• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສາດສະດາຈານ, ສິລະປິນ ໂຕນເຖິດຈຽມ: ຜູ້ເຊື່ອມຄວາມສໍາພັນລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ ດ້ວຍສຽງດົນຕີ

ເປັນຜູ້້ມີຄວາມສາມາດດ້ານສິລະປະ ແລະ ມີນໍ້າໃຈ ໂອບເອື້ອອາລີ, ສາດສະດາຈານ, ນັກສິລະປິນ (ສຈ.ສປ) ປີອາໂນ ໂຕນເຖິດຈຽມ ໄດ້ທຳການສະແດງ ປະສົບຜົນສຳເລັດ ຢູ່ ຫຼາຍປະເທດ ໃນໂລກ. ຕະຫຼອດຊີວິດ ເພິ່ນໄດ້ທຸ້ມເທ ໝົດໃຈ ໃຫ້ແກ່ ຂົງເຂດດົນຕີ, ປະຈຸບັນ ທ່ານ ຍັງສືບຕໍ່ສອນ ແລະ ເປັນຜູ້ນຳວົງດົນຕີ ປະສານສຽງ ຮີວ້ອງ (ປາດຖະໜາ) ປະກອບສ່ວນ ເຊື່ອມຕໍ່ ກັບບັນດາເພື່ອນມິດ ຢູ່ທົ່ວທັງຫ້າທະວີບ.
ຫຼາຍປີຜ່ານມາ, ໃນພິທີສະເຫຼີມສະຫຼອງ ວັນຊາດ ຂອງ ປະເທດຕ່າງໆ ຢູ່ໃນໂລກ, ສະຖານທູດ ຂອງ ຫຼາຍປະເທດ ປະຈໍາຫວຽດ ນາມ ໄດ້ເຊື້ອເຊີນ ສຈ.ສປ ໂຕນເຖິດຈຽມ ພ້ອມກັບ ວົງດົນຕີ ປະ ສານສຽງ ຮີວ້ອງ ມາສະແດງ. ໃນບັນດາເຫດການດັ່ງກ່າວ, ຂ້າພະເຈົ້າ ມັກພົບເຫັນ ທ່ານ Jorge Rondon Uzcategui, ເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ ມາເຂົ້າຮ່ວມ. ຢູ່ໃຕ້ເວທີ, ທ່ານ ຕັ້ງໃຈຟັງ ບັນດາບົດດົນຕີ ຈາກການສະ ແດງ ຂອງ ສປ ໂຕນເຖິດຈຽມ ແລະ ວົງດົນຕີ ປະສານສຽງ ຮີວ້ອງ. ໃນຫຼາຍ ລາຍການ ທ່ານ ເອກອັກຄະລັດຖະທູດ  Jorge Rondon Uzcategui ໄດ້ຂຶ້ນເທິງເວທີ ຮ້ອງເພງພ້ອມກັບ ວົງດົນຕີ ປະສານສຽງ.

ຮູບພາບ ສຈ. ສປ ໂຕນເຖິດຈຽມ ແລະ ເອກອັກຄະລັດຖະທູດ  Jorge Rondon Uzcategui ພ້ອມກັນ ຂຶ້ນເວທີ ທໍາການ ສະ ແດງ ໄດ້ສ້າງຄວາມປະທັບໃຈຕໍ່ທ່ານຜູ້ຊົມ. ນໍ້າສຽງ ທີ່ຂຶ້ນໆ ລົງໆ ຂອງ ເພງຊາດ ແລະ ການສະແດງ ຂອງ ພວກນ້ອງນ້ອຍພິການໃນວົງດົນຕີ ປະສານສຽງ ຮີວ້ອງ ໄດ້ສ້າງຄວາມຫຼົງໄຫຼ ພາຍໃຕ້ການບັນຊາ ຂອງ ສປ ໂຕນເຖິດຈຽມ, ປະກອບສ່ວນເຊື່ອມຕໍ່ສ້າງຄວາມສໍາພັນລະຫວ່າງ ປະຊາຊົນ ຫວຽດນາມ ກັບເພື່ອນມິດສາກົນ ໃນໄຕຕີຈິດມິດຕະພາບ ແລະ ຄວາມຮັກແພງຊຶ່ງກັນ ແລະກັນ.



ສຈ.ສປ ປີອາໂນ ໂຕນເຖິດຈຽມ ຜູ້ນຳສຽງ ປີອາໂນ ໄປສະແດງ ຢູ່ຫຼາຍປະເທດ ໃນໂລກ ທ່ີປະສົບຄວາມສຳເລັດ. 


ສຈ.ສປ ໂຕນເຖິດຈຽມ ຫຼິ້ນ ປີອາໂນ ໄປຕາມອາລົມຈິດ ທີ່ ຄອບ ຄົວ ຂອງ ເພິ່ນ. 


ສຈ.ສປ ໂຕນເຖິດຈຽມ ຮ່ວມສະແດງ ກັບວົງດົນຕີປະສານສຽງ ຊຶ່ງ ລວມມີບັນດາຄົນພິການ, ໂດຍທ່ານ ເປັນຜູ້ຝຶກສອນ ທໍາການ ສະແດງໂດຍກົງ ໃນລາຍການ “ສິລະປະ ບໍ່ມີຂີດຈຳກັດ”...


... ດ້ວຍສີມືທີ່ນິ້ມນວນອ່ອນຊ້ອຍ ໃນການຫຼິ້ນ ປີອາໂນ.


ສຈ.ສປ ໂຕນເຖິດຈຽມ ຫຼິ້ນ ປີອາໂນ ຮ່ວມກັບວົງດົນຕີ ປະສານສຽງ ຂອງ ບັນດາຄົນພິການ ໃນລາຍການ “ສິລະປະບໍ່ມີ ຂີດຈຳກັດ”. 

ເມື່ອໃກ້ຈະສໍາເລັດປະຈໍາການ ຂອງຕົນ ຢູ່ ຫວຽດນາມ, ທ່ານ Jorge Rondon Uzcategui ໄດ້ມາລາຍການ “ສິລະປະບໍ່ມີຂີດຈຳກັດ” ເພື່ອຮັບຟັງ ສປ ໂຕນເຖິດຈຽມ ແລະ ວົງດົນຕີ ປະສານສຽງ ສະແດງ ອີກຄັ້ງໜຶ່ງ. ທ່ານໄດ້ໄຂຄວາມໃນໃຈອອກມາ ດ້ວຍຄວາມ ປາບປຶ້ມໃຈວ່າ ຂ້າພະເຈົ້າ ເປັນເດັກກຳພ້າ, ເພາະສະນັ້ນ ມີຄວາມເຫັນອົກເຫັນໃຈ ເປັນຢ່າງຍິ່ງ ກັບຄວາມຫຍຸ້ງຍາກ ໃນຊີວິດການເປັນຢູ່ ຂອງ ບັນດາເພື່ອນຊາວໜຸ່ມພິການ ຫວຽດນາມ. ເມື່ອຮັບຮູ້ ສປ ໂຕເຖິດຈຽມ ໄດ້ທຸ້ມເທ ທັງຈິດໃຈຂອງຕົນ ໃຫ້ກັບວົງດົນຕີ ປະສານສຽງ ຮີວ້ອງ ລວມເດັກພິການ 16 ຄົນ, ຊ່ວຍໃຫ້ພວກນ້ອງ ເປັນເຈົ້າຕົນເອງ ໃນຊີວິດ ດ້ວຍຄວາມສາມາດ ທາງດ້ານດົນຕີ, ຂ້າພະເຈົ້າ ໄດ້ມີຄວາມນັບຖືຢ່າງສູງ ຕໍ່ທ່ານ ໂຕນເຖິດຈຽມ. ຂ້າພະເຈົ້າ ມີຄວາມຮັກແພງ ວົງດົນຕີ ແລະ ກາຍເປັນ ຜູ້ເປັນເພື່ອນ ຂອງ ສຈ ໂຕເຖິດຈຽມ. ຈາກນັ້ນ, ແຕ່ລະຄັ້ງ ສປ ໂຕນເຖິດຈຽມ ໄດ້ເຊື້ອເຊີນ ທຳການສະແດງ ຢູ່ບັນດາ ເຫດການ ການທູດ ສາກົນ, ຖ້າມີເວລາ ຂ້າພະເຈົ້າ ຈະມາ ເຂົ້າຮ່ວມ ເໝືອນດັ່ງ ຜູ້ຮັກມັກສຽງດົນຕີ ແຫ່ງຄວາມມະນຸດສະທຳ ແລະ ປ່ຽມລົ້ມໄປດ້ວຍພະລັງແຮງຊີວິດ ທີ່ຕັ້ງໜ້າ ຂອງ ສປ ໂຕນເຖິດຈຽມ. 

ສຈ.ສປ ໂຕນເຖິດຈຽມ ເປັນ ນັກສິລະປິນໜຶ່ງດຽວ ໄດ້ຮັບ ນາມມະຍົດ ນັກສິລະປິນ ປະສານສຽງ ປີອາໂນ ດີເດັ່ນ ອັນດັບ 4 ໃນການແຂ່ງຂັນດົນຕີສາກົນເຊັ່ນ: Tchaikovski (Moscow 1990), Glinka (Xmôlen 1993), Gulaev (1993), Kaliningrad (1994). ທ່ານ ເປັນນັກສິລະປິນ ຕ່າງປະເທດ ໜຶ່ງດຽວ ທ່ີໄດ້ຮັບເຊີນ ໃຫ້ເປັນຄູສອນ ທີ່ມະຫາວິທະຍາໄລສັງລວມ ວັດທະນະທຳ ແຫ່ງຊາດ Moscow (ແຕ່ປີ 1992-1996).
ສຈ.ສປ ໂຕນເຖິດຈຽມ ໃຫຍ່ຂຶ້ນມາ ໃນສະພາບການ ສົງຄາມ ຫວຽດນາມ ກຳລັງຢູ່ໃນໄລຍະດຸເດືອດທີ່ສຸດ. ທ່ານໄດ້ນຳ ສຽງດົນຕີຂອງຕົນ ໄປຕາມສະໜາມຮົບ ພາກກາງ ເພື່ອທຳການ ສະແດງໃຫ້ແກ່ບັນດານັກຮົບ ຜູ້ໄດ້ຮັບບາດເຈັບ ແລະ ທະຫານ. ສຽງດົນຕີຂອງທ່ານ ໄດ້ຊ່ວຍລະດົມກຳລັງໃຈ ໃຫ້ເຂົາເຈົ້າ ຕໍ່ສູ້ ຜ່ານຜ່າ ທຸກຄວາມຫຍຸ້ງຍາກລໍາບາກ ຂອງ ສົງຄາມ.

ຫຼັງຈາກ ໃຊ້ຊີວິດຢູ່ຕ່າງປະເທດເປັນເວລາຫຼາຍປີ ແລະ ມີຊື່ສຽງ ໃນບັນດາການແຂ່ງຂັນດົນຕີສາກົນແລ້ວ, ແຕ່ນ້ຳໃຈ ມຸ່ງສູ່ ບ້ານເກີດເມືອງນອນ ຂອງທ່ານ ຍັງຄົງຢູ່ເໝືອນເດີມ. ກັບຄືນປະເທດ, ທ່ານ ໄດ້ ຊັກນຳວົງດົນຕີ ປະສານສຽງ ຮີວ້ອງ ລວມມີເດັກພິການຫຼາຍຄົນ ຊຶ່ງເປັນຜູ້ ມີຄວາມຫຼົງໄຫຼ ເມົາມົວ ໃນຂົງເຂດດົນຕີ. ພວກນ້ອງ ຕ່າງຄົນຕ່າງມີ ສະພາບຄອບຄົວ ທ່ີຫຍຸ້ງຍາກແຕກຕ່າງກັນ, ແຕ່ໄດ້ຜ່ານຜ່າ ຄວາມຫຍຸ້ງຍາກ ນາໆ ປະການ ເພື່ອຮຽນຈົບ ໂຮງຮຽນສະຖາບັນດົນຕີ ແຫ່ງຊາດ. ນອກຈາກ ສອນດົນຕີ, ວັດທະນະທຳ ແລະ ພາສາ ຕ່າງປະເທດແລ້ວ, ທ່ານຍັງເໝືອນດັ່ງເປັນພໍ່ ລະດົມສົ່ງເສີມ ໃຫ້ພວກນ້ອງ ມີນຳ້ໃຈບືນຂຶ້ນໃນຊີວິດ. ສປ ໂຕນເຖິດຈຽມ ໄດ້ນຳ ວົງດົນຕີ ຂອງຄົນພິການ ທຳການສະແດງ ຢ່າງປະສົບຜົນສຳເລັດ ໃນຫຼາຍເຫດການ ການທູດ ຂອງ ປະເທດຊາດ.


ວົງດົນຕີປະສານສຽງ ຮີວ້ອງ ໄດ້ທຳການສະແດງ ໃນພິທີ ສະເຫຼີມ ສະຫຼອງວັນຊາດ ຂອງ ບັນດາສະຖານທູດ ສ ອາເມລິກາ, ຝຣັ່ງ, ອັງໂກລາ, ຊູແອດ, ອົດສະຕຣາລີ, ສະວິດ... ແລະ ໄດ້ຮັບ ຄໍາຍ້ອງຍໍ ຈາກເພື່ອນມິດສາກົນ. ເອກອັກຄະລັດຖະທູດ ຫຼາຍທ່ານ ໄດ້ຂຽນຈົດໝາຍ ເຖິງ ສຈ.ສປ ໂຕນເຖິດຈຽມ ເພື່ອ ສະແດງ ຄວາມຂອບໃຈ ດ້ວຍຄວາມຕື້ນຕັນໃຈ, ທ່ານໄດ້ເປັນ ຜູ້ເຊື່ອມຕໍ່ນໍ້າໃຈ ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ສາກົນ ດ້ວຍສຽງດົນຕີ. ວົງດົນຕີປະສານສຽງ ຮີວ້ອງ ໄດ້ອັດແຜ່ນສຽງ ປະສົບຜົນສຳເລັດ 4 CD, DVD ກ່ຽວກັບ ເພງຊາດ ຂອງ20 ປະເທດ ໃນໂລກ. ບັນດາຜູ້ພິການ ຂອງ ວົງດົນຕີ ຕ່າງກໍພະຍາຍາມ ຮຽນພາສາອັງກິດ, ເຝິກຝົນ ວັດທະນະທຳ ຂອງ ປະເທດຕ່າງໆ ຢູ່ໃນໂລກ ເພື່ອສາມາດ ຮ້ອງເພງ ແລະ ຫຼິ້ນດົນຕີໄດ້ຫຼາຍທຳນອງ ທີ່ຍາກ. ນາຍົກລັດຖະມົນຕີ, ເອກອັກຄະລັດຖະທູດ ຫຼາຍທ່ານ ຫຼັງຈາກ ຊົມລາຍການສະແດງ ໄດ້ມາໂອ້ລົມ ແລະ ຢ້ຽມຢາມຖາມຂ່າວ ແຕ່ລະສະມາຊິກ ຂອງວົງດົນຕີປະສານສຽງ ຮີວ້ອງ.

ສຈ. ສປ ໂຕນເຖິດຈຽມ ຕື່ນຕັນໃຈ ເມື່ອຫວນຄືນອະດີດ ກັບ ທ່ານ ນາງ SuSan Adams, ຜູ້ອຳນວຍການ ກອງທຶນການເງິນ ສາກົນ (IMF), ຜູ້ໄດ້ຝາກຈົດໝາຍກ້ານໜຶ່ງ ສະແດງຄວາມຂອບອົກ ຂອບໃຈມາຍັງທ່ານ ຈຽມ ຍ້ອນປີ 2004 ລາຍການສິລະປະ ໂດຍ ສປ ໂຕນເຖິດຈຽມ ແລະ ວົງດົນຕີ ປະສານສຽງ ຮີວ້ອງ ທຳ ການສະແດງ ໄດ້ດຶງດູດການມີໜ້າ ຂອງຜູ້ຊົມ 700 ທ່ານ ແລະ ໄດ້ຮັບເງິນບໍລິຈາກ 5.200 ໂດລາສະຫະລັດ ເພື່ອສະໜັບ ສະໜູນ ເດັກນ້ອຍພິການ ຢູ່ໂຮງຮຽນ ຫງວຽນດິ່ງຈ໊ຽວ, ຮ່າໂນ້ຍ. ປະຈຸບັນ, ທ່ານນາງ Susan ໄດ້ເຖິງແກ່ກໍາໄປແລ້ວ, ແຕ່ທ່ານໂຕນເຖິດຈຽມ ຍັງຄົງຮັກສາຈົດໝາຍກ້ານນີ້ໄວ້ ເໝືອນສິ່ງທ່ີລະນຶກ ຊຶ່ງຍາກ ຈະຫຼົງລືມໄດ້.



ສຽງດົນຕີຂອງ ສິລະປິນ ໂຕນເຖິດຈຽມ ໄດ້ມາຍັງ ສະໜາມຮົບ ພາກກາງ, ປະກອບສ່ວນປຸກລະດົມກຳລັງໃຈ ໃຫ້ແກ່ນັກຮົບແລະ ປະຊາຊົນ ຫວຽດນາມ ຜ່ານຜ່າ ຄວາມຫຍຸ້ງຍາກ, ຂ້ຽວຂາດ ໃນການສູ້ຮົບ.
ພາບນີ້ ໄດ້ຖ່າຍເມື່ອປີ 1965. ໃນພາບ ສິລະປິນ ໂຕນເຖິດຈຽມ (ຜູ້ນອກສຸດ, ເບື້ອງຊ້າຍ). ພາບ: ເອກະສານ



ສຈ.ສປ ໂຕນເຖິດຈຽມ ທຳການສະແດງ ໃນການ ປະສານສຽງດົນຕີສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ຂອງ ປະເທດ ສະວິດ, ປີ 1989. ພາບ: ເອກະສານ


ທ່ານ Jorge Rondon Uzcategui, ເອກອັກຄະລັດຖະທູດ ແຫ່ງ ສ. ເວເນຊູເອລາ ປະຈຳຫວຽດນາມ ເຂົ້າຮ່ວມການສະແດງ ສິລະປະ ພ້ອມກັບ ສິລະປິນ ໂຕນເຖິດຈຽມ
ແລະ ບັນດານັກ ສິລະປິນໜຸ່ມ ພິການ ໃນລາຍການ “ສິລະປະ ບໍ່ມີຂີດຈຳກັດ”. 



ສຈ.ສປ ໂຕນເຖິດຈຽມ (ຜູ້ຫຼິ້ນ ປີອາໂນ) ໄດ້ທຳການສະແດງ ດົນຕີລະດັບສາກົນ ເພື່ອສ້າງກອງທຶນ ສະໜັບສະໜູນ ໃຫ້ແກ່ເດັກພິການ ປີ 2002 ທີ່ ຮ່າໂນ້ຍ. ພາບ: ເອກະສານ

ທ່ານ Michael W.Marine, ອະດີດເອກອັກຄະລັດຖະທູດ ສ ອາ ເມລິກາ ປະຈຳ ຫວຽດນາມໃຫ້ຮູ້ວ່າ ບັນດານັກສິລະປິນ ໃນວົງ ດົນຕີປະສານສຽງ ຮີວ້ອງ ຕ່າງກໍເປັນທູດແຫ່ງຂົງເຂດດົນຕີ ແລະ ວັດທະນະທຳ. ສຈ. ສປ ໂຕນເຖິດຈຽມ ກຳລັງດຳເນີນ ບັນດາສິ່ງ ມະຫັດສະຈັນ ເພື່ອປະກອບສ່ວນເພີ່ມທະວີຍິ່ງຂຶ້ນ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ບັນດາປະເທດ, ໂດຍຜ່ານຂົງເຂດວັດທະນະທຳ ແລະ ສິລະປະການສະແດງ. ທ່ານເປັນນັກສິລະປິນ ລະດັບໂລກ, ທັງເປັນນັກຈັດລາຍການດົນຕີ ທີ່ ເໜືອທຳມະດາ. ສຳລັບນ້ອງ ເຈິ່ນກວັກຮວ່ານ, ນັກນິລະປິນ ພິນສາຍດຽວ ຜູ້ພິການທາງສາຍຕາ ໄດ້ ທ່ານ ຈຽມ ສອນເປັນເວລາ ຫຼາຍປີ ແມ່ນມີຄວາມເອກອ້າງທະນົງໃຈ ກ່ຽວກັບອາຈານ ຜູ້ເຄົາລົບຮັກ ຂອງຕົນຢູ່ສະເໝີ. ທ່ານ ຈຽມ ໄດ້ສຶກສາອົບຮົມ ໃຫ້ວົງດົນຕີ ປະສານສຽງ ທຳການສະແດງຢ່າງຄ່ອງແຄ້ວ ແລະ ໄດ້ມາດຕະຖານ ໃນຫຼາຍພາສາ ທີ່ແຕກຕ່າງກັນ.

ທ່ານ ຈຽມ ໄດ້ດັດປັບການເນັ້ນສຽງ, ສອນທັກສະ ດ້ານວັດທະນະທຳ ໃຫ້ນັກຮຽນແຕ່ລະຄົນ ແລະ ເປັນເພື່ອນຮ່ວມທາງກັບ ວົງດົນຕີປະສານສຽງ ຮີວ້ອງ ໃນທຸກຄັ້ງ ການສະແດງ. ສຽງພິນທີ່ຍອດຢ້ຽມ ຂອງ ທ່ານ ໂຕນເຖິກຈຽມ ໄດ້ດັງກ້ອງກັງວານ ຢູ່ທົ່ວທຸກມູມໂລກ ນັບແຕ່ ສ ລັດເຊຍ, ອູແກຣມ, ຝຣັ່ງ, ເຢຍລະມັນ, ແບນຊິກ, ໂຮນລັງ ຕະຫຼອດຮອດ ອີຕາລີ, ແອັດສະປາຍ,
ສະວິດ, ສ ອາເມລິກາ ອີກດ້ວຍ.
ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top