• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ສະຖານທ່ີເກັບຮັກສາ ຄວາມຈິງ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ

ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ຮວ່າງຊາ ແລະ ເຈື່ອງຊາ ເປັນສ່ວນໜຶ່ງຜືນແຜ່ນດິນ ທ່ີສັກກາລະບູຊາ ຂອງ ຫວຽດນາມ. ດັ່ງທ່ີໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວວ່າ ຫວຽດນາມ ມີພື້ນຖານ ທາງກົດໝາຍ ແລະ ຫຼັກຖານປະຫວັດສາດ ຢືນຢັນ ສິດອຳນາດ ອະທິປະໄຕ ຕໍ່ສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຊ່ຶງສອດຄ່ອງ ກັບກົດໝາຍ ສາກົນ. ສິ່ງດັ່ງ ກ່າວໄດ້ສະແດງ ໃຫ້ເຫັນ ຢ່າງຈະແຈ້ງ ແລະ ຊັດເຈນ ຈາກແຫຼ່ງ ເອກະສານ ທີ່ມີ ຢູ່ພາຍໃນ ແລະ ຕ່າງປະເທດ.  ຫໍວາງສະແດງ ຮວ່າງຊາ ຢູ່ ນະ ຄອນ ດ່າໜັງ ແມ່ນຕົວຢ່າງ ທີ່ມີຊີວິດຊີວາ ໃນ ການເກັບ ຮັກ ສາ, ວາງສະແດງ ແລະ ແນະນຳ ບັນດາຫຼັກຖານພະຍານ ທີ່ບໍ່ສາ ມາດໂຕ້ຖຽງ ໄດ້ ກ່ຽວກັບ ສິດອຳນາດ ອະທິປະໄຕ ຂອງ ຫວຽດ ນາມ ຕໍ່ໝູ່ເກາະ ສອງແຫ່ງນີ້. 
ຫໍວາງສະແດງ ຮວ່າງຊາ ໄດ້ຄະນະກຳມະການປະຊາຊົນ ເມືອງ ເກາະ ຮວ່າງຊາ, ນະຄອນ ດ່າໜັງ ລົງມືກໍ່ສ້າງ ຢູ່ເທິງຖະໜົນ ຮວ່າງຊາ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ) ໃນວັນທີ 7 ທັນວາ 2015 ແລະ ໄດ້ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 28 ມີ ນາ 2018. ໂຄງການນີ້ ບໍລິສັດ ສະຖາປັດຕະຍະກຳ WRIGHT (ຍີ່ປຸ່ນ) ເປັນທີ່ປຶກສາ, ອອກແບບ ໃນເນື້ອທີ່ 1.296 ມ2, ໃນນັ້ນ ເນື້ອທີ່ກໍ່ສ້າງ 412 ມ2 ຊຶ່ງ ລວມມີ 3 ຊັ້ນ, ສູງ 18 ແມັດ ມີເນື້ອທີ່ ນຳໃຊ້ 1.824 ມ2. ຫໍວາງ ສະແດງ ຫັນໜ້າ ໃສ່ ທະເລຕາເວັນ ອອກ ແລະ ໄດ້ປະດັບປະດາ ຕ່າງໆ ສາມາດ ສະແດງໃຫ້ເຫັນ ຮູບພາບ ທຸງແດງ ດາວຄຳ ພາຍໃຕ້ແສງ ຂອງ ດວງ ອາທິດ ຊຶ່ງ ມີຄວາມໝາຍວ່າ ທົ່ວປະເທດ ມຸ່ງສູ່ ໝູ່ເກາະ ຮວ່າງ ຊາ, ເຈື່ອງ ຊາ ທີ່ແສນຮັກແພງ ຢູ່ ຕະຫຼອດເວລາ.

ຫໍວາງສະແດງ ຮວ່າງຊາ ເປັນບ່ອນວາງສະແດງ ບັນດາເອກະ ສານ, ພາບເຄື່ອນໄຫວ ແລະ ພາບນິ້ງ ກ່ຽວກັບປະຫວັດສາດ, ນິຕິກຳ, ທີ່ຕັ້ງ ທາງພູມສາດ, ການບໍລິຫານ ແລະ ອື່ນໆ... ຂອງ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຢ່າງເປັນລະບົບ ໂດຍອີງໃສ່ ພື້ນຖານ ເຕັກໂນໂລຊີ ຫຼາກຫຼາຍຮູບແບບ ແລະ ທັນສະໄໝ. 
 
ຫໍວາງສະແດງ ຮວ່າງຊາ-ສະຖານທ່ີເກັບຮັກສາໄວ້ ບັນດາຄວາມ ຈິງ ທີ່ບໍ່ອາດໂຕ້ຖຽງໄດ້ ກ່ຽວກັບ ຮວ່າງຊາ ຂອງ ຫວຽດນາມ. ພາບ: ແທງຮ່ວາ

 
ນັກທ່ອງທ່ຽວ ສະແດງຄວາມເອກອ້າງທະນົງໃຈ ເມື່ອໄດ້ມາ ຢ້ຽມ ຢາມ, ຊອກຮູ້ ປະຫວັດສາດ ຮວ່າງຊາ ຂອງ ຫວຽດນາມ ທີ່ ຫໍ ວາງ ສະແດງ ຮວ່າງຊາ. ພາບ: ແທງຮ່ວາ

ເສົາຫຼັກໝາຍສິດອຳນາດອະທິປະໄຕ ຮວ່າງຊາ ໄດ້ຮັບການ ບູ ລະນະ ຄືນໃໝ່ຢ່າງສົມກຽດ ຢູ່ໃຈກາງຂອງ ຫໍວາງສະແດງ ຮວ່າງ ຊາ. ພາບ: ແທງຮ່ວາ

ນັກທ່ອງທ່ຽວ ຢ້ຽມຢາມ ສະຖານທີ່ວາງສະແດງ ບັນດາ ຂໍ້ມູນ ເອກະສານນິຕິກຳ ທີ່ກ່ຽວພັນເຖິງ ສິດອຳນາດອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະ ຮວ່າງຊາ. ພາບ: ແທງຮ່ວາ

ນັກທ່ອງທ່ຽວ ຢ້ຽມຊົມຕົວແບບເຮືອສະເພົາ ອອກສູ່ ຮວ່າງຊາ ຂອງ ຫວຽດນາມ ໃນສະຕະວັດທີ XVII. ພາບ: ແທງຮ່ວາ

Tຕູ້ວາງສະແດງ ບັນດາເອກະສານ ສະບັບສໍາເນົາ ສະໄໝ ລາຊະ ວົງ ຫງວຽນ (ເອກະສານດ້ານການບໍລິຫານ ໂດຍບັນດາ ກະສັດ ສະໄໝ ລາຊະຊົງ ຫງວຽນ
ເປັນຜູ້ອະນຸມັດຜ່ານ) ວ່າດ້ວຍ ສິດອຳ ນາດ ອະທິປະໄຕ ຂອງ ຫວຽດນາມຕໍ່ ສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ພາບ: ແທງຮ່ວາ

 
ບັນດາຊັບພະຍາກອນທຳມະຊາດ ທ່ີມີຄ່າ ຊຶ່ງຈັບຫາໄດ້ ຢູ່ ຮວ່າງຊາ. ພາບ: ແທງຮ່ວາ


ສະຖານທີ່ວາງສະແດງ, ແນະນຳ ບັນດາຮູບພາບ ກ່ຽວກັບ ການ ເຄື່ອນໄຫວ ຂອງ ຫວຽດນາມ ຢູ່ ໝູ່ເກາະ ຮວ່າງຊາ ໃນໄລຍະ 1858-1945. ພາບ: ແທງຮ່ວາ
ພື້ນທ່ີສຳລັບວາງສະແດງ ໄດ້ແບ່ງອອກເປັນ 9 ພາກໃຫຍ່ ກ່ຽວ ກັບເອກະສານ, ວັດຖຸພັນ ນັບຫຼາຍພັນສິ້ນ ທີ່ມີຊີວິດຊີວາ ຊຶ່ງ ລວມມີ: 1/ ທີ່ຕັ້ງທາງພູມສາດ ແລະ ເງື່ອນໄຂທຳມະຊາດ; 2/ ຮວ່າງຊາ ໃນບັນດາໜັງ ສືໃບລານເກົ່າ ຂອງ ຫວຽດນາມ ກ່ອນ ສະໄໝລາຊະວົງ ຫງວຽນ; 3/ ຮວ່າງຊາ ໃນບັນດາໜັງສື ໃບລານ ເກົ່າ ຂອງ ຫວຽດນາມ ສະໄໝລາຊະວົງ ຫງວຽນ; 4/ ບັນດາ ເອກະສານ ຂອງ ຈີນ ແລະ ຕາເວັນຕົກ ເປັນສິ່ງພິສູດ ສິດອຳ ນາດ ອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮວ່າງຊາ ໄລຍະ 1858-1954; 6/ ສິດອຳນາດ ອະທິປະໄຕ ຂອງ ຫວຽດນາມ ໄລຍະ 1954-1974; 7/ ບັນດາເອກະສານ ວ່າດ້ວຍ ການບໍລິຫານ ຂອງ ລັດຫວຽດນາມ ຕໍ່ໝູ່ເກາະ ຮວ່າງຊາ ແຕ່ປີ 1975 ມາຮອດ ປັດຈຸບັນ; 8/ ຮວ່າງຊາ ກັບ ໂລກ - ໂລກ ກັບ ຮວ່າງຊາ; 9/ ຮ່ວາງຊາ ແລະ ບັນດາພະຍານ ທາງປະຫວັດສາດ.

ຮູບພາບແຕ່ລະແຜ່ນ, ເອກະສານແຕ່ລະໜ້າ, ແຜນທີ່ ແຕ່ລະ ແຜ່ນ, ວັດຖຸພັນ ແຕ່ລະສິ້ນ... ໄດ້ຮັບການວາງສະແດງ ຢູ່ຫໍວາງ ສະແດງ ຮວ່າງຊາ ບໍ່ພຽງແຕ່ ມີຄຸນຄ່າອັນປະເສີດ ກ່ຽວກັບ ດ້ານ ປະຫວັດສາດ, ນິຕິກຳ, ເປັນຫຼັກຖານທີ່ບໍ່ອາດ ໂຕ້ຖຽງໄດ້ ກ່ຽວ ກັບ ສິດອຳນາດອະທິປະໄຕ ຂອງ ຫວຽດນາມ ຕໍ່ ໝູ່ເກາະ ຮວ່າງ ຊາ ແລະ ໝູ່ເກາະ ເຈື່ອງຊາ ເທົ່ານັ້ນ, ແຕ່ຍັງເປັນ ຂຸມຊັບ ທີ່ສັກ ສິດ ມີກຳລັງແຮງ ປຸກຄວາມເອກອ້າງ ທະນົງໃຈ, ເຈດຈຳ ນົງ ແລະ ກຳລັງແຮງ ຂອງພີ່ນ້ອງຮ່ວມຊາດ ຫວຽດນາມ ກວ່າ 100 ລ້ານຄົນ ຢູ່ພາຍໃນ ແລະ ຕ່າງປະເທດ ຕໍ່ວຽກງານ ປົກປັກຮັກສາ ເຂດໝູ່ເກາະທະເລ ທ່ີແສນຮັກ ແລະ ຫວງແຫນ ຂອງ ຕົນ.

ຕົວຢ່າງ: ແມ່ພິມປຶ້ມ ດ້ວຍໄມ້ “ດ້າຍນາມຖືກລູກຕ່ຽນບຽນ” (ປຶ້ມ ປະຫວັດສາດຂອງ ລາຊະວົງ ຫງວຽນ), ໃນໜ້າທີ 24, ສະບັບທີ 10 ຊຶ່ງໄດ້ວາງສະແດງ ຢູ່ຫໍວາງສະແດງ ຮວ່າງຊາ ມີເນື້ອໃນຂຽນ ໄວ້ຢ່າງຈະແຈ້ງວ່າ: “ປີ 1754, ລະດູໃບໄມ້ຫຼົ່ນ, ເດືອນ ກໍລະ ກົດ, ທະຫານເຮືອ ຮວ່າງຊາ ຢູ່ ກວ໊າງຫງ໊າຍ ໄດ້ນໍາເຮືອ ອອກສູ່ ເກາະ ຮວ່າງຊາ, ໃນລະຫວ່າງທາງ ຖືກລົມແຮງ ພັດເຂົ້າ ເຂດທະ ເລ ຈຸ໋ງເຈົາ ປະເທດຈີນ. ຈາກນັ້ນ ທາງຈີນ ໄດ້ສະໜອງສະບຽງ ອາຫານ ໃຫ້ທະຫານເຮືອ ຮວ່າງຊາ ຢ່າງພຽງພໍແລ້ວສົ່ງເຂົາເຈົ້າ ກັບຄືນປະເທດ. ຫຼັງຈາກນັ້ນ, ເຈົ້າ ຫງວຽນ ໄດ້ຂຽນຈົດໝາຍ ສະ ແດງ ຄວາມຂອບໃຈ. ຢູ່ນອກທະເລ ຂອງ ຕາແສງ ອານຫວີງ, ເມືອງ ບິ່ງເຊີນ, ແຂວງ ກວ໊າງຫງ໊າຍ ມີຫາດຊາຍ 130 ແຫ່ງ ແກ່ ຍາວ ຫຼາຍພັນໄມ ເຄີຍເອີ້ນວ່າ “ວ້ານຫຼີ ເຈື່ອງ ຊາ”. ເທິງ ຫາດ ຊາຍ ມີສ້າງນໍ້າຈືດ. ຊັບພະຍາກອນທຳມະຊາດ ມີ: ປີງທະເລ, ເຕົ່າທະເລ, ຫອຍລາຍ, ປາຝາ ແລະ ອື່ນໆ... ກອງທະຫານ ເຮືອ ຮວ່າງຊາ ລວມມີ 70 ຄົນ ທີ່ເກນຈາກ ປະຊາ ຊົນ ຕາແສງ ອານ ຫວີງ. ຮອດເດືອນ ສາມ ຂອງ ແຕ່ລະປີ ກອງ ທະຫານ ເຮືອ ຮວ່າງຊາ ຈະປ່ຽນຜຽນກັນ ນໍາເຮືອ ອອກສູ່ທະເລ ໃຊ້ເວລາ ປະ ມານ 3 ມື້ 3 ຄືນ ຈຶ່ງຮອດຫາດຊາຍ ເພື່ອທຳ ການ ຄົ້ນຫາສິ່ງ ຂອງ ຈາກກຳປັ່ນທີ່ຖືກຈົມ ແລະ ຊັບພະຍາກອນ ທຳມະຊາດ ທ່ີ ມີຄ່າ, ຮອດ ເດືອນແປດ ຈຶ່ງກັບເຂົ້າຝັ່ງ ເພື່ອ ພະລາຊະທານ ໃຫ້ ລາຊະວັງ. ຍັງ ມີກອງ ທະຫານເຮືອ ບັກຫາຍ, ເກນຈາກປະຊາ ຊົນ ບ້ານ ຕື໋ແຈ໋ງ, ແຂວງ ບິ່ງທ້ວນ ຫຼື ຕາແສງ ແກ໊ງເຢືອງ ໄດ້ຂີ່ ເຖິງເຂດ ບັກຫາຍ, ກົນລົນ ເພື່ອຊອກຫາເຄື່ອງຂອງທີ່ມີຄ່າ. ກອງ ເຮືອນີ້ ນໍາໂດຍກອງທະຫານເຮືອ ຮວ່າງຊາ ເປັນຜູ້ຄຸ້ມຄອງ”. 

ຫຼື ສະບັບສຳເນົາ ພິມດ້ວຍໄມ້ ໜ້າທີ 6, ສະບັບ 50, ປຶ້ມ “ດ້າຍ ນາມ ຖືກລູກຕ່ຽນບຽນ ເດ້ເຍິດກີ໊” (ປຶ້ມປະຫວັດສາດ ຂອງ ລາ ຊະວົງ ຫງວຽນ”. ກໍມີເນື້ອໃນ ຂຽນຢ່າງຈະແຈ້ງວ່າ: “ເດືອນ ສອງ ປີກຸນ”, ສະໄໝກະສັດ ຢາລອງ ປີທີ 14 (1815), ກະສັດ ໄດ້ ອອກຄຳສັ່ງ ໃຫ້ກອງທະຫານເຮືອ ຮວ່າງຊາ ນໍາໂດຍ ຟ້າມກວາງ ແອ໊ງ ເປັນຜູ້ນຳໜ້າ ອອກສູ່ເກາະຮວ່າງຊາ ເພື່ອທໍາການ ສຳຫຼວດ ທາງທະເລ”.


ຮູບພາບແຜນທີ່ ແຕ້ມ ຫໍວັງ ກວ໊າງຫງ໊າຍ ໃນປຶ້ມ “ທຽນຫ້າ ບ໊ານ ໂດ່, ຮຽບຮຽງ ໃນສະໄໝລາຊະວົງ ເລ (ສະຕະວັດທີ XVIII) ຊຶ່ງ ໄດ້ຈັດວາງສະແດງ ໃນຫໍວາງສະແດງ ຮວ່າງຊາ. ໃນ ພາກອະທິ ບາຍໝາຍເຫດ ຢູ່ເບື້ອງເທິງແຜນທີ່ແຜ່ນນີ້ ພັນລະນາໃຫ້ ເຫັນສະຖານທີ່ “ບ໊າຍກາດວ່າງ” (ດ້ວຍໜັງສື ໂນມ) ຢູ່ ກາງທະ ເລ ແຂວງ ກວ໊າງຫງ໊າຍ. ເນື້ອໃນໄດ້ລະບຸແຈ້ງ ດັ່ງນີ້:
“ບ໊າຍກາດ ວ່າງ” ຍາວປະມານ 200 ກິໂລແມັດ, ກວ້າງ 10 ກິໂລແມັດ, ຢູ່ກາງ ທະເລ. ຈາກປາກ ທະເລ ດ້າຍຈຽມເຖິງ ປາກທະເລ ກວ໋ຽດມົງ, ເມື່ອ ມີລົມພັດມາ ຈາກທາງທິດ
ຕາເວັນຕົກສ່ຽງໃຕ້ ຫຼື ທາງທິດ ຕາເວັນອອກສ່ຽງເໜືອ ເມື່ອເຮືອໄປຜ່ານເຂດນີ້ ຕ່າງກໍຖືກລົມພັດເຂົ້າສູ່ບ່ອນນີ້ ແລະ ທຸກຄົນຈະຄ້າງຢູ່ທ່ີນີ້ ແລະ ຫີວຕາຍ, ຊັບສິນເງິນທອງ
ກໍໄດ້ປະໄວ້ຢູ່ບ່ອນນີ້. ໃນທ້າຍລະດູໜາວຂອງ ແຕ່ລະປີ ມີເຮືອ 18 ລຳ ມາຍັງທີ່ນີ້ ເພື່ອເກັບໂຮມຊັບສິນເງິນ ທອງ. ຈາກປາກທະເລ ດ້າຍຈຽມ ມາຮອດ “ບ໊າຍກາດວ່າງ”
ກໍ ຕ້ອງໃຊ້ເວລາມື້ເຄິ່ງ
...”. ພາບ: ແທງຮ່ວາ


ສະຖານທີ່ວາງສະແດງ, ແນະນຳ ບັນດາຮູບພາບ ກ່ຽວກັບ ການ ເຄື່ອນໄຫວ ຂອງ ຫວຽດນາມ ຢູ່ໝູ່ເກາະ ຮວ່າງຊາ ໃນໄລຍະ 1858-1945. ພາບ: ແທງຮ່ວາ


ສະຖານທີ່ວາງສະແດງ, ແນະນຳ ກ່ຽວກັບ ຂອບເຂດສິດອຳນາດ ແລະ ພາລະບົດບາດ ເຄື່ອນໄຫວ ຂອງ ກອງທະຫານເຮືອ ຮວ່າງ ຊາ
ສະໄໝການປົກຄອງ ເຈົ້າ ຫງວຽນ ຢູ່ພາກໃຕ້ ຫວຽດນາມ ສ້າງຕັ້ງ ແຕ່ສະຕະວັດທີ XVII. ພາບ: ແທງຮ່ວາ



ນັກທ່ອງທ່ຽວເຂົ້າຢ້ຽມຊົມ ແລະ ຮັບຟັງການແນະນໍາ ກ່ຽວກັບ ບັນດາຂໍ້ມູນເອກະສານເກົ່າ ຊຶ່ງພິສູດໃຫ້ເຫັນ ສິດອຳນາດ ອະທິ ປະໄຕ
ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ. ພາບ: ແທງຮ່ວາ



ສະຖານທີ່ວາງສະແດງ, ແນະນຳ ສິດອຳນາດອະທິປະໄຕ ຂອງ ຫວຽດນາມ ຕໍ່ ໝູ່ເກາະ ຮວ່າງຊາ ຜ່ານແຜນທີ່ ແລະ ໜັງສື ໃບ ລານເກົ່າຫຼາຍສະບັບ
ສະໄໝລາຊະວົງ ຫງວຽນ (1802-1945).  ພາບ: ແທງຮ່ວາ



ພະນັກງານ ຂອງ ຫໍວາງສະແດງ ຮວ່າງຊາ ແນະນຳ ກ່ຽວກັບ ບັນ ດາເຂດທະເລ, ໝູ່ເກາະ ທີ່ຢູ່ໃຕ້ອໍານາດອະທິປະໄຕ ຂອງ ຫວຽດ ນາມ. ພາບ: ແທງຮ່ວາ
 
ຫຼື ໃນແຜນທີ່ ແຕ້ມຮູບ ຫໍວັງ ກວ໊າງຫງ໊າຍ ໃນປຶ້ມ “ທຽນຫ້າບ໊ານ ໂດ່”, ຮຽບຮຽງ ໃນສະໄໝລາຊະວົງ ເລ (ສະຕະວັດທີ XVIII), ໃນ ພາກ ອະທິບາຍໝາຍເຫດ ບໍ່ພຽງແຕ່ມີການພັນລະນາ ຊື່ເຂດດິນ “ບ໊າຍກ໋າດວ່າງ” (ດ້ວຍໜັງສື ໂນມ) ຢູ ກາງທະເລ ແຂວງ ກວ໊າງ ຫງ໊າຍ ເທົ່ານັ້ນ, ແຕ່ໄດ້ບັນທຶກຢ່າງຈະແຈ້ງວ່າ: “ບ໊າຍກາດວ່າງ” ຍາວປະມານ 200 ກິໂລແມັດ, ກວ້າງ 10 ກິໂລແມັດ, ຢູ່ກາງທະເລ. ຈາກປາກ ທະເລ ດ້າຍຈຽມ ເຖິງ ປາກທະເລ ກວ໋ຽດມົງ, ເມື່ອ ມີລົມພັດມາ ຈາກທາງທິດ ຕາເວັນຕົກ ສ່ຽງໃຕ້ ຫຼື ທາງທິດ ຕາເວັນອອກ ສ່ຽງ ເໜືອ ເຮືອ ທ່ີໄປຜ່ານເຂດນີ້ ຕ່າງກໍຖືກລົມພັດເຂົ້າສູ່ບ່ອນນີ້ ແລະ ທຸກຄົນກໍ່ຈະຕາຍ ຍ້ອນຄວາມອຶດຫີວ, ຊັບສິນເງິນທອງ ຖືກປະ ໄວ້ ຢູ່ທ່ີນີ້. ໃນທ້າຍລະດູໜາວຂອງ ແຕ່ລະປີມີເຮືອ 18 ລຳ ມາຍັງທີ່ ນີ້ ເພື່ອການເກັບໂຮມຊັບສິນເງິນທອງ. ແຕ່ປາກທະເລ ດ້າຍຈຽມ  ແລະ ປາກທະເລແກງຊາ ມາຮອດ “ບ໊າຍກາດວ່າງ” ກໍຕ້ອງເສຍເວລາມື້ເຄິ່ງ...”.

ການຫວນຄືນອະດີດ ນີ້ກໍ່ເພື່ອໃຫ້ຮູ້ວ່າ ບັນດາສິ່ງທີ່ກ່າວມາ ຂ້າງ ເທິງ ພ້ອມກັບເອກະສານ ຫຼາຍຢ່່າງ ທີ່ໄດ້ເກັບຮັກສາໄວ້ ຢູ່ຫໍ ວາງສະແດງ ຮວ່າງຊາ ນີ້ແມ່ນຫຼັກຖານ ທາງປະຫວັດສາດ ແລະ ນິຕິກຳ ຊຶ່ງບໍ່ອາດໂຕ້ຖຽງໄດ້ ກ່ຽວກັບ ສິດອຳນາດ ອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ.

ອາດເວົ້າໄດ້ວ່າ ຫໍວາງສະແດງ ຮວ່າງຊາ ແມ່ນສະຖາບັນວັດທະ ນະທຳ, ປະຫວັດສາດ ຊຶ່ງ ມີຄວາມໝາຍພິເສດ ທາງດ້ານ ການ ເມືອງ. ນີ້ເປັນບ່ອນວາງສະແດງ, ແນະນຳ ແລະ ໂຄສະນາ ເຜີຍ ແຜ່ ຕໍ່ຊາວ ຫວຽດນາມ ແລະ ເພື່ອນມິດສາກົນ ເປັນຈຳນວນ ຫຼວງຫຼາຍ ກ່ຽວກັບ ບັນດາຂໍ້ມູນຂ່າວສານ, ເອກະສານ, ຮູບພາບ ທີ່ມີຊີວິດຊີວາ ແລະ ມີຄຸນຄ່າ ກ່ຽວກັບຂະບວນການ ຂຸດຄົ້ນ, ປົກ ປັກຮັກສາ ແລະ ປົກປ້ອງ ອະທິປະໄຕ ຂອງ ຫວຽດນາມ ຕໍ່ ສອງ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ.
ບົດ ແລະ ພາບ: ແທງຮ່ວາ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top