• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພາບເອີຣົບ ຮຽກຮ້ອງໃຫ້ປະຕິບັດເປົ້າໝາຍທີ່ມັກໃຫຍ່ໄຝ່ສູງກວ່າ ກ່ຽວກັບບັນຫາປ່ຽນແປງຂອງດິນຟ້າອາກາດ

ຕໍ່ໜ້າບັນດາຄວາມວິຕົກກັງວົນ ໂດຍຖືວ່າ ບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດພວມຢູ່ໃນທ່າຫຼຸດໜ້ອຍຖອຍລົງ, ວັນທີ 14 ທັນວາ, ສະຫະພາບ ເອີຣົບ (ອີຢູ) ໄດ້ກະຕຸກຊຸກຍູ້ ກອງປະຊຸມຄັ້ງທີ 25 ຂອງ ບັນດາຝ່າຍທີ່ເຂົ້າຮ່ວມ ກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ສົ່ງສານຢ່າງແຮງວ່າ ບັນດາປະເທດກຽມພ້ອມ ມານະພະຍາຍາມຫຼາຍກວ່າອີກ ເພື່ອຫຼຸດຜ່ອນການປ່ອຍອາຍພິດ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ COP 25 (ພາບ: TTXVN)

ຕາມແຜນການແລ້ວ, ບັນດາວາລະປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດ ຈະສິ້ນສຸດລົງໃນວັນທີ 13 ທັນວາ ຢູ່ Madrid ປະເທດ ແອັດສະປາຍ, ແຕ່ໄດ້ເລື່ອນໄປທ້າຍອາທິດ ຍ້ອນວ່າ ບັນດາຝ່າຍ ບໍ່ສາມາດແກ້ໄຂຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ລົງນາມກ່ອນນີ້ 4 ປີ. ກ່າວຄຳເຫັນຢູ່ວາລະປະຊຸມຄັ້ງຫຼ້າສຸດ, ທ່ານນາງລັດຖະມົນຕີກະຊວງສິ່ງແວດລ້ອມ ແຟງລັງ Krista Mikkoren ປະຈຳ ອີຢູ ເນັ້ນໜັກວ່າ ກອງປະຊຸມ ບໍ່ອາດສິ້ນສຸດລົງ ຖ້າຫາກຍັງບໍ່ທັນເຫັນດີເປັນເອກະພາບກັນກ່ຽວກັບສານທີ່ກ່ຽວຂ້ອງເຖິງຄວາມສຳຄັນຂອງການເພີ່ມທະວີຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດໃນປີຈະມາເຖິງ. ທ່ານນາງຖືວ່າ ນີ້ແມ່ນສິ່ງທີ່ ໂລກພວມຕັ້ງຄວາມຫວັງ ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງຮັບຟັງຄຳຮຽກຮ້ອງຈາກພາຍນອກອີກດ້ວຍ. ເນປານ, ສະວິດ, ອູກູກວາຍ ແລະ ໝູ່ເກາະ Marshall  ໄດ້ຕອບສະໜອງເຫັນດີຕໍ່ຄຳຮຽກຮ້ອງຂອງ ອີຢູ ກ່ຽວກັບບັນຫາດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top