• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ CPTPP: ສ້າງລະບອບລະບຽບການໃຫ້ສົມບູນແບບແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ

      ວັນທີ 19 ກຸມພາ ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາຄຸ້ມຄອງ ເສດຖະກິດ ສູນກາງ (CIEM) ໄດ້ຈັດຕັ້ງກອງປະຊຸມສຳມະນາ ປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ: ຮຽກຮ້ອງໃຫ້ສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ຍົກສູງ ກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ. 

ກອງປະຊຸມສຳມະນາ ປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ (ພາບ: TTXVN)
      ກອງປະຊຸມສຳມະນາແມ່ນນອນໃນຂອບເຂດໂຄງການ ອົດສະຕາລີໜູນຊ່ວຍການປະຕິຮູບເສດຖະກິດ ຫວຽດນາມ (Aus4refrom).
        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງ ປ.ອ ເຈິ່ນທິຮົ່ງມິງ, ຫົວໜ້າສະຖາບັນ CIEM ໃຫ້ຮູ້ວ່າ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິກມາແຕ່ຕົ້ນປີ 2019, ໂດຍໄດ້ຮັບຄວາມຫວັງວ່າ ຈະສ້າງ ກຳລັງແຮງໃໝ່ຫຼາຍຢ່າງໃຫ້ແກ່ການພັດທະນາການຄ້າ ແລະ ການລົງທຶນ, ຍູ້ແຮງການປະຕິຮູບເສດຖະກິດ ຫວຽດນາມໃຫ້ຫຼາຍກ່ວາອີກ.
        ດ້ວຍບັນດາຄຳເຫັນຂອງບັນດານັກຊ່ຽວຊານ, CIEM ໄດ້ຮັບຮູ້ ແລະ ຈະມີການຕີລາຄາ, ລວບລວມບັນດາຄຳເຫັນເພື່ອມີການຕີລາຄາ, ກ່າວເຕືອນໃຫ້ແກ່ວິສາຫະກິດໃນການເຊື່ອມໂຍງ. ຕາມ CIEM ແລ້ວ, ຄວາມຮຽກຮ້ອງຕ້ອງການປະຕິຮູບລະບອບລະບຽບການນະໂຍບາຍດ້ານການຄ້າໃຫ້ສົມບູນແບບນັ້ນ ຕ້ອງມີຂໍ້ມູນຂ່າວສານ ແລະ ໃຫ້ຄຳປຶກສາແກ່ວິສາຫະກິດ ເພື່ອແນໃສ່ໜູນຊ່ວຍວິສາຫະກິດເຊື່ອມໂຍງ, ປະຕິບັດຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ, ປັບປຸງການຍາດແຍ່ງບຸລິມະສິດຈາກບັນດາ FTA ໃຫ້ຫຼາຍກ່ວາອີກ, ໜູນຊ່ວຍວິສາຫະກິດເຊື່ອມໂຍງ, ປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ, ຍາດແຍ່ງກາລະໂອກາດເຂົ້າຮ່ວມການຜະລິດບັນດາສິນຄ້າປະເພດຕົ້ນຕໍ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top