• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ສະໜາມແຂ່ງມ້າ ທຽນໝ໊

ສະໜາມແຂ່ງມ້າ ທຽນໝ໊າ (ນອນຢູ່ບ້ານເລກ 4, ຕາແສງ ດ້າອວາຍ, ເມືອງ ດ້າ ຮູອວາຍ, ແຂວງ ເລີມດົ່ງ) ທັງເປັນ ບ່ອນດູແລ, ລ້ຽງ ມ້າ ທັງເປັນສະໜາມແຂ່ງມ້າແຫ່ງໜຶ່ງ ທີ່ມີຂະໜາດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ. 
ສະໜາມແຂ່ງມ້າ ທຽນໝ໊າ ໄດ້ກໍ່ສ້າງໃນເຂດທ່ອງທ່ຽວທຳມະຊາດ ປ່າ ມາດາກຸຍ (ມີເນື້ອທີ່ລວມ 336 ເຮັກຕາ), ອາກາດຢູ່ ໄຕງວຽນໃຕ້ ທັງຮ້ອນທັງຊຸ່ມ, ຝົນຕົກຫຼາຍ, ເປັນບ່ອນທີ່ດີ ໃຫ້ແກ່ມ້າແຂ່ງ ພັດທະນາ.

ທັງມີເງື່ອນໄຂທຳມະຊາດທີ່ສະດວກ, ສະໜາມແຂ່ງມ້າ ທຽນໝ໊າ ຍັງຫ່າງຈາກນະຄອນ ໂຮ່ຈີມິນ 150 ກິໂລແມັດ ແລະ ຫ່າງຈາກນະຄອນ ດ່າລາດ 145 ກິໂລແມັດ, ຕິດກັບ ຖະໜົນເລກ 20. ດ້ວຍເນື້ອທີ່ເກືອບ 70 ເຮັກຕາ, ສະໜາມ ແຂ່ງມ້າແຫ່ງນີ້ ໄດ້ກໍ່ສ້າງເປັນຫຼາຍພາກສ່ວນທີ່ແຕກຕ່າງ ກັນ ເພື່ອຮັບໃຊ້ໃຫ້ແກ່ການດູແລ ແລະ ຈັດຕັ້ງການແຂ່ງມ້າ. ໃນນັ້ນ ມີການເຝິກແອບທີມແຂ່ງມ້າ, ກໍ່ສ້າງນັກກິລາ ຄວານມ້າ ​ເພື່ອຮັບໃຊ້ໃຫ້ການແຂ່ງຂັນຢູ່ ໂອແລມປິກ, ຊີເກມ ແລະ ອື່ນໆ. ຄຽງຂ້າງນັ້ນ, ສະໜາມແຂ່ງມ້າແຫ່ງນີ້ຍັງຈັດຕັ້ງການກໍ່ສ້າງນັກຄວານມ້າເປັນມືອາຊີບ, ແລກປ່ຽນ ຊື້ຂາຍມ້າພັນໃຫ້ແກ່ຜູ້ທີ່ມີຄວາມຕ້ອງການ.


ສະໜາມແຂ່ງມ້າ ທຽນໝ໊າ ໄດ້ກໍ່ສ້າງໃນເຂດທ່ອງທ່ຽວ
ທຳມະຊາດ ປ່າ ມາດາກຸຍ, ເປັນບ່ອນທີ່ດີ ໃຫ້ແກ່ມ້າແຂ່ງ ພັດທະນາ.



ເວລາ ມ້າ ກິນອາຫານແມ່ນ 9 ໂມງເຊົ້າ.


ຮຳເຂົ້າ ປົນກັບຝຸ່ນ ການຊີ, ເກືອ ແລະ ນຳ້ມັນດອກຕາເວັນເປັນອາຫານຂອງມ້າ.


ອາຫານຂອງມ້າແຂ່ງ ໄດ້ຮັບປະກັນຄວາມປອດໄພດ້ານສະບຽງອາຫານ.


ກວດກາ, ອະນາໄມຕີນມ້າ, ພາກສ່ວນສຳຄັນຂອງມ້າແຂ່ງ.


ຂົງເຂດມ້າ ອາບນຳ້.


ອ້າຍ ຫງວຽນແທງເຊີນເລີມ, ຜູ້ຄຸ້ມຄອງນິຄົມລ້ຽງມ້າ ພວມກວດກາຄຸນນະພາບຂອງມ້າແຂ່ງ.


ຊຸດອານມ້າ, ມັດມ້າແຂ່ງ ກໍ່ໄດ້ຮັບການກວດກາຢ່າງ ລະອຽດ.


ອ້າຍ ຫງວຽນແທງເຊີນເລີມ ເຂົ້າຮ່ວມການເຝິກແອບໃຫ້ນັກກິລາແຂ່ງມ້າ.


ຫໍ່ຕີນໃຫ້ມ້າແຂ່ງ ກ່ອນທີ່ຈະເຂົ້າຮ່ວມການແຂ່ງຂັນ.


ເຈົ້າຂອງມ້າ ອາດສາມາດເອົາມ້າມາເຂົ້າຮ່ວມການແຂ່ງຂັນ ທີ່ໄດ້ຈັດຕັ້ງຢູ່ທີ່ນີ້.

ປະຈຸບັນ, ສະໜາມແຂ່ງມ້າ ທຽນໝ໊າ-ມາດາກຸຍ ມີນິຄົມ ລ້ຽງມ້າ 4 ແຫ່ງ, ດູແລ ແລະ ລ້ຽງມ້າ 90 ໂຕ ທີ່ນຳເຂົ້າມາຈາກ ອົສຕຣາລີ. ມ້າທີ່ນຳເຂົ້າມາຕອນອາຍຸ 4 ປີ. ປັດຈຸບັນ, ມ້າທີ່ໄດ້ລ້ຽງຢູ່ທີ່ນີ້ ມີອາຍຸປະມານ 7 ປີ, ສູງປະມານ 1,6-1,65 ແມັດ, ມີນຳ້ໜັກແຕ່ 400-500 ກິໂລກຣາມ. ມ້າທຸກ ໂຕໄດ້ລ້ຽງຕາມມາດຕະຖານຂອງ ອົສຕຣາລີ. 


ສະໜາມແຂ່ງມ້າ ທຽນໝ໊າ-ມາດາກຸຍ ຮັບປະກັນດ້ານ ມາດຕະຖານສາກົນໃຫ້ແກ່ບັນດາການແຂ່ງມ້າ.


ເລີ່ມຕົ້ນການແຂ່ງຂັນ.


ມ້າທຸກໂຕເລີ່ມຕົ້ນການແຂ່ງຂັນ. 


ບັ້ນດຶກສຸດທ້າຍໃນການແຂ່ງຂັນ. 


ດອຍຫຼາຍແຫ່ງໃນສະໜາມແຂ່ງ ໄດ້ກາຍເປັນເວທີ ຂອງການແຂ່ງມ້າແຕ່ລະຄັ້ງ. 


ການແຂ່ງມ້າ ໄຂຂຶ້ນຢ່າງດຸເດືອດ.


ມ້າໂຕໜຶ່ງແລ່ນມາຮອດເສັ້ນໄຊກ່່ອນໝູ່. 


ມ້າໂຕນີ້ ຍາດໄດ້ອັນດັບສູງໃນການແຂ່ງຂັນ. 

ສະໜາມແຂ່ງມ້າ ທຽນໝ໊າ ເປັນພື້ນຖານເພື່ອຊຸກຍູ້ການທ່ອງທ່ຽວໃນທ້ອງຖິ່ນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ. ພ້ອມກັນນັ້ນ ກໍ່ປະກອບສ່ວນສ້າງວຽກເຮັດງານທຳ, ຍົກສູງລະດັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນຂົງເຂດອີກດ້ວຍ. 
 
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top