• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດກຳປູເຈຍປັບປຸງກົດໝາຍ,ເປີດຊ່ອງທາງໃຫ້ບັນດານັກການເມືອງຝ່າຍຄ້ານກັບຄືນເວທີການເມືອງ

      ວັນທີ 13 ທັນວາ ພາຍໃຕ້ການເປັນປະທານຂອງທ່ານປະທານ ສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin, ສະພາແຫ່ງຊາດ ກຳປູເຈຍ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍພັກການເມືອງ ສະບັບປັບປຸງ, ເປີດຊ່ອງທາງໃຫ້ບັນດານັກການເມືອງຝ່າຍຄ້ານຖືກຫວງຫ້າມເຄື່ອນໄຫວການເມືອງ, ໃນນັ້ນ ມີການນຳຈຳນວນຫນຶ່ງຂອງພັກກູ້ຊາດ (CNRR) ອາດຈະໄດ້ຮັບອະນຸຍາດກັບຄືນເວທີການເມືອງ. 
ດ້ວຍບັດເຫັນດີ 115/115 , ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ຮັບຮອງເອົາມາດຕາ 45 ສະບັບປັບປຸງ ຂອງກົດໝາຍວ່າດ້ວຍພັກການເມືອງ, ເພີ່ມເຕີມ ເນື້ອໃນທີ່ວ່າ “ບໍ່ວ່າບຸກຄົນໃດທີ່ຖືກສານສູງສຸດຫວງຫ້າມບໍ່ໃຫ້ເຄື່ອນໄຫວດ້ານການເມືອງ, ອາດຈະຖືກຟື້ນຟູສິດການເມືອງຢ່າງສົມບູນ ພາຍຫລັງໄດ້ປະຕິບັດຄຳຕັດສິນຂອງສານສຳເລັດ ຫລື ໃນກໍລະນີຜູ້ນັ້ນໄດ້ຮັບການອະໄພຍະໂທດຈາກກະສັດ ຕາມຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ອີງຕາມການສະເຫນີຈາກກະຊວງພາຍໃນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top