• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ)

      ວັນທີ 13 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ຮັບຟັງທ່ານຫົວໜ້າອົງການກວດກາລັດຖະບານ ເລມິງຄ໋າຍ ອະພິປາຍຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ.

(ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ)
      ປຶກສາຫາລືທີ່ຫໍປະຊຸມໃນຕອນເຊົ້າວັນທີ 13 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຫັນບັນດາທັດສະນະຊີ້ນຳ, ການກຳນົດທິດຂອງພັກ ໃນການສ້າງກົດໝາຍເປັນລະບອບລະບຽບການ, ບົນພື້ນຖານໝາກຜົນສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ມີຂໍ້ກຳນົດຫຼາຍຂໍ້ຂອງຮ່າງກົດໝາຍໄດ້ຮັບການປັບປຸງ ເພື່ອແນໃສ່ຮັບປະກັນຄວາມເປັນໄປໄດ້, ເໝາະສົມກັບພຶດຕິກຳຕົວຈິງ, ຄົບຊຸດກັບລະບົບກົດໝາຍທີ່ປະກາດໃຊ້ໃນປະຈຸບັນ. ທ່ານ ເບ໋ມິງດຶກ, ສະມາຊິກສະພາແຫ່ງຊາດແຂວງ ກາວບັ່ງ, ຍົກອອກຄຳເຫັນວ່າ.
      “ຂ້າພະເຈົ້າໄດ້ເຫັນດີໂດຍພື້ນຖານກັບການປັບປຸງຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຄັ້ງນີ້ ແລະ ບົດລາຍການກວດກາຂອງກຳມາທິການຍຸຕິທຳ. ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ແມ່ນມີຄວາມສຳຄັນຍິ່ງ, ນີ້ແມ່ນເຄື່ອງມືດ້ານກົດໝາຍ, ແມ່ນບ່ອນອີງໃຫ້ອົງການປົກປ້ອງກົດໝາຍ ແລະ ໃຫ້ທົ່ວປວງຊົນ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ. ຂ້າພະເຈົ້າເຫັນດີຕໍ່ເລື່ອງເປີດກວ້າງຂອບເຂດດັດປັບຂອງຮ່າງກົດໝາຍ ອອກສູ່ເຂດນອກລັດ, ເໝາະສົມກັບທ່າອ່ຽງສາກົນ ແລະ ຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ທີ່ໄດ້ວາງອອກໃນສະພາບການປະຈຸບັນ”.
      ມີຫຼາຍຄຳເຫັນໄດ້ຖືວ່າ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນຮ່າງກົດໝາຍມີຄວາມໝາຍສຳຄັນຍິ່ງ, ສົ່ງຜົນກະທົບເຖິງຫຼາຍດ້ານໃນຊີວິດສັງຄົມ ສະນັ້ນ, ຄວນໄດ້ຮັບການຕີລາຄາ, ຄິດໄລ່ຊັ່ງຊາຢ່າງລະອຽດ ເພື່ອຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top