• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສະຖາບັນບັນດິດຍິງ, ປະລິນຍາເອກ ຫງວຽນທິແທງຍ່ານ ກັບ ຕົວແບບ “ປະເທດສະຫຼາດ”

ສະຖາບັນບັນດິດຍິງ, ປະລິນຍາເອກ ທ່ານນາງ ຫງວຽນທິ ແທງຍ່ານ, ປະທານສະພາບໍລິຫານ, ຜູ້ອຳ ນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ກ້າວໜ້າ ສາກົນ  (AIC Group) ຫາກໍໄດ້ ລາງ ວັນ “ປະເທດສະຫຼາດ ດີເດັ່ນທີສຸດ” ໃນພິທີມອບລາງວັນ ການແຂ່ງ ຂັນທົ່ວໂລກວ່າດ້ວຍ ແນວຄວາມຄິດ ແລະ ຕົວແບບ ປະເທດ ສະຫຼາດ ຢູ່ ອັງກິດ. ນັ້ນແມ່ນຂໍ້ອ້າງໃຫ້ ມີການສົນທະນາຄັ້ງນີ້ ເພື່ອສາມາດ ເຂົ້າໃຈຢ່າງລະອຽດ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດ ນຳມາ ຊຶ່ງ ຜົນປະໂຫຍດ ໃຫ້ທົ່ວສັງຄົມ. 
ຄວາມປະດິດສ້າງ, ຜົນປະໂຫຍດອັນແທ້ຈິງ ແລະ ມີຄວາມ ສາມາດ ເປັນໄປໄດ້ສູງ

ທ່ານນາງ ແທງຍ່ານ ເປັນຜູ້ມີຊື່ສຽງ ໃນວົງການນັກທຸລະກິດ ແຕ່ບໍ່ຄ່ອຍເວົ້າ ກ່ຽວກັບຕົວເອງ ຢູ່ຕໍ່ໜ້າວົງການໜັງສືພິມ. ທ່ານນາງ ມີແຕ່ອັນດຽວ, ປະຕິເສດ ບັນດາຄຳເວົ້າທີ່ຈົບງາມ ຈາກ ຄົນທັງຫຼາຍ, ຫາກ ພຽງຍອມຮັບວ່າ ຕົວເອງ ບັນລຸໄດ້ຜົນ ສຳເລັດນີ້ ອັນເນື່ອງຈາກ ຫາຮູ້ຄວາມກ້າວໜ້າ, ໃຫ້ຄວາມມາ ນະພະຍາຍາມໃນທຸກມື້  ແລະ ມີບັນດາ ຜູ້ປະສານງານທີ່ເຕັມ ໄປດ້ວຍນຳ້ຈິດນຳ້ໃຈ ຂອງບໍລິສັດ AIC ຕະຫຼອດຊ່ວງເວລາ ເກືອບ 20 ປີຜ່ານມາ. ວິທີແກ້ໄຂ ປະເທດສະຫຼາດໂດຍຕົວ ທ່ານນາງ ເອງ ເປັນຜູ້ປະດິດສ້າງ ແລະ ອອກແບບ ທົ່ວລະບົບ ພ້ອມກັບ ຖັນແຖວພະນັກງານ ຂອງ ກຸ່ມບໍລິສັດ AIC ໄດ້ຕີລາ ຄາສູງສຸດ ໃນງານແຂ່ງຂັນ ລະດັບໂລກຜ່ານມາ ກໍແມ່ນຍ້ອນ ໄດ້ສະແດງໃຫ້ເຫັນ ຂອບຂະໜາດເຊື່ອມຕໍ່ຄົບຊຸດ ແຕ່ ບັນດາ ອົງການ ການນຳ ຂັ້ນສູນກາງ ເຖິງ ບັນດາກະຊວງ, ຂະແໜງ ການ, ແຂວງ, ນະຄອນ, ຊຳ້ບໍ່ໜຳ ຮອດບັນດາຂັ້ນພື້ນຖານ ເຊັ່ນ: ໂຮງຮຽນ, ໂຮງໝໍ, ວິສາຫະກິດ ແລະ ອື່ນໆ...
ທ່ານນາງ ຜູ້ອຳນວຍການໃຫຍ່ AIC ໄດ້ເນັ້ນໜັກວ່າ:  “ກວມ ລວມ ເອົາຕົວແບບເຊື່ອມຕໍ່ນີ້ ແມ່ນ ບັນດາຜົນປະໂຫຍດ ແລະ ການໝູນໃຊ້ ທີ່ສະຫຼາດ ໂດຍອີງໃສ່ ພື້ນຖານຂໍ້ມູນ, ຂໍ້ມູນຂ່າວສານ, ສະຕິປັນຍາ, ວິທີແກ້ໄຂ ບັນຫາໂຈດ ເປັນຂັ້ນໆ ໄຈ້ແຍກ ພະຍາກອນ, ສ້າງເປັນລະບົບສູນກາງ ບໍລິຫານ ທີ່ເຊື່ອມຕໍ່ ບັນດາສ່ວນປະກອບ ຂອງ ທົ່ວລະບົບ, ເຮັດໃຫ້ ບັນດາຕົວແບບ ການແລກປ່ຽນ ສື່ສານ ຫຼາຍຝ່າຍ ແລະ ຜົນປະໂຫຍດກວມລວມໃຫ້ແກ່ ກວ່າ 20 ກຸ່ມເປົ້າໝາຍ ຊົມໃຊ້ ຄຸນປະໂຫຍດ ໄດ້ປະກົດຜົນເປັນຈິງ ເຊັ່ນ: ຄະນະ ການນຳ, ນັກຄຸ້ມຄອງ, ບັນດາອົງການວິຊາຊີບ, ນັກຄົ້ນຄວ້າ, ທ່ານໝໍ, ຄົນເຈັບ, ຄູສອນ, ນັກຮຽນ, ນັກທ່ອງທ່ຽວ ຕະຫຼອດຮອດ ປະຊາຊົນ ທົ່ວໄປ ກໍຄື ທຸກພາກສ່ວນ ໃນສັງຄົມ”.

ໃນຕົວຈິງ, ຕົວແບບປະເທດສະຫຼາດ ບໍ່ແມ່ນສິ່ງທີ່ໃໝ່ໆ ຍ້ອນ ມີຫຼາຍປະເທດຢູ່ໃນໂລກປະຕິບັດ. ແຕ່ຈຸດແກນຫຼັກ ໃນ ຕົວແບບປະເທດສະຫຼາດ ທີ່ ທ່ານນາງ ຍ່ານສ້າງຂຶ້ນ ແມ່ນ ມຸ່ງສູ່ ບັນດາເປົ້າໝາຍຊົມໃຊ້ ແລະ ຄວາມສາມາດ ເປັນໄປໄດ້ ຂອງມັນ ເພື່ອຫັນແນວຄວາມຄິດເປັນຕົວຈິງ. ທ່ານນາງ ໄດ້ ໃຫ້ ຮູ້ວ່າ, ເມື່ອເຂົ້າຮ່ວມງານສຳມະນາຫຼາຍຄັ້ງ ທີ່ມີຫົວຂໍ້ວ່າ ນະຄອນສະຫຼາດ ຫຼື ປະເທດສະຫຼາດ, ສ່ວນຫຼາຍ ແມ່ນ ບໍ່ຍົກ ໃຫ້ເຫັນໄດ້ ບັນດາເປົ້າໝາຍຕ່າງກັນໃນສັງຄົມ ຈະໄດ້ ຊົມໃຊ້ ຜົນປະໂຫຍດຫຍັງແດ່ ຫຼື ກໍຍົກບັນຫາອອກ ແຕ່ບໍ່ຄົບຖ້ວນ. ນອກຈາກນັ້ນ, ເຮັດແນວໃດເພື່ອຜັນຂະຫຍາຍ ເປັນຜົນສຳເລັດຕົວແບບນີ້ ກໍບໍ່ມີໃຜ ແນະນຳໂດຍລະອຽດ.

ທ່ານນາງ ຍ່ານໃຫ້ຮູ້ຕື່ມອີກວ່າ: “ຢູ່ຫວຽດນາມ ກໍມີບ່ອນ ໝູນໃຊ້ຕົວແບບຄຸ້ມຄອງສະຫຼາດຈຳນວນໜຶ່ງ ກ່ຽວກັບ ການຄົມມະນາຄົມ, ສາທາລະນະສຸກ, ການສຶກສາ... ແຕ່ບໍ່ທັນມີ ລະບົບຄົບຊຸດ ແລະ ລວມກັນເປັນອັນໜຶ່ງອັນດຽວ. ດ້ວຍເຫດນັ້ນ ຂ້າພະເຈົ້າໄດ້ກໍ່ສ້າງຕົວແບບປະເທດສະຫຼາດ ບົນພື້ນຖານ ຫັນເປັນລະອຽດ ບັນດາຄຸນລັກສະນະຊ່ວຍໜູນ ໃຫ້ແກ່ບັນດາ ເປົ້າໝາຍຕ່າງກັນແນວໃດ, ພ້ອມກັນນັ້ນ ກໍໄຈ້ແຍກ ບັນດາວິ ທີ ການແກ້ໄຂຄົບຊຸດ ເພື່ອສາມາດ ຜັນຂະຫຍາຍ ແລະ ເຮັດໃຫ້ ຕົວແບບປະເທດສະຫຼາດ ປະກົດ ຜົນເປັນຈິງ”.

ແນວຄວາມຄິດກ່ຽວກັບຕົວແບບປະເທດສະຫຼາດ ຂອງ ທ່ານ ນາງ ປອ ແທງຍ່ານ ກຳລັງໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງ ຍ້ອນຮ່ວມທາງກັບລັດຖະບານເອເລກໂຕຣນິກ, ກໍ່ຕັ້ງ, ເຄື່ອນ ໄຫວ ເປັນວິສາຫະກິດໜຶ່ງ ຮູ້ກຳໄດ້ກາລະໂອກາດ ແລະ ທ່າອຽງ ທົ່ວໂລກໄດ້ໄວ. ອາດຈະແມ່ນຄວາມປະດິດຄິດສ້າງ, ຜົນປະໂຫຍດຕົວຈິງ ແລະ ຄວາມສາມາດເປັນໄປໄດ້ ເປັນໜຶ່ງ ໃນ ບັນດາພື້ນຖານອັນສຳຄັນ ເພື່ອໃຫ້ທ່ານນາງ ແທງຍ່ານ ແລະ ບັນດາຜູ້ປະສານງານ ຂອງ AIC ຕັດສິນໃຈ ປະຕິບັດວຽກງານ ນີ້ໃຫ້ປະສົບຜົນສຳເລັດ. 

ຍຸດທະສາດ “ຢືນເທິງບ່າຄົນໃຫຍ່”

ເປັນທີ່ແນ່ນອນວ່າ, ບໍ່ມີຜົນສຳເລັດໃດ ທີ່ສາມາດ ບັນລຸ ໄດ້ ງ່າຍ ແລະ ສຳລັບນັກທຸລະກິດ ແທງຍ່ານ ກໍເຊັ່ນດຽວ. ທ່ານ ນາງ ຢືນຢັນວ່າ, ຕົວແບບປະເທດສະຫຼາດ ບໍ່ແມ່ນ ເປັນອັນ ໃໝ່ ຢູ່ໃນໂລກ, ໃນການປະຕິວັດ ອຸດສາຫະກຳ 4.0, ຖ້າຫາກວ່າ ພວກເຮົາບໍ່ເຮັດ ພວກເຮົາ ຈະເປັນຄົນຫຼ້າຫຼັງ. ໂລກໄດ້ ໝູນໃຊ້ແລ້ວ, ວຽກ ຂອງ ພວກເຮົາແມ່ນຮຽນເອົາ ບົດຮຽນ ຂອງ ເຂົາເຈົ້າ ແລະ ໝູນໃຊ້ໃນຕົວຈິງ. ດ້ວຍ ຍຸດທະສາດ “ຢືນຢູ່ເທິງ ບ່າຄົນໃຫຍ່” ນັກທຸລະກິດຍິງຄົນນີ້ ໄດ້ໃຊ້ເວລາ ເປັນ ຫຼາຍ ປີ ເພື່ອ ການຄົ້ນຄວ້າ ນັບຫຼາຍຕົວແບບ, ເຮັດວຽກ ກັບ ຫຼາຍຮ້ອຍ ບໍລິສັດ ເຮັດວຽກສະເພາະ ກ່ຽວກັບເຕັກໂນໂລຊີ, ຈາກນັ້ນ ກັ່ນຕອງເອົາ ແລະ ໃຫ້ກຳເນີດ ຕົວແບບໜ່ຶງ ທີ່ພິເສດ ຕ່າງຫາກ ສຳລັບ ຫວຽດນາມ. ທ່ານນາງຍ່ານໃຫ້ ຮູ້ວ່າ: “ລະບົບທີ່ຂ້າພະເຈົ້າສ້າງຂຶ້ນ ລວມມີຫຼາຍພາກສ່ວນ, ໂດຍອີງໃສ່ ບັນດາໂຄງການ ທີ່ເຄີຍໄດ້ໝູນໃຊ້ ປະສົບ ຜົນສຳເລັດ ຢູ່ຫຼາຍ ປະເທດໃນໂລກ ເຊັ່ນ: ອິດສະຣາແອນ, ສ.ເກົາຫຼີ, ສິງກະໂປ ແລະ ອີກປະເທດເອີຣົບ ຈຳນວນໜຶ່ງ. ຊໍ້າບໍ່ໜຳ, ຂ້າພະເຈົ້າ ຍັງຄົ້ນຄວ້າ ທັງບັນດາຕົວແບບ ທີ່່ເຄີຍ ຖືກ ລົ້ມເຫຼວ ເພື່ອຖອດຖອນບົດຮຽນຕົວຈິງ”... ອາດເວົ້າໄດ້ວ່າ, ໄລຍະທາງທີ່ເຕັມ ແຕ່ສິ່ງທົດສອບ ໄດ້ຜ່ານໄປ, ຜູ້ນຳ AIC ໄດ້ວາງຢູ່ຕໍ່ໜ້າພວກຂ້າພະເຈົ້າ ບົດຄຳຕອບໜຶ່ງ ທີ່ມີວິທະຍາສາດ ແລະ ມີແບບ ມີແຜນ. ເລື່ອງລາວ ກ່ຽວກັັບ ປະເທດສະຫຼາດ ບໍ່ແມ່ນ ທິດສະດີລ້າໆ, ບໍ່ແມ່ນເປັນຕົວແບບ ຊຳ້ຊາກ ຫາກ ໄດ້ ສະແດງອອກມາ ດ້ວຍບັນດາຫຼັກຖານ ທີ່ລະອຽດຕົວຈິງ.


ທ່ານນາງ ປອ ຫງວຽນທິແທງຍ່ານ-ປະທານສະພາບໍລິຫານ ທັງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ກ້າວໜ້າສາກົນ (AIC Group).


ທ່ານນາງ ປອ ຫງວຽນທິແທງຍ່ານ ທີ່ພິທີມອບລາງວັນ “ແນວ ຄວາມຄິດ ແລະ ຕົວແບບປະເທດສະຫຼາດດີເດັ່ນສຸດ” ໃນພິທີ
ມອບລາງວັນ ການແຂ່ງຂັນທົ່ວໂລກວ່າດ້ວຍ ແນວຄວາມຄິດ ແລະ ຕົວແບບ ປະເທດ ສະຫຼາດ ຢູ່ ລາຊະອານາຈັກ ອັງກິດ.



ທ່ານນາງ ປອ ຫງວຽນທິແທງຍ່ານ ເຮັດວຽກ ກັບ ກະຊວງຄົມ ມະນາຄົມ ຂົນສົ່ງ.


ທ່ານນາງ ປອ ຫງວຽນທິແທງຍ່ານ ຊີ້ນຳ ການປະຕິບັດ ໂຄງ ການ ນະຄອນສະຫຼາດ ຢູ່ກຸ່ມບໍລິສັດ AIC. 


ທ່ານນາງ ປອ ຫງວຽນທິແທງຍ່ານ ເຮັດວຽກກັບ ຄູ່ຮ່ວມມື ຍີ່ປຸ່ນ.


ທ່ານນາງ ປອ ຫງວຽນທິແທງຍ່ານ ເຮັດວຽກກັບຄູ່ຮ່ວມມື ຣູມານີ. 
 
ນັກທຸລະກິດ ແທງຍ່ານ ໄດ້ເປີດເຜີຍວ່າ: “ຕົວຢ່າງ ປະຊາຊົນ ຢູ່ໃນປະເທດສະຫຼາດໜຶ່ງ ຈະໄດ້ນຳໃຊ້ໂດຍກົງ ທຸກບໍລິການ ດ້ານສາທາລະນະ, ບັນດາແຜນການກໍ່ສ້າງ ໜູນຊ່ວຍ ໂດຍບໍ່ ເສຍຄ່າ, ບັນດານະໂຍບາຍບຸລິມະສິດພິເສດ ໃຫ້ແກ່ ປະຊາຊົນ. ຊຳ້ບໍ່ໜຳ ບັນດາບັນຫາ ທີ່ປະຊາຊົນ ມີຄວາມ ຕ້ອງການ ສະເໜີ ຢ່າງລະອຽດ ກັບລັດຖະບານ ຈະໄດ້ແກ້ໄຂ ທັນເວລາ ຍິ່ງຂຶ້ນ ຫາກບໍ່ຕ້ອງ ເສຍເວລາລໍຖ້າ ຫຼື ປະກອບເອກະສານ ດ້ວຍຄວາມຫຍຸ້ງຍາກ ສັບສົນ. ສ່ວນນັກຮຽນ, ນັກສຶກສາ, ເພື່ອສ້າງ ຄວາມສະເໝີພາບ ລະຫວ່າງ ເຂດຕ່າງໆຢູ່ຕົວເມືອງ ແລະ ເຂດພູດອຍ, ພວກນ້ອງ ຈະໄດ້ ຮັບຜົນປະໂຫຍດ ຈາກ ການ ຈົດທະບຽນ ເຂົ້າຮ່ວມ ບັນດາ ແຜນການຮຽນ ແຕ່ຊັ້ນ ອະນຸບານ ເຖິງ ຊັ້ນມະຫາວິທະຍາໄລ ຫຼື ແທນທີ່ໄປເຖິງຫ້ອງ ຮຽນເສັງ, ມາຮອດ ບັດນີ້ກໍສາມາດ ຮຽນເສັງ ຜ່ານທາງອິນເຕີເນັດ ກັບ ບັນດາຄູສອນທີ່ດີເດັ່ນສຸດ, ສາມາດຊອກຫາໄດ້ບັນດາ ບົດສອນ ທີ່ເປັນຕົວແບບ, ບັນດາຫົວ ບົດເສັງ ເພື່ອການ ຝຶກຊ້ອມ ມີທັງລະບົບໃຫ້ຄະແນນ ແລະ ຕີລາຄາວ່ານັກຮຽນ ຍັງຂາດຕົກບົກຜ່ອງ ຄວາມສາມາດ ດ້ານໃດ ເພື່ອສືບຕໍ່ ບຳລຸງຕື່ມອີກ... ສຳລັບທ່ານໝໍ ແລະ ຄົນເຈັບ ຈະມີລະບົບ ເຊື່ອມຕໍ່ ລະຫວ່າງ ບັນດາທ່ານໝໍສາກົນ ເພື່ອ ການ ບົ່ງມະຕິພະຍາດໃຫ້ແກ່ຄົນເຈັບ. ພວກຂ້າພະເຈົ້າມີການ ປະສານສຳພັນ ກັບ 12 ປະເທດແຖວໜ້າຂອງໂລກ ພ້ອມກັບ ຖັນແຖວທ່ານໝໍ ນາຍແພດ ທີ່ດີເດັ່ນ ຢູ່ ຫວຽດນາມ ຕາມແຕ່ລະ ຂະແໜງການ.  ພວກຂ້າພະເຈົ້າຈະເຊື່ອມຕໍ່ ລະຫວ່າງ ບັນດາທ່ານ ໝໍສາກົນ ເພື່ອບົ່ງມະຕິພະຍາດໃຫ້ ແກ່ຄົນເຈັບ ກັບ ສະຕິປັນຍາທຽມ ເພື່ອວາງອອກ ທິດທາງປິ່ນປົວ ຢ່າງແທດເໝາະ ໃຫ້ ບັນດາຄົນເຈັບໜັກ ແລະ ມີລັກສະນະອັນຕະລາຍ...”


ນັກທຸລະກິດ ແທງຍ່ານ ຢືນຢັນວ່າ: ເພື່ອສາມາດ ນຳຄວາມ ສະດວກດັ່ງກ່າວນັ້ນ ມາກັບປະຊາຊົນ, ເພື່ອໃຫ້ ປະຊາຊົນ ຢູ່ ປະເທດສະຫຼາດ ໄດ້ຮັບຜົນປະໂຫຍດ ຢ່າງຮອບດ້ານ ຈະເປັນເລື່ອງທີ່ບໍ່ສາມາດປະກົດຜົນເປັນຈິງໄດ້ໃນທັນທີ. ດ້ວຍ ເຫດນັ້ນ, AIC ໄດ້ຄິດໄລ່ ຕາມແຕ່ລະໄລຍະ ເພື່ອການ ປະຕິບັດ ໃຫ້ໄດ້ຢ່າງແນ່ນອນ ແລະ ສອດຄ່ອງທີສຸດ. ຍົກຕົວຢ່າງມີ 10 ຂໍ້ສະດວກ ທີ່ສະຫງວນ ໃຫ້ແກ່ປະຊາຊົນ, ໄລຍະທຳອິດ ສາມາດ ຜັນຂະຫຍາຍ ສ່ວນໜຶ່ງແລ້ວ ຕາມແຕ່ລະໄລຍະສັ້ນ, ໄລຍະປານກາງ ແລະ ໄລຍະຍາວ ຈະມີການຍົກລະດັບ ໃຫ້ສອດຄ່ອງ ກັບ ສະພາບການຕົວຈິງ. ບໍ່ອາດເວົ້າໄດ້ວ່າ ຄວາມປາດຖະໜາອັນໃຫຍ່ ຈະບໍ່ສາມາດ ຜັນຂະຫຍາຍ ໃນໄລຍະສັ້ນ ຍ້ອນວ່າ ນັ້ນແມ່ນສິ່ງທີ່ ບໍ່ສາມາດ ເປັນໄປໄດ້. ແຕ່ພວກຂ້າພະເຈົ້າສູ້ຊົນ ເຖິງປີ 2019, ມີບັນຫາພື້ນຖານ ຈຳນວນໜຶ່ງ ຈະສາມາດ ຜັນຂະຫຍາຍ ຢູ່ພື້ນທີ່ ຕົວຈິງ ຈຳນວນໜຶ່ງ”.

ສິ່ງທີ່ສະຫຼາດ ແມ່ນສິ່ງທີ່ງ່າຍດາຍ
 
ບັນຫາທີ່ວາງອອກແມ່ນ ເສັ້ນທາງຫັນເປັນຕົວຈິງ ຕົວແບບ ປະເທດສະຫຼາດ ຢູ່ ຫວຽດນາມ ຈະເປັນແນວໃດ ໃນຂະນະທີ່ ເວົ້າເຖິງ ຄຳສັບ “ເຕັກໂນໂລຊີ” ແມ່ນຄວາມເປັນຫ່ວງເປັນໃຍ ຂອງ ຄົນຫວຽດ ແລະ ສິ່ງທີ່ເຫັນແຈ້ງກໍ່ແມ່ນ ຈາກແນວຄວາມ ຄິດ ເຖິງຕົວຈິງ ບໍ່ແມ່ນໄລຍະຫ່າງ ທີ່ບໍ່ສາມາດ ຜ່ານພົ້ນໄດ້ ງ່າຍ. ຍົກຄວາມນຶກຄິດນັ້ນ ຂຶ້ນມາ ປຶກສາກັບ ທ່ານນາງ ຜູ້ອຳນວຍ ການໃຫຍ່ AIC, ທຸກຄວາມເປັນຫ່ວງເປັນໃຍ ຂອງ ຂ້າພະເຈົ້າ ເໝືອນດັ່ງເປີດອອກ ເມື່ອທ່ານນາງ ໃຫ້ ຂໍ້ສັງເກດວ່າ: ຢ່າສູ່ຄິດປະເທດສະຫຼາດ ແມ່ນສິ່ງໃດສິ່ງໜຶ່ງ ທີ່ສັບສົນ ແລະ ຫຍຸ້ງຍາກ. ສິ່ງທີ່ສະຫຼາດ ແມ່ນ ສິ່ງທີ່ງ່າຍດາຍ ຖ້າຫາກວ່າ ໝູນໃຊ້ຕົວແບບ ຂອງ ພວກຂ້າພະເຈົ້າ. ເຕັກໂນໂລຊີ ໂລກ ໄດ້ມີຢູ່ແລ້ວ, ປະຊາຊົນ ແຕ່ລະຄົນ ໃຊ້ເວລາ ພຽງ 15 ນາທີ ແມ່ນສາມາດນຳໃຊ້ໄດ້. ສຳລັບ ບັນດາອົງການ ທີ່ມີວິຊາການ ແມ່ນໃຊ້ເວລາອົບຮົມ ພຽງ ສອງທິດ. ສ່ວນບັນດາອົງການ ຄຸ້ມຄອງແຫ່ງລັດ ອາດຈະ ເສຍເວລາ ໜຶ່ງຊົ່ວໂມງເທົ່ານັ້ນ ບັນດາ ທ່ານຜູ້ນຳສາມາດ ນຳໃຊ້ ລະບົບນີ້ ຢ່າງຊຳນານງານ”. ການໃຫ້ຄຳຕອບ ຢ່າງວ່ອງໄວ, ກະທັດລັດ ແລະ ຈະແຈ້ງ ຂອງທ່ານ ນາງ ຍ່ານ ໄດ້ສົ່ງສານຢ່າງແຂງແຮງ ກ່ຽວກັບ ຄວາມເຊື່ອໝັ້ນຕົນເອງ, ສະພາບຈິດໃຈ ທ່າທາງ ກຽມພ້ອມ ແບ່ງປັນ, ກຽມ ພ້ອມເຂົ້າຮ່ວມ ເພື່ອຄວາມ ຮັບຜິດຊອບສັງຄົມ ຂອງ AIC. ໃນຄວາມຈິງ, ສິ່ງດັ່ງກ່າວ ໄດ້ເຮັດໃຫ້ພວກຂ້າ ພະເຈົ້າ ຮູ້ສຶກ ໄດ້ ສາຍທາງເດີນ ທີ່ມີເປົ້າໝາຍ ແມ່ນ “ມີຜົນປະໂຫຍດ ໃຫ້ ແກ່ໝົດທຸກຄົນ” ຈະປະກົດຜົນເປັນຈິງ ໃນເວລາມໍ່ໆ ນີ້.

ອາດເວົ້າໄດ້ວ່າ ນັ້ນແມ່ນຍຸດທະສາດດຳເນີນທຸລະກິດ ທີ່ໄດ້ ຮັບການລົງທຶນ ຢ່າງໃຫຍ່ຫຼວງ, ທັງຄວາມອາດສາມາດ, ເຈດ ຈຳນົງ, ເວລາ ແລະ ເງິນຄຳ. ທ່ານນາງ ຍ່ານເນັ້ນໜັກວ່າ: “ເພື່ອ ສາມາດຜັນຂະຫຍາຍຕົວແບບນີ້ ຕ້ອງອີງໃສ່ ຫຼາຍ ປັດ ໃຈ. ພວກຂ້າພະເຈົ້າໄດ້ໄຈ້ແຍກ 20 ມາດຕະການ ທີ່ຄົບຊຸດ ເພື່ອຜັນຂະຫຍາຍຕົວແບບນີ້ ປະສົບຜົນສຳເລັດ. ຢູ່ ຫວຽດນາມ, ໃນ 20 ປັດໃຈ ກໍມີກວ່າເຄິ່ງ ມີຄວາມສາມາດ ເປັນໄປ ໄດ້. ສິ່ງທີ່ສຳຄັນທີ່ສຸດ ບໍ່ແມ່ນ ເຕັກໂນໂລຊີ ຫາກແມ່ນ ນິຕິກຳ ແລະ ຄວາມຕັດສິນໃຈ ຂອງຄົນ. ໃນນະຄອນສະຫຼາດ ຄົນ ຕ້ອງສະຫຼາດ. ຖ້າຫາກວ່າ ພວກເຮົາມີທັງ ສອງປັດໃຈນີ້ ພວກ ເຮົາຈະໄດ້ ຮັບຜົນສຳເລັດ ຢ່າງແນ່ນອນ”.

ໃນຕົວຈິງ, ນິຕິກຳ ແລະ ຄວາມຕັດສິນໃຈ ຂອງ ຄົນ ທີ່ທ່ານນາງ ຍ່ານ ໄດ້ເນັ້ນໜັກວ່າ ແມ່ນ ມີຄວາມສາມາດ ເປັນໄປໄດ້ ຢູ່ປະເທດ ຫວຽດນາມ. ບັນດາຄວາມຕັດສິນໃຈ ໄດ້ສະແດງ ອອກໃຫ້ເຫັນນັບມື້ນັບຈະແຈ້ງ ຈາກ ແຜນນະໂຍບາຍ, ນະໂ ບາຍ ຂອງ ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ກໍຄື ອຳນາດການປົກຄອງ ທຸກຂັ້ນ ໃນໄລຍະມໍ່ໆ ນີ້ ມີການກ່ຽວພັນເຖິງ ການກໍ່ສ້າງ ລັດຖະບານ ດີຈີຕອນ ແລະ ຕົວເມືອງສະຫຼາດ ໄດ້ເປັນນິຕິກຳ, ສ້າງທ່ວງ ໃຫ້ປະເທດສະຫຼາດ ກ້າວເຂົ້າສູ່ການ ເຄື່ອນໄຫວໂດຍໄວ. ແນ່ນອນວ່າ ຕ້ອງປະກອບ ເພີ່ມຕື່ມ ລະ ບົບຂໍ້ກຳນົດ, ກົດລະບຽບ ໃຫ້ສະເພາະ ປະເທດສະຫຼາດ, ລະບົບໂຄງການ ສະຖາປັດຕະຍະກຳລວມ ເພື່ອເຮັດໃຫ້ ໂຄງນິຕິກຳໄດ້ສົມບູນແບບ. ຜູ້ອຳນວຍການໃຫຍ່ AIC ໄດ້ຢືນຢັນ: “ຖ້າຫາກວ່າ ການຜັນຂະຫຍາຍຕົວແບບ ປະເທດສະຫຼາດ ປະສົບຜົນສຳເລັດ ຈະສ້າງບາດກ້າວ ບຸກທະລຸ ຂອງ ຫວຽດນາມ ໃນອະນາຄົດ ແລະ ພິເສດແມ່ນ ບັັນດາເປົ້າໝາຍ ໃຫ້ສັງຄົມ ຕ່າງກໍໄດ້ຮັບຜົນປະໂຫຍດ, ນັ້ນແມ່ນສິ່ງທີ່ ຂ້າພະເຈົ້າຕ້ອງ ການທີ່ສຸດ”.

ນີ້ແມ່ນ ການນຳໜ້າຂອງນັກທຸລະກິດຍິງທີ່ “ເວົ້າໜ້ອຍ ແຕ່ ເຮັດຫຼາຍ” ເພິ່ນໄດ້ເຮັດໃຫ້ພວກຂ້າພະເຈົ້າ ຮູ້ສຶກ ແປກໃຈ ຫຼາຍ ຍ້ອນເບິ່ງຄືນໄລຍະທາງ ທີ່ທ່ານນາງ ຜ່ານໄປ, ໄດ້ມີຂີດ ໝາຍຫຼາຍຢ່າງ ກ່ຽວກັບຄວາມປະດິດຄິດສ້າງ ແລະ ກ້າຄິດ ກ້າເຮັດດ້ານຕະຫຼາດການຄ້າ. ສິ່ງທີ່ພິເສດແມ່ນ ບັນດາການ ກະທຳຂອງເພິ່ນ ເຖິງວ່າໃຫຍ່ ຫຼື ນ້ອຍກໍຕາມ ແຕ່ຍາມໃດກໍ ມີ ຄວາມຕິດພັນ ລະຫວ່າງບົດບາດ ຂອງ ວິສາຫະກິດ ກັບຄວາມ ຮັບຜິດຊອບຕໍ່ສັງຄົມ. ນັ້ນຄື ບັນຫາ ກໍາຈັດນໍ້າເປື້ອນ, ການ ປ່ຽນແປງ ຂອງດິນຟ້າອາກາດ, ບັນດາໂຄງການກ່ຽວ ກັບການ ຊ່ວຍໜູນ ດ້ານສາທາລະນະສຸກ, ການສຶກສາ, ວັດທະນະທຳ ແລະ ໃນປັດຈຸບັນ ແມ່ນຕົວແບບປະເທດສະຫຼາດນີ້. ທັງໝົດ ຕ່າງກໍມຸ່ງສູ່ ຈິດໃຈ ດຳເນີນທຸລະກິດອັນເລິກເຊິ່ງ ທີ່ທ່ານນາງ ໄດ້ຕາມຫາ ເມື່ອຫຼາຍປີຜ່ານມາເຊັ່ນ: “ວິສາຫະກິດມຸ່ງສູ່ການ ພັດທະນາ ທີ່ຍືນຍົງຕະຫຼອດເວລາ. ຢາກໄດ້ ຄືແນວນັ້ນ ຕ້ອງ ເຮັດໃຫ້ປະສານກົມກືນກັນ ຜົນປະໂຫຍດ ທຸກຢ່າງ ແຕ່ເຈົ້າ ຂອງ ວິສາຫະກິດ ໄປເຖິງ ບັນດາພະນັກງານ ໃນວິສາຫະກິດ, ພິເສດແມ່ນຜົນປະໂຫຍດ ຂອງ ວົງຄະນາຍາດ ແລະ ສັງຄົມ. ຫວັງວ່າ, ນຳ້ໃຈດັ່ງກ່າວ ຈະໄດ້ ຮັບຮອງ ເພື່ອໃຫ້ປະຊາຊົນ ທຸກຄົນ ຕ່າງກໍໄດ້ ຮັບຜົນປະໂຫຍດ, ປະເທດຊາດໄດ້ມີການ ຂະຫຍາຍຕົວ ນັບມື້ນັບໝັ້ນ ຄົງຖາວອນ ຍິ່ງຂຶ້ນ.

ສິ້ນສຸດການສຳພາດໃນເວລາຄ້ອຍຄໍ່າ, ແຕ່ທ່ານນາງ ຍ່ານ ຍັງ ສືບຕໍ່ວຽກງານຂອງຕົນ ເໝືອນດັ່ງ ເວລາ ຫາກໍເລີ່ມຕົ້ນວັນ ໃໝ່. ຜູ້ຍິງທີ່ສ້າງຂຶ້ນ ການປ່ຽນແປງ ທີ່ນຳມາ ຄຸນຄ່າຫຼາຍຢ່າງ ໃຫ້ແກ່ວົງຄະນາຍາດ ແລະ ສັງຄົມນັ້ນ ໄດ້ສ້າງຄວາມ ປະທັບໃຈເປັນພິເສດ ຍ້ອນມີສົນທະນາທ່ີຈະແຈ້ງ ແລະ ກະທັດລັດ ເຖິງວ່າ ເຮັດວຽກ ໝົດມື້ ຈົນບໍ່ພັກຜ່ອນ. ນັກທຸລະກິດຍິງ ທີ່ມັກໃສ່ ລິບສະຕິກສີແດງອ່ອນ, ມັກດອກໄມ້ປະເທດຕ່າງໆ, ມີຜ່າມືອົບອຸ່ນ ແລະ ແວວຕາ ທີ່ແຫຼມຄົມ ເຮັດໃຫ້ຜູ້ມີໂອກາດ ພົບ ພຽງຄັ້ງດຽວກໍບໍ່ສາ ມາດຫຼົງລືມໄດ້ງ່າຍ. ໄດ້ພົບປະກັບ ທ່ານນາງພຽງແຕ່ 20-30 ນາທີ, ແຕ່ຂ້າພະເຈົ້າ ເໝືອນດັ່ງ ໄດ້ຖ່າຍທອດແຫຼ່ງພະລັງແຮງ ທີ່ຕັ້ງໜ້າ ແລະ ເຊື່ອມຊືມເຂົ້າໃນໃຈ ສັດຈະທຳທີ່ວ່າ: “ຖ້າຫາກວ່າມີສິ່ງໃດໜຶ່ງທີ່ໜ້າເຮັດ, ຈະເຮັດ ດ້ວຍໃຈທັງໝົດ ຂອງຕົນ”.
 
ບົດ: ຫງວຽນວັນແກ່ງ - ພາບ: ເອກະສານ


 

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top