ຄະນະບັນນາທິການຮູບພາບ, ຂ່າວພາບ ຫວຽດນາມ, ສູນເຕັກນິກ, ສຳນັກງານຂ່າວສານຫວຽດນາມປະຈຳວຽງຈັນ.
      ຂ່າວປາໄສທີ່ພິທີ, ສະຫາຍຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍ ໄດ້ຢືນຢັນ ນີ້ແມ່ນການຮັບຮອງ, ສັນລະເສີນ ຂອງພັກ, ລັດລາວ ຕໍ່ສາຍພົວພັນຮ່ວມມື, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ສັດຊື່ບໍລິສຸດ, ປອດໄສຂາວສະອາດ ແລະ ບັນລຸປະສິດທິຜົນສູງ ລະຫວ່າງສອງສຳນັກຂ່າວສານແຫ່ງຊາດ  ຂອງ ຫວຽດນາມ ແລະ ລາວ ໃນຕະຫຼອດຊ່ວງໄລຍະ ປະຫວັດສາດ ປະຕິວັດ ຂອງສອງຊົນຊາດ.
      ຕາງໜ້າຄະນະການນຳ ແລະ ພະນັກງານ, ນັກຂ່າວ, ນັກບັນນາທິການ, ເຕັກນິກທັງໝົດ ຂອງ VNA, ສະຫາຍ ຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍ ໄດ້ສະແດ ຄວາມຂອບອົກຂອບໃຈ ຢ່າງຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໄດ້ສ້າງທຸກເງື່ອນໄຂ ອຳນວຍຄວາມສະດວກ, ອຸປະຖຳຄຳ້ຊູ ແລະ ຊ່ວຍເຫຼືອພະນັກງານ, ນັກຊ່ຽວຊານ, ນັກຂ່າວ, ນັກເຕັກນິກ ຫຼາຍຮຸ່ນຄົນ ຂອງ VNA ສຳເລັດໜ້າທີ່ສາກົນ ບົນປະເທດລາວ.
      ສະຫາຍຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍ ຢືນຢັນວ່າ: “ຕ້ອນຮັບລາງວັນອັນສູງສົ່ງ ຂອງພັກ ແລະ ລັດລາວ, VNA ໝັ້ນໝາຍຈະສືບຕໍ່ຄຽງບ່າຄຽງໄຫຼ່, ເພີ່ມທະວີການຮ່ວມມື ກັບ ສຳນັກງານໃຫຍ່ KPL ເພື່ອສອງສຳນັກຂ່າວສານ ພ້ອມກັນເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຮັກສາ ແລະ ເພີ່ມພູນຄູນສ້າງ ຄວາມໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສັດຊື່ບໍລິສຸດ, ປອດໄສຂາວສະອາດ ແລະ ຫາຍາກຢູ່ໃນໂລກ”.

ໂດຍ: VNA/VNP

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top