• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ສະຫາຍ ໂດ໋ເມື່ອຍ, ນັກຮົບປະຕິວັດ, ຜູ້ເປັນລູກຂອງແມ່ນຳ້ ແດງ

ບ້ານ ດົງຝູ່ລຽດ, ປັດຈຸບັນແມ່ນບ້ານ ດົງໝີ, ເມືອງ ແທງຈີ່, ນະຄອນ ຮ່າໂນ້ຍ ໄດ້ໃຫ້ກຳເນີດ ນັກຮົບປະຕິວັດ, ແມ່ນໜຶ່ງ ໃນຜູ້ນຳການປະຕິວັດ ຂອງ ພັກ-ລັດຫວຽດນາມ ທີ່ມີຊື່ສຽງ ຂອງ ສະຕະວັດ ທີ່ XX, ນັ້ນກໍ່ຄື ສະຫາຍ ໂດ໋ເມື່ອຍ-ອະດີດ ປະທານສະພາລັດຖະມົນຕີ (ແຕ່ປີ 1988 ຫາປີ 1991), ອະ ດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມ ມູນິດ ຫວຽດນາມ (ແຕ່ປີ 1991 ຫາປີ 1997). ສະຫາຍໄດ້ ເຖິງ ແກ່ມໍລະນະກຳໃນເວລາ 23 ໂມງ 12 ນາທີ ຂອງວັນທີ 1 ຕຸລາ 2018 ຢູ່ໂຮງໝໍສູນກາງກອງທັບ 108.
ສະຫາຍ ໂດ໋ເມື່ອຍ ເກີດເມື່ອວັນທີ 2 ກຸມພາ 1917, ເປັນລູກ ກົກຂອງຕະກຸນ ຫງວຽນຢຸຍ, ເຊັ່ນລູກຫຼານຂອງ ດິງກວກ ກົງ ຫງວຽນບັກ-ຂຸນນາງຂັ້ນໜຶ່ງຂອງເຈົ້າຊີວິດ ດິງຕຽນຫ່ວາງ. ພໍ່ ແມ່ເປັນຊາວນາ, ເຮັດນາເຮັດສວນ ຢູ່ແຄມແມ່ນຳ້ ແດງ. ຕັ້ງ ແຕ່ນ້ອຍ, ເພິ່ນມີອ້າຍນ້ອງ4 ຄົນ, ຕັ້ງແຕ່ນ້ອຍ ເພິ່ນ ທັງຮຽນ ທັງເຮັດວຽກເພື່ອ ຊ່ວຍເຫຼືອຄອບຄົວ.
 
ປີ 1936, ເພິ່ນທັງທຳອາຊີບເປັນຊ່າງເຄືອບສີ, ທັງເຂົ້າຮ່ວມເຄື່ອນໄຫວປະຕິບັດ. ຄອບຄົວເພິ່ນເປັນບ່ອນລ້ຽງດູ ແລະ ລີ້ ຊ່ອນ ຂອງ ນັກກອມມູນິດ ຫຼາຍຄົນ. ປີ 1939, ເພິ່ນໄດ້ຮັບ ເຂົ້າ ເປັນສະມາຊິກພັກກອມມູນິດອິນດູຈີນ ພ້ອມກັບບັນດາ ສະຫາຍການນຳຄະນະພັກທ້ອງຖິ່ນ ແລະ ເຂດໃກ້ຄຽງ ເພື່ອ ທວງໃຫ້ ຫຼຸດຜ່ອນພາສີ, ທວງສິດດຳລົງຊີວິດຢ່າງ ມີປະຊາທິປະໄຕ.

ຖືກຈັກກະພັດ ຝຣັ່ງ ປາບປາມຢ່າງໂຫດຮ້າຍປ່າເຖື່ອນ. ສະ ຫາຍຖືກພວກລ່າເມືອງຂຶ້ນ ຝຣັ່ງ ຈັບ ແລະ ຕັດ ສິນຈຳຄຸຸກ ເປັນ ເວລາ 10 ປີ, ຢູ່ຄຸກ ຮວາລ່ໍ, ຮ່າໂນ້ຍ.

ຖືກຂັງໃນຄຸກ ເປັນເວລາ 3 ປີ, ໃນວັນທີ 9 ມີນາ 1954,ຍີ່ປຸ່ນ ລັດຖະປະຫານ ຝຣັ່ງ , ເພິ່ນພ້ອມດ້ວຍບັນດາສະຫາຍ ນັກ ໂທດການເມືອງ ໄດ້ແຫກຄຸກຮວາລໍ່່ ເພື່ອ ສືບຕໍ່ການເຄື່ອນ ໄຫວປະຕິວັດ.

ການປະຕິວັດ ເດືອນ ສິງຫາ ໄດ້ຮັບໄຊຊະນະ ບໍ່ດົນ, ທົ່ວປະ ເທດຕ້ອງລຸກຂຶ້ນຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ. ໃນຂະນະ ທ່ີປະເທດຊາດ ຕົກເຂົ້າສູ່ວິກິດ,  ເພິ່ນໄດ້ມີໜ້າຢູ່ທຸກຫົນແຫ່ງ ໃນເຂດທົ່ງພຽງພາກເໜືອ, ໃນນາມ ເລຂາພັກແຂວງ ຮ່າດົງ, ຮ່ານາມ , ນາມດິ້ງ, ຮວ່າບິ່ງ, ຮອງປະທານຄະນະກຳມະການ ຕໍ່ຕ້ານບໍລິຫານທະຫານເຂດ 3, ຫົວໜ້າການເມືອງທັງເປັນ ຜູ້ ບັນຊາການ ທະຫານເຂດ 3.
 
ອ້າຍ ຫງ້ານ-ແມ່ນຊື່ຂອງເພ່ິນໃນໄລຍະເພິ່ນໄດ້ ດໍາລົງ ຕໍາ ແໜ່ງເລຂາພັກເຂດຕາຫງ້ານແມ່ນໍ້າແດງ, ທັງເປັນ ປະ ທານ ຄະນະກຳມະການຕໍ່ຕ້ານບໍລິຫານ ແລະ ຫົວໜ້າ ການ ເມືອງ ທະຫານເຂດຕາຫງ້ານແມ່ນໍ້າແດງ ແຕ່ປີ 1951-1954. ເພິ່ນ ໄດ້ກຳເນີດແລະ ໃຫຍ່ຂຶ້ນຢູ່ແຄມແມ່ນຳ້ແດງ,ການເຄື່ອນໄຫວ ປະຕິວັດ ກໍ່ຕິດພັນກັບເຂດທົ່ງ ພຽງແມ່ນນຳ້ແດງ, ປະກອບ ສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນ ການ ຕໍ່ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ໃນເວລາ 9 ປີ.

(ຕາຫງ້ານ) ຝັ່ງຊ້າຍແມ່ນຳ້ແດງ ເປັນຜູ້ນຳໜ້າໃນການນຳພາ ທົ່ວປວງຊົນ, ຮອບດ້ານ, ອາໄສກຳລັງແຮງ ຂອງ ຕົນເປັນຫຼັກ ທຳການຕໍ່ສູ້ ໃນສະພາບການສຸດທີ່ຫຍຸ້ງຍາກ, ສັບສົນ ແລະ ເປັນບ່ອນສະແດງໃຫ້ເຫັນຄວາມໂຫດຮ້າຍປ່າເຖືື່ອນ ຂອງ ພວກລ່າເມືອງຂຶ້ນ ຝຣັ່ງ ໃນການປາບປາມການລຸກຮືຂຶ້ນ ຕໍ່ສູ້ ຂອງປະຊາຊົນ ຫວຽດນາມ. 

ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ພົບປະກັບບັນດາ ເຍົາ ວະຊົນ ຮ່າໂນ້ຍ ແລະ ຖາຍບິ່ງ ເນື່ອງໃນໂອກາດ ເຂົ້າຢ້ຽມ ສຸສານ ລຸງ ໂຮ່ ແລະ ຢ້ຽມຢາມຫໍພິພິທະພັນ ໂຮ່ຈີມິນ ໃນ ວັນທີ 19 ພຶດສະພາ 1990. ພາບ: ມິງດ້າວ/VNA
ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ມາຢ້ຽມຢາມ ກວາງຈີ້ (1/5/1990). ພາບ: ມິງດ້າວ/VNA

ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ມາຢ້ຽມຢາມ ກວາງຈີ້ (1/5/1990). ພາບ: ມິງດ້າວ/VNA


ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ມາຢ້ຽມຢາມ ກວາງຈີ້ (1/5/1990). ພາບ: ມິງດ້າວ/VNA
ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ມາຢ້ຽມຢາມໂຮງງານ ຜະລິດ ຊີມັງ ຮາຍຝ່ອງ ໃນວັນທີ 25 ມີນາ 1991. ພາບ: ມິງດ້າວ/VNA


ປະທານສະພາລັດຖະມົນຕີ ໂດ໋ເມື່ອຍ ມາຢ້ຽມຢາມໂຮງງານ ຜະລິດ ຊີມັງ ຮາຍຝ່ອງ ໃນວັນທີ 25 ມີນາ 1991. ພາບ: ມິງດ້າວ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ກັບບັນດາຜູ້ແທນທີ່ ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກກອມ ມູນິດ ຫວຽດນາມ (ເດືອນ ມິຖຸນາ 1991). ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ກັບບັນດາຜູ້ແທນທີ່ ເຂົ້າຮ່ວມ ກອງປະຊຸມຄະນະບໍລິຫານງານສະມາຄົມແມ່ຍິງ ຊຸດທີ VI, ສະໄໝທີ 7 ຢູ່ ຮ່າໂນ້ຍ (14-17/10/1991).  ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ໂອ້ລົມກັນກັບປະຊາຊົນ ຕາແສງ ເລເລີ້ຍ, ເມືອງ ເທ່ືອງຕິນ (ຮ່າໄຕເກົ່າ) ໃນວັນທີ 1/11/1992. ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ມາຢ້ຽມຢາມໂຮງຮຽນ ມັດຖະ ຍົມສຶກສາ  ຊົນເຜົ່າ ແຂວງ ຕວຽນກວາງ (ເດືອນ ກຸມພາ 1992). ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ມາວາງພວງມາລາທີ່ສຸສານ ບັນ ດານັກຮົບປະຕິວັດ ເຈື່ອງເຊີນ, ແຂວງ ກວາງຈີ້ (5/3/1993). ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ມາຢ້ຽມຢາມຄອບຄົວໜຶ່ງທີ່ມີ
ຜົນງານດີເດັ່ນໃນການເຮັດທຸລະກິດຢູ່ເທດສະບານ ຈູ, ເມືອງ ລຸກຫງ້ານ, ແຂວງ ບັກຢາງ (ເດືອນ ກັນຍາ 1994). ພາບ: ຊວນເລີມ/VNA



ເລຂາທິການໃຫຍ່ ໂດ໋ເມື່ອຍ ພ້ອມກັບບັນດາເຍົາວະຊົນຂອງ​ໂຮງຮຽນມັດທະຍົມສຶກສາ ອານແທກ, ເມືອງ ເບັນລືກ, ແຂວງ ລອງອານ (28/9/1996). ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ມາຢ້ຽມຢາມທ່າກຳປັ່ນ ກຸຍເຍີນ (ບິ່ງດິ້ງ) ໃນວັນທີ 7 ກຸມພາ 1996. ພາບ: ຊວນເລີມ/VNA


ເລຂາທິການໃຫຍ່ ໂດ໋ເມື່ອຍ ຢ້ຽມຢາມສະຖາປັນ ປ້ອງກັນ ປະເທດ ໃນວັນທີ 21 ທັນວາ 1997. ພາບ: ຊວນເລີມ/VNA

ປະຊາຊົນ ແລະ ອຳນາດການປົກຄອງ ຕາຫງ້ານ ຍັງຈົດ ຈຳຮູບພາບຂອງສະຫາຍເລຂາພັກເຂດຕາຫງ້ານແມ່ນໍ້າແດງ ໂດ໋ ເມື່ອຍ ພ້ອມກັບບັນດາສະຫາຍຂອງຕົນ ນຳພາ ປະຊາຊົນ ລຸກຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນ ຝຣັ່ງ ຢ່າງພິລະອາດຫານ. ປະເທດຊາດ ຍັງຈົດຈຳບັນດາໄຊຊະນະໃນການສູ້ຮົບ ດັງ ກ້ອງ ກັງວານຂອງຄະນະບໍລິຫານງານອົງຄະນະພັກເຂດຕາ ຫງ້ານ ຄື: ບັ້ນຮົບບຸກໂຈມຕີສະໜາມບິນ ກາດບີ(7/5/1954) ທຳລາຍເຮືອບິນຂອງສັດຕູ 59 ລຳ; ບັ້ນຮົບບຸກໂຈມຕີເສັ້ນທາງເລກ 5, ດັບສູນ 4 ກອງພັນນ້ອຍ, ຕັດເສັ້ນທາງຫຼາຍເສັ້ນ ແລະ ລົດໄຟຫຼາຍຂະບວນ, ສ້າງຄວາມເສຍຫາຍຢ່າງໜັກໃຫ້ ແກ່ແນວຫຼັງຂອງ ສັກຕູ , ປະກອບສ່ວນເຂົ້າໃນ ໄຊຊະນະ ດ້ຽນບຽນຝູ໋ ແລະ ກອງປະຊຸມ ເຊີແນວ, ຟື້ນຟູສັນຕິພາບຢູ່ ອິນດູຈີນ.

ຕົ້ນເດືອນ ເມສາ 1955, ເພິ່ນດຳລົງຕຳແໜ່ງເປັນ ເລຂາພັກ ນະຄອນ ທັງເປັນປະທານຄະນະກຳມະການການທະຫານ ແລະ ການເມືອງນະຄອນ ຮາຍຟ່ອງ.

ເພື່ອປັບປຸງ ແລະ ພັດທະນາ ພາກເໜືອ ທ່ີຍັງຫຍຸ້ງຍາກນາໆ ປະການ ບໍ່ວ່າ ທາງດ້ານການເມືອງ, ເສດຖະກິດ, ສັງຄົມ,ນັບ ແຕ່ ປີ 1956, ສະຫາຍດໍາລົງຕໍາແໜ່ງຮອງລັດຖະມົນຕີ ກະ ຊວງ ການຄ້າ ແລະ ອຸດສາຫະກຳ. ປີ 1958, ດໍາລົງຕໍາ ແໜ່ງ ເປັນລັດຖະມົນຕີກະຊວງການຄ້າພາຍໃນ. ປີ  1967 -1968, ດໍາລົງຕໍາແໜ່ງ ເປັນປະທານຄະນະກໍາມະການລາຄາ ແຫ່ງ ລັດ, ຫົວໜ້າຄະນະກວດກາລັດຖະບານ. ປີ 1969, ດໍາລົງຕໍາ ແໜ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະ ນະ ກໍາ ມະການສ້າງສາແຫ່ງລັດ. ປີ 1973, ດໍາລົງຕໍາແໜ່ງ ເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງກໍ່ສ້າງ,ຮອງປະ ທານສະພາ ຊ່ວຍຊູແນວໜ້າສູນກາງ ແລະ ຕ້ານການ ປິດ ລ້ອມ ທ່າກຳປັ່ນ ຮາຍຟ່ອງ.

ໄດ້ຮັບຕຳແໜ່ງທີ່ເປັນປະທານສະພາຊ່ວຍຊູແນວໜ້າສູນ ກາງ, ເພິ່ນມີການແກ້ໄຂຄວາມຫຍຸ້ງຍາກ, ຂ້ອງຄາ ແບບ ໂດຍກົງ ແລະ ທັນການ, ປະກອບສ່ວນເຂົ້າໃນ ໄຊຊະນະ ຂອງການຕໍ່ຕ້ານຈັກກະພັດ ອາເມລິກາ, ປົດປ່ອຍພາກໃຕ້, ໂຮມປະເທດຊາດລວມເປັນເອກະພາບ.

ໃນຕະຫຼອດເວລາ 20 ປີທີ່ດຳລົງຕຳແໜ່ງຮອງປະທານສະພາລັດຖະມົນຕີ ພ້ອມກັບຫຼາຍຕຳແໜ່ງຕ່າງໆ, ເພິ່ນໄດ້ ສະ ຫງວນເຫື່ອແຮງ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານວັດຖຸໃຫ້ແກ່ ລັດທິສັງຄົມ ນິ ຍົມ. ແຕ່ບັນດາກິດຈະການກໍ່ສ້າງທີ່ສຳຄັນຄື: ສຸສານ, ຫໍພິພິ ທະພັນ ປະທານ ໂຮ່ຈີມິນ, ເຂື່ອນໄຟຟ້າ ຮວ່າບິ່ງ, ຝາລ້າຍ, ຈີ້ອານ, ຢາລີ, ບັນດາກິດຈະກຳຂຸດຄົ້ນນຳ້ມັນ ອາຍແກັດ, ເຖິງ ວຽກງານປະເຊີນໜ້າກັບໄພທຳມະຊາດ... ເພິ່ນເປັນຜູ້ ໄປນຳໜ້າ, ເປັນຜູ້ຮັບຜິດຊອບ, ພິລະອາດຫານແລະ ອາກ ກ້າໃນວຽກງານ.

ວັນທີ 23 ມິຖຸນາ 1988, ທີ່ກອງປະຊຸມຄັ້ງທີ III ສະພາ ແຫ່ງ ຊາດຊຸດທີ VIII, ສະຫາຍໄດ້ຮັບການເລືອກຕັ້ງ ເປັນປະທານ ສະພາລັດຖະມົນຕີ ສສ ຫວຽດນາມ.
ພາບຊີວິດຂອງສະຫາຍ ໂດ໋ເມື່ອຍ ເນື່ອງໃນໂອກາດສະຫຼອງ
ວັນເກີດຄົບຮອບ 85 ປີ. ພາບ: ຫງວຽນຖັ໋ງ

ສະຫາຍ ໂດ໋ເມື່ອຍ ພ້ອມກັບລູກຫຼານ.​ ພາບ: ຫງວຽນຖັ໋ງ

ໃນໄວອາຍຸ 85 ປີ, ປຶ້ມແມ່ນ ຄວາມຕ້ອງ ການແຕ່ລະມື້ ທີ່ ຂາດບໍ່ໄດ້ຂອງສະຫາຍ ໂດ໋ເມື່ອຍ. ພາບ: ຫງວຽນຖັ໋ງ
 
ພໍ່ເຖົ້າ ກັບ ຫຼານ. ພາບ: ວິງກວາງ

ສະຫາຍ ໂດ໋ເມ່ືອຍ ກັບນັກຂ່າວ ວິງກວາງ ແລະ ຫງວຽນຖັ໋ງ ຂອງຂ່າວພາບ ຫວຽດນາມ. ພາບ: ເອກະສານ ຂ່າວພາບ ຫວຽດນາມ
ໃນເວລາ 6 ເດືອນ, ເພິ່ນພ້ອມກັບບັນດາສະຫາຍການນຳພັກແລະ ລັດ, ບັນດານັກຊ່ຽວຊານເສດຖະກິດ, ບັນດານັກວິ ທະ ຍາສາດໄດ້ມີການຄົ້ນຄວ້າພິຈາລະນາບັນດາບົດຮຽນຢູ່ ພາຍ ໃນ ແລະ ຕ່າງປະເທດ ເພື່ອຊີ້ນຳການ ປ່ຽນແປງນະໂຍ ບາຍ ເສດຖະກິດໃໝ່, ແກ້ໄຂດໄພເງິນເຟີ້, ສ້າງເງື່ອນໄຂ ເພື່ອປັບ ປຸງ ແລະ ຍຸກຍູ້ພັດທະນາການຜະລິດ, ເຮັດໃຫ້ຊີວິດ ການ ເປັນ ຢູ່ຂອງປະຊາຊົນ ມີຄວາມໝັ້ນຄົງ.
 
ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກ ເຊິ່ງ ໄດ້ຈັດຂຶ້ນໃນເດືອນ ມິຖຸນາ 1991, ໃນສະພາບຄວາມ ຫຍຸ້ງ ຍາກ, ສະຖານະການພາຍໃນ ແລະ ໂລກ ມີການຜັນ ແປຢ່າງ ສັບສົນ, ສະຫາຍປະທານ ສະພາລັດຖະມົນຕີ ໂດ໋ເມື່ອຍ ໄດ້ ຮັບ ເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນ ກາງພັກກອມມູນິດຫວຽດນາມ, ສືບຕໍ່ວຽກງານຊີ້ນຳການປ່ຽນ ແປງໃໝ່ປະເທດຊາດ, ຜ່ານຜ່າຫຼາຍຄວາມຫຍຸ້ງຍາກ, ບັນລຸ ໄດ້ຫຼາຍຜົນງານທີ່ຍິ່ງໃຫຍ່ໃນດ້ານການເມືອງ,​ ເສດຖະກິດ,​ວັດທະນະທຳ, ການສຶກສາ, ສັງຄົມ ແລະ ອື່ນໆ... ນຳຂະ ບວນ ການປ່ຽນແປງໃໝ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ການປະຕິບັດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. 
ພາບຊີວິດຂອງສະຫາຍ ໂດ໋ເມື່ອຍ ໄດ້ລົງເທິງວາລະສານ
ຂ່າວພາບ ຫວຽດນາມ ສະບັບທີ 518, ເດືອນກຸມພາ 2002:





ເພິ່ນເປັນຄົນມັກເຮັດຕົວຈິງ, ບໍ່ຢ້ານຫຍຸ້ງຍາກ, ລຳບາກ.ເພິ່ນ ໄດ້ໄປຫຼາຍບ່ອນ, ພົບປະ, ໂອ້ລົມກັນ ແລະ ຮັບຟັງ ບັນດາ ຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາດຖະໜາ ຂອງປະ ຊາຊົນ, ມີຄວາມຕັດສິນໃຈຢ່າງວ່ອງໄວ ແລະ ເດັດຂາດ ໃນ ການແກ້ໄຂກ່ຽວກັບວຽກງານ. ເພິ່ນເປັນຄົນໃຈດີ, ຮູ້ແບ່ງປັນຄວາມທຸກຄວາມສຸກກັບປະຊາຊົນ.

ເພິ່ນມີຄວາມຮັກມັກກັບການອ່ານປຶ້ມ. ໃນຍາມຫວ່າງ ເພິ່ນ ຈະໃຊ້ເວລາກັບການອ່ານປຶ້ມ. ເພິ່ນຊອກເຫັນຄວາມຈິງ, ຫຼາຍວິທີແກ້ໄຂ ແລະ ແບບແຜນວິຖີຊີວິດ ຈາກປື້ມຫຼາຍຫົວ ທີ່ເພິ່ນໄດ້ອ່ານ. ໃນຄອບຄົວ, ເພິ່ນເປັນຜົວ, ເປັນພໍ່, ເປັນພໍ່ ເຖົ້າ ທີ່ໃຈດີ ແລະ ເປັນແບບຢ່າງ. ເຖິງວ່າ ພີ່ນ້ອງຂອງເພິ່ນ, ຜູ້ອາໄສຢູ່ບ້ານ, ຜູ້ອາໄສຢູ່ໃນຕົວເມືອງ, ແຕ່ເຖິງປີໃໝ່ ປະຈຳ ຊາດ, ໝົດທຸກຄົນກໍ່ເຕົ້າໂຮມກັນຢູ່ເຮືອນ ຂອງພໍ່ແມ່ ທີ່ບ້ານ ເຈືອງໝີ໋, ເມືອງ ແທງຈີ່ ເພື່ອໄຫວ້ ບັນພະບຸລຸດ ແລະ ລະລຶກ ເຖິງຄຸນງານຄວາມດີຂອງພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່.


ປະຫວັດສາດ ຈະຈາລຶກ ຜົນງານການປະກອບສ່ວນຂອງ ເພິ່ນ-ຜູ້ທີ່ເປັນລູກຂອງແມ່ນຳ້ແດງ, ຜູ້ທີ່ໄດ້ອຸທິດ ຕະຫຼອດຊີ ວິດເພື່ອປະເທດຊາດ, ສຳເລັດໜ້າທີ່ ເປັນລູກ ຜູ້ທີ່ຈົງຮັກພັກ ດີຂອງປະຊາຊົນ, ຂອງຄອບຄົວ ແລະ ປະເທດຊາດ.
 

ບົດ: ຜູ້ກຳກັບ, ນັກສິລະປິນປະຊາຊົນ ດ່າວຈ້ອງແຄງ
ພາບ: ວິງກວາງ, ຫງວຽນຖັ໋ງ ແລະ ເອກະສານ ຂ່າວພາບ ຫວຽດນາມ
(ບົດ ແລະ ພາບ ໄດ້ລົງຢູ່ວາລະສານຂ່າວພາບຫວຽດນາມ
ສະບັບທີ 518 ເດືອນ ກຸມພາ 2002 ເນື່ອງໃນໂອກາດ ສະ ເຫຼີມສະຫຼອງ 85 ປີ ວັນຄ້າຍວັນເກີດຂອງສະຫາຍ ໂດ໋ ເມື່ອຍ).
 

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top