• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ​ຫວຽດນາມ ປະ​ຈໍາ​ປະ​ເທດ​ຕ່າງໆ ຈັດ​ຕັ້ງ​ພິທີ​ໄວ້ອາ​ໄລ​ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ ​ເລຂາຟຽວ

ຕອນເຊົ້າວັນທີ 14 ສິງຫາ, ຢູ່ປັກກິ່ງ, ສະຖານທູດຫວຽດນາມ ປະຈໍາ ຈີນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ຂຶ້ນຢ່າງສົມກຽດ.
ພະນັກງານ, ລັດຖະກອນ, ທັງໝົດຂອງສະຖານທູດ, ບັນດາອົງການຕາງໜ້າຂອງຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ ຈີນ ລ້ວນແຕ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ ຟ້າມຊາວມາຍ ກ່າວບົດສະດຸດີຫວນຄືນໄລຍະແຫ່ງການເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ການປະຕິບັດໜ້າທີ່ຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ 

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ ຟ້າມຊາວມາຍ ໄດ້ກ່າວບົດສະດຸດີຫວນຄືນໄລຍະແຫ່ງການເຂົ້າຮ່ວມການເຄື່ອນໄຫວປະຕິວັດ ແລະ ການປະຕິບັດໜ້າທີ່ຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຍົກໃຫ້ເຫັນຢ່າງຈະແຈ້ງບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ພາລະກິດອັນສະຫງ່າລາສີຂອງພັກ ແລະ ຂອງຊາດຫວຽດນາມ, ພ້ອມທັງສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຜູ້ນໍາທີ່ປີຊາສາມາດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 13 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ເອຢິບ ກໍໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປຶ້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ຂຶ້ນຢ່າງສົມກຽດ. ໃນວັນດຽວກັນ, ຕາງໜ້າຄະນະທຸຕານຸທູດຈໍານວນໜຶ່ງທີ່ປະຈໍາຢູ່ Cairo ພ້ອມກັບເຈົ້າໜ້າທີ່ປະເທດປະຈໍາຖິ່ນ, ເພື່ອນມິດ ເອຢິບ ແລະ ສາກົນ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ ເອຢິບ ກໍໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຊັ່ນດຽວກັນ.  ເຈົ້າໜ້າທີ່ທາງການທູດ, ສະຖານທູດບັນດາປະເທດ ກໍໄດ້ສົ່ງໂທລະເລກມາຍັງສະຖານທູດຫວຽດນາມ ປະຈໍາ ເອຢິບ ເພື່ອແບ່ງເບົາຄວາມເສົ້າສະຫຼົດໃຈນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ໃນຕອນເຊົ້າຂອງວັນທີ 14 ສິງຫາ, ຢູ່ສະຖານທູດຫວຽດນາມ ປະຈໍາ ຍີ່ປ່ນ ກໍ່ໄດ້ດໍາເນີນພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. ເຂົ້າຮ່ວມພິທີໄວ້ອາໄລ, ມີທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ, ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດຫວຽດນາມປະຈໍາ ຍີ່ປຸ່ນ ທຸກຖ້ວນໜ້າ, ຜູ້ຕາງໜ້າປະຊາຄົມຫວຽດນາມ ອາໄສຢູ່ ຍີ່ປຸ່່ນ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຍີ່ປຸ່ນ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆຂອງ ຍີ່ປຸ່ນ ແລະ ເອກອັກຄະລັດຖະທູດບັນດາປະເທດ ປະຈໍາ ຍີ່ປຸ່ນ ຄືລາວ, ສິງກະໂປ...

 ເມື່ອຂຽນໃສ່່ປຶ້ມໄວ້ອາໄລ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຂຽນວ່າ: “ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນຖານະເປັນເລຂາທິການໃຫຍ່, ທ່ານໄດ້ສ້າງກໍາລັງແຮງໃໝ່ເຂົ້າໃນກິດຈະການກໍ່ສ້າງປັບປຸງພັກ, ນໍາພັກກອມມູນິດ ຫວຽດນາມ ເຕີບໃຫຍ່ຢ່າງໝັ້ນຄົງເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນໃນໃຈປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top