• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສາດສະດາຈານ ຫວູຫງອກເຕິມ ແລະ ໃບຢັ້ງຢືນລິຂະສິດຈາກ ສ ອາເມລິກາ

ອາຍຸຫາກໍ່ 34 ປີ ແລະ ເຮັດວຽກພຽງ 3 ປີ ຢູ່ມະຫາວິທະຍາ ໄລ Colorado Boulder (ສ ອາເມລິກາ) ແຕ່ສາດສະດາຈານຄົນ ຫວຽດ ນາມ ຫວຫງອກເຕິມ ບັນລຸໄດ້ຮັບໃບຢັ້ງຢືນລິຂະສິດ ຂອງ ສ ອາເມ ລິກາ ເຖິງ 10 ໃບ ແລະ ໄດ້ຮັບລາງວັນຫຼາຍຢ່າງ ໃນກອງປະຊຸມເຕັກໂນໂລຊີ ຂອງໂລກ ໃນຂົງເຂດສາທາລະນະສຸກ.
ຮຽນຈົບມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ ເມື່ອປີ 2006, ຫຼັງ ຈາກນັ້ນອີກ 7 ປີ, ເພິ່ນໄປຮຽນຢູ່ມະຫາວິທະຍາໄລ Rutgers ຂອງ ສ ອາເມລິກາ ແລະ ໄດ້ຮັບໃບປະກາດປະລິນຍາເອກ, ຂະແໜງວິທະ ຍາສາດ ຄອມຜິວເຕີ. ປີ 2013, ຫວູຫງອກເຕິມ ໄດ້ຮັບຍົດສາດ ສະ ດາຈານ ແລະ ເປັນຜູ້ສ້າງຕັ້ງ, ທັງເປັນຜູ້ອຳນວຍການຂອງຫ້ອງທົດ ລອງ ບັນດາລະບົບໂທລະສັບມືຖື ແລະ ການເຊື່ອມຕໍ່ທີ່ໂຮງຮຽນ Colorado Denver.
 
ໂຄງການທຳອິດທີ່ ສຈ. ຫວູຫງອກເຕິມ ປະຕິບັດແມ່ນ “ກຳນົດທີ່ຕັ້ງຂອງໂທລະສັບມືຖືໃນລົດ ໂອໂຕ” ເມື່ອລັດຖະບານ ສ ອາເມລິກາຮຽກຮ້ອງໃຫ້ມີຫົວຄິດປະດິດສ້າງໃນການຫຼຸດຜ່ອນອຸບັດເຫດດ້ານ ການຄົມມະນາຄົມ ຍ້ອນໃຊ້ໂທລະສັບ ໃນເວລາກຳລັງຂັບລົດ.ໂຄງ ການນີ້ ຂອງ ເພິ່ນ ໄດ້ຮັບລາງວັນ ໃນງານສຳມະນາກ່ຽວກັບໂທລະ ສັບມືຖື ໂລກ Mobi Com.


ສຈ ຫວູຫງອກເຕິມ ກັບມາ ຫວຽດນາມ ໃນເດືອນ ກໍລະກົດ 2017 ເພື່ອຄັດເລືອກນັກຮຽນ
ຫວຽດນາມ ໄປເຮັດວຽກຢູ່ ສ ອາເມລິກາ.



ນອກຈາກແບ່ງປັນກ່ຽວກັບການຄົ້ນຄວ້າຂອງຕົນຢູ່ ສອາເມລິກາ, ສຈ ຫວູຫງອກເຕິນ ຍັງສະເໝີ
ໂອກາດຄວາມຮ່ວມມື ແລະ ການສຶກສາ ທີ່ ເພິ່ນ ກຳລັງປະຕິບັດກັບນັກສຶກສາ ຫວຽດນາມ.



ສຈ ຫວູຫງອກເຕິມ ໄດ້ແບ່ງປັນກ່ຽວກັບໂຄງການກໍ່ສ້າງ “ບຳລຸງ ສ້າງ ສາດສະດາຈານ ຫວຽດນາມ”
ຂອງ ເພິ່ນ ກັບນັກສຶກສາ ຫວຽດນາມ.



ໃນການພົບປະກັບນັກສຶກສາ ຄັ້ງນີ້, ສຈ ຫວູຫງອກເຕິນ ໄດ້ສະເໜີ ທຶນຮຽນ ປະລິນຍາເອກ 5 ທຶນ ແລະ
ຫຼັງປະລິນຍາເອກ 2 ທຶນ ເພື່ອ ໃຫ້ນັກສຶກສາ ຄົ້ນຄວ້າແລະ ມາລົງທະບຽນ.



ສຈ ຫວູຫງອກເຕິມ ພົບປະສັງສັນກັບນັກສຶກສາ ຫວຽດນາມ. 

ປີ 2014, ສຈ ຫວູຫງອກເຕິມ ໄດ້ສ້າງຊື່ສຽງ ຢູ່ສ ອາເມລິກາ ດ້ວຍ ລາງວັນອັນຊົງຄ່າ “Google Faculty Research Award” ຂອງ ບໍລິ ສັດເຕັກໂນໂລຊີ Google ດ້ວຍການປະດິດສ້າງແຫວນ ຊຶ່ງສາມາດ ເກັບຮັກສາລະຫັດລັບໄດ້ທຸກປະເພດແບບບໍ່ຈຳກັດ, ເມື່ອ ເອົາແຫວນ ນີ້ ແປະໃສ່ໜ້າຈໍຂອງໂທລະສັບມືຖື, ມັນສາມາດແລກປ່ຽນຂໍ້ມູນ ຂ່າວ ສານ ແລະ ຮັບຮອງໄດ້ຜູ້ນຳໃຊ້. ການປະດິດສ້າງນີ້ ໄດ້ ຮັບການອຸປະ ຖຳໂດຍບໍລິສັດເຕັກໂນໂລຊີ Google ເປັນ ຈຳນວນ ເງິນ 55.000 ໂດລາສະຫະລັດ ພ້ອມກັບເງິນອຸປະຖຳ ຂອງ ລັດຖະບານ ສ ອາເມ ລິກາ ເພື່ອຊ່ວຍໃຫ້ຫຼາຍລ້ານຄົນໃນໂລກ ຮັກສາ ຂໍ້ມູນຂ່າວສານ ທີ່ສຳຄັນຂອງຕົນໄດ້.
 
ນອກຈາກການປະດິດສ້າງແຫວນ ເກັບຮັກສາຄວາມລັບ ໂດຍໄດ້ຮັບ ການສະໜັບສະໜູນຈາກຜູ້ອຸປະຖໄແລ້ວ, ສຈ ຫວູຫງອກເຕິມ ຍັງ ເປັນທີ່ຮູ້ຈັກເຈົ້າຂອງ 3 ໂຄງການ ທີ່ໄດ້ຮັບການອຸປະຖຳໂດຍ ກອງທຶນ ວິທະຍາສາດ ແຫ່ງຊາດ ສ ອາເມລິກາ; 2 ໂຄງການໄດ້ຮັບການອຸປະ ຖຳ ໂດຍກອງທຶນລັດ Colorado; 2 ໂຄງການໄດ້ຮັບການອຸປະຖຳ ຈາກມະຫາວິທະ ຍາໄລ Colorado ດ້ວຍ  ຈຳນວນທຶນສູງເຖິງ 1,7 ລ້ານໂດລາສະຫະລັດ.
 
ພິເສດ, ສຈ ຫວູຫງອກເຕິມ ຍັງໃຫ້ຄວາມສຳຄັນກ່ຽວກັບການຄົ້ນ ຄວ້າ ເຕັກໂນໂລຊີ ໂທລະສັບມືຖື ໃນຂົງເຂດສາທາລະນະສຸກ ຂອງ ຕົນ ເພາະຖືກນຳໃຊ້ໂດຍກົງໃນຊີວິດປະຈຳວັນ ຂອງ ສັງຄົມ.   ດ້ວຍທ່າ ແຮງ ທີ່ໄດ້ເຮັດວຽກໃນມະຫາວິທະຍາໄລ Colorado Denver ເປັນ ໂຮງຮຽນອັນດັບ 4 ຢູ່ ສ ອາເມລິກາ ກ່ຽວກັບການດູແລສຸຂະພາບໃຫ້ ແກ່ຜູ້ຄົນ, ເພິ່ນພ້ອມກັບເພ່ືອນຮ່ວມງານ, ສ່ວນຫຼາຍແມ່ນນັກສຶກສາ ຫວຽດນາມ ໄດ້ສ້າງລະບົບດູແດສຸຂະພາບ ແບບສະຫຼາດດ້ວຍຄ່າ ໃຊ້ຈ່າຍໜ້ອຍ.
 
ສິ່ງທີ່ໜ້າສົນໃຈ ກໍ່ຄືວ່າ ທັງໝົດການຄົ້ນຄວ້າ ຂອງ ເພິ່ນ ກ່ຽວກັບຂົງ ເຂດດັ່ງກ່າວ, ສຈ ຫວູຫງອກເຕິມ ຈະປະຕິບັດຮ່ວມກັບນັກຄົ້ນຄວ້າ ຫວຽດນາມ ຊຶ່ງເພິ່ນເປັນຜູ້ຄັດເລືອກ ມາຈາກມະຫາວິທະຍາໄລ ສັບ ພະວິຊາ ຮ່າໂນ້ຍ, ມະຫາວິທະຍາໄລ ວິທະຍາສາດ ທຳມະຊາດ (ມະ ຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ)... ສຈ ຫວູຫງອກເຕິມ ໃຫ້ຮູ້ວ່າ ແຕ່ລະປີ ເພິ່ນຈະກັບມາຢາມມະຫາວິທະຍາໄລ ຈຳນວນໜຶ່ງຢູ່ ຫວຽດ ນາມ ເພື່ອແບ່ງປັນ ວຽກທີ່ກຳລັງເຮັດ ແລະ ມອບທຶນການສຶກສາ ໃຫ້ ແກ່ນັກຮຽນ ຫວຽດນາມ ຜູ້ທີ່ມີຄວາມມັກຮັກ ກັບການຄົ້ນຄວ້າເຕັກໂນ ໂລຊີ ໄປຮຽນ ແລະ ເຮັດວຽກຢູ່ ສ ອາເມລິກາ.
 
ສຈ ຫວູຫງອກເຕິມ ໃຫ້ຮູ້ຕື່ມອີກວ່າ ສ່ວນຫຼາຍບັນດາໂຄງການ ແມ່ນ ຍັງບໍ່ທັນມີໃຜເຮັດຈັກເທື່ອ, ສະນັ້ນ ເພິ່ນຈຶ່ງເລືອກນັກສຶກສາ ທີ່ມາ ເຮັດວຽກນຳຕົນເອງດ້ວຍຄວາມຢາກຮູ້ຢາກເຮັດ ແລະ ຄວາມ ພະຍາ ຍາມຂອງເຂົາເຈົ້າ. ປະຈຸບັນ, ເພິ່ນໄດ້ສົ່ງນັກສຶກສາ ຫວຽດນາມ 7 ຄົນ ໄປຮຽນ ແລະ ເຮັດວຽກຢູ່ ສ ອາເມລິກາ.


ສຈ ຫວູຫງອກເຕິມ ຮັບລາງວັນ ບົດຂ່າວທີ່ດີທີສຸດ ຈາກກອງປະຊຸມ SENSYS 2016.


ປະຈຸບັນ, ສຈ ຫວູຫງອກເຕິມ ເປັນຜູ້ອຳນວຍການ ຫ້ອງທົດລອງ ບັນ ດາລະບົບໂທລະສັບມືຖື ແລະ
ການເຊື່ອມຕໍ່ທີ່ມະຫາວິທະຍາໄລ
Colorado Denver, ສ ອາເມລິກາ.



ສຈ ຫວູຫງອກເຕິມ ໃນຫ້ອງວິເຄາະ ທີ່ມະຫາວິທະຍາໄລ Colorado Denver, ສ ອາເມລິກາ.


ສຈ ຫວູຫງອກເຕິມ ແລະ ນັກຄົ້ນຄວ້າດີເດັ່ນ ຫງວຽນເຈິ່ນລານແອງ ໃນຫ້ອງເຮັດວຽກ.


ສຈ ຫວູຫງອກເຕິມ ແນະນຳໃຫ້ບັນດານັກຄົ້ນຄວ້າຂອງຕົນຢູ່ ສ ອາເມ ລິກາ.


ສຈ ຫວູຫງອກເຕິມ (ຜູ້ທີ 3 ຈາກຊ້າຍ) ພ້ອມກັບນັກຄົ້ນຄວ້າ ຂອງ ຕົນ.

ເມື່ອເວົ້າເຖິງຄາດໝາຍໃນອະນາຄົດ ກ່ຽວກັບ ການຄົ້ນຄວ້າຂອງຕົນ ກ່ຽວກັບ ຫວຽດນາມ, ສຈ ຫວູຫງອກເຕິມ ໃຫ້ຮູ້ວ່າ ປະຈຸບັນ ເພິ່ນ ພວມ ສ້າງຖັນແຖວພະນັກງານ ໃນດ້ານເຕັກໂນໂລຊີດູແລ ສຸຂະ ພາບ ໃຫ້ແກ່ຄົນ ຫວຽດນາມ ເພື່ອກັບມາປະເທດ ສ້າງຕັ້ງບໍລິສັດຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. 


 

ບັນດາຜົນງານການຄົ້ນຄວ້າຂອງ ສຈ ຫວູຫງອກເຕິມ ໄດ້ປະກາດອອກໃນວາລະສານ ແລະ ງານສຳມະນາກ່ຽວກັບເຕັກໂນໂລຊີໂທລະສັບມືຖື ທີ່ມີຊື່ສຽງໃນໂລກຄື: ACM MobiCom, ACM MobiSys, ACM SENSYS, ACM CCS, IEEE Infocom, ACM UbiComp, Mobile Computing (TMC) ແລະ ໄດ້ແນະ ນຳຜ່ານຊ່ອງໂທລະພາບຂອງ ສ ອາເມລິກາ ຄື: CNN TV, The New York Times, The Wall Street Journal...
ບົດ: ເງິນຮ່າ -ພາບ: ກົງດາດ 

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top