• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສອງຫ້ອງວ່າການລັດຖະບານລາວ - ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື

ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ມາຍຕຽນຢຸ້ງ ກຳມະການ ສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ, ໃນລະຫວ່າງວັນທີ 19-23 ກັນຍາ 2018 ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນໍາ ຫ້ອງວ່າການ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ນະຄອນຍາຈາງ, ແຂວງແຄງຮວ່າ, ສສ. ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກ ຄູ່ຮ່ວມຕຳແຫນ່ງຈາກ ສສ ຫວຽດນາມ ພ້ອມດ້ວຍຄະນະ. 
ໃນໄລຍະການ ຢ້ຽມຢາມ ສສ ຫວຽດນາມ, ສະຫາຍ ເພັດ ພົມພິພັກ ໄດ້ພົບປະສອງຝ່າຍກັບ ສະຫາຍ ມາຍຕ້ຽນຢຸ້ງ. ສະຫາຍ ເພັດ ພົມພິພັກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມປີຕິຊົມຊຶ່ນ ເປັນຢ່າງຍິ່ງ ພ້ອມທັງຮູ້ສຶກເປັນກຽດທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການໃນເທື່ອນີ້, ເພື່ອເປັນການປະກອບສ່ວນ ສຳຄັນເຂົ້າໃນການ ເພີ່ມທະວີ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວເວົ້າລວມ ແລະ ເວົ້າສະເພາະ ກໍ່ແມ່ນການພົວພັນຮ່ວມມືຂອງສອງຫ້ອງວ່າການລັດຖະບານ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ພິທີລົງນາມ ໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການ ລັດຖະບານ ແຫ່ງ ສສ ຫວຽດນາມ ສຳລັບໄລຍະແຕ່ປີ  2018-2020
ໃນໂອກາດພົບປະກັນຄັ້ງນີ້, ທັງສອງລັດຖະມົນຕີ ກໍ່ໄດ້ລາຍງານສະພາບ ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມພາຍໃນ ປະເທດຂອງຕົນ ໃນໄລຍະ 8 ເດືອນ ຕົ້ນປີ 2018 ໃຫ້ກັນຊາບ ແລະ ກໍ່ໄດ້ຕີລາຄາສູງ ຮ່ວມກັນ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ແລະ ການຮ່ວມມືຮອບດ້ານລະຫວ່າງທັງສອງຫ້ອງວ່າ ການລັດຖະບານໃນໄລຍະຜ່ານມາ; ອັນພົ້ນເດັ່ນ ກໍ່ແມ່ນຜົນສຳເລັດໃນການ ຈັດຕັ້ງປະຕິບັດໂຄງການຮ່ວມມື ໃນໄລຍະປີ 2016–2017 ແລະ ຜົນສໍາເລັດໃນການຈັດກອງປະຊຸມສໍາມະນາ ເພື່ອແລກປ່ຽນບົດຮຽນ, ປະສົບການ ລະຫວ່າງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ສສ ຫວຽດນາມ ໃນວຽກງານການ ເປັນເສນາທິການ, ບໍລິການຮັບໃຊ້ລັດຖະບານ ແລະ ນາຍົກລັດຖະມົນຕີ ຂອງສອງປະເທດ ທີ່ໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນໃນໄລຍະຜ່ານມາ. ຜ່ານການພົບປະທັງສອງຝ່າຍ ຍັງໄດ້ຢືນຢັນເປັນເອກະພາບຮ່ວມກັນວ່າ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອທີ່ສອງພັກ, ແລະ ສອງລັດ ໄດ້ຈັດຕັ້ງປະຕິບັດ; ພ້ອມນັ້ນ, ສອງຝ່າຍ ກໍ່ຈະສືບຕໍ່ແລກປ່ຽນ ລະຫວ່າງກັນ ການຢ້ຽມຢາມຂອງຄະນະນໍາ, ແລະ ວິຊາການ ຂອງທັງສອງຫ້ອງວ່າການ ລັດຖະບານຢ່າງເປັນປົກກະຕິ. ສຳລັບໃນຕໍ່ໜ້າ, ຫ້ອງວ່າການລັດຖະບານ ຫວຽດນາມ ຍັງຈະສືບຕໍ່ຊ່ວຍເຫຼືອຝ່າຍລາວ ໃນການຝຶກອົບຮົມ, ແລະ ການຍົກລະດັບດ້ານວິຊາການ ໃຫ້ພະນັກງານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ. ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສະຫາຍ ເພັດ ພົມພິພັກ ແລະ ສະຫາຍ ມາຍຕຽນຢຸ້ງ ຍັງໄດ້ລົງລາຍເຊັນຮ່ວມກັນໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການ ລັດຖະບານ ແຫ່ງ ສສ ຫວຽດນາມ ສຳລັບໄລຍະແຕ່ປີ 2018-2020. ພາຍຫຼັງສໍາເລັດພິທີ ເຊັນບົດບັນທຶກການຮ່ວມມືແລ້ວ, ສອງຝ່າຍຍັງໄດ້ມີການປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ບັນດາກົມກອງ ແລະ ບຸກຄົນດີເດັ່ນ ຂອງຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການ ລັດຖະບານ ແຫ່ງ ສສ. ຫວຽດນາມ. ໃນໄລຍະເຮັດວຽກ ແລະ ຢ້ຽມຢາມຢູ່ ສສ ຫວຽດນາມ ໃນຄັ້ງນີ້, ສະຫາຍ ເພັດ ພົມພິພັກ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບອໍານາດການປົກຄອງແຂວງແຄງຮ່ວາ ແລະ ຢ້ຽມ ຢາມ ບໍລິສັດ MTV Yen Sao ຈໍາກັດ ຕື່ມອີກ.
(​ແຫຼ່ງຄັດ​ຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top