• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທີ 18 ມັງກອນ, ຈະໄຂກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຊຸດທີ XV

      ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນເລື່ອງ: ອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ຍ້ອງຍໍ (ສະບັບປັບປຸງ)...
(ພາບປະກອບ)      
      ຄາດວ່າ ວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫ້ອງປະຊຸມ ເຕີນຈ່າວ, ຫໍສະພາແຫ່ງຊາດ, ຮ່າໂນ້ຍ ໃນລະຫວ່າງວັນທີ 18 – 19 ມັງກອນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ປ່ຽນກັນບໍລິຫານເນື້ອໃນກອງປະຊຸມ.
      ທີ່ກອງປະຊຸມນີ້, ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ປະກອບຄຳເຫັນເລື່ອງ: ອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ຍ້ອງຍໍ (ສະບັບປັບປຸງ); ເລື່ອງເພີ່ມເຕີມແຜນການລົງທຶນຈາກແຫຼ່ງທຶນຕ່າງປະເທດ ຈາກທຶນທີ່ຍັງບໍ່ທັນຈັດແບ່ງ ແລະ ດັດປັບ, ແຜນການລົງທຶນພາກລັດໄລຍະກາງ ທຶນງົບປະມານສູນກາງໄລຍະ 2021 – 2025 ໃຫ້ແກ່ບັນຊີໂຄງການຂອງບັນດາກະຊວງ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນ. ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາບົດລາຍງານວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳເດືອນ ທັນວາ 2021 ຂອງສະພາແຫ່ງຊາດ; ປະກອບຄຳເຫັນກ່ຽວກັບການສະຫຼຸດກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ XV.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top