• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ແລະ ລັດເຊຍ ເພີ່ມທະວີການຕິດຕໍ່ພົວພັນຂັ້ນສູງ ແລະ ຮ່ວມມືໃນຫຼາຍຂົງເຂດ

      ການຕິດຕໍ່ພົວພັນຂັ້ນສູງອາດຈະແມ່ນການເດີນທາງໄປຍັງ ນະຄອນຫຼວງມົດສະກູ, ປະເທດ ລັດເຊຍ ຂອງ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ.

ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເເລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: EXPRESS/TTXVN)
      ວັນທີ 17 ມີນາ ສຳນັກຂ່າວສານສູນກາງ ສປປ.ເຫົາຫຼີ (KCNA) ໄດ້ຄັດສະເໜີຂ່າວວ່າ ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ເຫັນດີເປັນເອກະພາບກັນຍູ້ແຮງການຕິດຕໍ່ພົວພັນຂັ້ນສູງ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ. ຂໍ້ຕົກລົງດັ່ງກ່າວແມ່ນບັນລຸໄດ້ໃນການພົບປະລະຫວ່າງທ່ານ Im Chon-il ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ ກັບ ຄູ່ຕຳແໜ່ງ ລັດເຊຍ ທ່ານ Igor Morgulov.
            KCNA ໄດ້ຊີ້ແຈ້ງວ່າ ທັງສອງຝ່າຍໄດ້ເຫັນດີເພີ່ມທະວີການຕິດຕໍ່ພົວພັນ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງໃນຂົງເຂດການເມືອງ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ ແລະ ມະນຸດສະທຳ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມມືກັນໃນການແກ້ໄຂບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ໃນໂລກ. KCNA ໃຫ້ຮູ້ຕື່ມອີກວ່າແຜນການກ່ຽວກັບການແລກປ່ຽນໃນປີ 2019 - 2020 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໄດ້ຮັບການລົງນາມພາຍຫຼັງສິ້ນ ສຸດການເຈລະຈາ.
        ບັນດານັກສັງເກດການຖືວ່າ: ການຕິດຕໍ່ພົວພັນຂັ້ນສູງອາດຈະແມ່ນການເດີນທາງໄປຍັງ ນະຄອນຫຼວງມົດສະກູ, ປະເທດ ລັດເຊຍ ຂອງ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top