• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ເຈີ່ນກວກເວື້ອງ ຢ້ຽມຢາມກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ

ຕອນເຊົ້າວັນທີ 9 ສິງຫາ 2020, ໃນແຜນການເຮັດວຽກທີ່ແຂວງ ກ່າເມົາ, ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານຂອງສູນກາງ ໄດ້ມາຢ້ຽມຢາມກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ສັງກັດກັບກຸ່ມບໍລິສັດ ນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ. 


ຜູ້ອຳນວຍການໃຫຍ່ PVCFC ວັນຕຽນແທງ ລາຍງານສະກາບ ການຈຳໜ່າຍຜະລິດຕະພັນເຖິງພໍ່ແມ່ປະຊາຊົນ ກັບສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານຂອງ ສູນກາງ.


PVCFC ມອບຮູບພາບທີ່ລະນຶກໃຫ້ແກ່ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ.


ສະຫາຍ ເຈີ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ປູກຕົ້ນໄມ້ທີ່ລະນຶກ ຢູ່ໂຮງງານ ຝຸ່ນອາຊົດ ກ່າເມົາ.


ຄະນະປະຕິບັດງານຂອງຜູ້ປະຈຳການຄະນະເລຂາ ມາຢ້ຽມຢາມ ໂຮງງານ ຝຸ່ນອາຊົດ ກ່າເມົາ.

ໃນຕະຫຼອດເວລາທ່ີຜ່ານມາ, ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ໄດ້ມີການເຄື່ອນໄຫວຢ່າງປອດໄຟ, ໝັ້ນຄົງ, ບໍ່ພຽງແຕ່ນຳມາປະສິດທິຜົນໃຫ້ແກ່ ກຸ່ມບໍລິສັດນຳ້ມັນ ອາຍແກັສ ແຫ່ງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງ ມີຄວາມໝາຍດ້ານຍຸດທະສາດກ່ຽວກັບເສດຖະກິດ, ສັງຄົມ ຂອງຂົງເຂດຕາເວັນຕົກສ່ຽງໃຕ້ ເວົ້າລວມ ແລະ ໂດຍສະເພາະແມ່ນແຂວງກ່າເມົາ ອີກດ້ວຍ; ປະກອບສ່ວນຢ່າງສຳຄັນເຂົ້າໃນການຫັນປ່ຽນໂຄງປະກອບເສດຖະກິດແຂວງ ກ່າເມົາ ແລະ ຂົງເຂດທົ່ງພຽງແມ່ນຳ້ຂອງ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 1.433 ຄົນ,​ ໃນນັ້ນ 50% ແມ່ນມາຈາກບັນດາແຂວງ ຢູ່ທົ່ງພຽງແມ່ນຳ້ ຂອງ. ບົດລາຍງານໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເຖິງປັດຈຸບັນ, ບໍລິສັດບັນລຸໄດ້ຈຳນວນ ອາຍແກັສ 21,3 ຕື້ ມ³, ໄຟຟ້າ 93,37 ຕື້ ກິໂລວັດ/ໂມງ; ຝຸ່ນອາຊົດ ກ່າເມົາ ຜະລິດໄດ້ເກືອບ 7 ລ້ານ ໂຕນ. ແຕ່ລະປີ, ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ປະກອບສ່ວນຈຳນວນເງິນກວ່າ 1.600 ຕື້ດົ່ງໃຫ້ແກ່ງົບ
ປະມານແຂວງ (ນັບຕັ້ງແຕ່ເວລາເປີດນຳໃຊ້ຢ່າງເປັນທາງການ ເຖິງປັດຈຸບັນແມ່ນ 15.485 ຕື້ດົ່ງ).
  
ມາຢາມຖັນແຖວພະນັກງານທີ່ພວມເຮັດວຽກຢູ່ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ, ສະຫາຍ ເຈີ່ນກວກເວື້ອງ ສະແດງຄວາມດີໃຈເມື່ອເຫັນໂຮງງານຫຼາຍແຫ່ງໄດ້ກໍ່ສ້າງດ້ວຍຂະໜາດທີ່ຍິ່ງໃຫຍ່, ດ້ວຍພາຫະນະອຸປະກອນ ແລະ ເຕັກໂນ ໂລຊີທີ່ທັນສະໄໝ; ສະຫາຍ ເຈີ່ນກວກເວື້ອງ ໄດ້ຍ້ອງຍໍ ສັນລະເສີນ ຕໍ່ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງຂອງຖັນແຖວພະນັກງານທີ່ພວມເຮັດວຽກຢູ່ ກຸ່ມອຸດສາຫະກຳ ອາຍແກັສ-ໄຟຟ້າ-ຝຸ່ນອາຊົດ ກ່າເມົາ ເວົ້າລວມ ແລະ ໂດຍສະເພາະແມ່ນຢູ່ບໍລິສັດຫຸ້ນ ສ່ວນ ປຸຍ-ນຳ້ມັນ ອາຍແກັສ ກ່າເມົາ ໄດ້ມີການ ປະກອບສ່ວນຢ່າງພໍຄວນ ເຂົ້າໃນການເພີ່ມມາດຕາຖ່ວງ ອຸດສາຫະກຳ, ພັດທະນາເສດຖະກິດ, ແກ້ໄຂບັນຫາວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນ ວຽກງານສະຫວັດດີການສັງຄົມ. 
ປະຕິບັດ: VNP

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top