• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 90 ປີ ແຫ່າງວັນ​ສ້າງ​ຕັ້ງ ສື່​ເອ​ເລັກ​ໂຕ​ນິກ ພັກ​ກອມ​ມູ​ນິດ ຫວຽ​ດ​ນາມ

ຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ, ສື່ເອເລັກໂນນິກ ພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ II ຂອງ ປະທານປະເທດ.
ທ່ານ ຫວໍວັນເຖື໋ອງ ຕິດຫຼຽນໄຊແຮງງານຊັ້ນ II ໃສ່ ທຸງມຸນເຊື້ອຂອງ ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ (ພາບ: TTXVN) 

ເຂົ້າຮ່ວມພິທີມີທ່ານ ຫວໍວັນເຖື໋ອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກກອມມູນິດ ຫວຽດນາມ ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເລແມງຮູ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມບັນລຸໄດ້ບົນເສັ້ນທາງແຫ່ງການພັດທະນາໃນ 20 ປີຜ່ານມາ. ທ່ານ ເລແມງຮູ່ງ ສະເໜີວ່າ ໝູ່ຄະນະສື່ເອເລັກໂຕນິກຈະສືບຕໍ່ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍກົດໝາຍຂອງລັດໃຫ້ທ່ານຜູ້ອ່ານທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງທັນການ, ຮັບປະກັນລັກສະນະກຳນົດທິດ, ທາງການ, ມີຄວາມຈິງ ຂອງ ຂໍ້ມູນຂ່າວສານ…

        ທີ່ພິທີ,ໂດຍໄດ້ການມອບສິດຂອງປະທານປະເທດ, ທ່ານຫວໍວັນເຖື໋ອງໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ໝູ່ຄະນະພະນັກງານ, ນັກຂ່າວ, ບັນນາທິການສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ, ມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ທ່ານ ເຈິ່ນຢວານຕ໊ຽນ ຫົວໜ້າບັນນາທິການສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ ຍ້ອນມີຜົນງານຫຼາຍຢ່າງໃນວຽກງານໂຄສະນາເຜີຍແຜ່ໃນຊຸມປີທີ່ຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top