• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງວັດຖຸເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”

      ວັນທີ 23 ກໍລະກົດ, ທີ່ເມືອງ ແບກທົງ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ບັກກ້ານ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ແບກທົງ ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”.

ວາງສະແດງວັດຖຸເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ
ແລະ ນິຕິທຳ” (ພາບ: nhandan.com.vn)
      ງານວາງສະແດງມີວັດຖຸເອກະສານອັນລ້ຳຄ່າ 130 ຢ່າງລວມມີ: ເອກະສານເກົ່າທີ່ກ່ຽວຂ້ອງເຖິງສະໄໝບຸກເບີກພື້ນທີ່, ກຳນົດຢັ້ງຢືນ, ປະຕິບັດອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ເອກະສານໂດຍບັນດາລາດຊະວົງໃນສະໄໝສັກດີນາ ຫວຽດນາມ ປະກາດໃຊ້ແຕ່ສະຕະວັດທີ 17 ຮອດຕົ້ນສະຕະວັດທີ 20; ຊຸດແຜນທີ່ເກົ່າໂດຍ ຫວຽດນາມ, ຝ່າຍຕາເວັນຕົກ ແລະ ຈີນ ພິມຈຳໜ່າຍທີ່ກ່ຽວຂ້ອງເຖິງອຳນາດອະທິປະໄຕເຂດໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ. ງານວາງສະແດງຈະແກ່ຍາວຮອດວັດທີ 25 ກໍລະກົດ 2018 ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top