• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ)

ຕອນເຊົ້າວັນທີ 21 ພຶດສະພາ, ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.


ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ)

(ພາບ: quochoi.vn)

ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ແມ່ນຮ່າງກົດໝາຍສຳຄັນ ກ່ຽວຂ້ອງ ເຖິງປະຊາຊົນໂດຍກົງ, ສະນັ້ນໄດ້ຮັບຄວາມເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ຮ່າງກົດໝາຍເຊິ່ງສະພາແຫ່ງຊາດປຶກສາຫາລືທີ່ກອງປະຊຸມສະໄໝສາມັນ 2 ເທື່ອ (ເທື່ອທີ 5 ແລະ ເທື່ອທີ 6); ລັດຖະບານໄດ້ຈັດຕັ້ງການຮັບເອົາຄຳເຫັນປະກອບຂອງປະຊາຊົນຢ່າງກວ້າງຂວາງ. ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາລວມມີ 10 ພາກ, 119 ມາດຕາ, ໃນນັ້ນມີບາງເນື້ອໃນພື້ນຖານໄດ້ຮັບການຮັບເອົາ, ປັບປຸງຄື: ຂໍ້ກຳນົດກ່ຽວກັບການສ້າງສຳເລັດລະບົບສຶກສາຕາມທິດເປີດ; ບັນດາຂໍ້ກຳນົດກ່ຽວຂ້ອງເຖິງຄູອາຈານ, ນັກຮຽນ; ບັນຫາການລົງທຶນ, ການເງິນໃນການສຶກສາ; ການຄຸ້ມຄອງຂອງຮາກຖານການສຶກສາ; ການຄຸ້ມຄອງຂອງລັດກ່ຽວກັບການສຶກສາ…

        ໃນວາລະປະຊຸມຕອນບ່າຍ, ສະພາແຫ່ງຊາດຮັບຟັງກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຟານຊວນຢຸງ, ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍສະຖາປັດຕະຍາກຳ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top