• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສາຍພົວພັນ ຫວຽດນາມ-ກຳປູເຈຍ ນັບມື້ນັບ ມີການພັດທະນາ ຢ່າງກວ້າງຂວາງ ເລິກເຊິ່ງ ແລະ ບັນລຸປະສິດທິຜົນ

ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນ ຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນໄປໃນ ສະພາບ ແວດລ້ອມ ການພົວພັນ ຫວຽດນາມ-ກຳປູ ເຈຍ ໃຫ້ ຄວາມ ບຸລິ ມະສິດສູງ ໃນການ ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາ ສາຍພົວພັນ ບ້ານໃກ້ເຮືອນຄຽງທີ່ດີງາມ, ໄມຕີຈິດມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ. 
ໃນຊຸມປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ໄດ້ຊຸກຍູ້ ການພົວ ພັນຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ການລົງທຶນ ແລະ ການຄ້າ ໄດ້ມີການພັດທະນາຢ່າງແຂງແຮງ. ວົງເງິນການຄ້າ ສອງຝ່າຍ ປີ 2017 ບັນລຸປະມານ 3,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 25% ເມື່ອທຽບກັບປີ 2016. ໃນ 7 ເດືອນຕົ້ນປີ 2018, ວົງເງິນ ການຄ້າສອງສົ້ນ ບັນລຸ 2,7 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບກັບໄລຍະດຽວກັນ ຂອງປີ 2017. ສອງຝ່າຍ ສູ້ຊົນບັນ ລຸເປົ້າໝາຍ 5 ຕື້ໂດລາສະຫະລັດ ໃນຊຸມປີທີ່ຈະມາເຖິງ.

ປັດຈຸບັນ, ຫວຽດນາມ ມີ 206 ໂຄງການລົງທຶນຢູ່ ກຳປູເຈຍ ກັບ ມູນຄ່າການລົງທຶນ ຈົດທະບຽນທັງໝົດ ປະມານ 3,03 ຕື້ ໂດລາ ສະຫະລັດ, ສຸມໃສ່ໃນຂົງເຂດ ກະສິກຳ, ປ່າໄມ້ ເປັນຕົ້ນຕໍ, ນຳ ຫວຽດນາມ ເປັນໜຶ່ງໃນຫ້າປະເທດ ມີເງິນລົງທຶນໂດຍກົງ ຈາກ ຕ່າງປະເທດ ຫຼາຍທີສຸດຢູ່ກຳປູເຈຍ. ບັນດາການເຄື່ອນໄຫວ ລົງ ທຶນ, ດຳເນີນທຸລະກິດ ຂອງ ວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ໄດ້ທ່ານ ນາຍົກລັດຖະມົນຕີ  ຮຸນແຊນ ແລະ ບັນດາ ຜູ້ນຳ ກຳປູເຈຍ ຕີລາຄາສູງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ຄວາມ ສະຫງົບ ປອດໄພ ຂອງສັງຄົມ ແລະ ການພັດທະນາ ທີ່ຈະເລີນ ໝັ້ນຄົງ ຂອງ ປະເທດນີ້. ກົງກັນຂ້າມ, ການລົງທຶນ ຂອງກຳປູເຈຍ ເຂົ້າ ຫວຽດນາມ ກໍມີການດຳເນີນໄປຢ່າງຕັ້ງໜ້າ, ປັດຈຸບັນໄດ້ມີ 18 ໂຄງການ ກັບມູນຄ່າການລົງທຶນທັງໝົດ 58,125 ລ້ານໂດລາ ສະຫະລັດ. 
 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສົມເດັດ ອັກຄະ ມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ  ກວດແຖວກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ ໃນພິທີຕ້ອນຮັບ. ພາບ: ວັນດຽບ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົນທະນາຢ່າງ ສະ ໜິດ ສະໜົມ ກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ບົນເສັ້ນທາງໄປສຳນັກງານຂອງລັດຖະບານ ເພື່ອການເຈລະຈາ.  ພາບ: ວັນດຽບ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາ ກັບ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ
ແຫ່ງ ລາຊະອານາ ຈັກ ກຳປູເຈຍ  ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
ພົບປະກັບສື່ມວນຊົນ. ພາບ: ຖົ໋ງເຍິດ/VNA



ທີ່ສຳນັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໃຫ້ການຕ້ອນຮັບ
ສົມເດັດ ເຕໂຊ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ເນື່ອງໃນໂອກາດ
ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ. ພາບ: ເຟືອງຮວາ/VNA



ທ່ານນາງ ຫວຽນທິກີມເງິນ ປະທານສະພາແຫ່ງຊາດ ໃຫ້ການຕ້ອນຮັບ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ
ແຫ່ງ ລາຊະອານາຈັກ ກຳປູເຈຍ. ພາບ: ຈ້ອງດຶກ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
ເປັນສັກຂີພິຍານໃນພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍ ຜົນສຳເລັດ ການພົບປະເຈລະຈາ ສັນຍາການຄ້າຊາຍແດນ
ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ ເປັນ ສັກຂີພິຍານໃນພິທີລົງນາມວ່າດ້ວຍ ການປະຕິບັດໂຄງການນໍາໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານ ຫວຽດນາມ ເພື່ອປະຕິບັດໂຄງການລົງທຶນກໍ່ສ້າງ ກິດຈະການຈຳນວນໜຶ່ງ ຂອງໂຄງການ ສູນປິ່ນປົວປະຢາເສບຕິດໂດຍສະໝັກໃຈ, ອີງໃສ່ວົງຄະນາຍາດ ຢູ່ແຂວງ 
Preah Sihanouk. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
ເປັນສັກຂີພິຍານໃນພິທີລົງນາມ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ
ແລະ ກະຊວງສຶກສາ, ຊາວໜຸ່ມ ແລະ ກິລາ ກຳປູເຈຍ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ກຳປູເຈຍ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ເຕໂຊ ຮຸນແຊນ ຖ່າຍຮູບຮ່ວມກັບບັນດາຜູ້ແທນສະມາຄົມມິດຕະພາບ ຫວຽດ ນາມ-ກຳປູເຈຍ ແລະ ນັກຮົບເກົ່າອາສາສະໝັກ ຫວຽດນາມ ທີ່ ກຳປູເຈຍ. ພາບ: ວັນດຽບ/VNA
ຄຽງຂ້າງນັ້ນ, ໃນຊຸມປີມໍ່ໆ ນີ້, ຂະແໜງການທ່ອງທ່ຽວ ສອງປະ ເທດ ໄດ້ກາຍເປັນຂົງເຂດດຶງດູດ ແຫຼ່ງລົງທຶນ ແລະ ຊັບພະຍາ ກອນມະນຸດຢ່າງຫຼວງຫຼາຍ, ຊຶ່ງລັດຖະບານສອງ ປະເທດເອົາ ໃຈໃສ່. ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍເປັນ ປະເທດ ມີຈຳນວນ ນັກທ່ອງທ່ຽວ ຫຼາຍທີສຸດ ໄປທ່ຽວກຳປູເຈຍ. ປີ 2017, ຈຳນວນນັກທ່ອງທ່ຽວໄປທ່ຽວກຳປູເຈຍ ປະມານ 835.000 ເທ່ືອ ຄົນ, ຮອງຈາກ ສປ ຈີນ. ປັດຈຸບັນ, ບໍລິສັດການບິນ Vietnam Airlines ກໍາລັງຂຸດຄົ້ນ 6-10 ຖ້ຽວບິນ/ມື້ ຈາກນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີ ມິນ ໄປຍັງ ນະຄອນຫຼວງພະນົມ ເປັນ ແລະ ຊຽມຣຽບ ຂອງປະເທດ ກຳປູເຈຍ.

ໃນຊຸມປີຜ່ານມາ, ສອງຝ່າຍໄດ້ຊຸກຍູ້ຢ່າງແຂງແຮງ ການເຊື່ອມຕໍ່ ກ່ຽວກັບຂົງເຂດເສດຖະກິດ, ການຄົມມະນາຄົມ ແນໃສ່ເສີມຂະ ຫຍາຍຍິ່ງຂຶ້ນ ທ່າແຮງ ຂອງແຕ່ລະປະເທດ, ພົ້ນເດັ່ນແມ່ມ ການລົງນາມໃນສັນຍາແມ່ ກ່ຽວກັບການເຊື່ອມຕໍ່ ຂອງພື້ນຖານເສດ ຖະກິດ ໃນເດືອນ ກໍລະກົດ 2017, ຊຸກຍູ້ໃຫ້ສຳເລັດການເຈລະ ຈາ ບົດບັນທຶກຊ່ວຍຈຳ ວ່າດ້ວຍຍຸດທະສາດ ການຮ່ວມມືດ້ານການຄົມມະນາຄົມ ຂົນສົ່ງ ຫວຽດນາມ-ກຳປູເຈຍ ໄລຍະ 2018-2025, ວິໄສທັດເຖິງປີ 2030, ເປີດນຳໃຊ້ຂົວຊາຍແດນ ລອງບິ່ງ (ແຂວງອານຢາງ)-ເຈີໄຣທອມ (ແຂວງ ການດານ) ໃນເດືອນ ເມສາ 2017 ແລະ ເປີດນຳ້ໃຊ້ ຢ່າງເປັນທາງການດ່ານຊາຍແດນ ເລ້ຢາງ (ແຂວງ ຢາລາຍ) - ດ່ານຊາຍແດນ ໂອຢາດາວ (ແຂວງ ຣາດຕານາຄີຣີ) ເດືອນ ກໍລະກົດ 2017.

ແຕ່ລະປີ, ຫວຽດນາມສືບຕໍ່ມອບທຶນການສຶກສາໄລຍະຍາວ ນັບຫຼາຍຮ້ອຍທຶນ ໃຫ້ແກ່ນັກສຶກສາ ກຳປູເຈຍ ມາຮຽນຢູ່ຫວຽດນາມ.

ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ລະຫວ່າງສອງປະເທດ ກໍສືບຕໍ່ໄດ້ຮັບການເອົາໃຈໃສ່ຊຸກຍູ້ ໂດຍຜ່ານການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີ.

ວຽກງານກຳນົດ ແລະ ປັກຫຼັກໝາຍ ຊາຍແດນ ແລະ ຄຸ້ມຄອງຊາຍແດນ ໄດ້ມີການດຳເນີນໄປຢ່າງຕັ້ງໜ້າ. ບົນພື້ນຖານບັນດາຂໍ້ສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ຂອງຜູ້ນຳຂັ້ນສູງສອງປະເທດ, ບັນດາອົງການທີ່ມີບົດບາດໜ້າທີ່ການ, ອຳນາດການປົກ ຄອງ ແລະ ປະຊາຊົນທ້ອງຖິ່ນ ຢູ່ເຂດຊາຍແດນ  ຂອງສອງປະເທດ ກຳລັງປະສານສົມທົບຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍວຽກງານກຳນົດ ແລະ ປັກຫຼັກໝາຍຊາຍແດນ ຢູ່ເທິງບົກ, ສອງປະເທດ ໄດ້ສຳເລັດກວ່າ 84% ບໍລິມາດວຽກງານ, ຕັດສິນໃຈ ສຳເລັດວຽກງານນີ້ໂດຍໄວ ເພື່ອສ້າງຊາຍແດນສອງປະເທດ ກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ການ ຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງຍາວນານ.

ດ້ວຍປະຫວັດສາດ ແຫ່ງມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ບໍ່ເຫັນແກ່ຜົນປະໂຫຍດ ສ່ວນຕົວ, ການຢ້ຽມຢາມຢ່າງເປັນທາງການ ຂອງທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ແມ່ນການເຄື່ອນໄຫວທີມີຄວາມໝາຍ, ສ້າງພະລັງແຮງຊຸກຍູ້ ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ຫວຽດນາມ-ກຳປູເຈຍ ໃຫ້ນັບມື້ນັບມີການພັດທະ ນາຢ່າງກວ້າງຂວາງ ເລິກເຊິ່ງ ແລະ ບັນລຸປະສິດທິຜົນ.

ບົດ: VNP ສັງລວມ-ພາບ: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top