• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ວັນບຸນແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ-ລາວ

ກ່ອນໜ້ານີ້ 55 ປີ, ພາຍຫຼັງເຊັນສົນທິສັນຍາ ເຊີແນວ ກ່ຽວກັບ ລາວ, ຫວຽດນາມ ແລະ ລາວ ໄດ້ພ້ອມກັນຕົກລົງສ້າງຕັ້ງ ສາຍ ພົວພັນການທູດ ນຳກັນ ເມື່ອວັນທີ 5 ກັນຍາ 1962, ເປັນການ ເປີດສັກກະລາດໃໝ່ ໃນການປັບປຸງ ແລະ ພັດທະນາຄວາມ ສຳພັນ ລະຫວ່າງ ສອງປະເທດ. ຫວ່າງແລ້ວນີ້, ງານພົບປະສັງສັນວັດທະນະທຳ, ກິລາ ແລະ ທ່ອງທ່ຽວຕາມເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ປີ 2017 ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບແຂວງ ເຊີນລາ ເປັນເຈົ້າພາບຮ່ວມ ເພື່ອສະແດງໃຫ້ເຫັນເຖິງການພົວພັນທີ່ບໍລິສຸດຜຸດຜ່ອງ, ສະເໝີຕົ້ນສະເໝີປາຍ ຕະຫຼອດໄລຍະ 55 ປີ ຜ່ານມາ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ.
ຕອນເຊົ້າວັນທີ 18 ກໍລະກົດ 2017, ທີ່ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມ ປະເທດຊາດ ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນການທູດ (05/9/1962- 05/9/2017) ແລະ 40 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ (18/7/1977- 18/7/2017). ໃນພາບ: ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ອ່ານບົດປາໄສ ໃນພິທີສະເຫຼີມສະຫຼອງ. ພາບ: ຈີ໋ຢຸງ/VNA
ໃນບັນຍາກາດ ທີ່ເຄັ່ງຂຶມ ແລະ ເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ, ສະຫາຍນາງ ຫງວຽນທິກີມເງິນ, ກຳມະການກົມ ການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ ແລະ ສະຫາຍນາງ ປານີ ຢາທໍ່ຕູ້, ກຳມະການກົມ ການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ. ລາວ ພ້ອມກັບບັນດາຜູ້ແທນ ຂອງ ສອງປະເທດ ໄດ້ຈັບມືກັນ ຟ້ອນແຊ່ວ ໃນງານພົບປະສັງສັນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມເຂດຊາຍແດນຫວຽດ ນາມ -ລາວ ປີ 2017 ຊຶ່ງຈັດຂຶ້ນຢູ່ແຂວງ ເຊີນລາ ສະແດງໃຫ້ ເຫັນເຖິງຄວາມຮັກແພງ ສາມັກຄີ ຂອງ ສອງປະເທດທີ່ມີສາຍພູ ແລະ ແມ່ນ້ຳ ລຳເຊ ຕິດຈອດກັນ.

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມເຂດຊາຍ ແດນ ຫວຽດນາມ-ລາວ ປີ 2017 ເປັນໂອກາດເພື່ອໃຫ້ປະຊາ ຊົນ ສອງ ປະເທດ ຫວຽດນາມ-ລາວ ໄດ້ຫວນຄືນມູນເຊື້ອການ ປະຕິວັດ, ນ້ຳໃຈສາມັກຄີ ມິດຕະພາບແບບພິເສດ, ການຮ່ວມ ມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ປະເທດ. ເປັນໂອກາດເພື່ອແນະນຳ, ເຜີຍແຜ່ໂຄສະນາທ່າແຮງ ບົ່ມຊ້ອນ ທາງດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ມໍລະດົກວັດ ທະນະທຳຂອງບັນດາເຜົ່າ ຕາມເຂດຊາຍແດນ ຫວຽດນາມ-ລາວ ໃນວິວັດທະນາການ ແຫ່ງການເຊື່ອມໂຍງ ແລະ ພັດທະນາ.

ຕອນບ່າຍວັນທີ 5 ກໍລະກົດ 2017, ທີ່ແຂວງ ເຊີນລາ, ທ່ານ ນາງ ຫງວຽນທິກີມເງິນ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ປະດັບຫຼຽນ ໄຊເອກະລາດຊັ້ນ 2 ຈຳນວນ 11 ຫຼຽນ, ຫຼຽນໄຊ ເອກະລາດຊັ້ນ 3 ຈຳນວນ 74 ຫຼຽນ ແລະ ຫຼຽນ ໄຊແຮງງານ ຊັ້ນ 1 ຈຳນວນ 3 ຫຼຽນ ໃຫ້ບັນດາການນຳ 15 ແຂວງ ຂອງ ສປປ ລາວ ທີ່ມີຜົນ ງານດີເດັ່ນໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນທີ່ ເປັນ ມູນເຊື້ອ, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງປະເທດ ຫວຽດນາມ-ລາວ.  ພາບ: ຫວຽດເກື່ອງ/VNP


ວັນທີ 5 ກໍລະກົດ 2017, ທີ່ສູນປະຊຸມແຂວງ ເຊີນລາ, ທ່ານ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງສປປ ລາວ ໄດ້ພົບປະກັບ ນັກສຶກສາ ລາວ ທີ່ກຳລັງຮ່ຳຮຽນຢູ່ແຂວງ ເຊີນລາ. ການເຄື່ອນ ໄຫວດັ່ງ ກ່າວ ນອນໃນກອບຂອງການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ບັນດາກິດຈະກຳການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/VNP

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີວັນສ້າງຕັ້ງສາຍພົວ ພັນການທູດ (05/9/1962- 05/9/2017) ແລະ 40 ປີວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ, ລາວ-ຫວຽດນາມ (18/7/1977- 18/7/2017), ຕອນຄ່ຳ ວັນທີ 17 ກໍລະກົດ 2017, ໄດ້ຈັດພິທີໄຂ “ສັບປະດາວັດທະນະທຳ ແລະ ທ່ອງທ່ຽວລາວ” ຢູ່ ຫວຽດນາມ ຊຶ່ງຈັດຂຶ້ນຢູ່ໂຮງ ມະໂຫລະສົບ ຮ່າໂນ້ຍ. ເຂົ້າຮ່ວມ ມີສະຫາຍ ຟ້າມບິ່ງມິງ, ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຮອງປະທານ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳກະຊວງ, ຂະແໜງການຕ່າງໆ ຂອງສອງປະເທດ. ໃນພາບ: ບັນດາ ຜູ້ແທນຖ່າຍຮູບ ຮ່ວມກັບນັກ ສິລະປິນ. ພາບ: ວັນດຽບ/VNA
ຈຸດເດັ່ນໃນພິທີໄຂງານ ແມ່ນລາຍການສະແດງສິລະປະພາຍ ໃຕ້ຫົວຂໍ້ “ນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ” ລວມມີ 3 ພາກ. ພາກທີ 1 ມີຊື່ວ່າ “ຄວາມຮັກແພງທີ່ ບໍລິສຸດຜຸດຜ່ອງ” ຍ້ອງຍໍສັນລະເສີນ ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ-ລາວ ໃນຕະຫຼອດໄລຍະປະຫວັດສາດແຫ່ງ ການ ຕໍ່ສູ້ປົດປ່ອຍປະເທດຊາດ ກໍ່ຄື ພາລະກິດການປ່ຽນແປງໃໝ່ ແລະ ການເຊື່ອມໂຍງ ປະເທດຊາດ ໃນປະຈຸບັນ.

ພາກທີ 2 ມີຊື່ວ່າ “ນຳ້ໃຈມິດຕະພາບ ຕາມເຂດຊາຍແດນ ຫວຽດນາມ-ລາວ”, ແນະນຳເຖິງແຜ່ນດິນ, ຜູ້ຄົນ, ມໍລະດົກ, ທ່າແຮງ ບົ່ມຊ້ອນດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ຂອງ 12 ຊົນເຜົ່າ ທີ່ອາໄສຢູ່ເຂດຊາຍແດນ ຫວຽດນາມ-ລາວ.
 
ພາກທີ 3 ມີຊື່ວ່າ “ ຫວຽດນາມ-ລາວ ພ້ອມກັນກ້າວຂຶ້ນສູ່ ອະ ນາຄົດ”, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ນ້ຳໃຈ ມິດຕະພາບ ລະຫວ່າງສອງປະເທດ ຫວຽດນາມ-ລາວ, ຄວາມສະໜິດຕິດພັນ, ຮ່ວມຈິດຮ່ວມໃຈ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະກອບສ່ວນພັດທະນາສອງປະເທດໃຫ້ ນັບມື້ນັບ ຮັ່ງມີ, ສວຍງາມກວ່າເກົ່າ.
 
ຜ່ານໜ້ານັ້ນ ໄດ້ຢືນຢັນເຖິງນ້ຳໃຈສາມັກຄີມິດຕະພັນອັນເປັນ ມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ, ຢືນຢັນທັດສະນະ, ແນວທາງ, ນະໂຍບາຍແບບສະເໝີຕົ້ນ ສະ ເໝີປາຍ ຂອງ ພັກ, ລັດ ແລະ ປະຊາຊົນສອງຊາດ ໃນການ ປົກ ປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນ ແບບ ພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ.

 

ຮູບພາບ ທີ່ພັນລະນາເຖິງສາຍພົວພັນສະໜິດແໜ້ນ, ແບບພິເສດ ຂອງ ກອງທັບ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນພິທີໄຂວັນບຸນພົບປະສັງສັນ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວຕາມເຂດຊາຍແດນ ຫວຽດນາມ-ລາວ 2017.
ພາບ: ຫວຽດເກື່ອງ/
VNP



ຮູບພາບທີ່ພັນລະນາເຖິງຄວາມຜູກພັນ ຂອງ  ກອງທັບ ແລະ ປະຊາຊົນ ສອງປະເທດໃນການຕໍ່ສູ້ກັບສັດຕູໂຕດຽວກັນ,  ເພື່ອ ຍາດເອົາເອກະລາດ ມາໃຫ້ປະເທດຊາດ ຊຶ່ງສະແດງໃນ ພາກທີ 1 “ຄວາມຮັກແພງບໍລິສຸດຜຸດຜ່ອງ” ໃນພິທີໄຂວັນບຸນ ພົບປະສັງ ສັນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດ ນາມ-ລາວ 2017. ພາບ: ຫວຽດເກື່ອງ/VNP


ລາຍການສະແດງສິລະປະ ພາຍໃຕ້ຫົວຂໍ້ “ບົດເພງມິດຕະພາບ ຫວຽດນາມ-ລາວ” ໃນພິທີໄຂວັນບຸນພົບປະສັງສັນ ວັດທະນະ ທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ 2017. ພາບ: ຫວຽດເກື່ອງ/VNP


ຮູບພາບທີ່ພັນລະນາເຖິງສາຍພົວພັນແບບພິເສດ ຂອງ ກອງທັບ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນງານສະ ແດງ ພິທີເປີດວັນບຸນມິດຕະພາບຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/VNP


ບັນດານັກຮ້ອງ ຫວຽດນາມ ແລະ ລາວ ພ້ອມກັນຮ້ອງເພງສະເຫຼີມ
ສະຫຼອງ 55 ປີ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/VNP



ຈຸດທີ່ເປັນເອກະລັກ ຂອງ ວັດທະນະທຳລາວ ໄດ້ເອົາມາແນະນຳໃນ ພິທີໄຂວັນບຸນພົບປະສັງສັນ ວັດທະນະທຳ,
ກິລາ ແລະ ທ່ອງ ທ່ຽວເຂດຊາຍແດນ ຫວຽດນາມ-ລາວ 2017. ພາບ: ຫວຽດເກື່ອງ/
VNP



ບັນດາລາຍການສະແດງໃນພິທີໄຂວັນບຸນພົບປະສັງສັນວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ຕາມເຂດຊາຍແດນ ຫວຽດນາມ-ລາວ 2017  ໄດ້ແນະນຳທ່າແຮງທີ່ບົ່ມຊ້ອນ ດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງ ປະຊາຊົນ ບັນດາເຜົ່າຕາມ ເຂດ ຊາຍແດນ ເວົ້າສະເພາະ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ. ພາບ: ຫວຽດເກື່ອງ/VNP


ປະຊາຊົນ ຫວຽດນາມ ແລະ ລາວ ໄດ້ພົບປະສ້າງສັນໃນງານ ວາງສະແດງສິນຄ້າ ແລະ ທ່ອງທ່ຽວ ຫວຽດນາມ-ລາວ 2017. ຊຶ່ງມີຮ້ານຂາຍເຄື່ອງກວ່າ 130 ຮ້ານ ແລະ 100 ກວ່າ ວິສາຫະ ກິດ ຂອງ ສອງປະເທດເຂົ້າຮ່ວມ, ທັງນີ້ເພື່ອແນະນຳ, ໂຄສະນາ ກ່ຽວກັບ ທ່າແຮງບົ່ມຊ້ອນ, ການພັດທະນາ ວັດທະນະທຳ, ກິລາ, ທ່ອງທ່ຽວ ຊຶ່ງເປັນມໍລະດົກວັດທະນະທຳ ອັນລ້ຳຄ່າ ຂອງ ປະຊາຊົນ ບັນດາເຜົ່າຕາມເຂດຊາຍແດນຂອງ ສອງປະເທດ ໃນການ ເຊື່ອມໂຍງ ແລະ ພັດທະນາ. ພາບ: ຫວຽດເກື່ອງ/VNP


ຊາວໜຸ່ມ ຫວຽດນາມ-ລາວ ໃນງານວາງສະແດງ ຮູບພາບ ພາຍ ໃຕ້ຫົວຂໍ້: “ຜົນສຳເລັດຂອງການຮ່ວມມືພັດທະນາ ລະຫວ່າງ ຫວຽດນາມ-ລາວ”. ງານວາງສະແດງໄດ້ຈັດຂຶ້ນ ຢູ່ສູນວັດທະນະ ທຳແຂວງ ເຊີນລາ ໃນວັນບຸນ ພົບປະສັງສັນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມເຂດຊາຍແດນ
ຫວຽດນາມ-ລາວ ຄັ້ງທີ 2. ພາບ: ຫວຽດເກື່ອງ/
VNP



ຮ້ານຂາຍເຄື່ອງ ໃນງານວາງສະແດງສິນຄ້າ ແລະ ທ່ອງທ່ຽວ ຫວຽດນາມ-ລາວ 2017 ຊຶ່ງນຳສະເໜີ ວັດທະນະທຳ
ທີ່ເປັນມູນເຊື້ອ ຂອງບັນດາເຜົ່າ ຕາມເຂດຊາຍແດນ ຫວຽດນາມ-ລາວ. ພາບ: ຫວຽດເກື່ອງ/
VNP



ບັນດາການເຄ່ືອນໄຫວແລກປ່ຽນດ້ານກິລາ, ວັດທະນະທຳ ໄດ້ ໄຂ ຂຶ້ນຢ່າງຟົດຟື້ນ ໃນກອບ ຂອງ ວັນບຸນພົບປະສັງສັນວັດທະນະທຳ, ກິລາ ແລະ ທ່ອງທ່ຽວປະຊາຊົນຕາມເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນຢູ່ນະຄອນ ເຊີນລາ. ພາບ: ຫວຽດເກື່ອງ/VNP


ໃນການໃຫ້ສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ ປະຈຳ ສປປ ລາວ ກ່ຽວກັບການພົວພັນຫວຽດນາມ ແລະ ລາວ ໃນໄລຍະ ຜ່ານມາ, ກໍ່ຄືການກຳນົດທິດ ຮ່ວມມືໃນໄລຍະທີ່ຈະມາເຖິງ, ທ່ານ ທອງ ລຸນ ສີສຸລິດ,​ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຢືນຢັນວ່າ ການທີ່ພັກ, ລັດຖະບານ ແລະ ປະຊາຊົນສອງປະ ເທດ ພ້ອມກັນ ຈັດຕັ້ງກິດຈະກຳການເຄື່ອນໄຫວຕ່າງໆ ເພື່ອ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ດັ່ງ ກ່າວນີ້ບໍ່ແມ່ນ ໂດຍ ຄວາມບັງເອີນ, ນີ້ແມ່ນມູນເຊື້ອອັນດີງາມ ຂອງ ສາຍພົວພັນ ສາມັກຄີ ໃນການສູ້ຮົບ, ການຮ່ວມມືຮອບດ້ານ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ນັບແຕ່ເລີ່ມຕົ້ນຂອງການຕໍ່ສູ້ ຕ້ານສັດຕູຜູ້ ຮຸກຮານ, ເພື່ອເປົ້າໝາຍ ແລະ ອຸດົມການ ຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ທ່ານ ທອງລຸນ ສີສຸລິດ,​ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ວ່າ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ທີ່ພວກເຮົາມັກເວົ້າເຖິງແມ່ນສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ນີ້ແມ່ນສາຍພົວພັນທີ່ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມ ວິຫານ ແລະ ປະທານ ສຸພານຸວົງ ໄດ້ວາງຮາກຖານ, ຊຶ່ງບັນດາ ຮຸ້ນຜູ້ນຳ, ກອງທັບ ແລະ ປະຊາຊົນສອງປະເທດ ໄດ້ພ້ອມກັນ ອອກແຮງເສີມຂະຫຍາຍ ໃນຫຼາຍທົດສະວັດ ຜ່ານມາດ້ວຍ ເລືອດເນື້ອ ແລະ ເຫື່ອແຮງ.
 
ປີ 2017 ເປັນປີທີ່ມີຄວາມໝາຍສຳຄັນພິເສດ ສຳລັບການພົວ ພັນຫວຽດນາມ-ລາວ ຊຶ່ງປະຊາຊົນສອງປະເທດ ໄດ້ພ້ອມກັນ ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 55 ປີວັນ ສ້າງຕັ້ງສາຍພົວພັນການທູດ (05/9/1962-05/9/2017) ແລະ 40 ປີ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977-18/7/2017).
 
ຕອນຄ່ຳວັນທີ 15 ກໍລະກົດ 2017, ທີ່ສຸສານນັກຮົບສາກົນ ທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ-ລາວ ຢູ່ເມືອງແອງເຊີນ, ຄະນະພັກ, ກຳມະການປົກຄອງປະຊາຊົນ ແຂວງ ເຫງະອານ ໄດ້ສົມທົບກັບໜັງສືພິມ ເຍີນເຢີນ, ກົມໃຫຍ່ການເມືອງ ກອງ ທັບປະຊາຊົນ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດ ພິທີ ໄຕ້ທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດາ ນັກຮົບທີ່ໄດ້ ເສຍ ສະຫຼະຊີວິດເພື່ອຄວາມເປັນເອກະລາດ ຂອງສອງຊາດ ຫວຽດ ນາມ-ລາວ. 
 
ບົດ: VNP - ພາບ: ຫວຽດເກື່ອງ, ວັນດຽບ, ຈີ໋ຢຸງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top