• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ສັບປະດາແຟຊັ່ນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017

ບົນເວທີສະແດງ ທີ່ຖືກຈັດວາງເໝືອນດັ່ງ ທົ່ງຫຍ້າຄາ ທີ່ກວ້າງ ໃຫຍ່ໄພສານ, ມີຊຸດອາພອນລວມສະໄໝ 1000 ຊຸດ ຂອງ ນັກ ອອກ ແບບ 14 ຄົນ ໄດ້ສະແດງ ໃນສັບປະດາແຟຊັ່ນໂຊຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017 ມີລັກສະນະ ປະຍຸກ ໃຊ້ສູງ ໃນການທ່ອງທ່ຽວ ແລະ ໃນຊີວິດປະຈຳວັນ. 
ບັນດາຊຸດອາພອນ ທີ່ນຳມາສະແດງໃນຄັ້ງນີ້ ຖືກອອກແບບ ທີ່ ງ່າຍດາຍ, ສ້າງຄວາມຮູ້ສຶກສະບາຍ ໃຫ້ແກ່ຜູ້ນຳໃຊ້. ໃນນັ້ນ ຕ້ອງກ່າວເຖິງຊຸດສະສົມ ຂອງ ນັກອອກແບບ ຍີຮວ່າງ. ດ້ວຍ ຄວາມຫຼົງໄຫຼ ກັບແບບ minimal, ຍີຮວ່າງ ໄດ້ນຳໃຊ້ ແພລູກ ໄມ້ ສີຂາວ ເພື່ອເຮັດໃຫ້ ຊຸດອາພອນ ມີຄວາມງາມແບບ ເບົາ ບາງ ຊຶ່ງສະຫງວນໃຫ້ແກ່ ບັນດາ ໜຸ່ມສາວ ທີ່ມີນິດໄສຂະຫຍັນຂັນແຂງ. 

ບັນດານັກອອກແບບທີ່ເຂົ້າຮ່ວມສັບປະດາແຟຊັ່ນໂຊ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017 ນຳສະເໜີຕົວ ຕ່ໍທ່ານຜູ້ຊົມ. 


ໃນງານສັບປະດາແຟຊັ່ນໂຊຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູ ໜາວ 2017 ຄັ້ງນີ້, ນັກອອກແບບແຕ່ລະຄົນ ຕ່າງກໍນຳສະເໜີ
ບັນດາຊຸດສະສົມທີ່ເປັນເອກະລັກສະເພາະຂອງຕົນ. 



ແບບລີລາທີ່ເຂັ້ມຂົ້ນໄປດ້ວຍຄຸນລັກສະນະຂອງແມ່ຍິງ ໃນຊຸດ ສະສົມຂອງນັກອອກແບບ ຮ່າຢຸຍ. 

ຕິດພັນກັບແບບລີລາທີ່ເຂັ້ມຂົ້ນໄປດ້ວຍ ຄຸນລັກສະນະ ຂອງ ແມ່ຍິງ, ນັກອອກແບບ ຮ່າຢຸຍ ໄດ້ນຳເຂົ້າຊຸດສະສົມ ຂອງ ຕົນ ໃນການນຳໃຊ້ວັດຖຸ ແລະ ສີສັນ ທີ່ໂດດເດັ່ນ ກັບຄວາມງາມທີ່ ສະດຸ້ງໃຈ ໃນຊຸດອາພອນຂອງຕົນ.

ພ້ອມດຽວກັນ, ມວນຊົນ ກໍຈະໄດ້ຊົມ ຊຸດອອກແບບໃໝ່ ຂອງ ບັນດານັກອອກແບບໜຸ່ມ. ໃນນັ້ນມີຊຸດສະສົມ ຕາມແບບ ລີລາ ກຼາສຊິກ ແຕ່ສຸດທີ່ເຂັ້ມແຂງໃນການ ເຄື່ອນເໜັງຂອງສີດຳ, ສີຂາວ ແລະ ສີແດງ ຂອງນັກອອກແບບ ເຟືອງແທງ. ສ່ວນ ຊຸດແວັສ ສຳລັບເພດຊາຍ, ນັກອອກແບບຢຸຍຫງວຽນ ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ຊົມ ດ້ວຍການນຳໃຊ້ ແພພື້ນເມືອງ  ຂອງ ຊາວຊົນເຜົ່າ ເຮີ ເຣ ຢູ່ເມືອງ ບາເຕີ, ແຂວງ ກວາງຫງາຍ.

ພິເສດ, ສຳລັບ ຊຸດສະສົມຂອງນັກອອກແບບ ມິງແຮ້ງ ໄດ້ເຮັດ ໃຫ້ຜູ້ຊົມ ເຫັນໄດ້ທ່າອຽງແຟຊັ່ນ ກຳລັງຫັນສູ່ ຜະລິດຕະພັນແຟ ຊັ່ນຂັ້ນສູງ ຊຶ່ງເຫັນໄດ້ໃນແພ Hakata Ori ຂອງ ຍີ່ປຸ່ນ. ນອກ ຈາກນັ້ນ, ຊຸດສະສົມ ຂອງ ນັກອອກແບບຊາວແອັສປາຍ ຈູລາ ກໍມີຄວາມງາມແບບສຸພາບຮຽບຮ້ອຍ ໂດຍມີການ ປະສົມ ກົມ ກຽວກັນລະຫວ່າງແບບຕາເວັນອອກ ແລະ ແບບຕາເວັນຕົກ ຊຶ່ງສ້າງ ຄວາມປະທັບໃຈໃຫ້ຜູ້ນິຍົມຄວາມທັນສະໄໝ ກັບອາ ພອນສະໄໝໃໝ່.

ຜູ້ຕາງໜ້າຄະນະຈັດຕັ້ງ ສັບປະດາ ແຟຊັ່ນ ໂຊຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017 ທ່ານນາງ ມິງແຮ້ງໃຫ້ຮູ້ວ່າ ປັດຈຸບັນ ບັນດານັກອອກແບບທີ່ມີຊື່ສຽງ ຂອງ ໂລກ ກຳລັງ ມີທ່າ ອຽງຫັນໄປສູ່ບັນດາຜະລິດຕະພັນ Haute Couture (ຊຸດອາ ພອນທີ່ມີຄຸນນະພາບສູງ, ມີຊື່ເຄື່ອງໝາຍການຄ້າທີ່ຊົງ ອິດທິ ພົນ). ຄາດວ່າ ໃນຊຸມປີຕໍ່ໜ້າ, ບັນດາຜະລິດຕະພັນເຫຼົ່ານີ້ຈະ ກາຍເປັນນິຍົມທົ່ວໄປ. ປັດຈຸບັນ ບັນດານັກອອກແບບ ຂອງ ຫວຽດນາມ ໄດ້ມີການປ່ຽນແປງຫຼາຍຢ່າງເນື່ອງຈາກຄວາມ ຕ້ອງການຂອງຕະຫຼາດ. ດ້ວຍເຫດນັ້ນ, ສັບປະດາ ແຟຊັ່ນໂຊ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017 ເປັນການ ເຄື່ອນໄຫວ ເປັນປະຈຳປີ ແລະ ມີວິຊາອາຊີບ, ເປັນກຳລັງຊຸກ ຍູ້ ຂອງຂະແໜງການແຟຊັ່ນຫວຽດນາມໃຫ້ມີການ ເຊື່ອມໂຍງ ແລະ ພັດທະນາ ໃນທ່າອຽງລວມ ຂອງໂລກຢ່າງໄວ.

ຊຸດສະສະສົມທີ່ໃສ່ຊື່ “ລວມເພດ” ຂອງນັກອອກແບບ ກາວມິງ ຕ໋ຽນ ສ້າງຄວາມກົມກຽວລະຫວ່າງ ວັດຖຸ
ທີ່ອ່ອນ ແລະ ແຂງ, ບາງ ແລະ ໜາ. 

ນັກອອກແບບ ກາວມິງຕ໋ຽນ ສຸມໃສ່ໃນສອງສີ ຄື ສີຂາວ ແລະ ສີດຳ ກັບວາດຊົງທີ່ໜຸ່ມແໜ້ນ, ທັນສະໄໝ ແຕ່ຍັງຮັກສາໄວ້ໄດ້
ຄວາມສຸພາບຮຽບຮ້ອຍ. 


ດ້ວຍຄວາມຄິດລິເລີ່ມຈາກ ໂຕນົກ ທີ່ມີສີແດງສົດໃສ ໃຕ້ແສງ ແດດຍາມເຊົ້າ, ນັກອອກແບບ ເຟືອງແທງ ໄດ້ນຳສະເໜີ ຕໍ່ ທ່ານຜູ້ຊົມບັນດາຊຸດອອກແບບ ທີ່ມີລັກສະນະ ກຼາສຊິກ. 


ດ້ວຍຄວາມຄິດລິເລີ່ມຈາກ ໂຕນົກ ທີ່ມີສີແດງສົດໃສ ໃຕ້ແສງ ແດດຍາມເຊົ້າ, ນັກອອກແບບ ເຟືອງແທງ ໄດ້ນຳສະເໜີ ຕໍ່ ທ່ານຜູ້ຊົມບັນດາຊຸດອອກແບບ ທີ່ມີລັກສະນະ ກຼາສຊິກ. 


ນັກອອກແບບ ຮ່ຽນດັ້ງ ນຳໃຊ້ໜ່ຶງໃນວັດຖຸ ຊຶ່ງເປັນທີ່ ນິຍົມ ໃນ ປັດຈຸບັນ ຄື ກຳມະຍີ ເພື່ອສ້າງ ຄວາມປານີດແນບນຽນ
ແລະ ໃຫ້ແກ່ບັນດາຊຸດອາພອນ. 


ຄວາມປະດິດສ້າງໃນຊຸດສະສົມຂອງນັກອອກແບບ ຈູລາຍ ໄດ້ ສ້າງຄວາມຕົກສະເງີ້ສຳລັບ ຜູ້ຊົມດ້ວຍການສົ່ງສານກ່ຽວກັບ ສິ່ງແວດລ້ອມເຂົ້າໃນຊຸດອອກແບບ ສະເພາະລະດູໜາວປີນີ້. 


ຄວາມປະດິດສ້າງໃນຊຸດສະສົມຂອງນັກອອກແບບ ຈູລາຍ ໄດ້ ສ້າງຄວາມຕົກສະເງີ້ສຳລັບ ຜູ້ຊົມດ້ວຍການສົ່ງສານກ່ຽວກັບ ສິ່ງແວດລ້ອມເຂົ້າໃນຊຸດອອກແບບ ສະເພາະລະດູໜາວປີນີ້.


ນັກອອກແບບ ຫງວຽນຖຸ໋ຍ ໄດ້ ຟຶ້ນຄືນໃຫ້ເຫັນຮູບພາບ ປະ ເທດ ອັງກິດ ກັບສີສັນ ຂອງ ຕາເວັນອອກ ໃນຊຸດສະສົມ ຂອງ ຕົນ. 


ນັກອອກແບບ ຫງວຽນຖຸ໋ຍ ໄດ້ ຟຶ້ນຄືນໃຫ້ເຫັນຮູບພາບ ປະ ເທດ ອັງກິດ ກັບສີສັນ ຂອງ ຕາເວັນອອກ ໃນຊຸດສະສົມ ຂອງ ຕົນ. 


ຊຸດສະສົມຂອງນັກອອກແບບ ກາວມິງຕ໋ຽນ ແມ່ນການປະສົມ
ຢ່າງກົມກຽວກັນລະຫວ່າງສີຂາວ ແລະ ສີດຳ. 


ຊຸດສະສົມຂອງນັກອອກແບບ ກາວມິງຕ໋ຽນ ແມ່ນການປະສົມ ຢ່າງກົມກຽວກັນລະຫວ່າງສີຂາວ ແລະ ສີດຳ. 


ນັກອອກແບບ ເຟືອງແທງ ນຳສະເໜີຢູ່ເທິງເວທີ ກ່ຽວກັບ ຮູບ ພາບ ໝາກໄມ້ທີ່ສຸກແດງ, ຊຶ່ງເຮັດໃຫ້ຜູ້ຊົມ ຄິດເຖິງລະດູໃບ ໄມ້ຫຼົ່ນ
ທີ່ມີແສງແດດ ແລະ ລະດູໜາວ. 


ດ້ວຍຄວາມຄິດລິເລີ່ມຈາກ ໂຕນົກ ທີ່ມີສີແດງສົດໃສ ໃຕ້ແສງ ແດດຍາມເຊົ້າ, ນັກອອກແບບ ເຟືອງແທງ ໄດ້ນຳສະເໜີ ຕໍ່ ທ່ານຜູ້ຊົມບັນດາຊຸດອອກແບບ ທີ່ມີລັກສະນະ ກຼາສຊິກ. 


ດ້ວຍຄວາມຄິດລິເລີ່ມຈາກ ໂຕນົກ ທີ່ມີສີແດງສົດໃສ ໃຕ້ແສງ ແດດຍາມເຊົ້າ, ນັກອອກແບບ ເຟືອງແທງ ໄດ້ນຳສະເໜີ ຕໍ່ ທ່ານຜູ້ຊົມບັນດາຊຸດອອກແບບ ທີ່ມີລັກສະນະ ກຼາສຊິກ.


ແບບລີລາທີ່ເຂັ້ມຂົ້ນໄປດ້ວຍຄຸນລັກສະນະຂອງແມ່ຍິງ ໃນຊຸດ ສະສົມຂອງນັກອອກແບບ ຮ່າຢຸຍ. 


ນັກອອກແບບ ຮ່າຢຸຍໄດ້ເນັ້ນໃສ່ ແພລູກໄມ້ ທີ່ບາງ ແລະ ເໝາະກັບລັກສະນະ ຂອງ ແມ່ຍິງ. ບັນດາຊຸດກະໂປ່ງ ຂອງ ຮ່າຢຸຍ ມີຄວາມງາມ ທີ່ລະອຽດ ແນບນຽນ. 


ທ່ານຜູ້ຊົມໄດ້ຊົມການອອກແບບກວ່າ 200 ຊຸດທີ່ໃໝ່ຫຼ້າສຸດ ຂອງ ບັນດານັກອອກແບບ ທີ່ມີຄວາມສາມາດ ໃນວົງການ ແຟ ຊັ່ນ ຫວຽດນາມ ຊຶ່ງບັນດານາງແບບ ສະແດງຢູ່ເທິງເວທີ ຊຶ່ງ
ປົກຄຸມໄປດ້ວຍຫຍ້າຄາ.  


ຊຸດອອກແບບແຕ່ລະຊຸດທີ່ໄດ້ນຳສະເໜີໃນສັບປະດາແຟຊັ່ນ ໂຊ ລະດູໃບໄມ້ຫຼົ່ນ-ລະດູໜາວ 2017 ລ້ວນມີລັກສະນະປະ ຍຸກໃຊ້ສູງ, ໄດ້ຮັບການອອກແບບຢ່າງແປກຕາ ແລະ ມີຄວາມ ປານີດ; ໃນນັ້ນມີຫຼາຍແບບໄດ້ຮັບການຊົມເຊີຍ ຈາກຜູ້ຊົມ. 

ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top