• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ສັບປະດາ ແຟຊັ່ນ ຫວຽດນາມ-ອີຕາລີ

ຜ່ານພາສາຂອງແຟຊັ່ນ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ອີຕາລີ, ມວນຊົນ ຈະໄດ້ຮັບຊົມລາຍການສະແດງແຟຊັ່ນທີ່ ມີຊື່ ວ່າ “ບົດດົນຕີຂອງແພໄໝ”. 
ສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ ໄດ້ຈັດຂຶ້ນຢູ່ສວນດອກໄມ້ ຢຽນຮົ່ງ (ຮ່າໂນ້ຍ). ດ້ວຍການນຳໃຊ້ວັດຖຸດິບ ສ່ວນຫຼາຍ ແມ່ນ ແພໄໝ, ບັນດານັກອອກແບບ ທີ່ມາຈາກສອງປະເທດ ໄດ້ສະແດງ ໃຫ້ ເຫັນຄວາມສາມາດຂອງຕົນຜ່ານການ ປະສານສົມທົບ ລະ ຫວ່າງ ແຟຊັ່ນ ຫວຽດນາມ ແລະ ອີຕາລີ. 

“ຫວຽດນາມ ສະແດງໃຫ້ເຫັນຄວາມສົນໃຈຕໍ່ແຟຊັ່ນ ແລະ ມີນັກ ອອກແບບດີເດັ່ນຫຼາຍຄົນ. ແຟຊັ່ນໄດ້ກາຍເປັນໜຶ່ງ ໃນບັນດາ ຂົງ ເຂດຮ່ວມມືທີ່ສຳຄັນລະຫວ່າງສອງປະເທດ. ສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ ເປັນເຫດການເປີດສາກໃຫ້ ບັນດາການ ເຄື່ອນໄຫວ ສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງສາຍພົວພັນ ທາງ ການທູດ ລະຫວ່າງ ຫວຽດນາມ-ອີຕາລີ”.
(ທ່ານນາງ Cecilia Piccioni-ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ອີຕາລີ ປະຈຳ ຫວຽດນາມ)


ສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ ເປັນເຫດການເປີດສາກໃຫ້
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງການ
ພົວພັນທາງການທູດ ລະຫວ່າງສອງປະເທດ.



ດ້ວຍຫົວຂໍ້ “ຍືນຍົງຄົງຕົວ”, ບັນດານັກອອກແບບໄດ້ເລືອກເອົາ
ແພໄໝມູນເຊື້ອໃຫ້ແກ່ຊຸດສະສົມຂອງຕົນ. 



ຊຸດສະສົມຂອງນັກອອກແບບ ເຟືອງແທງ.


ຊຸດສະສົມຂອງນັກອອກແບບ ຍີຮວ່າງ.


ຊຸດສະສົມຂອງນັກອອກແບບ ກາວມິງຕຽນ.


ຊຸດສະສົມຂອງນັກອອກແບບ Bianco Lervin.


ຊຸດສະສົມຂອງນັກອອກແບບ ຊວນຫາວ.


ຊຸດສະສົມຂອງນັກອອກແບບ Del Valle Cortizas Diego.


ຊຸດສະສົມຂອງນັກອອກແບບ ກົງຫວນ.


ຊຸດສະສົມຂອງນັກອອກແບບ ຮວ່ຽນຫຍຸງຫງວຽນ.


ຊຸດສະສົມຂອງນັກອອກແບບ ມິງແຫ້ງ.

ໃນຂອບເຂດຂອງສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ, ປະທາ ນາທິບໍດີ ອີຕາລີ ໄດ້ປະດັບຍົດ ຊັ້ນອັດສະວິນ ໃຫ້ແກ່ ນັກອອກ ແບບ ມິງແຫ້ງ ທີ່ໄດ້ປະກອບສ່ວນຂອງນາງ ໃນການຮັດ ແໜ້ນ ສາຍພົວພັນທາງການທູດລະຫວ່າງສອງປະເທດ ໃນຂົງເຂດ ແຟຊັ່ນ. 
ພິເສດ, ນັກອອກແບບ ມິງແຫ້ງ ໄດ້ນຳເອົາ ຊຸດອອກແບບແຟຊັ່ນ ຂອງ ຕົນ 20 ຊຸດ ໄດ້ຜະລິດດ້ວຍແພໄໝ ມາວາງສະແດງ, ປະ ສານສົມທົບກັບເຕັກນິກການຖັກແສ່ວບັນດາລວດລາຍ, ຮູບພາບ ຂອງ ປະເທດ ຫວຽດນາມ ດ້ວຍມື.

ໃນສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ, ເຟືອງແທງ ໄດ້ນຳເອົາ ຊຸດອອກແບບ 18 ຊຸດຂອງຕົນ ທີ່ນຳເອົາ ຮູບພາບຢູ່ເຂດຊົນ ນະ ບົດຂອງ ຫວຽດນາມ ເຂົ້າໃນຊຸດສະສົມ.

ຄຽງຂ້າງນັກອອກແບບ 15 ຄົນຈາກ ຫວຽດນາມ, ຍັງມີນັກອອກ ແບບ Michele Gaudimonte ແລະ Bianco Lervin ມາຈາກ ອີຕາລີ ແລະ ນັກອອກແບບ Del Valle Cortizas Diego ມາ ຈາກປະເທດ ແອ໊ສະປາຍ ເຂົ້າຮ່ວມໃນລາຍການ ສະແດງແຟຊັ່ນ ຄັ້ງນີ້, ນັກອອກແບບ Michele Gaudimonte ໄດ້ນໍາ ສະເໜີ ຕໍ່ ມວນຊົນ ຫວຽດນາມ ຊຸດສະສົມ ຈາກໄໝ ຂອງ ອີຕາລີ. ນັກອອກ ແບບ Michele Gaudimonte ໃຫ້ຮູ້ວ່າ ຜ່ານລາຍການດັ່ງກ່າວ, ລາວຢາກ ແລກປ່ຽນ ແລະ ຮຳ່ຮຽນວິທີການພິມ, ຖັກແສ່ວ ເທິງ ແພໄໝ ຂອງບັນດານັກອອກແບບ ຫວຽດນາມ.

ນັກອອກແບບ ມິງແຫ້ງ ໄດ້ໄຂຄວາມໃນໃຈອອກມາວ່າ “ການ ເລືອກເອົາ ແພໄໝ ຫວຽດນາມ ແລະ ອີຕາລີ ເພື່ອສ້າງ “ກະແສ” ຂອງ ແຟຊັ່ນ ຫວຽດນາມ, ນັ້ນແມ່ນຈຸດປະສົງຂອງບັນດານັກອອກແບບທີ່ຕ້ອງການພັດທະນາ ຄຸນຄ່າ ທີ່ເປັນມູນເຊື້ອ”.
 
ໃນສັບປະດາແຟຊັ່ນ ຫວຽດນາມ-ອີຕາລີ, ມວນຊົນ ຍັງໄດ້ຮັບ ຊົມ ບັນດາຂັ້ນຕອນການຖັກແສ່ວ ແພໄໝຫຼາຍຜືນຈາກບັນດາ ຊ່າງ ຕ່ຳໄໝ ຂອງ ຮ່າໂນ້ຍ ແລະ ບາວລົກ ໃນງານວາງສະແດງ ທີ່ມີ ຫົວຂໍ້ “ຂັ້ນຕອນການຕ່ຳ-ສາວໄໝ”.



ເຂດວາງສະແດງ ບັນດາຜະລິດຕະພັນແພໄໝຂອງສອງປະເທດ ທີ່ໄດ້ຮັບການຈັດຂຶ້ນຢູ່ເຮືອນ Castalia.


ເສັ້ນໄໝທີ່ໄດ້ເອົາມາແນະນຳໃນງານວາງສະແດງ.


ບັນດາຊ່າງຕຳ່ໄໝພວມສະແດງຂັ້ນຕອນການ ຕ່ຳ-ສາວໄໝ.


ງານວາງສະແດງ “ຂັ້ນຕອນການຕ່ຳ-ສາວໄໝ”  ໄດ້ດຶງດູດການ ເຂົ້າຮ່ວມຂອງມວນຊົນຫຼາຍພໍສົມຄວນ.
 
ບົດ: ເງິນຮ່າ - ພາບ: ແຄງລອງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top