• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ວົງດົນຕີນັກຮຽນ ຫວໍແທ່ງຈາງ

ເມື່ອວັນທີ 25 ທັນວາ 2001, ໃນພິທີ ເຄົາລົບທຸງຊາດຕົ້ນ ອາ ທິດ ຢູ່ເດີ່ນໂຮງຮຽນ ມັດທະຍົມຕອນຕົ້ນ ຫວໍແທ່ງຈາງ ເມືອງ ເຕິນຝູ, ນະຄອນ ໂຮ່ຈີມິນ ໄດ້ຈັດການສະແດງ ບັນເລງເພງ ຊາດ ຂອງ ວົງດົນຕີ ຊຶ່ງຫາກໍ່ໄດ້ຮັບການສ້າງ ຕັ້ງຂຶ້ນ ເຮັດໃຫ້ ບັນດາຄູອາຈານ ແລະ ເພື່ອນໆ ນັກຮຽນຮູ້ສຶກ ປະທັບໃຈເປັນ ຢ່າງຍິ່ງ. ຕັ້ງແຕ່ນັ້ນມາ, ວົງດົນຕີນັກຮຽນ ຂອງ ໂຮງຮຽນ ຫວໍ ແທ່ງຈາງ ໄດ້ຮັບການພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ, ໄດ້ເຂົ້າ ຮ່ວມການສະແດງ ຢູ່ພາຍໃນ ແລະ ສາກົນ ເຖິງ 1450 ຄັ້ງ.
ອາຈານ ຫງວຽນມິງຮວ່າງ, ຜູ້ສ້າງຕັ້ງວົງດົນຕີນັກຮຽນຂອງ ໂຮງ ຮຽນ ຫວໍແທ່ງຈາງ ໃຫ້ຮູ້ວ່າ: “ເມື່ອໄດ້ເບິ່ງການສະແດງ ຂອງ ວົງດົນຕີ ຕຳຫຼວດ ຫຼື ວົງດົນຕີ ເຍົາວະຊົນ ຕ່າງປະເທດ, ຂ້າພະ ເຈົ້າຮູ້ສຶກປະທັບໃຈ ແລະ ຢາກສ້າງຕັ້ງ ວົງດົນຕີໜຶ່ງເພື່ອ ຮັບ ໃຊ້ໃຫ້ແກ່ບັນດາງານບຸນ ຂອງໂຮງຮຽນ”. ວົງດົນຕີນັກຮຽນ ທີ່ ອາຈານຫງວຽນມິງຮວ່າງ ສ້າງຕັ້ງ ໃນເບື້ອງຕົ້ນມີນັກຮຽນພຽງ 15 ຄົນ ພ້ອມກັບເຄື່ອງດົນຕີ 2 ປະເພດໄດ້ແກ່ ຕຣຳແປ໋ສ ແລະ ກອງ ຊຶ່ງອາຈານຢືມມາຈາກສູນເຍົາວະຊົນ ຂອງ ເມືອງ ເພື່ອ ໃຫ້ພວກນ້ອງຝຶກຊ້ອມ.

ໄດ້ຮັບການຊ່ວຍເຫຼືອຈາກທາງໂຮງຮຽນ ແລະ ສະມາຄົມ ພໍ່ແມ່ ນັກຮຽນ ດ້ານງົບປະມານ, ເຄື່ອງແບບ ໃນການຝຶກ ຊ້ອມ ເຮັດ ໃຫ້ ວົງດົນຕີ ນັບມື້ໄດ້ຮັບການພັດທະນາຂຶ້ນ. ບັນດາ ສະມາຊິກ ພາຍໃນວົງດົນຕີ ບໍ່ພຽງແຕ່ເຂົ້າຮ່ວມເຄື່ອນໄຫວຢ່າງ ຫ້າວຫັນ ເທົ່ານັ້ນ, ຜົນການຮຽນ ຂອງ ພວກນ້ອງ ຍັງດີອີກດ້ວຍ, ສິ່ງດັ່ງ ກ່າວ ໄດ້ເຮັດໃຫ້ຜູ້ປົກຄອງຮູ້ສຶກສະບາຍໃຈ ແລະ ສະໜັບ ສະ ໜູນລູກຫຼານ ຂອງ ຕົນ ໃຫ້ເຂົ້າຮ່ວມ. ປະຈຸບັນ, ວົງດົນຕີ ໂຮງ ຮຽນ ຫວໍແທ່ງຈາງ ມີສະມາຊິກ ປະມານ 100 ຄົນ ເຄື່ອນ ໄຫວ ເປັນປະຈຳ. ຕະຫຼອດ ເວລາ 15 ປີ ຜ່ານມາ, ບັນດາ ລຸ້ນຕໍ່ລຸ້ນ ນັກຮຽນ ໄດ້ປ່ຽນກັນສ້າງ ວົງດົນຕີຫວໍແທ່ງຈາງ ໃຫ້ພັດທະນາ ຂຶ້ນ ຢ່າງຕໍ່ເນື່ອງ. 

ວົງດົນຕີໂຮງຮຽນ ຫວໍແທ່ງຈາງ ໄດ້ຮັບການສ້າງຕັ້ງ ໃນວັນທີ 25 ທັນວາ 2001. ພາບ: ຫງວຽນລວນ


ໃນເບື້ອງຕົ້ນ, ວົງດົນຕີຫວໍແທ່ງຈາງ  ພຽງແຕ່ສະແດງຮັບໃຊ້
ພິທີເຄົາລົບທຸງຊາດ ຂອງ ໂຮງຮຽນ. ພາບ: ຫງວຽນລວນ



ສະມາຊິກຍິງ ຄົນໜຶ່ງ ນຳໃຊ້ກອງຊຸດ 5 ໜ່ວຍ. ພາບ: ຫງວຽນລວນ


ວົງດົນຕີ ໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນຢ່າງຫຼວງຫຼາຍ. ພາບ: ຫງວຽນລວນ


ສະມາຊິກ ກຳລັງຝຶກຊ້ອມ  ຕຣຳແປ໋ສ. ພາບ: ຫງວຽນລວນ


ບັນດາລຸ້ນຕໍ່ລຸ້ນ ນັກຮຽນ ຂອງ ໂຮງຮຽນ ໄດ້ຜັດປ່ຽນກັນ ພັດ ທະນາ ວົງດົນຕີ. ພາບ: ຫງວຽນລວນ


ປະຈຸບັນ, ວົງດົນຕີ ຫວໍແທ່ງຈາງ ໄດ້ນຳໃຊ້ເຄື່ອງເສບເຖິງ 88 ປະເພດຄື: trumpet,
corner,
saxophones,trombones…     ພາບ: ຫງວຽນລວນ



ວົງດົນຕີຫວໍແທ່ງຈາງ ດຶງດູດສະມາຊິກຍິງຫຼາຍຄົນມາຝຶກຊ້ອມ. ພາບ: ຫງວຽນລວນ


ເພື່ອຮັບໃຊ້ການຝຶກຊ້ອມ ແລະ ສະແດງ,​ ມີເຄື່ອງດົນຕີ ຫຼາຍ ປະເພດ ທີ່ວົງດົນຕີຫວໍແທ່ງຈາງ  
ຕ້ອງສັ່ງຊື້ຈາກຕ່າງ ປະເທດ. ພາບ: ຫງວຽນລວນ



ການປະສານສົມທົບລະຫວ່າງເຄື່ອງດົນຕີຫຼາຍປະເພດເຮັດ
ໃຫ້ການສະແດງມີຊີວິດຊີວາຍິ່ງ ຂຶ້ນ. ພາບ: ຫງວຽນລວນ



ບັນດາສະມາຊິກຂອງວົງດົນຕີ ກຳລັງຝຶກຊ້ອມຈັງຫວະ ການ ຕີກອງ. ພາບ: ຫງວຽນລວນ


ພາຍຫຼັງຊົ່ວໂມງຮຽນ, ການເຄື່ອນໄຫວ, ຫຼິ້ນຕຣຳແປ໋ສ ແລະ ຕີກອງ ຊ່ວຍເຮັດໃຫ້ພວກນ້ອງນັກຮຽນ
ຜ່ອນຄວາມອິດເມື່ອຍ. ພາບ: ຫງວຽນລວນ



ບັນດາສະມາຊິກໃນວົງ ກຳລັງຝຶກຊ້ອມເພື່ອກະກຽມໃຫ້ການ ສະແດງໃນຄັ້ງຕໍ່ໄປ. ພາບ: ຫງວຽນລວນ


ນອກຈາກຝຶກຫຼິ້ນດົນຕີ ແລ້ວ, ພວກນ້ອງນັກຮຽນ ຍັງສ້າງ ຄວາມລື້ງເຄີຍ,
ມ່ວນຊື່ນ ພາຍຫຼັງ ການຮຽນທີ່ ເຄັ່ງຕຶງ. ພາບ: ຫງວຽນລວນ



ວົງດົນຕີ ໄດ້ປະສານສົມທົບການເຄື່ອນໄຫວຂອງຮ່າງກາຍ,
ຊ່ວຍເຮັດໃຫ້ການສະແດງມີຊີວິດຊີວາ, ແປກໃໝ່ ຍິ່ງຂຶ້ນ. ພາບ: ຫງວຽນລວນ

 

ເບື້ອງຕົ້ນ, ວົງດົນຕີ ພຽງແຕ່ຮັບໃຊ້ໃນ ພິທີເຄົາລົບທຸງຊາດ, ພິທີ ເປີດສົກຮຽນໃໝ່ ແລະ ງານບຸນຕ່າງໆ ຂອງໂຮງຮຽນເທ່ົາ ນັ້ນ. ມີຄັ້ງໜຶ່ງ ແຂກທີ່ມາເຂົ້າຮ່ວມພິທີໄຂສົກຮຽນໃໝ່ ຂອງ ໂຮງ ຮຽນ, ພາຍຫຼັງໄດ້ຊົມການສະແດງ ຂອງ ວົງດົນຕີ ທ່ີປະທັບໃຈ, ຈິ່ງໄດ້ເຊີນໄປສະແດງ. ຈາກນັ້ນ ວົງດົນຕີ ກໍຖືກເຊີນໄປສະແດງ ຢູ່ ຫຼາຍບ່ອນ ໃນທົ່ວປະເທດ. ປີ 2008, 2009, ວົງດົນຕີ ໂຮງ ຮຽນ ຫວໍແທ່ງຈາງ ໄດ້ຖືກເຊີນໄປສະແດງ ຢູ່ປະເທດ ກຳປູເຈຍ ຕາມແຜນການ ສົ່ງເສີມການຄ້າລະຫວ່າງ ນະຄອນ ໂຮ່ຈີມິນ ແລະ ກຳປູເຈຍ.

ວົງດົນຕີໂຮງຮຽນ ຫວໍແທ່ງຈາງ ສ່ວນຫຼາຍສະແດງ ຮັບໃຊ້ດຳ ເນີນພິທີ,​ ດົນຕີ ສຳລັບເດັກ, ດົນຕີປະຕິວັດ ທີ່ຄຶກຄື້ນມ່ວນຊື່ນ ເໝາະກັບທຸກໄວ. ຫວ່າງແລ້ວນີ້ ຍ້ອນເຂົ້າຮ່ວມການສະແດງ ກັບບັນດາປະເທດ, ຈິ່ງມີລາຍສະແດງ ດົນຕີຢູ່ຕາມທ້ອງຖະໜົນ ຊຶ່ງມີຊາວຕ່າງປະເທດ ທ່ຽວຊົມ, ສະນັ້ນ ເຂົາເຈົ້າຈຶ່ງຝຶກຊ້ອມ ດົນຕີສາກົນ ທີ່ມີຊື່ສຽງຈຳນວນໜຶ່ງ. ປະຈຸບັນ ວົງດົນຕີໂຮງຮຽນ ຫວໍແທ່ງຈາງ ໄດ້ນຳໃຊ້ ເຄື່ອງເສບ 88 ປະເພດຄື: trumpet, corner, saxophones, trombones, baritones, flute, symbal, tamborines, triango, drum… ເຂົາເຈົ້າຍັງໄດ້ອອກແບບຊຸດ ສະແດງ, ແບບແຜນການສະແດງ, ການສະແດງດົນຕີ ປະສານ ສົມທົບກັບການເຄື່ອນ ໄຫວຮ່າງກາຍ, ຊ່ວຍເຮັດໃຫ້ ການສະ ແດງມີຊີວິດຊີວາ, ຈັບໃຈກວ່າ. 


ວົງດົນຕີ ຫວໍແທ່ງຈາງ ໄດ້ອອກແບບຊຸດສະແດງ ພ້ອມ ກັບການ
ສະແດງ ທີ່ເປັນມືອາຊີບ ດຶງດູດໃຈຜູ້ຊົມ. ພາບ: ເອກະສານ



ວົງດົນຕີ ຫວໍແທ່ງຈາງ ຈັດການສະແດງ ຢູ່ເດີ່ນໂຮງຮຽນ. ພາບ: ເອກະສານ


ວົງດົນຕີຫວໍແທ່ງຈາງ ສະແດງຮັບໃຊ້ມະຫາຊົນ ແລະ ນັກທ່ອງທ່ຽວຢູ່ຕໍ່ໜ້າໂຮງມະໂຫລະສົບ
ນະຄອນ ໂຮ່ຈີມິນ. ພາບ: ເອກະສານ



ປຶ້ມບັນທຶກສະຖິຕິ ອາຊີ ໄດ້ຮັບຮອງໃຫ້ ວົງດົນຕີ ຫວໍແທ່ງຈາງ ເປັນວົງດົນຕີ ເຍົາວະຊົນ ເຂົ້າຮ່ວມການສະແດງ
ຫຼາຍທີ່ສຸດຢູ່ ອິນດູຈີນ ເຖິງ 1450 ຄັ້ງ ນັບແຕ່ສ້າງຕັ້ງເຖິງ ປີ 2016. 
ພາບ: ເອກະສານ

ພາຍຫຼັງຊົ່ວໂມງຮຽນ, ບັນດາສະມາຊິກໄດ້ນັດກັນ ເພື່ອຮຽນຕີກອງ, ຕີຈັງຫວະ, ການຫາຍໃຈ… ພາຍໃຕ້ການແນະນຳ ຂອງ ອາຈານ ຮວ່າງ. ນ້ອງ ຖາຍແທງ ເງິນ,​ ສະມາຊິກຂອງວົງດົນຕີ ໃຫ້ຮູ້ວ່າ: “ນ້ອງເຂົ້າຮ່ວມວົງດົນຕີ ແຕ່ຕອນຮຽນມັດທະຍົມຕົ້ນ, ຮັບຜິດຊອບຫຼິ້ນ trumpet. ນອກຈາກຮຽນດົນຕີ, ນ້ອງຍັງໄດ້ ລື້ນເລິງ, ສ້າງຄວາມລື້ງເຄີຍກັບໝູ່ຄູ່, ສິ່ງດັ່ງກ່າວເຮັດໃຫ້ ນ້ອງ ຜ່ອນ ຄາຍຄວາມອິດເມື່ອຍ, ສະບາຍໃຈ ພາຍຫຼັງການຮຽນ ທີ່ເຄັ່ງ ຕຶງ”.

 

ວົງດົນຕີໂຮງຮຽນ ຫວໍແທ່ງຈາງ ຖືກບັນທຶກໃນປຶ້ມສະຖິຕິ ຂອງ ຫວຽດນາມ ຮັບຮອງເປັນວົງດົນຕີເຍົາວະຊົນ ທີ່ມີການສະ ແດງ ຫຼາຍທີ່ສຸດຢູ່ ຫວຽດນາມ ເຖິງ 938 ຄັ້ງ ໃນປີ 2008; ປຶ້ມ ບັນ ທຶກສະຖິຕິ ອາຊີ ຮັບຮອງເປັນວົງດົນຕີ ເຍົາວະຊົນ ເຂົ້າຮ່ວມ ການສະແດງຫຼາຍທີ່ສຸດຢູ່ ອິນດູຈີນ ເຖິງ 1450 ຄັ້ງ ໃນປີ 2016 ; ວົງດົນຕີຍາດໄດ້ລາງວັນ ພິເສດ 8 ປີ ຊ້ອນ ຊຶ່ງນະຄອນ ໂຮ່ຈີ ມິນ ເປັນຜູ້ຈັດ ນັບແຕ່ ປີ 2009-2016. 


ໂດຍ: ເຊີນເງ້ຍ - ພາບ: ຫງວຽນລວນ ແລະ ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top