• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ.ປອ ຫງວຽນເຖ໋ຮວ່າງ ແລະ ຄວາມມະຫັດສະຈັນ ໃນການ ຜ່າຕັດຕໍ່ມື

ກໍລະນີຜ່າຕັດຕໍ່ມື ຈາກຜູ້ໃຫ້ ຍັງມີຊີວິດ ລາຍທຳອິດ ຂອງໂລກ ໂດຍ ສາດສະດາຈານ, ປະລິນຍາເອກ (ສຈ. ປອ), ພັນເອກ ຫງວຽນເຖ໋ຮວ່າງ, ຮອງຜູ້ອຳນວຍການ ໂຮງໝໍສູນກາງກອງທັບ 108 ພ້ອມກັບ ບັນດາທ່ານໝໍ ພະແນກມື ແລະ ສັນຍະກຳ, ສະ ຖາບັນ ບາດເຈັບ ອົງຄະທຽມ ເປັນຜູ້ປະຕິບັດ ໄດ້ປະສົບຜົນ ສຳເລັດ ຢູ່ ຫວຽດນາມ. 
ເປັນເວລາກວ່າໜຶ່ງເດືອນ ຫຼັງການຜ່າຕັດຕໍ່ມື ໃຫ້ແກ່ ຄົນເຈັບ ຟ້າມວັນເວືອງ, ພວກຂ້າພະເຈົ້າ ມີໂອ ກາດພົບກັບ ສຈ. ປອ ຫງວຽນເຖ໋ຮວ່າງ ຢູ່ພະແນກ ຟື້ນຟູ ສຸກເສີນ ຊຶ່ງເປັນສະຖານທີ່ ປິ່ນປົວ ແລະ ຕີລາຄາ ສະພາບມື ຂອງ ຄົນເຈັບ ຟ້າມວັນ ເວືອງ.

ທ່ານ ເວືອງ ໃຫ້ຮູ້ວ່າ ມີຝ່າມືໃໝ່ແລ້ວ, ສໍາລັບທ່ານ ຍັງເໝືອນ ຢູ່ໃນຄວາມຝັນ. ນັ້ນບໍ່ແມ່ນ ຝ່າມືຂອງຫຸ່ນຍົນ ຊຶ່ງເປັນຂອງ ທຽມ ທີ່ບໍ່ມີຊີວິດຈິດໃຈ. ບັດນີ້ ລາວໄດ້ມີຝ່າມືທີ່ ສົມບູນຄົບ ຖ້ວນ ຄືກ່ອນໜ້ານີ້ສີ່ປີ. ຝ່າມືນັ້ນ ສາມາດ ກຳໄດ້ ຕາມການ ບັນຊາຂອງ ປະສາດ. ເປັນເພື່ອນຮ່ວມທາງພ້ອມ ກັບທ່ານ ເວືອງ ແມ່ນ ສຈ. ປອ ຫງວຽນ ເຖ໋ຮວ່າງ ຜູ້ມີຄວາມໃກ້ຊິດ ຮັກ ແພງ ແລະ ເອົາໃຈໃສ່ ກັບ ທ່ານເວືອງ ເໝືອນດັ່ງ ຜູ້ເປັນພໍ່ ຢູ່ ສະເໝີ. ບໍ່ວ່າຍາມໃດ ມີໜ້າ ຢູ່ໂຮງໝໍ ສຈ.ປອ ຮວ່າງ ກໍມາ ລະດົມ ໃຫ້ກຳລັງໃຈ ທ່ານ ເວືອງ, ແນະນຳໃຫ້ທ່ານ ຝຶກແອບ ຟື້ນຟູໃຫ້ຖືກວິທີ.


ສຈ. ປອ. ພັນເອກ ຫງວຽນເຖ໋ຮວ່າງ, ຮອງຜູ້ອຳນວຍການ ໂຮງ ໝໍສູນກາງ ກອງທັບ 108. ພາບ: ເຕິດເຊີນ


ສຈ. ປອ. ພັນເອກ ຫງວຽນເຖ໋ຮວ່າງ ນໍາສະເໜີແຜນການ ຜ່າ ຕັດ ຕໍ່ມື ກັບຄະນະການນຳ ໂຮງໝໍສູນກາງ ກອງທັບ108.
ພາບ: ເອກະສານ ໂຮງໝໍສູນກາງ ກອງທັບ 108.




ຜົນສຳເລັດຂອງການຜ່າຕັດຕໍ່ມື ໄດ້ເພີ່ມກຳລັງແຮງໃຫ້ແກ່ ສຈ. ປອ. ພັນເອກ ຫງວຽນເຖ໋ຮວ່າງ ແລະ ບັນດາເພື່ອນ ຮ່ວມ
ງານ ປະຕິບັດການຜ່າຕັດ ອີກຫຼາຍກໍລະນີ ໃນຕໍ່ໜ້າ. ພາບ: ເຕິດເຊີນ



ບັນດາແພດໝໍ ໂຮງໝໍສູນກາງ ກອງທັບ 108 ພ້ອມກັບຄົນ ເຈັບ ຟ້າມວັນເວືອງ ຫຼັງການຜ່າຕັດ. ພາບ: ເອກະສານ ໂຮງໝໍ ສູນກາງ ກອງທັບ 108

ສຈ. ປອ ຫງວຽນເຖ໋ຮວ່າງ ເປັນຜູ້ຊ່ຽວຊານ ທ່ີມີຄວາມສາມາດ ຂອງ ຂະແໜງການແພດ ຫວຽດນາມ, ໄດ້ດຳເນີນການ ຜ່າຕັດ ສັນຍະກຳ, ຜ່າຕັດປະກອບພາກສ່ວນ ຮ່າງກາຍ ເຂົ້າກັນ ແລະ ຟື້ນຟູຄືນໃໝ່ ນຳມາຊຶ່ງ ສຸຂະພາບ ແລະ ຄວາມປິຕິຍິນດີ ໄດ້ ຟື້ນຄືນຊີວິດ ໃຫ້ແກ່ ຄົນເຈັບ ຢູ່ ຫວຽດນນາມ ແລະ ໃນໂລກ. ປີ 2008, ສຈ.ປອ ຫງວຽນເຖ໋ຮວ່າງ ເປັນໜຶ່ງ ໃນຜູ້ຊ່ຽວຊານ 5 ຄົນ ໄດ້ສ້າງຂີດໝາຍ ຈົດຈຳ ໃນປະຫວັດສາດ ການແພດໂລກ ກັບກໍລະນີຜ່າຕັດ ຕໍ່ມືໃຫ້ແກ່ຄົນເຈັບຢູ່ ນະຄອນ ມູນິກ, ສ ເຢຍ ລະມັນ. ກໍລະນີຜ່າຕັດ ຕໍ່ຝ່າມື ທີ່ໂຮງໝໍສູນກາງກອງທັບ108, ຊຶ່ງເປັນບ່ອນ ສຈ. ປອ ຮວ່າງ ໄດ້ທໍາອາຊີບນີ້ກວ່າ 30 ປີ ມີ ຄວາມໝາຍສຳຄັນ ເປັນພິເສດ, ຢັ້ງຢືນເຖິງ ຄວາມສາມາດ ດ້ານວິຊາສະເພາະ ຂອງ ທ່ານໝໍ ຫວຽດນາມ ເທິງແຜນທີ່ ການແພດສາກົນ.

ສຈ. ປອ ຫງວຽນເຖ໋ຮວ່າງ ເຄີຍເປັນຜູ້ຊ່ຽວຊານ ທີ່ມີບົດຮຽນ ຫຼາຍ ໃນດ້ານວິຊາສະເພາະ, ທັງເປັນທ່ານໝໍ ຜູ້ເຄີຍ ກິ້ງເກືອກ ລີເລືອ ກັບຄົນເຈັບ ໃນຊຸມເດືອນປີ ທ່ີດຸເດືອດຢູ່ສະໜາມຮົບ ກຳປູເຈຍ (ໃນບັ້ນຮົບສົງຄາມຊາຍແດນ ທາງທິດຕາເວັນ ຕົກສ່ຽງໃຕ້). ຕອນນັ້ນ ທ່ານ ມີອາຍຸພຽງ 22 ປີ, ແຕ່ເມື່ອຮຽນຈົບ ວິທະຍາຄານ ເສນາຮັກ ບໍ່ດົນ ທ່ານໄດ້ສະໝັກ ໄປສູ່ສະໜາມ ຮົບ ກຳປູເຈຍ ແລະ ກາຍເປັນຫົວໜ້າ ໜ່ວຍຜ່າຕັດເຄື່ອນທີ່ ພາກ ສະໜາມ. 


ສຈ. ປອ. ພັນເອກ ຫງວຽນເຖ໋ຮວ່າງ ພ້ອມກັບເພື່ອນຮ່ວມງານ ດຳເນີນການຜ່າຕັດຕໍ່ມື ໃຫ້ແກ່ ຄົນເຈັບ ຟ້າມວັນເວືອງ. ພາບ: ເອກະສານ ໂຮງໝໍສູນກາງ ກອງທັບ 108


ສຈ. ປອ ຫງວຽນເຖ໋ຮວ່າງ ພ້ອມກັບ ເພື່ອນຮ່ວມງານ ໄດ້ ສ້າງ ສິ່ງປະຕິຫານ ເມື່ອຜ່າຕັດຕໍ່ມືຈາກ ຜູ້ໃຫ້ ຍັງມີຊີວິດ ລາຍທຳ ອິດ ໃນໂລກ ປະສົບຜົນສຳເລັດ.  ພາບ: ເຕິດເຊີນ


ຝ່າມືໃໝ່ ຂອງ ຄົນເຈັບ ຟ້າມວັນເວືອງ ໄດ້ຫາຍດີ ແລະ ສາ ມາດເໜັງຕີງໄດ້. ພາບ: ເຕິດເຊີນ


ຄົນເຈັບ ຟ້າມວັນເວືອງ ພວມໃນໄລຍະເຝິກແອບ, ຝ່າມືໃໝ່ ຂອງ ລາວ ສາມາດເໜັງຕີງ ແລະ ເຄື່ອນຍ້າຍໝາກ ບານນ້ອຍ ຄືຢູ່ໃນຮູບ.  ພາບ: ເຕິດເຊີນ


ສຈ. ປອ ຫງວຽນເຖ໋ຮວ່າງ ແນະນຳໃຫ້ ຄົນເຈັບ ຟ້າມວັນເວືອງ ວິທີການເຄື່ອນເໜັງ ເພື່ອຟື້ນຄືນຝ່າມື... ພາບ: ເຕິດເຊີນ


... ແລະ ຕົວເອງທ່ານເປັນຜູ້ທົດລອງໂດຍກົງ ການໂຕ້ຕອບ ຝ່າມືຂອງຄົນເຈັບ. ພາບ: ເອກະສານ ໂຮງໝໍສູນກາງ ກອງທັບ 108 


ຄົນເຈັບ ລໍ່ວັນຊາມ, ຊົນເຜົ່າຜູ້ໄທ (ແຂວງ ເຊີນລາ)  ແຂນກຸດ ຍ້ອນອຸບັດເຫດແຮງງານ, ປັດຈຸບັນກຳລັງ ໄດ້ປິ່ນປົວ ຢູ່ ໂຮງໝໍ ສູນກາງ ກອງທັບ 108,
ເປັນຜູ້ຈົດທະບຽນ ໄດ້ຕໍ່ມື ລາຍຕໍ່ໄປ ຖ້າຫາກມີຜູ້ ບໍລິຈາກ. ພາບ: ເຕິດເຊີນ

ຕິດຕາມທ່ານ ສຈ, ປອ ຫງວຽນເຖ໋ຮວ່າງ, ພວກຂ້າພະເຈົ້າ ມາ ຢ້ຽມຢາມຄົນເຈັບ ຫງວຽນວັນຕີີ໋, ທະຫານເສຍອົງຄະ ຖືກຂາ ກຸດ ທັງສອງ ໃນປາງສົງຄາມ ແລະ ປັດຈຸບັນ ກຳລັງ ປິ່ນປົວຢູ່ ໂຮງໝໍແຕ່ປີ 1981. ສຈ. ປອ ຫງວຽນເຖ໋ຮວ່າງ ມີ 3 ຄັ້ງ ໄດ້ ທຳການຜ່າຕັດປ່ຽນຖ່າຍຂາ ແລະ ປິ່່ນປົວໃຫ້ແກ່ ທ່ານຕີ໋, ປັດ ຈຸບັນ ສຸຂະພາບຂອງຄົນເຈັບ ເກືອບວ່າ ດີຂຶ້ນຫຼາຍກວ່າເກົ່າ. ພິເສດ, ຄົນເຈັບ ຫງວຽນ ວັນຕີ໋ ເປັນເພື່ອນຮ່ວມກົມກອງ ຂອງ ທ່ານໝໍ ຮວ່າງ ແຕ່ສະໄໝ ສົງຄາມຊາຍ ແດນທາງທິດຕາເວັນ ຕົກສ່ຽງໃຕ້ ຢູ່ສະໜາມຮົບ ກຳປູເຈຍ.

ສຈ. ປອ ຫງວຽນເຖ໋ຮວ່າງ ໃຫ້ຮູ້ວ່າ ປັດຈຸບັນ, ທ່ານ ກຳລັງ ປິ່ນ ປົວ ແລະ ຖ້າໂອກາດຕໍ່ມືໃຫ້ແກ່ຄົນເຈັບ ລໍ່ວັນຊາມ, ຊົນເຜົ່າ ຜູ້ໄທ ຢູ່ແຂວງ ເຊີນລາ. ທ່ານ ຊາມ ແຂນກຸດ ຍ້ອນອຸບັດເຫດ ແຮງງານ ແລະ ກຳລັງ ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ຕົນ ເອງ ຈະມີໂອກາດ ມີຄູ່ມືທີ່ເຕັມສ່ວນ ຫຼັງການ ຜ່າຕັດ ຄືທ່ານ ເວືອງ ກ່ອນໜ້ານັ້ນ.


ທ່ານ ຟ້າມວັນເວືອງ ແຂນກຸດ ເບື້ອງຊ້າຍ 1/3 ລໍຖ້າການ ຜ່າ ຕັດ ຕໍ່ມື ໄດ້ 3 ປີແລ້ວ. ເມື່ອວັນທີ 3 ມັງກອນ, ໂຮງໝໍສູນກາງ ກອງທັບ 108 ໄດ້ ຮັບເອົາ ຄົນເຈັບ ຊາຍຜູ້ໜຶ່ງ ຖືກສາຍຟານ ສົ່ງດິນຈີ່ ໜີບ 1/3 ລຳແຂນ ເກືອບເຖິງຂີ້ແຮ້. ໃຊ້ການປິ່ນປົວ ເປັນ ເວລາ 3 ອາທິດ ກັບການຜ່າຕັດ 3 ຄັ້ງ, ເຖິງວ່າບັນດາ ທ່ານໝໍ ໄດ້ພະຍາຍາມ ຮັກສາໄວ້ ລຳແຂນຂອງ ຄົນເຈັບ, ແຕ່ ຍ້ອນ ສະພາບການ ເນົ່າເປື່ອຍ ຢູ່ຂໍ້ສອກ, ກ້າມຊີ້ນ ແລະ  ຍັງ ຕິດ ເຊື້ອ ເຫັນວ່າ ບໍ່ສາມາດ ກອບກູ້ເອົາໄດ້, ຄົນເຈັບຈຳຕ້ອງ ຍອມ ຕັດແຂນ 1/3 ອອກ.

ສ່ວນຍັງເຫຼືອ ຂອງ ແຂນ ແມ່ນຂ້ອນຂ້າງດີ ແລະ ສາມາດ ນຳ ໃຊ້ ເພື່ອຕໍ່ໃຫ້ແກ່ ຄົນຖືກແຂນກຸດ ຢູ່ຈຸດດຽວກັນ. ຄົນເຈັບໄດ້ ສະໝັກໃຈ ໃຫ້ສ່ວນແຂນຖືກຕັດອອກ ຂອງຕົນ ໃຫ້ແກ່ທ່ານ ເວືອງ. ຫຼັງຈາກການຜ່າຕັດ ຕໍ່ມື, ທຸກພາກສ່ວນ ໄດ້ຟື້ນຊີບ ຄືນ ໃໝ່ ຄືກັນ ກັບຝ່າມືທຳມະດາ, ທ່ານ ເວືອງ ໄດ້ສາມາດເຄື່ອນ ເໜັງ ບັນດານີ້ວມື ທີ່ໄດ້ຕໍ່ແລ້ວ.

ບົດ: ບິກເວິນ - ພາບ: ເຕິດເຊີນ ແລະ ເອກະສານ ໂຮງໝໍສູນ ກາງ 108 ກອງທັບ 
 

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top