• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສວນສາທາລະນະທໍລະນີ ດັກນົງ ບັນລຸລະດັບ ສວນສາທາລະນະທໍລະນີທົ່ວໂລກ

      ລະບົບຖ້ຳພູເຂົາໄຟ  ກຣົງໂນ ຂຶ້ນກັບກຸ່ມສວນສາທາລະນະທໍລະນີ ດັກນົງ ນອນຢູ່ໃນບໍລິເວນແຂວງ ດັກນົງ ຫາກໍ່ຖືກຈັດເຂົ້າບັນຊີລາຍຊື່ສຳເນົາເອກະສານ 11 ຊຸດ ຖືກ Global Geopark Network ຮັບຮອງ ແລະ ຍື່ນສະເໜີຕໍ່ Unesco ສະເໜີຈັດເຂົ້າບັນຊີລາຍຊື່ ສວນສາທາລະນະທໍລະນີທົ່ວໂລກ ຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ. ໝາກຜົນສຸດທ້າຍຈະຖືກ Unesco ປະກາດໃນເດືອນ ເມສາ ປີ 2020, ແຕ່ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ລະບົບຖ້ຳພູເຂົາໄຟ ກຣົງໂນ ເວົ້າສະເພາະ, ສວນສາທາລະນະທໍລະນີ ດັກນົງ ເວົ້າລວມ ມີບັນດາຄຸນຄ່າຂອງສວນສາທາລະນະທໍລະນີທົ່ວໂລກ

ແຈໜຶ່ງໃນຖ້ຳຖ້ຳພູເຂົາໄຟ ກຣົງໂນ
      ສວນສາທາລະນະທໍລະນີ ດັກນົງ ມີເນື້ອທີ່ປະມານ 2000 ຕາລາງກິໂລແມັດ ນອນຢູ່ລຽບຕາມບໍລິເວນ 6 ເມືອງ ແລະ ເທດສະບານ ລວມມີ: ກຣົງໂນ, ກືຊູດ, ດັກມິນ, ດັກຊອງ, ດັກກຣອງ ແລະ ເທດສະບານ ຢາເຫງຍ ຂອງແຂວງ ດັກນົງ. ດ້ວຍສະຖານທີ່ມໍລະດົກທໍລະນີ 55 ແຫ່ງ, ໃນນັ້ນມີ 7 ມໍລະດົກທໍລະນີ ບັນລຸລະດັບສາກົນ, ສວນສາທາລະນະແຫ່ງນີ້ ແມ່ນເຕົ້າໂຮມບັນດາຄຸນຄ່າທັງໝົດ ກ່ຽວກັບດ້ານທໍລະນີ,  ພູມສັນຖານ, ວັດທະນະທຳ ກໍ່ຄືຊີວະນາໆພັນ ທີ່ເປັນເອກະລັກຂອງຂົງເຂດ. ຈຸດທີ່ພົ້ນເດັ່ນໃນສວນສາທາລະນະທໍລະນີນີ້ ແມ່ນລະບົບຖ້ຳພູເຂົາໄຟ ຖືກຈັດສັນໃນຂົງເຂດລຽບຕາມແມ່ນ້ຳ  ກຣົງໂນ ເຊິ່ງຖືກຄົ້ນພົບມາແຕ່ປີ 2007, ຢູ່ແຫ່ງນີ້ແມ່ນສະຖານທີ່ຮົກເຮື້ອ ຍັງບໍ່ທັນມີການກະທົບຈາກມະນຸດ. ລະບົບນີ້ມີຖ້ຳນ້ອຍໃຫຍ່ແຕກຕ່າງກັນນັບ 10 ຖ້ຳ, ດ້ວຍລວງຍາວທັງໝົດປະມານ 15 ກິໂລແມັດ ຈາກປາກພູເຂົາໄຟ  ບົນຈວາ ລຽບຕາມແມ່ນ້ຳ ເຊເລປົກ ຫາບໍລິເວນນ້ຳຕົກຕາດ ໄດຣຊາບ. ບັນດານັກວິທະຍາສາດ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຕີລາຄາວ່າລະບົບຖ້ຳພູເຂົາໄຟ ກຣົງໂນ ແມ່ນຖ້ຳຫີນນາວາ ທີ່ມີຄວາມຍາວ ແລະ ສວຍງາມທີ່ສຸດ ຢູ່ອາຊີຕາເວັນອອກສຽງໃຕ້ ແລະ ໄດ້ເປັນຮູບປະທຳ ກ່ອນນີ້ນັບລ້ານປີ. ທ່ານ ລາເຖຟຸກ ອະດີດຜູ້ອຳນວຍການ ຫໍພິພິທະພັນທຳມະຊາດ ຫວຽດນາມ ໃຫ້ຮູ້ວ່າ:
      “ນີ້ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນທາງດ້ານມໍລະດົກ. ກ່ຽວກັບມໍລະດົກທໍລະນີ, ມີມໍລະດົກຫຼາຍແຫ່ງທີ່ມີຄວາມສາມາດບົ່ມຊ້ອນທີ່ພົ້ນເດັ່ນ ແລະ ຫຼາຍຮູບຫຼາຍສີ. ຍົກຕົວຢ່າງຄື ລະບົບປາກພູເຂົາໄຟ ຢູ່ກິ່ວ 52 ເຊິ່ງມີພຽງແຕ່ໜຶ່ງບໍ່ມີສອງ ຢູ່ເຂດໄຕງວຽນ. ພູເຂົາໄຟແຕ່ລະໜ່ວຍ ໄດ້ເປັນຮູບປະທຳ ໃນເງື່ອນໄຂທໍລະນີແຕກຕ່າງກັນ, ພັດມີຄວາມໝາຍແຕກຕ່າງກັນທາງດ້ານມໍລະດົກ”.
         ຄຸນຄ່າໃຫຍ່ທີ່ສຸດຂອງລະບົບຖ້ຳພູເຂົາໄຟ ກຣົງໂນ ແມ່ນມີບັນດາຮ່ອງຮອຍວັດຖຸບູຮານ ເຊິ່ງແມ່ນພະຍານຫຼັກຖານຢັ້ງຢືນ ມີມະນຸດໃນສະໄໝປະຖົມບູ ດຳລົງຊີວິດຢູ່ແຫ່ງນີ້ ກ່ອນນີ້ 6.000 ປີ. ການຄົ້ນພົບບູຮານຄະດີເຫຼົ່ານີ້ ໄດ້ສະແດງໃຫ້ເຫັນມີຮູບການອາໄສໃໝ່ຂອງຊຸມຊົນ ໃນສະໄໝປະຖົມບູຮານ ຢູ່ເຂດດິນແດນ ບາຢານ ໄຕງວຽນ, ຈາກນັ້ນ ໄດ້ເປີດອອກສູ່ທິດຄົ້ນຄວ້າໃໝ່ ທາງດ້ານບູຮານຄະດີ ກ່ຽວກັບຖ້ຳພູເຂົາໄຟຢູ່ ຫວຽດນາມ ແລະ ໃນພາກພື້ນອາຊີຕາເວັນອອກສຽງໃຕ້. ສິ່ງທີ່ເຮັດໃຫ້ຄຸນຄ່າຂອງສວນສາທາລະນະທໍລະນີ ດັກນົງ ເພີ່ມຂຶ້ນ ນັ້ນແມ່ນມັນນອນຢູ່ເຄິ່ງກາງ ເຂດດິນທີ່ມີໄລຍະປະຫວັດສາດ ວັດທະນະທຳມາແຕ່ດົນນານ ດ້ວຍບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ເຊັ່ນ: ວັດທະນະທຳຄ້ອງເຂດໄຕງວຽນ, ກອນລຳອອດເນີຣົງ, ເຂດອະນຸລັກທຳມະຊາດນາມນຸງ, ປ່າສະຫງວນແຫ່ງຊາດຕາດຸ່ງ, ກຸ່ມນ້ຳຕົກຕາດ ໄດຣຊາບ, ປ່າສະຫງວນແຫ່ງຊາດ ຢັອກດົນ… ຖ້າຫາກບັນດາພູເຂົາໄຟທີ່ໃຫຍ່ໂຕມະໂຫຖານ ແລະ ນ້ຳຕົກຕາດທີ່ງົດງາມ, ລະບົບຖ້ຳພູເຂົາໄຟ ບາຢານ ມີຄວາມເປັນເອກະລັກ ແລະ ມີຄວາມຍາວກວ່າໝູ່ ຢູ່ອາຊີຕາເວັນອອກສຽງໃຕ້ ສາມາດສ້າງເປັນສາຍທ່ອງທ່ຽວ ທີ່ເປັນເອກະລັກ ທີໜຶ່ງໃນສວນສາທາລະນະທໍລະນີ ດັກນົງ ນັ້ນ, ບັນດາຄຸນຄ່າອື່ນໆ ກໍ່ເຮັດໃຫ້ສວນສາທາລະນະທໍລະນີ ດັກນົງ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ເປັນໜ້າຄົ້ນຫາ. ທ່ານນາງ ໂຕນທິງັອກແຮັ້ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກນົງ ໃຫ້ຮູ້ວ່າ:
      “ສາຍທ່ອງທ່ຽວທີ່ສອງ ຢູ່ສວນສາທາລະນະທໍລະນີ ດັກນົງ ມີຊື່ເອີ້ນວ່າ: “ບົດດົນຕີປະສານສຽງຂອງສາຍລົມໃໝ່”. ນີ້ແມ່ນການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ແຫ່ງທີ່ມີຄຸນຄ່າວັດທະນະທຳຂອງຊາວເຜົ່າ ເມີນົງ, ເອເດ ຄື: ກອນລຳ, ສິລະປະຄ້ອງ, ຕ່ຳແຜ່ນແພພື້ນເມືອງ, ຜະລິດເຄື່ອງຈັກສານ ແລະ ບັນດາປູຊະນີຍະສະຖານປະຫວັດສາດ ໃນໄລຍະຕ້ານຝະລັ່ງ ແລະ ອາເມລິກາ. ສ່ວນສາຍທ່ອງທ່ຽວທີ່ສາມ ແມ່ນມີຊື່ວ່າ “ສຽງກ້ອງກັງວານຈາກໜ່ວຍພິພົບ”. ເຊິ່ງຈະພາແຂກທ່ອງທ່ຽວໄປຢ້ຽມຊົມທິວທັດທຳມະຊາດ ແລະ ຮັບຊົມການສະແດງດົນຕີພື້ນເມືອງ”.
      ສວນສາທາລະນະທໍລະນີ ດັກນົງ ມາຮອດປັດຈຸບັນ ແມ່ນເຕົ້າໂຮມມາດຕະຖານຢ່າງພຽງພໍ ຂອງ Unesco ເພື່ອສາມາດກາຍເປັນສວນສາທາລະນະທໍລະນີ ທົ່ວໂລກ ນັບທັງທາງດ້ານທໍລະນີ, ພູມສັນຖານ, ວັດທະນະທຳ ກໍ່ຄືຊີວະນາໆພັນ ທີ່ເປັນເອກະລັກ. ໂດຍມີສະຕິຄວາມເຂົ້າໃຈກ່ຽວກັບສິ່ງນີ້, ຄະນະຄຸ້ມຄອງສວນສາທາລະນະທໍລະນີ ດັກນົງ ໄດ້ສົມທົບກັບບັນດາພະແນກ ຂະແໜງ ການຕ່າງໆ ແລະ ບັນດາທ້ອງຖິ່ນ ຜັນຂະຫຍາຍບັ້ນໂຄສະນາ, ເປີດຊຸດອົບຮົມ ຍົກສູງລະດັບຄວາມຮັບຮູ້ກ່ຽວກັບມໍລະດົກທໍລະນີ, ວິທີປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກໃຫ້ແກ່ປະຊາຊົນ ພ້ອມທັງໂຄສະນາ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ຮູ້ຈັກກ່ຽວກັບຮູບພາບຂອງສວນສາທາລະນະດັ່ງກ່າວ. 
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top