• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ພັດທະນາຍືນຍົງຄົງຕົວຢ່າງບໍ່ຢຸດຢັ້ງ

ຫຼັງຈາກເຂົ້າຮ່ວມກອງປະຊຸມບັນດາຜູ້ນຳເສດຖະກິດ ເວທີປາໄສ ຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 25 ຢູ່ ນະຄອນ ດ່າໜັງ ລະຫວ່າງວັນທີ 10 – 11 ພະຈິກ 2017, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ໄດ້ທຳການຢ້ຽມຢາມ ທາງລັດຖະກິດ ສສ ຫວຽດນາມ ລະຫວ່າງວັນທີ 12-13 ພະຈິກ 2017. 
ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງ ພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າພາບ ໃນການ ຕ້ອນຮັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ດ້ວຍບັນດາພິທີສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ ພ້ອມທັງ ຍິງປືນໃຫຍ່ 21 ນັດ ເພື່ອສະແດງຄວາມຊົມເຊີຍ. ສະຫາຍ ຫງວຽນຝູ໋ ຈ້ອງ ເລຂາທິການໃຫຍ່, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ໄດ້ມີການພົບປະເຈລະຈາ ແລະ ເປັນສັກຂີພິຍານ ໃນພິທີລົງນາມໃນບັນດາເອກະສານ ວ່າດ້ວຍການຮ່ວມມື ລະຫວ່າງສອງຝ່າຍ; ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ກໍໄດ້ມີ ການພົບປະເຈລະຈາ ກັບສະຫາຍ ເຈິ່ນດ້າຍກວາງ ປະທານ ປະເທດ; ພົບປະແລກປ່ຽນ ຄຳຄິດຄຳເຫັນກັບສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະ ທານປະເທດ ໄດ້ພ້ອມກັບສະຫາຍນາງ ຫງວຽນທິກີມເງິນ ປະທານ ສະພາແຫ່ງຊາດ ເຂົ້າຮ່ວມພິທີເປີດຫໍມິດຕະພາບ ຫວຽດນາມ-ຈີນ ແລະ ໄຂສູນວັດທະນະທຳຈີນ ຢູ່ ຮ່າໂນ້ຍ; ພົບປະແລກປ່ຽນກັບ ບັນດາຜູ້ແທນ ທີ່ເຂົ້າຮ່ວມ ເວທີປາໄສປະຊາຊົນ ຫວຽດນາມ-ຈີນ ແລະ ຜູ້ຕາງໜ້າປັນຍາຊົນມິດຕະພາບສອງປະເທດ. 


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນ ກາງ ພັກກອມມູນິດຫວຽດນາມ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຈີນ, ປະທານປະເທດ ແຫ່ງ ສປ ຈີນ ກວດແຖວ ກອງກຽດຕິຍົດ
ກອງທັບ ປະຊາຊົນ ຫວຽດນາມ. ພາບ: ຈີ້ຢຸງ/VNA



ພິທີຕ້ອນຮັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານ ງານ ສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສປ ຈີນ
ທຳການຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ດ້ວຍການຍິງປືນ ໃຫຍ່ 21 ນັດເພື່ອສະແດງຄວາມຊົມເຊີຍ. ພາບ: ຈ້ອງດາດ/VNA



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງສປ ຈີນ
ໃນພິທີຕ້ອນຮັບ. ພາບ: ຈີ້ຢຸງ/VNA



ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ
ດ້ວຍຄວາມໃກ້ຊິດ ສະໜິດສະໜົມ. ພາບ: ເຟືອງຮວາ/VNA



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ສີຈິ້ນຜິງ ເລຂາ ທິການໃຫຍ່, ປະທານປະເທດ
ໃນການພົບປະ ເຈລະຈາ. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ເປັນສັກຂີພິຍານ ໃນພິທີລົງນາມ
ບົດບັນທຶກຊ່ວຍຈຳ ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ຈີນ ວ່າດ້ວຍການຊຸກຍູ້ເຊື່ອມຕໍ່ ລະຫວ່າງ ຂອບເຂດ
“ສອງແລວທາງ, ໜຶ່ງເສັ້ນທາງ”, ກັບຂໍ້ລິເລີ່ມ “ເຂດລ້ອມຮອບ ແລະ ເສັ້ນທາງ”. ພາບ: ຈີ້ຢຸງ/VNA 



ໃນຕອນເຊົ້າວັນທີ 12 ພະຈິກ 2017, ທີ່ຮ່າໂນ້ຍ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ເຈິ່ນດ້າຍກວາງ ປະທານປະເທດ ຈັດງານລ້ຽງສະແດງຄວາມຊົມເຊີຍ ຕໍ່ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ທີ່ມາຢ້ຽມຢາມ ທາງລັດຖະກິດ ສສ ຫວຽດນາມ.
ໃນພາບ: ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ອ່ານສູນທອນພົດ ສະແດງຄວາມຊົມເຊີຍ. ພາບ: ຈີ້ຢຸງ/VNA

ຫວຽດນາມ-ຈີນ ໄດ້ລົງນາມ ແລະ ແລກປ່ຽນເອກະສານ ວ່າດ້ວຍ ການຮ່ວມມື 19 ສະບັບ. ຕອນບ່າຍວັນທີ 12 ພະຈິກ, ທີ່ສຳນັກ ງານສູນກາງພັກ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ພັກ ກອມມູນິດ ຫວຽດນາມ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ສປຈີນ ໄດ້ເປັນສັກຂີພິຍານ ໃນການລົງນາມ ເອກະສານ 12 ສະບັບ ແລະ ແລກປ່ຽນເອກະສານ 7 ສະບັບ ວ່າດ້ວຍການຮ່ວມມື ລະຫວ່າງ ສອງປະເທດ. 
ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ໄດ້ມາວາງ ພວງມາລາ ແລະ ເຂົ້າໄວ້ອາໄລສຸສານປະທານໂຮ່ຈີມິນ, ພ້ອມກັບ ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຢ້ຽມຊົມງານວາງສະ ແດງ ພາບຖ່າຍ “ສປ ຈີນ ໃນສາຍຕາຂອງນັກຖ່າຍຮູບ ຫວຽດ ນາມ”; ເຂົ້າຢ້ຽມບ່ອນທີ່່ລຸງໂຮ່ ເຖິງແກ່ມໍລະນະກຳ ແລະ ເຂົ້າຮ່ວມ ງານດື່ມນ້ຳຊາ ໃນບໍລິເວນຂອບເຂດ ປູສະນີຍະສະຖານ ເຮືອນ ຮ້ານ ລຸງໂຮ່.

ໃນການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນ, ສອງຝ່າຍໄດ້ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ແຕ່ລະພັກ, ແຕ່ລະປະ ເທດ, ເຂົ້າສູ່ລວງເລິກ ໃນການແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການພົວພັນສອງຝ່າຍ ແລະ ບັນຫາສາກົນ ແລະ ພາກພື້ນທີ່ ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ; ບັນລຸໄດ້ຄວາມຮັບຮູ້ລວມ ທີ່ສຳຄັນ ວ່າດ້ວຍ ການເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ ການພົວພັນ ຄູ່ຮ່ວມມື ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃນສະພາບການໃໝ່. ສອງຝ່າຍເປັນເອກະສັນກັນ ໃນການເສີມຂະຫຍາຍ ບັນດາຜົນສຳເລັດ ທີ່ບັນລຸໄດ້ ໃນໄລຍະ ຜ່ານມາ, ຕັ້ງໜ້າແກ້ໄຂ ບັນດາຂໍ້ຫຍຸ້ງຍາກ, ອຸດຕັນ, ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ພັດທະນາ ຍືນຍົງຄົງຕົວຢ່າງບໍ່ຢຸດຢັ້ງ.

ມີບາງຈຸດສຳຄັນຈຳນວນໜຶ່ງກ່ຽວກັບການເພີ່ມທະວີຄວາມສາມັກຄີ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ນັ້ນກໍຄື ເພີ່ມທະວີ ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ຢ່າງແຂງແຮງ ການພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາຂັ້ນ, ຂະແໜງການ, ຮັກສາເປັນປະຈຳ ມູນເຊື້ອອັນດີງາມໃນການແລກປ່ຽນ, ພົບປະຂັ້ນສູງ, ຍົກສູງປະສິດທິຜົນ ຂອງ ການຮ່ວມມື ແລະ ເສີມຂະຫຍາຍ ບົດບາດ ການຕິດຕໍ່ຜ່ານທາງການພົວພັນຂອງພັກ ເພື່ອປະກອບສ່ວນ ເພີ່ມທະວີຄວາມໄວ້ວາງໃຈໃນດ້ານການເມືອງ, ກຳນົດທິດສັງລວມ ແລະ ຊຸກຍູ້ການພົວພັນສອງຝ່າຍ; ຈັດຕັ້ງ ເປັນຢ່າງດີ ການພົບປະ ຜູ້ຕາງໜ້າ ຂອງ ສອງກົມການເມືອງ, ການສຳມະນາທິດສະດີ, ຜັນຂະຫຍາຍປະສິດທິຜົນ ແຜນການ ຮ່ວມມື ກໍ່ສ້າງພະນັກງານ, ເຂົ້າສູ່ລວງເລິກໃນການ ແລກປ່ຽນ ບົດຮຽນ ກໍ່ສ້າງພັກ ແລະ ຄຸ້ມຄອງປະເທດຊາດ; ເພີ່ມທະວີ ການພົບປະສັງສັນ, ພົບປະແລກປ່ຽນ ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຈີນ, ລະຫວ່າງແນວໂຮມ ປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງ ຈີນ, ລະຫວ່າງບັນດາຂັ້ນ, ຂະແໜງການ, ລະຫວ່າງ ບັນດາອົງການ ຈັດຕັ້ງມະຫາຊົນ, ໂດຍສະເພາະຢ່າງຍິ່ງ ແມ່ນລຸ້ນໄວໜຸ່ມ ສອງປະເທດ.



ສະຫາຍ ສີຈິ້ນຜິງ ເລຂາທິການ ໃຫຍ່, ປະທານປະເທດ ວາງພວງມາລາ ແລະ ເຂົ້າໄວ້ອາໄລສຸສານປະທານ ໂຮ່ຈີມິນ. ພາບ: ຟ້າມກຽນ/VNA


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຢ້ຽມຢາມໜອງປາ ລຸງ ໂຮ່
ໃນ ບໍລິເວນເຂດປູສະນີຍະສະຖານປະທານ ໂຮ່ຈີມິນ. ພາບ: ເຟືອງຮວາ/VNA



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແນະນຳກັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຮູບປັ້ນ
ລຸງ ໂຮ່ ກຳລັງ ນັ່ງ ເຮັດວຽກ. ພາບ: ຈີ້ຢຸງ/VNA



ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການ ໃຫຍ່, ປະທານປະເທດເຂົ້າຮ່ວມງານດື່ມນ້ຳຊາ
ໃນ ບໍລິເວນຂອບເຂດປູສະນີຍະສະຖານເຮືອນຮ້ານ ລຸງ ໂຮ່. ພາບ: ຈີ້ຢຸງ/VNA

ສອງຝ່າຍຕ້ອງຍູ້ແຮງການຮ່ວມມື ໃນບັນດາຂົງເຂດການທູດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍ, ປະຕິບັດເປັນຢ່າງດີ ຖະແຫຼງການ ວິໄສທັດ ຮ່ວມມື ດ້ານປ້ອງກັນຊາດ ເຖິງ ປີ 2025, ຈັດຕັ້ງເປັນຢ່າງດີ ການພົບປະແລກປ່ຽນ ມິດຕະພາບ ດ້ານປ້ອງກັນຊາຍແດນ, ໂອ້ລົມສົນທະນາຍຸດທະສາດ ປ້ອງກັນຊາດ, ບັນດາກົນໄກ ພົບປະແລກປ່ຽນການຮ່ວມມື ລະຫວ່າງ ທະຫານປ້ອງກັນ ຊາຍແດນ, ກອງທັບເຮືອ, ຕຳຫຼວດທະເລ, ເພີ່ມທະວີການ ພົບປະສັງສັນ ລະຫວ່າງທະຫານໜຸ່ມ, ແບ່ງປັນບົດຮຽນ ໃນວຽກງານ ຂອງພັກ, ວຽກງານການເມືອງ, ການແພດ, ການເຄື່ອນໄຫວ ຮັກສາສັນຕິພາບ ຂອງສະຫະປະຊາຊາດ; ເພີ່ມທະວີການແລກປ່ຽນ ກ່ຽວກັບ ຄວາມສະຫງົບ, ປະສານສົມທົບ ໃນການປ້ອງກັນ ແລະ ຕ້ານອາດສະຍາກຳ; ຮັກສາເປັນຢ່າງດີ ບັນດາກົນໄກປຶກສາຫາລື ແລະ ຮັບຟັງຄວາມຄິດເຫັນ, ແລກປ່ຽນ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການຊຸກຍູ້ ການພົວພັນ ສອງຝ່າຍ ກໍຄືຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສອງຝ່າຍສືບຕໍ່ສຸມໃສ່ໃນບາງຈຸດສຸມຈຳນວນໜຶ່ງເຊ່ັນ: ເພີ່ມທະວີ ການຮ່ວມມື ດ້ານການລົງທຶນ, ເປີດກວ້າງຂອບຂະໜາດການຄ້າ ສອງຝ່າຍ, ນຳໃຊ້ບັນດາວິທີການ ທີ່ມີຜົນສັກສິດ ເພື່ອແກ້ໄຂ ໃຫ້ດີກວ່າເກົ່າ ສະພາບຂາເຂົ້າ ລື່ນເກີນຂາອອກ ຂອງຫວຽດນາມ; ເພີ່ມທະວີການ ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນຂົງເຂດຕ່າງໆ ທີ່ ຈີນມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການເຊັ່ນ: ກະສິກຳ, ສິ່ງແວດລ້ອມ, ຮັບມືກັບການ ປ່ຽນແປງ ຂອງດິນຟ້າອາກາດ, ວິທະຍາສາດເຕັກໂນໂລຊີ, ການຄົມມະນາຄົມຂົນສົ່ງ; ຮ່ວມມືກັນ ດ້ານປະສົມແນວພັນເຂົ້າ, ຕົ້ນໄມ້ ໃຫ້ແທດເໝາະກັບ ຄວາມແຫ້ງແລ້ງ ແລະ ນຳ້ເຄັມຊຶມ ຢູ່ເຂດທົ່ງພຽງ ແມ່ນຳ້ຂອງ; ດັດແກ້ໃຫ້ຖືກຕ້ອງ ບັນຫາກຳປັ່ນ ຫາປາ, ຊາວປະມົງ; ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ແຫຼ່ງນຳ້ ຕາມແມ່ນຳ ້ຢູ່ເຂດຊາຍແດນແບບຍືນຍົງ, ຮ່ວມມືປ້ອງກັນ, ຮັບມື ກັບອຸທົກກະໄພ, ຄວາມປອດໄພດ້ານ ນິວເຄຼຍ; ອຳນວຍ ຄວາມສະດວກ ໃຫ້ແກ່ການຮ່ວມມືເຊື່ອມຕໍ່ ການຄົມມະນາຄົມ ທາງບົກ, ທາງລົດໄຟ ແລະ ທາງອາກາດ.

ສອງຝ່າຍຕ້ອງປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຂໍ້ຕົກລົງ ວ່າດ້ວຍບັນດາຫຼັກການພື້ນຖານ ຊີ້ນຳແກ້ໄຂບັນຫາ ທາງທະເລ ລະຫວ່າງ ຫວຽດນາມ-ຈີນ, ຖະແຫຼງການກ່ຽວກັບການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ສ້າງໃຫ້ ສໍາເລັດ ໂດຍໄວປະມວນກົດລະບຽບການປະພຶດຕໍ່ ຢູ່ທະເລ ຕາເວັນອອກ (COC) ໃຫ້ມີຜົນສັກສິດ ແລະ ມີປະສິດທິພາບ.



ຕອນເຊົ້າວັນທີ 13 ພະຈິກ 2017, ທີ່ສຳນັກງານປະທານປະເທດ, ສະຫາຍ ເຈິ່ນດ້າຍ ກວາງ ປະທານປະເທດ ໃນການພົບປະ ເຈລະຈາກັບ
ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດ ມາຢ້ຽມຢາມທາງ ລັດຖະກິດ ສສ ຫວຽດນາມ.
ພາບ: ຍານຊ໋າງ/VNA



ຕອນບ່າຍວັນທີ 11 ພະຈິກ 2017, ທີ່ນະຄອນ ດ່າໜັງ, ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ມີການພົບປະແລກປ່ຽນ
ຄຳຄິດຄຳເຫັນກັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານ ປະເທດ. ພາບ: VNA



ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີ
ສະຫຼອງ ການສຳເລັດຫໍມິດຕະພາບ ຫວຽດນາມ-ຈີນ ແລະ ໄຂສູນວັດທະນະທຳ ຈີນ ຢູ່ ຮ່າໂນ້ຍ. ພາບ: ຈ້ອງດຶກ/VNA



ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ແລະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ປະຕິບັດ
ພິທີມອບກະແຈ, ພິທີເປີດຫໍມິດຕະພາບ ຫວຽດນາມ-ຈີນ ທີ່ ຮ່າ ໂນ້ຍ. ພາບ: ຈ້ອງດຶກ/VNA



ຕອນບ່າຍວັນທີ 12 ພະຈິກ 2017, ທີ່ ຮ່າໂນ້ຍ, ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໄດ້ທຳການພົບປະ ແລກປ່ຽນ
ຄຳຄິດຄຳເຫັນກັບ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ເນື່ອງໃນໂອກາດມາຢ້ຽມຢາມ ທາງລັດຖະກິດ ສສ ຫວຽດນາມ.
ພາບ: ຈ້ອງດຶກ/VNA

ສອງຝ່າຍຊຸກຍູ້ການຮ່ວມມືທີ່ແທດເໝາະກັບຄວາມເປັນຈິງ, ຮັບໃຊ້ ຂະບວນການປ່ຽນແປງໃໝ່, ດັດແປງເປີດປະຕູ ຢູ່ແຕ່ລະປະເທດ, ເສີມຂະຫຍາຍບົດບາດຈັດທຳໂດຍລວມ ບັນດາຂົງເຂດການ ຮ່ວມມື ຂອງຄະນະກຳມະການ ຊີ້ນຳຮ່ວມມື ສອງຝ່າຍ; ເສີມຂະຫຍາຍ ຢ່າງມີປະສິດທິຜົນ ບັນດາກົນໄກການຮ່ວມມື ດ້ານການຄ້າ, ພື້ນຖານໂຄງລ່າງ, ການເງິນ - ເງິນຕາ, ເຊື່ອມຕໍ່ ຍຸດທະສາດພັດທະນາ ລະຫວ່າງຂໍ້ລິເລີ່ມ “ເຂດລ້ອມຮອບ ແລະ ເສັ້ນທາງ” ກັບ “ສອງແລວທາງ, ໜຶ່ງເຂດລ້ອມຮອບ ເສດຖະກິດ”, ຊຸກຍູ້ຮ່ວມມື ເສດຖະກິດ-ການຄ້າ ພັດທະນາໃຫ້ສົມສ່ວນໝັ້ນຄົງ, ບັນລຸເປົ້າໝາຍ 100 ຕື້ ໂດລາສະຫະລັດ ໃນປີ 2017; ສະໜັບສະໜູນ, ອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມື ລະຫວ່າງ ທ້ອງຖິ່ນ ແລະ ເຂດຊາຍແດນ ລະຫວ່າງສອງປະເທດ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງ ປະຊາຊົນ, ຊຸກຍູ້ ການຮ່ວມໃນທຸກຂົງເຂດ ກ່ຽວກັບລະບົບ ຄວາມສະຫງົບປອດໄພ ຂອງສັງຄົມ ນຳມາເຊິ່ງຜົນປະໂຫຍດ, ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ...
 
ໃນຂອບການຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ, ຕອນບ່າຍ ວັນທີ 12 ພະຈິກ, ທີ່ຮ່າໂນ້ຍ, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ພ້ອມກັບຄະນະຜູ້ແທນຂັ້ນສູງ ເຂົ້າ ຮ່ວມພິທີ ເປີດຫໍ ມິດຕະພາບ ຫວຽດນາມ-ຈີນ. ໂຄງການດັ່ງກ່າວໄດ້ຮັບທຶນຊ່ວຍ ເຫຼືອລ້າ ຈາກລັດຖະບານ ຈີນ ແລະ ທຶນສົມທົບຂອງ ຫວຽດນາມ. 
 
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top