• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສານຂອງທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ຂ່າວພາບ ຫວຽດນາມ ຂໍເປັນກຽດ ໄດ້ນຳມາສະເໜີ ຕໍ່ທ່ານຜູ້ອ່ານ ສານຂອງທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເນື່ອງໃນໂອກາດ ຫວຽດນາມ ຮັບດໍາລົງ ຕໍາແໜ່ງປະທານ ອາຊຽນ 2020 ແລະ ກໍາມະການບໍ່ ປະຈໍາການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021.

“ປີ 2020, ໃນສະພາບການປະເທດ ຫວຽດນາມ ສະເຫຼີມ ສະຫຼອງ ຫຼາຍວັນບຸນໃຫຍ່ ແລະ ເຫດການການເມືອງ ທີ່ສໍາຄັນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ມານະພະຍາຍາມ ສູ້ຊົນ ປະຕິບັດສໍາເລັດແຜນການ ພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2016-2020 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ; ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກ ທຸກຂັ້ນ ເປັນຢ່າງດີ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ນີ້ກໍ່ແມ່ນ ຄັ້ງທໍາອິດທີ່ ຫວຽດນາມ ເປັນກຽດໄດ້ຮັບດໍາລົງຕໍາແໜ່ງ ເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ດ້ວຍບົດບາດເປັນໃຈກາງໃນໂຄງປະກອບພາກພື້ນທີ່ພວມ ກໍ່ຮ່າງສ້າງຕົວຂຶ້ນ, ອາຊຽນ ໄດ້ບັນດາປະເທດຢູ່ພາຍໃນແລະ ນອກພາກພື້ນ ຖືສຳຄັນ ແລະ ຢາກເພີ່ມທະວີການ ຮ່ວມມື. ພາຍຫຼັງການສ້າງຕັ້ງມາເປັນເວລາ 4 ປີ, ປະຊາຄົມອາຊຽນ-ຫຼັງເຮືອນລວມຂອງປະຊາຊົນ 650 ລ້ານຄົນ ມີການພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືຢູ່ພາຍໃນ ກໍ່ຄືກັບບັນດາຄູ່ຮ່ວມມືຂອງ ອາຊຽນ ອີກດ້ວຍ.


ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: VNA


ທີ່ສຳນັກງານໃຫຍ່ຂອງສະຫະປະຊາຊາດຢູ່ນະຄອນ ນິວຢອກ (ສ ອາເມລິກາ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບົດກ່າວປາໄສທີ່ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 73. ພາບ: ຖົ໋ງເຍີດ/VNA


ວັນທີ 9 ມັງກອນ 2020, ຢູ່ນອກວາລະປະຊຸມເປີດຂັ້ນ ລັດຖະມົນຕີຂອງສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສ ອາເມລິກາ ດ້ວຍຫົວຂໍ້ “ສະເຫຼີມ ສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ພາບ: ຄັກຮຽວ/VNA


ວັນທີ 10 ມັງກອນ 2020 (ຕາມເວລາທ້ອງຖິ່ນ), ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸຍ,
ຫົວໜ້າຄະນະຜູ້ຕາງໜ້າ
ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານໃນກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ 

ຮັບເອົາມະຕິຕົກລົງ ຕໍ່ກຳນົດ ເວລາໃຫ້ການເຄື່ອນໄຫວຊ່ວຍເຫຼືອຂ້າມຊາດ ໃຫ້ແກ່ຊາວ ຊີຣີ ຫຼາຍລ້ານຄົນ ເຊິ່ງແກ່ຍາວໃນ 6 ປີທີ່ແລ້ວ.
ໃນພາບ: ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ປ່ອນບັດຮັບເອົາມະຕິຕົກລົງ. ພາບ:
ຄັກຮຽວ/VNA


ວັນທີ 2 ມັງກອນ 2020, ທີ່ສຳນັກງານຂອງ ສປຊ ທີ່ນະຄອນ ນິວຢອກ, ສ ອາເມລິກາ, ຫວຽດນາມ ໄດ້ດຳເນີນບັນດາການ ເຄື່ອນໄຫວຢ່າງເປັນທາງການ ໃນຖານະເປັນປະທານສະພາ ຄວາມໝັ້ນຄົງ ສປຊ, ເປີດສາກໃຫ້ແກ່ອາຍຸການ ເປັນ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ 2020 2021.ໃນພາບ: ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ກ່າວຄຳສາບານ ຕໍ່ກົດບັດ ສປຊ ໃນພິທີຕັ້ງທຸງ. ພາບ: ຄັກຮຽວ/VNA


ພະນັກງານ, ນັກຮົບ ຂອງໂຮງໝໍພາກສະໜາມ ຂັ້ນ 2, ເລກ 2 ຂອງ ຫວຽດນາມ ເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້. ພາບ: VNA


ຢູ່ລະດັບໂລກ, ໃນຕະຫຼອດເວລາ 75 ປີ, ດ້ວຍບົດບາດທີ່ ເປັນໃຈກາງ, ເປັນອົງການມີພາລະອັນດັບໜຶ່ງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຂອງສະຫະປະຊາຊາດ (ອົງການສາກົນມີ 193 ປະເທດທີ່ເປັນສະມາຊິກ), ສະພາຄວາມໝັ້ນຄົງ ຢືນຢັນໄດ້ ບົດບາດທີ່ເປັນໃຈກາງຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ.
 
ຕັດສິນໃຈຮັບດໍາລົງຕໍາແໜ່ງປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະ ປະຊາຊາດ ອາຍຸການ 2020-2021 ໃຫ້ສໍາເລັດຜົນ ສະແດງ ໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍ ແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າ ຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນເປັນ ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນຕ່າງປະເທດ. ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ສະເໜີອອກ; ສະແດງໃຫ້ເຫັນຄວາມມຸ່ງຫວັງຂອງ ຫວຽດນາມ ໃນການປະກອບ ສ່ວນເພື່ອສັນຕິພາບ, ການພັດທະນາໃນພາກພື້ນ ແລະ ໂລກ ດ້ວຍຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນ ປະຊາຄົມສາກົນ; ພ້ອມກັນນັ້ນ ກໍ່ປະກອບສ່ວນຢ່າງສຳຄັນເຂົ້າໃນການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສວຍເອົາເງື່ອນໄຂທີ່ສະດວກ ໃຫ້ແກ່ ພາລະກິດກໍ່ສ້າງ ແລະ ປົກປ້ອງປະເທດຊາດ, ພັດທະນາ ໂດຍໄວ, ໝັ້ງຄົງ ແລະ ຍົກສູງບົດບາດ, ຖານະບົດບາດ ສາກົນຂອງປະເທດຊາດ.
 
ໂດຍຮັບຮູ້ຢ່າງຈະແຈ້ງສິ່ງດັ່ງກ່າວ, ພວກເຮົາໄດ້ກໍານົດຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ” ໃຫ້ປີ ເປັນປະທານອາຊຽນ 2020 ແລະ “ຫວຽດນາມ: ຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບແບບຍືນຍົງ” ເມື່ອຮັບດໍາລົງ ຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021. ດ້ວຍຫົວຂໍ້ດັ່ງກ່າວ, ທີ່ທັງສອງເວທີປາໄສສໍາຄັນແຖວໜ້າລະດັບພາກພື້ນ ແລະທົ່ວໂລກນີ້, ພວກເຮົາຈະພ້ອມກັບບັນດາປະເທດ ສະມາຊິກ ແລະເພື່ອນມິດສາກົນ, ຄູ່ຮ່ວມມືສຸມໃສ່ບັນດາ ກໍານົດທິດທີ່ໃຫຍ່ຫຼວງດັ່ງລຸ່ມນີ້:
 
ທີໜຶ່ງແມ່ນ, ຍົກສູງຜົນປະໂຫຍດລວມຂອງພາກພື້ນ ແລະ ປະຊາຄົມສາກົນແມ່ນສັນຕິພາບ, ການຮ່ວມມື ແລະ ພັດທະນາ. ປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ: “ພາລະກິດສຳເລັດດ້ວຍຄວາມເປັນໜຶ່ງດຽວ”, ບັນດາ ຫົວຄິດປະດິດສ້າງ, ຄວາມບຸລິມະສິດ ທີ່ພວກເຮົາໄດ້ສະເໜີອອກຢູ່ ອາຊຽນ ແລະ ສະພາຄວາມໝັ້ນຄົງ ໄດ້ສ່ອງແສງເຖິງຜົນປະໂຫຍດລວມຂອງບັນດາປະເທດສະມາຊິກ, ໃນນັ້ນ ມີ ຫວຽດນາມ, ພ້ອມກັນນັ້ນ ຕ້ອງຮັບປະກັນຜົນປະໂຫຍດຂອງບັນດາຄູ່ຮ່ວມມືໃນພາກພື້ນ ແລະ ສາກົນອີກດ້ວຍ.ທີສອງແມ່ນ, ຊຸກຍູ້ບົດບາດຂອງລັດທິຫຼາຍຝ່າຍ, ກົດບັດ ສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານຂອງ ກົດໝາຍສາກົນເພື່ອໂລກແຫ່ງສັນຕິພາບ, ຍຸຕິທຳ ແລະ ດີງາມກວ່າອີກ. ພິເສດ, ເນື່ອງໃນໂອກາດນີ້, ເພີ່ມທະວີຢ່າງມີປະສິດທິຜົນ ການຮ່ວມມື ແລະ ພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ, ເພື່ອ ຜົນປະໂຫຍດລວມຂອງບັນດາປະເທດ ອາຊຽນ ແລະ ປະຊາຄົມ ສາກົນ.

ທີສາມແມ່ນ, ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງທົ່ວໂລກ ແລະພາກພື້ນ, ເປັນຕົ້ນແມ່ນບັນດາບັນຫາ ທີ່ສົ່ງຜົນສະທ້ອນ ໂດຍກົງເຖິງຜົນປະໂຫຍດຂອງບັນດາປະເທດ ແລະ ຂອງ ພາກພື້ນຄື: ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ພັດທະນາຢ່າງໝັ້ນຄົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020
ແລະ ບັນດາທ່ານຜູ້ແທນປະຕິບັດພິທີເປີດປີປະທານ ອາຊຽນ 2020. ພາບ: ຖົ໋ງເຍີດ/
VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ແລະ ບັນດາທ່ານຜູ້ແທນໄດ້ເປັນສັກຂີພິຍານ ພິທີຕັ້ງທຸງ. ພາບ: ຖົ໋ງເຍີດ/VNA


ວັນທີ 9 ມັງກອນ 2020, ກອງປະຊຸມກຸ່ມເຈົ້າໜ້າທີ່ ອາວຸໂສ ປ້ອງກັນປະເທດອາຊຽນ (ADSOM WG) ໄດ້ໄຂຂຶ້ນ
ຢູ່ນະຄອນດ່າໜັງ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 80 ທ່ານ ເປັນຜູ້ຕາງໜ້າບັນດາອົງການວາງແຜນກໍານົດ
ນະໂຍບາຍປ້ອງກັນຊາດຂອງກະຊວງປ້ອງກັນປະເທດ ຈາກ 10 ປະເທດ ອາຊຽນ ແລະ ຄະນະເລຂາທິການອາຊຽນ. ນີ້ເປັນກອງປະຊຸມທຳອິດໃນບັນດາກອງປະຊຸມ, ການເຄື່ອນໄຫວດ້ານການທະຫານ, ປ້ອງກັນຊາດ ໃນປີ ຫວຽດນາມ ເປັນປະທານ ອາຊຽນ 2020. ພາບ: ເຈີ່ນເລເລີມ/ VNA



ຕອນບ່າຍວັນທີ 12 ມັງກອນ 2020, ທີ່ນະຄອນ ຮ່າໂນ້ຍ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງກ່ຽວກັບເສດຖະກິດ ອາຊຽນ ຄັ້ງທີ 1 ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີ ກະຊວງເສດຖະກິດ ອາຊຽນ ຄັ້ງທີ 51 (SEOM 1/51) ດ້ວຍການເຂົ້າຮ່ວມຂອງຄະນະເຈລະຈາບັນດາປະເທດ ສະມາຊິກ, ຄະນະເລຂາທິການ ອາຊຽນ. ທ່ານ ເລືອງຮວ່າງຖາຍ, ຫົວໜ້າ SEOM ຂອງ ຫວຽດນາມ ໄດ້ເປັນປະທານໃນກອງປະຊຸມດດັ່ງກ່າວ. ພາບ: ເຈີ່ນຫວຽດ/ VNA

ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ແຕ່ກໍ່ແມ່ນຄວາມ ຮັບຜິດຊອບ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນ ໃຫຍ່ຫຼວງ, ຮຽກຮ້ອງການເຂົ້າຮ່ວມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ; ພ້ອມກັບການສະໜັບສະໜູນຈາກເພື່ອນມິດສາກົນ ແລະ ປະຊາຄົມສາກົນ.

ບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນໃນທ່ົວປະເທດ ຕ້ອງກຳນົດຢ່າງຈະແຈ້ງວ່ານີ້ເປັນໜຶ່ງໃນບັນດາໜ້າທີ່ການເມືອງທີ່ສຳຄັນອັນດັບໜຶ່ງຂອງພັກ ແລະ ລັດ ໃນປີ 2020; ເພາະສະນັ້ນ ຕ້ອງຮັບປະກັນ ການປະສົມປະສານຢ່າງແໜ້ນແຟ້ນ, ເຂົ້າແກັບເຂົ້າເກັຍກັນດີ ໃນລະບົບການເມືອງ, ເປັນຕົ້ນແມ່ນລະຫວ່າງພາກສ່ວນ ປະຕິບັດວຽກງານພົວພັນຕ່າງປະເທດໂດຍກົງ ເພື່ອຮັບປະກັນ ການ ປະຕິບັດໜ້າທີ່ ແລະ ເປົ້າໝາຍທີ່ວາງອອກຢ່າງມີໄຊ.

ດ້ວຍທ່ວງທ່າ ແລະ ກໍາລັງແຮງໃໝ່ຂອງປະເທດຊາດ ພາຍຫຼັງ ເກືອບ 35 ປີແຫ່ງການປ່ຽນແປງໃໝ່; ດ້ວຍ ກໍາລັງແຮງ ແຫ່ງຄວາມສາມັກຄີ, ເຈດຈໍານົງເປັນເອກະພາບຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ; ດ້ວຍການ ສະໜັບສະໜູນອັນລໍ້າຄ່າ ແລະການຮ່ວມມືຢ່າງມີປະສິດ ທິຜົນ ຈາກບັນດາປະເທດ ອາຊຽນ, ເພື່ອນມິດສາກົນ ແລະ ປະຊາຄົມສາກົນ, ພວກເຮົາເຊື່ອໝັ້ນວ່າ ຫວຽດນາມ ຈະດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະ ກໍາມະການ ບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ປະສົບຜົນສໍາເລັດ, ປະກອບສ່ວນ ສໍາຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top