• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສະເໜ່ດູດດຶງໃຈ ຂອງ ກູ່ລາວຈ່າມ

ປີ 2009, ກູ່ລາວຈ່າມ (ຕາແສງ ເຕິນຮຽບ, ນະຄອນ ໂຮ້ຍອານ, ແຂວງ ກວາງນາມ) ໄດ້ UNESCO ຮັບຮອງວ່າ ເປັນເຂດສະ ຫງວນຊີວະສາດໂລກ ດ້ວຍລະບົບສັດນໍ້າກວ່າ 950 ຊະນິດ ພວມໄດ້ຮັບການອະນຸລັກຮັກສາ. ລະບົບນິເວດ, ສິ່ງແວດລ້ອມ ຢູ່ທີ່ນີ້ ຄື: ປ່າ, ທະເລ, ຫາດຊາຍທະເລ, ຫ້ວຍນໍ້າ... ປັດຈຸບັນ ໄດ້ຕີລາຄາວ່າ ຍັງຮັກສາໄດ້ຄວາມປະຖົມປະຖານ, ບໍ່ທັນມີ ຜົນກະທົບ ຈາກມະນຸດ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ກູ່ລາວຈ່າມ ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດ ມີສະເໜ່ດູດດຶງໃຈ ເປັນພິເສດ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອມາຍັງ ໂຮ້ຍອານ. 
ເດືອນ ຕຸລາ 2003, ເຂດອະນຸລັກຮັກສາທຳມະຊາດ ກູ່ລາວ ຈ່າມ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັກສາສິ່ງມີຊີວິດ ທີ່ພວມອາ ໄສ ຢູ່ເທິງເກາະ, ເປັນໜຶ່ງໃນ 15 ເຂດອະນຸລັກຮັກສາທະເລ ຂອງ ຫວຽດນາມ (ຕາມຂໍ້ມູນ ປີ 2007). 

ປັດຈຸບັນ, ເກາະ ຮອນລາວ ໄດ້ເປັນທ່ີຮູ້ຈັກ ເປັນໜ່ວຍເກາະ ໃຫຍ່ກວ່າໝູ່ ຢູ່ ກູ່ລາວຈ່າມ, ເປັນບ່ອນເຕົ້າໂຮມປະຊາຊົນ ມາດຳລົງຊີວິດ. ເທິງເກາະ ຮອນລາວ ມີພູຫຼາຍໜ່ວຍ, ພູສູງ ກວ່າໝູ່ແມ່ນ 517 ແມັດ. ລະ​ບົບ​ພຶກ​ສາ​ຊາດ​ ທີ່ອຸ​ດົມ​ສົມ​ບູນ ດ້ວຍບັນດາເຂດ ປ່າດົງດິບ ມີຕົ້ນໄມ້ ທ່ີມີຄ່າຫາຍາກ ຫຼາຍ ຊະນິດ. ທີ່ນີ້ຍັງເປັນບ່ອນ ຢູ່ອາໄສ ຂອງສັດປ່າ ແລະ ນົກທະເລ ຫຼາຍຊະນິດ, ພິເສດແມ່ນ ນົກແອ່ນ. ຕາມເອກະສານ ຫຼາຍສະບັບ, ຮັງນົກແອ່ນ ຢູ່ທີ່ນີ້ໄດ້ຂຸດຄົ້ນແຕ່ສະຕະວັດ ທີ XVII. ຢູ່ເທິງເກາະ ຍັງມີຮ້ານບູຊາ ຜູ້ລິເລີ່ມອາຊີບຂຸດຄົ້ນ ຮັງນົກແອ່ນ. ປັດຈຸບັນ, ຮັງນົກແອ່ນ ກູ່ລາວຈ່າມ ໄດ້ຈັດອັນດັບ ເປັນ ຮັງນົກແອ່ນ ດີທີສຸດຢູ່ ຫວຽດນາມ. ປະລິມານການ ສົ່ງ ອອກ ຮັງນົກແອ່ນ ແຕ່ລະປີ ໄດ້ນຳມາໃຫ້ງົບປະມານຂອງ ເທດສະບານ ໂຮ້ຍອານ ເງິນຕາຕ່າງປະເທດດ້ວຍຈຳນວນ ຫຼາຍສົມຄວນ.

 

ໃນ​ລະດູ​ຮ້ອນ, ​ແຕ່​ລະ​ວັນ ກູ​່ລາວ​ຈ່າມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3500 ກວ່າ​ຄົນ​ມາ​ຫາດ​ຊາຍ ​ແລະ ຊົມ​ຄວາມ​ງາມ​ທາງ​ທຳ​ມະ​ຊາດ. ພາບ: ແທງຢາງ/VNP


ເຂດອະນຸລັກທຳມະຊາດທາງທະເລ ກູ່ລາວຈ່າມ ມີເກາະ ໃຫຍ່ ນ້ອຍ 8 ເກາະ, ມີເນື້ອທີ່ ກວ່າ 5.000 ເຮັກຕາ, ເໝາະ ທ່ີສຸດ ກັບຮູບແບບການທ່ອງທ່ຽວ, ກິລາເທິງ ທະເລຄື: ຂີ່ກຳປັ່ນ ດຳນໍ້າ ຊົມຫີນປະກາລັງ, ລອຍນໍ້າຂ້າມທະເລ ແຕ່ ກູ່ລາວຈ່າມ ຫາ ເກືອດ້າຍ, ຕຶກປາ ຍາມຄໍ່າຄືນ... ພາບ: ແທງຢາງ/VNP


ນັກທ່ອງທ່ຽວ ກາງເຕັ໊ນ ນອນຄ້າງຄືນ ຢູ່ຫາດຊາຍທະເລ (ຫາດຈົ່ງ) ເກາະ ກູ່ລາວຈ່າມ. ພາບ: ແທງຢາງ/VNP

ຄວາມອຸດົມສົມບູນ ຂອງ ລະບົບນິເວດວິທະຍາຢູ່ ກູ່ລາວຈ່າມ ເຫັນໄດ້ຊັດ ຜ່ານບັນດາທັດສະນີຍະພາບຢູ່ເທິງດິນ ແລະ ໃຕ້ ນໍ້າຄື: ເຂດຕົ້ນເລົາ, ດອນຂີ້ຊາຍ, ປ່ານໍ້າເຄັມ, ຫຍ້າທະເລ, ປະກາລັງ, ປ່າສະຫງວນ... ນີ້ເປັນປັດໄຈ ໃຫ້ແກ່ການ ພັດທະ ນາ ບໍລິການທ່ອງທ່ຽວ ທຳມະຊາດ ຢູ່ເທິງເກາະແຫ່ງນີ້. 

ໃນມື້ທຳອິດທີ່ ກູ່ລາວຈ່າມ ໄດ້ຮັບຮອງເປັນເຂດສະຫງວນ ຊີ ວະສາດ ຂອງໂລກ, ອຳນາດການປົກຄອງນະຄອນ ໂຮ້ຍອານ ໄດ້ສ້າງ ແຜນການພັດທະນາການທ່ອງທ່ຽວ ທຳມະຊາດແບບ ຍືນຍົງ ຢູ່ເກາະແຫ່ງນີ້ ສະໜິດຕິດພັນກັບຂະບວນການປົກປັກ ຮັກສາສິ່ງແວດລ້ອມ. ເພາະສະນັ້ນ, ພາຍຫຼັງ 10 ປີຂຸດຄົ້ນ ການທ່ອງທ່ຽວ, ກູ່ລາວຈ່າມ ໄດ້ຖືກຕີລາຄາວ່າ ເປັນໜຶ່ງໃນ ບັນດາເກາະ ຍັງຮັກສາໄດ້ຄວາມງາມ ແບບປະຖົມປະຖານ ຂອງ ທຳມະຊາດ, ພ້ອມກັບຄວາມອຸດົມສົມບູນ ຂອງລະບົບ ນິເວດວິທະຍາ ອີກດ້ວຍ. 

ມາຍັງ ກູ່ລາວຈ່າມ, ນັກທ່ອງທ່ຽວ ສາມາດນຳໃຊ້ບໍລິການທ່ອງ ທ່ຽວຄື: ຫາດຊາຍທະເລ ທ່ີສວຍງາມ, ສະຖານທີ່ ປະຫວັດ ສາດ; ເຂົ້າຮ່ວມບັນດາການເຄື່ອນໄຫວ ທີ່ເຕັມໄປດ້ວຍສັນຍາ ລັກ ທ້ອງຖິ່ນຄື: ດຳນໍ້າຊົມຫີນປະກາລັງ, ຕຶກປາກັບຊາວ ປະ ມົງ... ແລະ ຮັບປະທານອາຫານ ທີ່ໄດ້ປຸງແຕ່ງ ຈາກເຄື່ອງທະ ເລ ທີ່ທຳມະຊາດ ໄດ້ມອບໃຫ້ແຜ່ນດິນແຫ່ງນີ້. 







ເຂດອະນຸລັກທຳມະຊາດ ທາງທະເລ ກູ່ລາວຈ່າມ ມີປະກາລັງ 135 ສາຍພັນ ດ້ວຍ 35 ຊະນິດ, ໃນນັ້ນ ມີ 6 ຊະນິດ ຫາກໍ່ຄົ້ນພົບ ເປັນຄັ້ງທຳອິດຢູ່ທະເລ ຫວຽດນາມ,
ເໝາະທ່ີສຸດກັບຮູບແບບການທ່ອງທ່ຽວດຳນຳ້, ສໍາຫຼວດມະຫາສະໝຸດ. ພາບ: ເອກະສານໂດຍຄະນະຄຸ້ມຄອງ ເຂດອະນຸລັກ ທຳມະຊາດ ກູ່ລາວຈ່າມ ສະໜອງ

ເກາະ ກູ່ລາວຈ່າມ ເປັນເກາະໜຶ່ງ ຢູ່ທາງທິດ ຕາເວັນອອກ ຂອງ ໂຮ້ຍອານ, ຫ່າງຈາກທ່າກຳປັ່ນ ເກືອດ້າຍ 18 ກິໂລແມັດ ແລະ ຫ່າງຈາກນະຄອນ ດ່າໜັງ 48 ກິໂລແມັດ.
ທີ່ ກູ່ລາວຈ່າມ, ບັນດາການເຄື່ອນໄຫວ ຖືລັກສະນະທ້ອງຖິ່ນ ໄດ້ຮັບການຕີລາຄາສູງຈາກນັກທ່ອງທ່ຽວ. ພົ້ນເດັ່ນແມ່ນ ການ ດຳນໍ້າ ຊົມຫີນປະກາລັງ. ບໍລິການດັ່ງກ່າວ ໄດ້ກະຕຸກຊຸກຍູ້ ນັກທ່ອງທ່ຽວ ເມື່ອມາຍັງ ກູ່ລາວຈ່າມ. ສຳລັບນັກທ່ອງທ່ຽວ ຢາກຊອກຮູ້ ກ່ຽວກັບ ຊີວິດການເປັນຢູ່ ໃນທະເລ ໃຫ້ເລິກເຊິ່ງ, ຈະມີບໍລິການດຳນໍ້າທະເລ ມີຖັງອົກຊີ ຫຼື ຍ່າງໃຕ້ມະຫາສະ ໝຸດ, ຊົມຫີນປະກາລັງ ຫຼາຍສີສັນ, ຢອກລໍ້ກັບປາ ທະເລ... ບັນດາການເຄື່ອນໄຫວ ເຕັມໄປດ້ວຍລັກສະນະ ທ້ອງຖິ່ນ ດ້ວຍ ບໍລິການຕຶກປາກັບຊາວປະມົງ, ຕຶກປາມຶກຍາມຄໍ່າຄືນ ຢູ່ ກູ່ລາວຈ່າມ ແລະ ອື່ນໆ.

ເກາະໜ່ວຍໜຶ່ງ ຢູ່ນອກຊາຍຝັ່ງ, ມີເຂດປ່າສະຫງວນ, ພ້ອມ ກັບບັນດາຮ່ອງຮອຍວັດທະນະທຳ ປະຫວັດສາດມີອາຍຸຫຼາຍ ຮ້ອຍປີ, ທຳມະຊາດ ຍັງຮັກສາໄດ້ຄວາມງາມແບບ ປະຖົມປະ ຖານ... ບັນດາສິ່ງເຫຼົ່ານັ້ນ ໄດ້ສ້າງຄວາມດູດດຶງໃຈເປັນພິເສດ ຂອງ ກູ່ລາວຈ່າມ. 

ບົດ: ຖາວວີ - ພາບ: VNP - ແປໂດຍ: ຢືຟຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top