• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຍີ່ປຸ່ນ ກວ່າ 4.300 ແຫ່ງ ພວມລົງທຶນຢູ່ ຫວຽດນາມ

ໃນຂອບເຂດລາຍການພົບປະແລກປ່ຽນວັດທະນະທໍາການຄ້າລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5, ວັນທີ 30 ພະຈິກ, ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ພ້ອມດ້ວຍອົງການສົ່ງເສີມການຄ້າ ຍີ່ປຸ່ນ ປະຈໍາ ນະຄອນໂຮ່ຈີມິນ ໄດ້ສົມທົບກັບ ສະໂມສອນບັນດາສູນສົ່ງເສີມການລົງທຶນ ແລະ ທ່ອງທ່ຽວ 13 ແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຈັດຕັ້ງ ເວທີປາໄສຮ່ວມມືດໍາເນີນທຸລະກິດ ແມ່ຂອງ - ຍີ່ປຸ່ນ.

ເວທີປາໄສຮ່ວມມືດໍາເນີນທຸລະກິດ ແມ່ຂອງ - ຍີ່ປຸ່ນ (ພາບ: VOV) 

ນະທີ່ນີ້, ທ່ານ ເລກວາງແມ້ງ ປະທານຄະນະກໍາມະການປະຊາຊົນນະຄອນ ເກິ່ນເທີ ໃຫ້ຮູ້ວ່າ: ຍີ່ປຸ່ນ ຍາມໃດກໍແມ່ນນັກລົງທຶນນໍາໜ້າຂອງຫວຽດນາມ, ປັດຈຸບັນຈໍານວນໂຄງການທີ່ພວມລົງທຶນຢູ່ຫວຽດນາມ ແມ່ນຫຼາຍກວ່າ 4.300 ໂຄງການ ດ້ວຍຈໍານວນທຶນຈົດທະບຽນແມ່ນກວ່າ 59 ຕື້ USD, ໃນນັ້ນມີຫຼາຍໂຄງການສໍາຄັນ. ເຖິງຢ່າງໃດກໍຕາມ, ຂອບຂະໜາດການລົງທຶນຂອງບັນດາວິສາຫະກິດ ຍີ່ປຸ່ນ ຢູ່ເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ  ແລະ ເກິ່ນເທີ ແມ່ນຍັງຕໍ່າ ເມື່ອທຽບໃສ່ທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບຂອງເຂດ. ດັ່ງນັ້ນ, ພວກເຮົາຕ້ອງມີການປ່ຽນແປງໃໝ່ເພື່ອດຶງດູດນັກລົງທຶນຍີ່ປຸ່ນໃຫ້ຫຼາຍກວ່າອີກ.

        “ພວກຂ້າພະເຈົ້າຈະສ້າງຕັ້ງຫ້ອງການ ເພື່ອສະໜອງຂໍ້ມູນຂ່າວສານທັງໝົດ ແລະ ເປັນຂົວຕໍ່ໃຫ້ກັບບັນດານັກລົງທຶນຍີ່ປຸ່ນ, ພ້ອມກັນນັ້ນ ກໍຮັບເອົາບັນດາຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ ແລະ ການຊອກຮູ້ຂໍ້ມູນຂອງບັນດານັກລົງທຶນຍີ່ປຸ່ນ ເມື່ອຢາກທີ່ເຂົ້າມາລົງທຶນຢູ່ນະຄອນເກິ່ນເທີ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍໄດ້ສ້າງເຂດອຸດສາຫະກໍາສະເພາະໃຫ້ແກ່ ຍີ່ປຸ່ນ ຢູ່ ຮຶງຝູ ດ້ວຍເນື້ອທີ່ກວ້າງ 124 ແຮັກຕາ”.

        ທ່ານ ຫວູຕ໋ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ໃຫ້ຮູ້ວ່າ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີດັດຊະນີ PCI ສູງທີ່ສຸດໃນທົ່ວປະເທດ. ລູກກຸນແຈຂອງການພັດທະນາ ແມ່ນ ເພີ່ມທະວີໃນການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ. ທ່ານກ່າວວ່າ:

        “ຍຸດທະສາດພັດທະນາຂອງພວກເຮົາສໍາລັບ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນມຸ່ງໄປເຖິງພື້ນຖານເສດຖະກິດອັດສະລິຍະ ແລະ ເປັນມິດກັບສິ່ງແວດລ້ອມ, ຮັບປະກັນການພັດທະນາແບບຍືນຍົງນັ້ນ ບັນດາເຕັກໂນໂລຢີ, ຮູບແບບການດໍາເນີນທຸລະກິດ, ແບບວິທີການດໍາເນີນທຸລະກິດຂອງ ຍີ່ປຸ່ນ ແມ່ນເໝາະສົມທີ່ສຸດ. ຂ້າພະເຈົ້າຄິດວ່າ ໃນຍຸດທະສາດຮ່ວມມືລະຫວ່າງຍີ່ປຸ່ນ ກັບ ຫວຽດນາມ ນັ້ນ, ທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນມີທີ່ຕັ້ງສໍາຄັນແຖວໜ້າ”.

 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top