• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບໂລກລະບາດໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລ​ກ ວັນ​ທີ 20 ຕຸ​ລາ

ໄລ່ຮອດຕອນເຊົ້າວັນທີ 20 ຕຸລາ, ທົ່ວໂລກຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5 ລ້ານຄົນ.
(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 20 ຕຸລາ, ທົ່ວໂລກຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 243 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດ, ບຣາຊິນ ຢືນອັບດັນທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ອິນເດຍ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ.

        ໂລກລະບາດພວມມີການຜັນແປຢ່າງສັບສົນຢູ່ ເອີລົບ ເມື່ອຫຼາຍປະເທດຢັ້ງຢືນກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງແຮງ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ລັດເຊຍ, ຢູແກຼນ, ບຸນກາຣີ, ຮູມານີ ແມ່ນປະເທດມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນສູງ.

        ຢູ່ ອັງກິດ, ປະຈຸບັນ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສູງກວ່າຫຼາຍເມື່ອທຽບໃສ່ບັນດາປະເທດ ເອີລົບ ອື່ນ ແລະ ນັບມື້ນັບເພີ່ມຂຶ້ນ.

  ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 19 ຕຸລາ ຫາເວລາ 17 ໂມງຂອງວັນທີ 20 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.646 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 11 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 873.901 ຄົນ, ໃນນັ້ນປິ່ນປົວຫາຍດີເປັນປົກກະຕິ 796.583 ຄົນ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top