• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສຈ. ປອ ຫງວຽນແທງລຽມ: ທ່ານໝໍ “ສີມືຄຳ” ໃນການຜ່າຕັດເດັກ

ປະສົບຜົນສຳເລັດ ໃນການຜ່າຕັດ ທ່ີຊັບຊ້ອນ ຫຼາຍກໍລະນີ ໃນປະ ຫວັດສາດ ການແພດຫວຽດນາມ, ສຈ.ປອ ຫງວຽນແທງລຽມ, ຫົວ ໜ້າສະຖາບັນ ຄົ້ນຄວ້າ ຈຸລັງຕົ້ນກໍາເນີດ ແລະ ເຕັກໂນໂລຊີ ແຊນ VINMEC ຊຶ່ງເປັນໜຶ່ງ ໃນນັກວິທະຍາສາດ ສອງຄົນ ຂອງ ຫວຽດ ນາມ ໄດ້ມີຊື່ ໃນບັນຊີ ລາຍຊື່ ນັກວິທະຍາສາດ ທີ່ເປັນ ຕົວແທນ ຂອງ ອາຊີ 100 ຄົນ ໃນ ປີ 2019, ໂດຍວາລະສານ Asian Scientist (ສິງກະໂປ) ເປັນຜູ້ ເລືອກເຟັ້ນ. 
40 ປີແຫ່ງພາລະກິດການແພດ ແລະ ບັນດາການຜ່າຕັດ ທີ່ເປັນເລື່ອງເຫຼືອເຊື່ອ

ສຈ.ປອ ຫງວຽນແທງລຽມ ໄດ້ວາລະສານ Asian Scientist ນໍາ ເຂົ້າໃນບັນຊີລາຍຊື່ “ບັນດານັກວິທະຍາສາດ ໃນຂົງເຂດ ວິທະຍາ ສາດ ຊີວິດການເປັນຢູ່” ພ້ອມກັບ ນັກວິທະຍາສາດຍິງ ຂອງ ຫວຽດ ນາມ ອີກຄົນໜຶ່ງຄື ປອ ຫງວຽນທິຮຽບ, ຈາກມະຫາວິທະຍາໄລ ນາໆ ຊາດ (ມະຫາວິທະຍາໄລ ແຫ່ງຊາດ ນະຄອນ ໂຮ່ຈີມິນ). ໃນ ພາກສະຫຼຸບຜົນງານ ໂດຍຫຍໍ້, ວາລະສານ Asian Scientist ໄດ້ ຍົກໃຫ້ເຫັນຜົນງານ ຫຼາຍຢ່າງ ທີ່ ສຈ.ປອ ລຽມ ບັນລຸໄດ້ ໃນໄລຍະ ເວລາ ເຮັດວຽກ ຢູ່ ຂະແໜງ ການແພດ ຫວຽດນາມ.

ໃນ 40 ປີທີ່ ມີຄວາມສະໜິດຕິດພັນກັບ ໂຮງໝໍເດັກສູນກາງ, ສຈ. ປອ ຫງວຽນແທງລຽມ ເປັນຜູ້ທຳອິດ ໄດ້ປະສົບຜົນສຳເລັດ ໃນ ຂົງ ເຂດ ຜ່າຕັດເດັກຜ່ານທໍ່ເຊັ່ນ: ການຜ່ານຕັດປ່ຽນຖ່າຍ ໝາກໄຂ່ຫຼັງ, ການຜ່າຕັດປ່ຽນຖ່າຍຕັບ, ການຜ່າຕັດແຍກເດັກຜາແຝດ ມີຮ່າງ ກາຍຕິດກັນ. ພິເສດ, ການຜ່າຕັດ ທ່ີຊັບຊ້ອນທີສຸດ ທ່ີສຈ. ປອ ຫງວຽນແທງລຽມ ໄດ້ປະຕິບັດ ເມື່ອ17 ປີຜ່ານມາ ຄື ການຜ່າຕັດແຍກເດັກຝາແຝດ ກຸກ-ອານ ມີຣ່າງກາຍ ຕິດກັນ ແຕ່ສ່ວນເອິກ ລົງຮອດ ທ້ອງ. ການຜ່ານຕັດແຍກ ຫຼານນ້ອຍ ກຸກ-ອານ ອອກຈາກກັນ ໃຊ້ເວລາ ເກືອບ 10 ຊົ່ວໂມງ ແລະ ບັນດາພາກສ່ວນ ຮ່າງກາຍທີ່ ຕິດກັນຄື ກະດູກເອິກ, ເຫຍື່ອຫຸ້ມ ຫົວໃຈ, ຕັບ, ລຳໄສ້ອ່ອນໄດ້ແຍກ ອອກຈາກກັນ ປະສົບຜົນສຳເລັດ. ໃນເວລານັ້ນ (ປີ 2003), ໜັງສືພິມສະບັບຕ່າງໆ ໃນນັ້ນ ມີວາລະສານ ຂ່າວພາບ ຫວຽດນາມ ໄດ້ລາຍງານຂ່າວ ກ່ຽວກັບເຫດການນີ້ ຢ່າງຫຼວງຫຼາຍ. ປັດຈຸບັນ, ຫຼານນ້ອຍ ກຸກ-ອານ ໄດ້ກ້າວເຂົ້າສູ່ ໄວ 18 ປີ ແລະ ໄດ້ຖື ສຈ.ປອ ລຽມ ແລະ ບັນດາທ່ານໝໍ ຜູ້ໃຫ້ການເບິ່ງແຍງ ດູແລຕົນ ເປັນຜູ້ອຸປະກາ ລະຄຸນ ຢູ່ສະເໝີ, ໃນນັ້ນ ໄດ້ຖື ສຈ ລຽມ ວ່າເປັນ “ພໍ່ຜູ້ທີ່ສອງ”.



ຫຼານນ້ອຍທັງສອງ ເລທິທູກຸກ ແລະ ເລທິຖຸ໋ຍອານ ແລະ ຜູ້ເປັນແມ່ ໃນວັນທີ 15 ຕຸລາ 2003, 24 ຊົ່ວໂມງ ກ່ອນການຜ່າຕັດ ຫຼານນ້ອຍ ທັງສອງອອກຈາກກັນ.
ນີ້ແມ່ນກໍລະນີ ຜ່າຕັດທ່ີຊັບຊ້ອນທີ່ສຸດ ຢູ່ ຫວຽດນາມ ນັບແຕ່ກ່ອນ ມາຮອດປັດຈຸບັນ ແລະ ຫາຍາກ ຢູ່ໃນໂລກ... ພາບ: ເລແອງຕ໋ວນ



... ການຜ່າຕັດເລີ່ມແຕ່ 6 ໂມງ 30 ນາທີ ວັນທີ 16 ຕຸລາ 2003. ພາບ: ເລແອງຕ໋ວນ


ສຈ. ປອ ຫງວຽນແທງລຽມ ແລະ ທີມງານຜ່າຕັດ ປຶກສາຫາລື ໃນລະຫວ່າງການຜ່າຕັດແຍກເດັກຝາແຝດ ກຸກ-ອານ ອອກຈາກກັນ. ພາບ: ເລແອງຕ໋ວນ


ເກືອບ 3 ປີ ຫຼັງການຜ່າຕັດ, ຫຼານນ້ອງ ກຸກ-ອານ ທັງສອງ ເບິ່ງຄືນ ຮູບພາບຂອງຕົນ ໃນວາລະສານ ຂ່າວພາບ ຫວຽດນາມ ເລກທີ 541,
ສະບັບ ເດືອນ ມັງກອນ 2004. ພາບ: ຈ້ອງຈິ໋ງ



ສຈ. ປອ ຫງວຽນແທງລຽມ ໃນຄັ້ງໄປຍັງ ແຂວງ ແທງຮ໋ວາ ຢ້ຽມ ຢາມ ຄົນເຈັບເກ່ົາ ພິເສດຂອງຕົນ ສອງຄົນ ໃນວັນທີ 17 ກັນຍາ 2006.
ທ່ານພ້ອມກັບບັນດາທ່ານໝໍ ໂຮງໝໍເດັກສູນກາງ ໃນທີມງານ ຜ່າຕັດໃນປີນັ້ນ ໄດ້ຄອບຄົວ ຫຼານນ້ອຍ ກຸກ-ອານ ທັງສອງ ຖືວ່າ ເປັນ ຜູ້ ອຸປະກາລະຄຸນ,
ສະເພາະສຳລັບ ສຈ ລຽມ ໄດ້ຮັບຖືວ່າເປັນ “ພໍ່ ຜູ້ ທີສອງ” ຂອງ ຫຼານນ້ອຍທັງສອງ. ພາບ: ຈ້ອງຈິ໋ງ



ຫຼານນ້ອຍ ເລທິທູກຸກ ແລະ ເລທິຖຸ໋ຍອານ ໃນວົງແຂນແມ່ ຈິ້ງທິບິ່ງ ເມື່ອວັນທີ 17 ກັນຍາ 2016, 3 ປີຫຼັງການຜ່າຕັດປະສົບຄວາມສຳ ເລັດ. ພາບ: ຈ້ອງຈິ໋ງ


ບໍ່ພໍເທົ່າໃດກໍຈະເຖິງປີທີ 16 ຫຼັງການຜ່າຕັດທ່ີຊັບຊ້ອນ ຂອງ ສຈ. ປອ ຫງວຽນແທງລຽມ, ເດັກຍິງ ກຸກ-ອານ ທັງສອງ ໄດ້ກາຍເປັນ ສາວແລ້ວ
ດ້ວຍຄວາມສູງ 1,68 ແມັດ (ກຸກ)  ແລະ ຄວາມສູງ 1,65 ແມັດ (ອານ). ພາບ: ໜັງສືພິມ ຕ໊ວຍແຈ໊

 
ສຈ. ປອ ລຽມ ໄດ້ທຸ້ມເທຈິດໃຈເຫື່ອແຮງທັງໝົດ ຂອງ ຕົນ ໃນພາ ລະກິດ ປິ່ນປົວພະຍາດ ໃຫ້ແກ່ປະຊາຊົນ. ສຈ. ປອ ລຽມ ຍັງເປັນ ເຈົ້າ ຂອງ ກຸ່ມການຜ່າຕັດ ປ່ຽນຖ່າຍອະໄວຍະວະ ພາຍໃນ ແລະ ໄດ້ຮັບລາງວັນ ໂຮ່ຈີມິນ (ປີ 2005) ແລະ ກຸ່ມກິດຈະການ ຄົ້ນຄວ້າ ຜ່າຕັດ ເດັກຜ່ານທໍ່ ຊຶ່ງໄດ້ຮັບລາງວັນ “ຜູ້ເກັ່ງກ້າ ແຜ່ນດິນຫວຽດ” (ປີ 2012). ບັນດາກິດຈະການວິທະຍາສາດ ດັ່ງກ່າວ ໄດ້ເປີດທິດ ທາງໃໝ່ ໃນການຜ່າຕັດພາຍໃນ ຂອງ ການແພດຫວຽດນາມ ແລະ ຢືນຢັນຊື່ສຽງ ຂອງ ທ່ານໝໍ ຫວຽດນາມ ໃນຂະແໜງການ ປິ່ນປົວ ເດັກ ຂອງ ໂລກ.

ໃນທະວີບອາຊີ, ສຈ. ປອ ຫງວຽນແທງລຽມ ເປັນຜູ້ຜັນຂະຫຍາຍ ວິ ທີການຜ່າຕັດເດັກ ຜ່ານທໍ່ ດ້ວຍ 9 ວິທີເຕັກນິກຜ່າຕັດຜ່ານທໍ່ແບບ ໃໝ່, ປະກອບສ່ວນໃຫ້ ຜົນງານ ຂອງ ການແພດສາກົນ. ພິເສດ ໃນ ຂົງເຂດ ຜ່າຕັດກ້ອນເບົ້າ ຖົງບີ, ທ່ານໄດ້ມີ 56 ກິດຈະການຄົ້ນຄວ້າ ແລະ ຜ່າຕັດ ໃຫ້ແກ່ ຄົນເຈັບກວ່າ 500 ຄົນ, ຜ່າຕັດ ຜ່ານທໍ່ປິ່ນປົວ ໄສ້ເລື່ອນ ໃຫ້ແກ່ຄົນຈັບກວ່າ 300 ຄົນ. ສຈ ຫງວຽນແທງລຽມ ເປັນຜູ້ ໄດ້ຮັບຄຳເຊີນ ຂຽນພາກ ກ້ອນເບົ້າ ຖົງບີ ໃຫ້ປຶ້ມແບບຮຽນ ປິ່ນປົວເດັກ ສຳລັບ ທ່ານໝໍ ຂອງ ອັງກິດ ແລະ ສ ອາເມລິກາ. ຕໍ່ກໍ ລະນີຜ່າຕັດ ປ່ຽນຖ່າຍໄຂກະດູກ, ມ້າມຊຸດໂຊມ ແລະ ເມັດເລືອດແດງລະລາຍ, ທ່ານ ຍັງເປັນຜູ້ນຳໜ້າ ໃນການ ໝູນໃຊ້ ການປ່ຽນ ຖ່າຍຈຸລັງເຄົ້າ ເຂົ້າໃນການຄົ້ນຄວ້າ ທີ່ໂຮງ ໝໍ ເດັກ ສູນກາງ ອີກ ດ້ວຍ.

ປີ 2018, ສປ. ປອ ຫງວຽນແທງລຽມ ເປັນທ່ານໝໍຜູ້ທຳອິດ ແລະ ໜຶ່ງດຽວ ຂອງ ຫວຽດນາມ ໄດ້ຮັບລາງວັນ ອັນຊົງກຽດ Nikkei ອາ ຊີ ວ່າດ້ວຍ ວິທະຍາສາດ-ເຕັກໂນໂລຊີ ຈາກການ ປະກອບສ່ວນ ໃນຂົງເຂດ ຜ່າຕັດເດັກຜ່ານທໍ່ ແລະ ຜ່າຕັດປ່ຽນຖ່າຍ ຈຸລັງເຄົ້າ.


ສຈ. ປອ ຫງວຽນແທງລຽມ ໄດ້ມີ 200 ກິດຈະການ ຄົ້ນຄວ້າທາງ ການແພດ, 44 ກິດຈະການ ໄດ້ພິມຈຳໜ່າຍ ໃນບັນດາ ວາລະສານ ດ້ານການແພດ ທີ່ຊົງອິດທິພົນ ຂອງ ສ ອາເມລິກາ ແລະ ບັນດາປະ ເທດ ເອີຣົບ. ທ່ານຍັງເປັນ ຜູ້ຮ່ວມຂຽນ ປຶ້ມແບບຮຽນ ສອງສະບັບ ວ່າດ້ວຍການຜ່າຕັດເດັກ ຊຶ່ງໄດ້ ຮັບການພິມຈຳໜ່າຍ ຢູ່ ສ ອາເມ ລິກາ, ລາຊະອານາຈັກ ອັງກິດ ແລະ 4 ສະບັບ ວ່າດ້ວຍການຜ່າ ຕັດເດັກ ຊຶ່ງໄດ້ຮັບການ ພິມຈຳໜ່າຍຢູ່ ຫວຽດນາມ. 

ປ່ຽນຖ່າຍຈຸລັງເຄົ້າ ສ້າງເມັດເລືອດ-ກິດຈະການໃຫຍ່ຂອງການແພດ ຫວຽດນາມ

ການປ່ຽນຖ່າຍຈຸລັງເຄົ້າ ສ້າງເມັດເລືອດ ເປັນງານທາງວິທະຍາ ສາດ ທີ່ ສຈ. ປອ ຫງວຽນແທງລຽມ ໄດ້ໄຝ່ຝັນ ປະຕິບັດ ມາເປັນເວລາ ຫຼາຍປີ, ໃນຂະນະທີ່ເພິ່ນເປັນຜູ້ອຳນວຍການ ໂຮງໝໍເດັກ ສູນກາງ. ໃນຂະນະນັ້ນ ເພິ່ນເປັນຜູ້ທຳອິດ ຂອງ ຫວຽດນາມ ປະຕິ ບັດ ປະສົບຜົນສຳເລັດ ການຜ່າຕັດປ່ຽນຖ່າຍ ຈຸລັງເຄົ້າ ປິ່ນປົວພະ ຍາດ ກ່ຽວກັບປອດຢູ່ເດັກແດງ ແລະ ອາການ ຖ່າຍໜັກຍາກຢູ່ ເດັກ ຖືກ ເຫຍື່ອຫຸ້ມສະໝອງ ມັນກະດູກ ເຄື່ອນ. ນອກຈາກ ນັ້ນ, ທ່ານ ແລະ ເພື່ອນຮ່ວມງານ ກໍດຳເນີນ ປະຕິບັດ ຫຼາຍກໍລະນີ ຜ່າ ຕັດປ່ຽນຖ່າຍຈຸລັງເຄົ້າ ປິ່ນປົວພະຍາດ ອື່ນໆ ຈຳນວນ ໜຶ່ງກ່ຽວກັບລະບົບກະດູກ, ພະຍາດບີລີບ ມາແຕ່ກຳເນີດ, ຂໍ້ກະດູກ ຫົວເຂົ່າເສື່ອມ, ຕັບແຂງ ຢູ່ເດັກນ້ອຍ...

ຫຼັງຈາກເຊົາຕຳແໜ່ງເປັນຜູ້ຄຸ້ມຄອງ ຢູ່ ໂຮງໝໍເດັກສູນກາງ ໃນປີ 2012, ທ່ານ ສຈ. ປອ ລຽມ ກ່າວວ່າ ນີ້ແມ່ນໄລຍະເວລາ “ສຸກງອມ” ໃນການຄົ້ນຄວ້າວິທະຍາສາດ. ຈາກໃຈ ແລະ ປະສົບການ ຂອງຕົນ, ທ່ານໄດ້ ສືບຕໍ່ປະກອບສ່ວນໃຫ້ ຂະແໜງ ການແພດ ຫວຽດນາມ, ພິເສດແມ່ນນຳ ກິດຈະການ “ປ່ຽນຖ່າຍຈຸ ລັງເຄົ້າ ສ້າງເມັດເລືອດ” ໝູນໃຊ້ປິ່ນປົວໃຫ້ຄົນເຈັບ ໃນຕົວຈິງ. ຮັບຄຳເຊີນ ເປັນຜູ້ ອຳນວຍການໂຮງໝໍ VINMEC, ເພິ່ນໄດ້ຫັນການປະຕິບັດ ບັນ ດາ ກິດຈະການ ວິທະຍາສາດນີ້ ເປັນຕົວຈິງ, ສ້າງທິດທາງປິ່ນປົວ ດີທີສຸດ ໃຫ້ແກ່ເດັກຊືມເສົ້າ, ເປັນລ່ອຍມັນສະໝອງ. ປະຈຸບັນ, ໃນຖານະຕຳແໜ່ງເປັນ ຫົວໜ້າສະຖາບັນ ຄົ້ນຄວ້າຈຸລັງເຄົ້າ ແລະ ເຕັກໂນໂລຊີ ແຊນ VINMEC, ທ່ານ ຍັງຄົງຕັ້ງໃຈ ພ້ອມກັບເພື່ອນຮ່ວມງານ ໃຫ້ການຄົ້ນຄວ້າວິທະຍາສາດ ທັງປິ່ນປົວໃຫ້ ແກ່ຄົນເຈັບອີກດ້ວຍ.



ສຈ. ປອ ຫງວຽນແທງລຽມ, ຜູ້ມີການອຸທິດ ຢ່າງຫຼວງຫຼາຍໃຫ້ແກ່ ພື້ນຖານການແພດຂອງ ຫວຽດນາມ ໃນຂົງເຂດຜ່າຕັດເດັກ, ເດືອນ ມັງກອນ 2020. ພາບ: ຫວຽດເກື່ອງ


ສຈ. ປອ ຫງວຽນແທງລຽມ ລາຍງານຜົນງານທາງວິທະຍາສາດ ກ່ຽວກັບການປ່ຽນຖ່າຍຈຸລັງເຄົ້າ ສ້າງເມັດເລືອດ ໃນງານສຳມະນາ ສາກົນ ຊຶ່ງໄດ້ຈັດຂຶ້ນ ຢູ່ ຫວຽດນາມ. ພາບ: ເອກະສານ


ສຈ. ປອ ຫງວຽນແທງລຽມ ໄດ້ຮັບລາງວັນ Nikkei (ປີ 2018) ຍ້ອນໄດ້ອຸທິດ ໃນຂົງເຂດຜ່າຕັດເດັກຜ່ານທໍ່ ແລະ ປ່ຽນຖ່າຍ ຈຸລັງເຄົ້າ
ປະກອບສ່ວນເຮັດໃຫ້ຊີວິດຂອງປະຊາຊົນ ອາຊີ ມີການປ່ຽນ ແປງ. ພາບ: ເອກະສານ



ໃນງານສຳມະນາສາກົນ, ສຈ. ປອ ຫງວຽນແທງລຽມ ໄດ້ແບ່ງປັນ ພ້ອມກັບບັນດາເພື່ອນຮ່ວມງານ ທ່ີເປັນທ່ານໝໍ, ຜູ້ຊ່ຽວຊານດ້ານແພດສາດ
ແລະ ຜູ້ທ່ີສົນໃຈ ໃນການຮ່ວມມື ກັບຂະແໜງການແພດ ຫວຽດນາມ.  ພາບ: ເອກະສານ



ສຈ. ປອ ຫງວຽນແທງລຽມ ຕິດຕາມກຳມະຈອນ ໃຫ້ຄົນເຈັບລາຍໜຶ່ງ ທີ່ຫາກໍ ຜ່ານການຜ່າຕັດ ປ່ຽນຖ່າຍຈຸລັງເຄົ້າ ຢູ່ໂຮງໝໍ VINMEC. ພາບ: ຫວຽດເກື່ອງ


ສຈ. ປອ ຫງວຽນແທງລຽມ ທໍາການຜ່າຕັດ ເດັກ ໃສ້ເລື່ອນ ທັນທີຫຼັງເກີດ. ພາບ: ເອກະສານ


ຮອຍຍິ້ມ ແລະ ຄວາມເອົາໃຈໃສ່ເບິ່ງແຍງດູແລ ຜູ້ປ່ວຍ ຂອງສຈ. ປອ ຫງວຽນແທງລຽມ ເມື່ອຢ້ຽມຢາມຖາມຂ່າວ ສຸຂະພາບ ຄົນເຈັບຄົນໜຶ່ງ
ທີ່ຫາກໍຜ່ານ ເປັນລົມອຳມະພາດ. ພາບ: ຫວຽດເກື່ອງ



ສຳລັບກໍລະນີຜ່າຕັດຍາກ, ສຈ. ປອ ຫງວຽນແທງລຽມ ໄດ້ ອຳນວຍຄວາມສະດວກ ໃຫ້ ບັນດາທ່ານໝໍໜຸ່ມ ເຂດນອກ ໄດ້ເຂົ້າຮ່ວມ ເພື່ອຍົກສູງຄວາມສາມາດ. ພາບ: ເອກະສານ


ສຈ. ປອ ຫງວຽນແທງລຽມ ສະແດງຄວາມຍິນດີ ກັບ ຜູ້ເປັນພໍ່ທີ່ລູກ ໄດ້ປ່ຽນຖ່າຍຈຸລັງເຄົ້າ ເພື່ອການປິ່ນປົວພະຍາດປອດ ລາຍທຳອິດ ຢູ່ ຫວຽດນາມ. ພາບ: ເອກະສານ

ຫຼັງຈາກການປິ່ນປົວ, ເດັກນ້ອຍຫຼາຍຄົນ ທ່ີເປັນອຳມະພາດ ດ້ານສະໝອງ ໄດ້ມີການປັບປຸງ ລະບົບການເຄື່ອນເໜັງ ແລະ ພັດທະ ນາ ດ້ານພູມປັນຍາ ໄດ້ດີຂຶ້ນ, ເຮັດໃຫ້ຊີວິດຂອງ ຄົນເຈັບເດັກ ມີການປ່ຽນແປງດີຍິ່ງຂຶ້ນ. ຈາກເຕັກໂນໂລຊີ ປ່ຽນຖ່າຍ ຈຸລັງເຄົ້າ ສຈ. ປອ ລຽມ ໄດ້ເປີດກວ້າງການຄົ້ນຄວ້າ ໄປເຖິງ ການປິ່ນປົວພະ ຍາດ ຊືມເສົ້າ, ພະຍາດບີລີບ ມາແຕ່ກຳເນີດ, ເຫຍື່ອຫຸ້ມສະໝອງອັກເສບ ເດັກ; ພະຍາດຕັບແຂງ ແລະ ຂໍ້ກະດູກເສື່ອມ ຢູ່ຜູ້ໃຫຍ່.

ດ້ວຍຜົນສຳເລັດເບື້ອງຕົ້ນທີ່ບັນລຸໄດ້ ໃນການປ່ຽນຖ່າຍຈຸລັງເຄົ້າ ເພື່ອການປິ່ນປົວສະໝອງພິການ, ສຈ. ປອ ຫງວຽນແທງລຽມ ແລະ ບັນດາເພື່ອນຮ່ວມງາມ ຢູ່ໂຮງໝໍ VINMEC ມີຄວາມປາດຖະໜາ ສາມາດເປີດທິດທາງ ການຮັກສາທ່ີດີທ່ີສຸດ ສໍາລັບພະຍາດ ທີ່ກໍ່ໃຫ້ ເກີດການພິການ ສູງສຸດ ໃຫ້ແກ່ເດັກນ້ອຍ ໃນປັດຈຸບັນ ແລະ ນຳ VINMEC ມຸ່ງສູ່ ການກາຍເປັນ ສູນໝູນໃຊ້ຈຸລັງເຄົ້າ ທັນສະໄໝທີ່ສຸດ ຢູ່ອາຊີ ຕາເວັນອອກ ໂດຍໄວ.


ສຈ. ປອ ຫງວຽນແທງລຽມ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ໃນສະໄໝປ່ຽນແປງໃໝ່. ທ່ານ ເຄີຍດຳລົງຕຳແໜ່ງ ເປັນປະທານ ສະມາຄົມ ເດັກ ຫວຽດນາມ (VAPS), ຮອງປະທານ ສະມາຄົມ ເດັກ ອາຊີ (AAPS), ສະມາຊິກ, ປະທານຮ່ວມຄະນະກຳມະການ ຄົ້ນຄວ້າ ສະມາຄົມ ຜ່າຕັດເດັກ ຜ່ານທໍ່ ສາກົນ (IPEG).

ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ VNP

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top