ພິທີອັດວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ 2018
ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2018 ມີການເຂົ້າຮ່ວມຂອງ 36 ແຂວງ, ນະຄອນໃນທົ່ວປະເທດ ແລະ ວິສາຫະກິດທ່ອງທ່ຽວກ່ວາ 40 ແຫ່ງ.
ກ່າວຄຳເຫັນທີ່ພິທີອັດ, ທ່ານ ບຸຍຕ໋າຮ່ວາງຫວູ ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:“ພວກຂ້າພະເຈົ້າໄດ້ຮັບການຮ່ວມມືສົມທົບກັນຢ່າງແໜ້ນແຟ້ນທີ່ສຸດຈາກບັນດາພະແນກຂະແໜງການໃນບໍລິເວນນະຄອນ ໂຮ່ຈີມິນ, ພິເສດ ແມ່ນການເຂົ້າຮ່ວມຂອງບັນດາແຂວງ, ນະຄອນໃນສາຍຮ່ວມສຳພັນ ເຊິ່ງໄດ້ສ້າງໃຫ້ມີບັນດາຜະລິດຕະພັນໜູນຊ່ວຍໃຫ້ຈຸດນັດພົບນະຄອນ ໂຮ່ຈີມິນ. ບັນດາແຂວງ, ນະຄອນອື່ນໆ ກໍ່ຖືນີ້ແມ່ນກາລະໂອກາດ ເພືຶ່ອແນະນຳບັນດາຜະລິດຕະພັນທ່ອງທ່ຽວທີ່ໄດ້ອັບເດດ ແລະ ເພີ່ມເຕີມໃນແຕ່ລະປີຂອງຕົນ”.
ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2018 ໄດ້ດຶງດູດແຂກທ່ອງທ່ຽວເຂົ້າມາທ່ຽວຊົມ 320.000 ເທື່ອຄົນ, ລາຍຮັບບັນລຸກ່ວາ 83 ຕື້ດົ່ງ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ປີ 2017.
(ແຫຼ່ງຄັດຈາກ VOV)