• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 30 ປີແຫ່ງວັນ UNESCO ອອກມະຕິເຊີດຊູປະທານໂຮ່ຈິມິນ

      ຕອນເຊົ້າວັນທີ 24 ພະຈິກ, ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈິມິນ, ຢູ່ທຳນຽບປະທານປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບເຂດປູຊະນີຍະສະຖານປະທານໂຮ່ຈິມິນ ຢູ່ທຳນຽບປະທານປະເທດ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຫ້ອງການຕາງໜ້າ UNESCO ປະຈຳຮ່າໂນ້ຍ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນອົງການ UNESCO ຢູ່ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 24, ປີ 1987 ຢູ່ຝລັ່ງ ໄດ້ອອກມາຕິເລກທີ 24C/18.65.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ, ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)
      ມະຕິສະເໜີແນະໃຫ້ບັນດາປະເທດສະມາຊິກດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ “ນັກວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ” ເພື່ອ “ແນໃສ່ເຮັດໃຫ້ທຸກຄົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຂອບຂະໜາດຄວາມຍິ່ງໃຫຍ່ຂອງບັນດາແນວຄິດ ແລະ ບັນດາການອຸທິດສ່ວນໃຫ້ພາລະກິດປົດປ່ອຍຊາດຂອງປະທານໂຮ່ຈິມິນ”, ພ້ອມທັງຜ່ານພິທີສະເຫຼີມສະຫຼອງນີ້ “ໃນຂອບເຂດສາກົນ, ແມ່ນການປະກອບສ່ວນປະຕິບັດບັນດາເປົ້າໝາຍຂອງ UNESCO ແລະ ການປະກອບສ່ວນເຂົ້າໃນຄວາມເຂົ້າໃຈໃນໂລກ”.
        ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຕີລາຄາກ່ຽວກັບມະຕິ “ຂໍ້ຕົກລົງນັ້ນຂອງ UNESCO ແມ່ນມີຄຸນຄ່າອັນໃຫຍ່ຫຼວງ, ແມ່ນການຮັບຮູ້ຂອງໂລກ, ຂອງສະຫະປະຊາຊາດ, ອົງການຈັດຕັ້ງສາກົນທົ່ວໂລກໃຫຍ່ທີ່ສຸດ ສຳລັບບັນດາຄຸນຄ່າອັນສູງສົ່ງຂອງປະຊາຊົນຫວຽດນາມ, ຊາດຫວຽດນາມ ເຊິ່ງປະທານໂຮ່ຈິມິນ ແມ່ນຕົວແທນທີ່ສູງສົ່ງ, ດີເລີດທີ່ສຸດ”.
        ໃນຂອບເຂດບັນດາການເຄື່ອນໄຫວ, ບັນດາຜູ້ແທນໄດ້ເຂົ້າຮ່ວມການໂອ້ລົມສົນທະນາສາກົນ “ປະທານໂຮ່ຈິມິນ ກັບປະຊາຊົນທົ່ວໂລກ” ແລະ ງານວາງສະແດງເອກະສານວັດຖຸພັນ “ປະທານໂຮ່ຈິມິນ - ນັກວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ.”
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top