• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ.ປອ ຫງວຽນແອງຈີ໋: ວິລະຊົນ ຂະແໜງໂລຫິດວິທະຍາ ແລະ ສົ່ງເລືອດ

ເປັນເວລາກວ່າ 30 ປີ ເຮັດວຽກໃນຂະແໜງສາທາລະນະສຸກ, ສຈ.ປອ ຫງວຽນແອງຈີ໋ ໄດ້ກາຍເປັນ ວິລະຊົນ ຂອງ ຂະແໜງ ໂລ ຫິດວິທະຍາ ແລະ ສົ່ງເລືອດ ໃນທົ່ວປະເທດ. ພາລະກິດ ຂອງ ສຈ.ປອ ຫງວຽນແອງຈີ໋ ໄດ້ຕິດພັນ ກັບ ສອງເຫດການ ທີ່ ມີຄວາມ ໝາຍດ້ານມະນຸດສະທໍາ ສຸດທີ່ໃຫຍ່ຫຼວງ ທັງໄດ້ຖືວ່າ ເປັນ “ວິທີ ແກ້ໄຂສຸດທ້າຍ” ຂອງ ຂະແໜງໂລຫິດວິທະຍາ ຫວຽດນາມ, ນັ້ນ ແມ່ນ “ງານບຸນ ຊວນຮົ່ງ” ແລະ “ການເດີນທາງສີແດງ”. 
ກວ່າສອງທົດສະວັດ ຜ່ານມາ, ຢູ່ ຫວຽດນາມ ຍັງບໍ່ທັນມີຄໍາວ່າ “ບໍ ລິຈາກເລືອດ ດ້ວຍຄວາມສະໝັກໃຈ”. ແຕ່ເມື່ອສິບປີ ກວ່າມານີ້, ເມື່ອການບໍລິຈາກເລືອກ ດ້ວຍຄວາມສະໝັກໃຈ ກຳເນີດຂຶ້ນ, ມັນ ໄດ້ກາຍເປັນ ຂະບວນການ ທີ່ມີລັກສະນະສັງຄົມ, ໂດຍມີການ ເຂົ້າຮ່ວມ ຂອງປວງຊົນ ໃນທຸກຂະແໜງການອາຊີບ ແລະ ທຸກ ຂົງ ເຂດ. 

ປີ 2017, ສຈ.ປອ ຫງວຽນແອງຈີ໋ ໄດ້ຮັບກຽດ ໃນລາຍການ “ກຽດ ສັກສີ ຫວຽດນາມ” ແລະ ນີ້ແມ່ນເທື່ອທີສອງ ທ່ານໄດ້ຮັບນາມ ມະ ຍົດ ທີ່ມີກຽດນີ້ (ຄັ້ງທໍາອິດ ປີ 2013). ປີ 2017, ສຈ.ປອ ຫງວຽນ ແອງຈີ໋ ໄດ້ຮັບລາງວັນ ໂຮ່ຈີມິນ ອັນເນື່ອງຈາກ ໄດ້ປະກອບສ່ວນ ໃນບັນດາການເຄື່ອນໄຫວ ກ່ຽວກັບ ການສົ່ງເລືອດ, ພິເສດແມ່ນ ກໍ່ສ້າງທະນາຄານເລືອດ. 
ຈາກປະເທດ ທ່ີຮັບບໍລິຈາກເລືອດ ໄດ້ພຽງ 100.000 ຢູນິດ/ປີ, ສ່ວນຫຼາຍມາຈາກຄົນຂາຍເລືອດ, ມາຮອດປັດຈຸບັນ, ໂດຍອາໄສ ຂະບວນການ ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຜ່ຂະຫຍາຍວົງກວ້າງ, ຫວຽດນາມ ໄດ້ຮັບບໍລິຈາກເລືອດ ປະ ມານ 1 ລ້ານຢູນິດ/ປີ. 

ພົ້ນເດັ່ນທີສຸດ ໃນບັນດາຂະບວນການ “ບໍລິຈາກເລືອກ ດ້ວຍ ຄວາມສະໝັກໃຈ” ໃນປັດຈຸບັນ ນັບທັງຂະໜາດ ແລະ ພື້ນທີ່ ເຂົ້າ ຮ່ວມ ນັ້ນແມ່ນ “ງານບຸນ ຊວນຮົ່ງ” ແລະ “ການເດີນ ທາງສີແດງ”. ຜູ້ລິເລີ່ມຂະບວນການ “ບໍລິຈາກເລືອກ ດ້ວຍຄວາມສະໝັກໃຈ” ທັງສອງເຫດການນີ້ແມ່ນ ສຈ.ປອ ຫງວຽນແອງຈີ໋, ຜູ້ໄດ້ຮັບ ຂະໜານນາມວ່າ ເປັນ “ຫົວໜ້າສະຖາປານິກ” ຂອງ ຂະແໜງການ ໂລຫິດວິທະຍາ ແລະ ສົ່ງເລືອດ ຫວຽດນາມ.


ສຈ.ປອ ຫງວຽນແອງຈີ໋ ແນະນຳບັນດາຫົວໜ່ວຍເລືອດ ໄດ້ຜ່ານ ການຄັດແຍກ ຢູ່ຂະແໜງ ຜະລິດຕະພັນເລືອດ, ສະຖາບັນ ໂລຫິດ ວິທະຍາ ແລະ ສົ່ງເລືອດ ແຫ່ງຊາດ. 


ຫົວໜ້າສະຖາບັນ ຫງວຽນແອງຈີ໋ ກວດກາບັນດາທ່ານໝໍ ຢູ່ຂະ ແໜງ ວິຊາຜະລິດຕະພັນເລືອດ ຂອງ ສະຖາບັນ ໂລຫິດວິທະຍາ ແລະ ສົ່ງເລືອດ ແຫ່ງຊາດ. 


ບັນດາທ່ານໝໍ ຢູ່ ຂະແໜງວິຊາ ຜະລິດຕະພັນເລືອດ ກຳລັງ ໃຫ້ ເລືອດ ທີ່ຜ່ານການຄັດກອງ ເຂົ້າຖົງປອດເຊື້ອ ທີ່ມີສານກັນກ້າມ.


ບັນດາ ຫົວໜ່ວຍເລືອດ ໄດ້ຜ່ານການກວດກາ ແລະ ເລືອກເຟັ້ນ ຢ່າງລະອຽດ ກ່ອນນຳໄປເກັບຮັກສາ. 


ບັນດາຫົວໜ່ວຍເລືອດ ທີ່ໄດ້ຜ່ານການຄັດກອງ, ກະກຽມ ນຳເຂົ້າ ສາງເພື່ອເກັບຮັກສາ. 


ສຈ.ປອ ຫງວຽນແອງຈີ໋ ໃນເວລາມອບວຽກກັບພາກວິຊາ ຈັດຕັ້ງບໍ ລິຈາກເລືອດ ສະຖາບັນບັນ ໂລຫິດວິທະຍາ ແລະ ສົ່ງເລືອດ ແຫ່ງ ຊາດ. 


ສຈ.ປອ ຫງວຽນແອງຈີ໋ ຢ້ຽມຢາມຖາມຂ່າວຜູ້ບໍລິຈາກເລືອດ ຕາມ ກຳນົດເວລາ ທີ່ພາກວິຊາ ບໍລິຈາກເລືອດ ສະຖາບັນ ໂລຫິດວິທະຍາ ແລະ ສູນບໍລິຈາກເລືອດ ແຫ່ງຊາດ.  

ສຈ.ປອ ຫງວຽນແອງຈີ໋ ກວດກາ ສຳເນົາປະຫວັດພະຍາດ ຂອງ ຄົນ ເຈັບທີ່ສະຖາບັນໂລຫິດວິທະຍາ ແລະ ສູນບໍລິຈາກເລືອດ ແຫ່ງຊາດ.  

ສຈ.ປອ ຫງວຽນແອງຈີ໋ ຖືວ່າ ເລືອດ ເປັນປະເພດຢາວິເສດ ຍ້ອນ ໄດ້ເອົາມາຈາກ ຫົວໃຈແຫ່ງຄວາມເມດຕາກະລຸນາ, ເພາະ ສະນັ້ນ ເຂົາເຈົ້າຖື ເລືອດ ເໝືອນດັ່ງ ຢາແຫ່ງ ຄວາມເມດຕາກະລຸນາ. ສຈ.ປອ ຫງວຽນແອງຈີ໋ ໄດ້ກ່າວວ່າ: “ຂ້າພະເຈົ້າເປັນພຽງຜູ້ ປຸກ ລະດົມມູນເຊື້ອ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາດ ຫວຽດນາມ”. 

ເຮັດວຽກໃນຂະແໜງ ສາທາລະນະສຸກ ເປັນເວລາກວ່າ 30 ປີ, ສຈ.ປອ ຫງວຽນແອງຈີ໋ ໄດ້ກາຍເປັນວິລະຊົນ ຂອງ ຂະແໜງການ ໂລຫິດວິທະຍາ ແລະ ສົ່ງເລືອດ ໃນທົ່ວປະເທດ.

ທ່ານເປັນຜູ້ແທນສະພາແຫ່ງຊາດ ໃນສະໄໝ ເລືອກຕັ້ງ ສະມາຊິກ ແຫ່ງຊາດ 2016 ແລະ ເປັນຜູ້ສະໝັກເລືອກຕັ້ງດ້ວຍຕົນເອງ ໜຶ່ງ ດຽວ ໄດ້ຮັບເລືອກຕັ້ງ. 
ສຈ.ປອ ຫງວຽນແອງຈີ໋ ຖືວ່າ ເລືອດ ເປັນປະເພດຢາວິເສດ ຍ້ອນ ໄດ້ເອົາມາຈາກ ຫົວໃຈແຫ່ງຄວາມເມດຕາກະລຸນາ, ເພາະ ສະນັ້ນ ເຂົາເຈົ້າຖື ເລືອດ ເໝືອນດັ່ງ ຢາແຫ່ງ ຄວາມເມດຕາກະລຸນາ. ສຈ.ປອ ຫງວຽນແອງຈີ໋ ໄດ້ກ່າວວ່າ: “ຂ້າພະເຈົ້າເປັນພຽງຜູ້ ປຸກ ລະດົມມູນເຊື້ອ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາດ ຫວຽດນາມ”. 

ດ້ວຍເຫດຜົນດັ່ງກ່າວ, ເມື່ອລັດຖະບານ ປະກາດໃຊ້  ຂໍ້ຕົກລົງ ເອົາວັນທີ 7 ເມສາ ຂອງ ທຸກປີ ເປັນວັນ ທົ່ວປວງຊົນ ບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ຂະບວນການນີ້ ເລີ່ມຕົ້ນ ໄດ້ແຜ່ຂະຫຍາຍກວ້າງອອກເຖິງທຸກຫ້ອງການ, ໜ່ວຍງານ ແລະ ປະຊາຊົນ ໃນທົ່ວປະເທດ.

ໃນຊ່ວງເວລາກວ່າ 30 ປີເຮັດວຽກ ໃນຂະແໜງການ ສາທາລະ ນະສຸກ, 11 ປີ ໃນຖານະເປັນ ຫົວໜ້າສະຖາບັນ ໂລຫິດວິທະຍາ ແລະ ສົ່ງເລືອດແຫ່ງຊາດ, ສຈ.ປອ ຫງວຽນແອງຈີ໋ ໄດ້ສ້າງຕາ ໜ່າງສະເພາະຂະແໜງ ໂລຫິດວິທະຍາ ແລະ ສົ່ງເລືອດ ໃນທົ່ວ ປະເທດ. ນີ້ແມ່ນຕາໜ່າງສະເພາະຂະແໜງ ໄດ້ກະຊວງສາທາ ລະນະສຸກ ຕີລາຄາວ່າ ເປັນໜຶ່ງ ໃນບັນດາ ຕາໜ່າງ ສະເພາະ ຂະ ແໜງການທີ່ສົມບູນແບບ ແລະ ບັນລຸ ປະສິດທິຜົນຫຼາຍທີສຸດ. 


ສຈ.ປອ ຫງວຽນແອງຈີ໋ ພ້ອມບັນດາສະມາຊິກໃນໂຄງການ ການ ເດີນທາງສີແດງ 2014 ໃນພິທີເປີດໂຄງການ. ພາບ: ເອກະສານ 


ສຈ.ປອ ຫງວຽນແອງຈີ໋ ພ້ອມບັນດາສະມາຊິກ ໃນໂຄງການ “ການເດີນທາງສີແດງ 2014” ຮ້ອງເພງມູນເຊື້ອ ຂອງ ໂຄງການ ໂດຍ ທ່ານເປັນຜູ້ປະດິດແຕ່ງ. ພາບ: ເອກະສານ


ສຈ.ປອ ຫງວຽນແອງຈີ໋ ພ້ອມກັບ ນາງງາມ ຫວຽດນາມ ດັ້ງທິ ຫງອກເຮິນ ໃນໂຄງການ “ຢອດເລືອດ ຮູ້ບຸນຄຸນ”. ພາບ: ເອກະສານ

ໃນວັນບໍລິຈາກເລືອດ ຈັດໂດຍສະຖາບັນໂລຫິດວິທະຍາ ແລະ ສູນບໍລິຈາກເລືອດ ແຫ່ງຊາດ, ສຈ.ປອ ຫງວຽນແອງຈີ໋ ເຂົ້າຮ່ວມ ດ້ວຍຕົນເອງ ເພື່ອໃຫ້ກຳລັງໃຈ
ແລະ ຢ້ຽມຢາມຖາມຂ່າວຜູ້ເຂົ້າ ຮ່ວມບໍລິຈາກ ເລືອດ ດ້ວຍຄວາມສະໝັກໃຈ. ພາບ: ເອກະສານ

ປີ 2016, ສຈ.ປອ ຫງວຽນແອງຈີ໋ ແລະ ບັນດາເພື່ອນຮ່ວມງານ ໄດ້ຮັບລາງວັນຊະນະເລີດ, ລາງວັນ “ຜູ້ມີຄວາມສາມາດ ແຜ່ນດິນ ຫວຽດ” ໃນຂົງເຂດ ການແພດ ແລະ ການຢາ ໃນຫົວຂໍ້ ກ່ຽວກັບ ຈຸລັງ ຕົ້ນກຳເນີດ, ໝູນໃຊ້ທະນາຄານ ຈຸລັງເລືອດ ສາຍບື ຊຸມຊົນ, ປິ່ນປົວ ບັນດາພະຍາດ ກ່ຽວພັນເຖິງ ອາໄວຍະວະ ສ້າງເລືອດ. 
 
ບົດ: ຖາວວີ - ພາບ: ຈິ້ງວັນໂບ້ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top