• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສະຖານທີ່ສະຫງົບສຸກເທິງພູພຽງ

ຕັ້ງຢູ່ເທິງຍອດພູ ຮຸຍຮວ່າງ (ນະຄອນ ດ່າລາດ),  ຄາລືຮາດ ອານຍຽນ ແມ່ນຈຸດນັດໝາຍ ສຳລັບ ຜູ້ທີີ່ຕ້ອງການ ຄວາມງຽບ ສະຫງົບ, ໄດ້ສຳຜັດກັບ ອາກາດ ອັນປອດໂປ່ງ ພ້ອມກັບ ຈອກ ຊາ ແລະ ກາເຟ ຂອງ ເຂດ ພູພຽງ ທີ່ກວ້າງໃຫຍ່.
ໃນບໍລິເວນກວ້າງປະມານ 1.000 ຕາແມັດ, ຄາລືຮາດ ສີຂາວ ທີ່ໂດດເດັ່ນດ້ວຍສະຖາປັດຕະຍະກຳສະໄໝບູຮານ ທີ່ ຖືກ ລ້ອມຮອບດ້ວຍຕົ້ນແປກ ແກ່ຈຳນວນໜຶ່ງ. ທ່າມກາງບັນຍາ ກາດ ຂອງ ລະດູໃບໄມ້ຫຼົ່ນ ທີ່ມີໝ່ານເມກໝອກບາງໆ ສ້າງໃຫ້ ທີ່ນີ້ ມີຄວາມງາມເໝືອນຝັນ. ເຈົ້າຂອງຄາລືຮາດ ຈົ່ງຊັ້ນໜຶ່ງ ເປັນບ່ອນຢູ່, ຊັ້ນສອງແມ່ນໃຫ້ແຂກທ່ອງທ່ຽວ ແລະ ຊັ້ນສາມ ເປັນ ບ່ອນນັ່ງ ສະມາທິ ຫຼື ດື່ມນ້ຳຊາ ຕາມແບບສະບັບ ຂອງ ຍີ່ປຸ່ນ. ຄາລືຮາດ ຫຼັງນີ້ ບ່ໍວ່າຈະຢູ່ມູມໃດ ກໍສາມາດມອງເຫັນ ນະຄອນ ດ່າລາດ ໄດ້ຢ່າງຊັດເຈນ.

ແຂກຄົນເມື່ອມາຢາມຄາລືຮາດ ອານຍຽນ ຕ່າງກໍຮູ້ສຶກຈັບອົກ ຈັບໃຈ ກັບທີ່ຕັ້ງແຫ່ງນີ້. ທາງເບື້ອງຊ້າຍຂອງ ຄາລືຮາດ ເມື່ອ ແນມອອກໄປໄກໆ ແມ່ນ ກິດຈະກຳສະຖາປັດຕະຍະກຳສູນ ບົວລະບັດເບິ່ງແຍງ ແລະ ເປັນທີ່ປຶກສາ ຂອງ ສາສະໜາ ຄາໂຕລິກ. ທາງເບື້ອງຂວາ ແມ່ນສາຍພູ ລາງບີອາງ ທີ່ມີສອງຍອດຕັ້ງ ສະຫງ່າ ຖືກປົກຄຸມດ້ວຍເມກໝອກ. ອ້ອມຂ້າງແມ່ນ ສວນປູກຜັກ, ປູກດອກໄມ້, ປ່າແປກ, ປ່າຫຍ້າ… ໃນຍາມລາຕີ, ຄາລືຮາດ ອານຍຽນ ເຫຼື້ອມ ລະຍິບລະຍັບໃນບັນຍາກາດ ຂອງເຂດ ພູສູງ ເຮັດໃຫ້ຮູ້ສຶກວັ່ງເວໃຈ.



ຕັ້ງຢູ່ເທິງໂນນສູງ ຂອງ ນະຄອນ ດ່າລາດ, ຮ້ານກາເຟ ອານ ຍຽນ ແມ່ນຈຸດນັດໝາຍສຳລັບ ຜູ້ທີີ່ຕ້ອງການ ຄວາມງຽບສະ ຫງົບ,
ຊຶ່ງໄດ້ດຶງດູດໃຈ ນັກທ່ອງທ່ຽວ ແລະ ປະຊາຊົນ ທີ່ມາ ຢ້ຽມຢາມ ເປັນຈຳນວນຫຼາຍ. 



ຈາກ ຮ້ານແນມອອກໄປໄກໆ ແມ່ນສາຍພູ ລາງບີອາງ ທີ່ຂຽວ ກະຈີ ກັບສອງຍອດພູ ບ່າ ທີ່ຕັ້ງສະຫງ່າ. 


ບັນຍາກາດທີ່ກວ້າງໃຫຍ່ໄພສານ, ບວກກັບອາກາດທີ່ປອດ ໂປ່ງ ເຮັດໃຫ້ຜູ້ທີ່ມາຍັງ ອານຍຽນກາເຟ ຕ່າງກໍຮູ້ສຶກຄິດເຖິງ. 


ອານຍຽນ ເໝືອນວ່າຖືກ ຕັດອອກຈາກຄວາມເນື່ອງນັນ ຂອງ ຕົວເມືອງ. 


ບັນດາຊຸດໂຕະຕັ່ງທີ່ໃຫຍ່, ນິ້ມນວນ ແລະ ມີຄວາມແຕກຕ່າງ ກ່ຽວກັບສີສັນ, ຮູບຊົງ...
ເໝືອນດັ່ງຫ້ອງຮັບແຂກ ໃນ ແຕ່ລະ ຄອບຄົວ. 



ຄວາມງາມຂອງບັນດານິຄົມໃນຍາມຄ່ຳຄືນ. 

ຫຼາຍຄົນ ເມື່ອມາອານຍຽນ ຕ່າງກໍມີຄວາມສຸກ ແລະ ອົບອຸ່ນ ໃຫ້ແກ່ຈິດໃຈ. ນີ້ອາດຍ້ອນວ່າ ການຕົບແຕ່ງປະດັບເອ້ຂອງ ຄາ ລືຮາດ ມີລັກສະນະ ງ່າຍດາຍແຕ່ເປັນຕາຮັກທີ່ສຸດ. ໂຖດອກ ໄມ້ປັກກິ່ງແປກແຫ້ງ ຫຼື ດອກ ຈ່າມີ ລີ້ຕົວ ໃຕ້ກິ່ງ ຕົ້ນເຟີນ… ພ້ອມກັບຊຸດ ຊາລົງສື ມ່ວງ ໄດ້ນຳມາເຊິ່ງ ຄວາມອົບອຸ່ນ ແລະ ອອນຊອນທີ່ສຸດ. ທີ່ຊັ້ນສອງ ຂອງ ຄາລືຮາດ ຖືກຕົບແຕ່ງ ດ້ວຍ ແກ້ວ ເພື່ອຮັກສາໄວ້ ຄວາມປອດໂປ່ງ ທັງຊ່ວຍໃຫ້ແຂກຄົນ ສາມາດຜ່ອນຄາຍອາລົມ ແລະ ຊົມເບິ່ງພາບພົດທັງໝົດ ຢູ່ ທຸກຈອກທຸກແຈ.

ເນື່ອງຈາກຕັ້ງຢູ່ໃນສະຖານທີ່ ອັນກວ້າງຂວາງ, ມີ ອາກາດ ປອດໂປ່ງເຢັນສະບາຍ, ອານຍຽນ ເຮັດໃຫ້ທຸກຄົນເມື່ອ ມາທີ່ນີ້ ລ້ວນແຕ່ມີຄວາມຮູ້ສຶກໂລ່ງໃຈ. ພິເສດ, ໃນຍາມຮຸ່ງອາລຸນ ຫຼື ຍາມອັດສະດົງລົງແລງ ຍິ່ງເຮັດໃຫ້ອານຍຽນ ມີຄວາມງາມ ຕະການຕາ ໃນເຂດພູເຂົາລຳເນົາໄພ. ນັ່ງ ຈິບ ກາເຟ ຫຼື ຈອກຊາ ຮ້ອນໆ, ສູດເອົາອາກາດ ສີໜາວໆ ແລ້ວຊົມທິວທັດ ອ້ອມຂ້າງ ນັ້ນຄືຄ່ານິຍົມ ຂອງ ຜູ້ຄົນແຕ່ໃດໆ ມາ.

ຄວາມງຽບສະຫງົບທາງດ້ານຈິດໃຈ ແມ່ນສິ່ງທີ່ ອານຍຽນ ໄດ້ນຳມາ ໃຫ້ແກ່ແຂກຄົນ. ທັງນີ້ກໍເລີ່ມມາຈາກ ຄວາມປະສົງຂອງ ເຈົ້າຂອງຮ້ານ ທ່ານ ໂດກວາງລຽມ. ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ດ່າລາດ, ຄອບຄົວ ຖືສາສະໜາພຸດ ແລະ ເພິ່ນເອງ ກໍມັກນັ່ງສະມາທິ. ນັ້ນຄືເຫດຜົນ, ອານຍຽນ ໄດ້ຮັບການສ້າງຂຶ້ນ ເພື່ອໃຫ້ເພິ່ນ ແລະ ແຂກຄົນ ສາມາດຊອກຮູ້ຄວາມເປັນໂຕຕົນ ຂອງໂຕເອງ. ເພິ່ນເຜີຍຄວາມໃນໃຈວ່າ: “ຕົນເອງຢາກສ້າງໃຫ້ທຸກຄົນ ມີບ່ອນໜຶ່ງ ເພື່ອສາມາດກັບມາ. ການນັ່ງສະມາທິ ກໍແມ່ນການກັບມາສູ່ຕົນເອງແບບໜຶ່ງ, ຮັບຟັງສຽງຈາກ ຫົວ ໃຈ, ໂດຍສະເພາະແມ່ນເພື່ອ ປາສະຈາກ ສິ່ງທີ່ວຸ້ນວາຍ, ອາ ລົມແຫ່ງຕັນຫາທັງປວງ.

ທີ່ຊັ້ນສາມແມ່ນບໍລິເວນຂອງການດື່ມນ້ຳຊາ ຕາມແບບຍ່ີປຸ່ນ ແລະ  ນ່ັງສະມາທິ ໄດ້ຖືກຈັດວາງຕາມລັກສະນະ ຂອງ ສາສະ ໜາພຸດ. ຍ້ອນເປັນຜູ້ຮອບຮູ້ກ່ຽວກັບການສະມາທິ, ເຈົ້າຂອງ ຄາລືຮາດ ພ້ອມກັບແຂກທັງນັ່ງດື່ມຊາ ທັງມີການໂອ້ລົມສົນ ທະນາກ່ຽວກັບການໃຊ້ສະມາທິ. ຖ້າແຂກມີຄວາມຕ້ອງການ, ອ້າຍ ລຽມ ຈະແນະນຳໃຫ້ແຂກວິທີຝຶກ ສະມາທິ. ນອກນັ້ນ, ຕູ້ ປຶ້ມນ້ອຍກ່ຽວກັບພຸດທະສາສະໜາ, ຄຳສັ່ງສອນ… ຖືກຕັ້ງຢູ່ ແຈຫ້ອງເພື່ອໃຫ້ທຸກຄົນຊອກອ່ານ ຕາມຄວາມຕ້ອງ ການ.

ຈັ່ງແມ່ນຖືກກັບຊື່ເອີ້ນຂອງຮ້ານ, ແຂກຄົນທີ່ຫາບ່ອນນີ້ລ້ວນ ແຕ່ແມ່ນຜູ້ທີ່ບ່ໍມັກຄວາມອຶກກະທຶກນຶກນອງ. ເຂົາເຈົ້າມັກ ຄວາມງຽບໆ ເພື່ອນັ່ງຢູ່ບ່ອນໃດບ່ອນໜຶ່ງ ຄິດຫງຳກ່ຽວກັບຊີ ວິດ ຫຼື ເພື່ອຊອກໃຫ້ຕົນເອງ ມູມສະບາຍໆ ພາຍຫຼັງ ທີ່ໄດ້ ເຮັດ ວຽກຢ່າງເຄັ່ງຕຶງ ຈະໄດ້ຢູ່ຢ່າງສະຫງົບໃຈ
./.


ງານລ້ຽງນ້ຳຊາ, ເຂົ້າໜົມຫວານ ໂດຍເຈົ້າຂອງຄາລືຮາດ ອານ ຍຽນ ເປັນຜູ້ປຸງແຕ່ງໂດຍຕົນເອງ.


ຶ່ງໃນບັນດາການຈັດວາງ ສຳລັບການດື່ມນຳ້ຊາຕາມແບບ ຍີ່ປຸ່ນ ໃນຮ້ານກາເຟ ອານຍຽນ. 


ບັນຍາກາດທີ່ງຽບສະຫງົບ ສະຫງວນໃຫ້ກັບແຂກທີ່ມາ ດື່ມນຳ້ ຊາ, ໂອ້ລົມສົນທະນາ ກ່ຽວກັບການໃຊ້ສະມາທິ. 


ແຂກຄົນດື່ມນຳ້ຊາ ໃນຮ້ານກາເຟ ອານຍຽນ. 


ອານຍຽນເປັນຈຸດນັດພົບໃໝ່ສຳລັບນັກທ່ອງທ່ຽວຫຼາຍຄົນ ທີ່ມີຄວາມຮັກມັກ ຊອກຮູ້ຄວາມແຕກຕ່າງຂອງ ດ່າລາດ. 

ບົດ: ຫງວຽນແອວງ  - ພາບ: ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top