• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດ ເຈິ໋ນກວັກ

ວັດ ເຈິ໋ນກວັກ ໄດ້ຮັບການຍົກຍ້ອງຈາກນັກທ່ອງທ່ຽວຕ່າງປະ ເທດວ່າ ເປັນໜຶ່ງ ໃນບັນດາກິດຈະການ ສະຖາປັດຕະຍະກຳ ສາສະໜາ ທີ່ສວຍງາມ, ເບິ່ງແຕ່ໄກເໝືອນດັ່ງ ດວງດອກບົວ ກຳລັງບານ ຢູ່ກາງໜອງ ໄຕ. ເມື່ອມໍ່ໆນີ້, ວາລະສານ National Geographic (ສ ອາເມລິກາ) ໄດ້ຄັດເລືອກ ວັດ ເຈິ໋ນກວັກ ເຂົ້າໃນບັນຊີລາຍຊື່ ວັດ ທີ່ມີ ສະຖາປັດຕະຍະກຳ ທີ່ສວຍງາມ ແລະ ໜ້າມາຢ້ຽມຢາມ ທີ່ສຸດໃນໂລກ. 
ວັດ ເຈິ໋ນກວັກ ເປັນວັດ ທີ່ເກົ່າແກ່ທີ່ສຸດຂອງ ທັງລອງ-ຮ່າໂນ້ຍ ມີອາຍຸກວ່າ 1500 ປີ. ຕາມເລື່ອງເລົ່າ ສືບທອດກັນມາວ່າ ວັດ ໄດ້ຮັບການກໍ່ສ້າງແຕ່ສະໄໝ ເຈົ້າຊີວິດ ຫຼີນາມເດ໋ (ປີ 541-547) ທີ່ບ້ານ ອຽນຮວາ, ໃກ້ຝັ່ງແມ່ນໍ້າແດງ ມີຊື່ເອີ້ນ ເບື້ອງຕົ້ນ ວ່າ ວັດຄາຍກວັກ (ໝາຍຄວາມວ່າເປີດປະເທດ). ໃນສະໄໝ ລາຊະວົງ ຫຼີເຍິນຕົງ, ແມ່ເຈົ້າຊີວິດ ມີຊື່ວ່າ ອີ໊ລານ ໄດ້ມາຢ້ຽມ ຢາມວັດ ນີ້ ພ້ອມກັບພະສົງຫຼາຍຄັ້ງ. ເຖິງສະໄໝ ເຈົ້າຊີວິດ ເລຖ໋າຍຕົງ (ປີ 1434-1442) ໄດ້ປ່ຽນຊື່ເປັນວັດ ອານກວັກ.

ໃນເມື່ອກ່ອນ, ວັດ ເຈິ໋ນກວັກ ເປັນສູນກາງທາງພຸດທະສາສະ ໜາ ຂອງ ນະຄອນຫຼວງທັງລອງ. ບັນດາເຈົ້າຊີວິດ ຫຼີ, ເຈິ່ນ ເຄີຍມາ ຢ້ຽມຊົມທິວທັດ ແລະ ທຳພິທີບູຊາເຊັ່ນຖະຫວາຍ ຢູ່ ວັດແຫ່ງນີ້ ໃນໂອກາດມີບຸນ ຫຼື ປີໃໝ່. ປັດຈຸບັນ ໃນຄືນ ສົ່ງ ທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ບຸນເຕັດປະເພນີ, ທາງວັດ ໄດ້ເປີດປະຕູ ວັດ ແລະ ຈັດພິທີບູຊາຂໍພອນ ໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໃຊ້ຊີວິດ ໃນຄວາມຢູ່ ເຢັນເປັນສຸກ. ນີ້ແມ່ນພິທີ ທ່ີມີ ຄວາມ ສັກສິດທີ່ສຸດໃນປີ ໂດຍທາງວັດ ເປັນ ຜູ້ຈັດຂຶ້ນ. 


ວັດ ເຈິ໋ນກວັກ ໄດ້ຮັບການຍົກຍ້ອງຈາກນັກທ່ອງທ່ຽວຕ່າງປະ ເທດວ່າ ເປັນໜຶ່ງ ໃນບັນດາກິດຈະການ ສະຖາປັດຕະຍະກຳ ສາສະໜາ ທີ່ສວຍງາມ, ເບິ່ງແຕ່ໄກເໝືອນດັ່ງ
ດວງດອກບົວ ກຳລັງບານ ຢູ່ກາງໜອງ ໄຕ. ພາບ: ອານຍຽນ



ວັດ ເຈິ໋ນກວັກ ເປັນຈຸດນັດໝາຍປາຍທາງສຳລັບ ນັກ ທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ຈິ້ງໂບ້






ບັນດາສະຖາປັດຕະຍະກຳຂອງວັດ ເຈິ໋ນກວັກ ມີ ລັກສະນະທີ່ເຕັມໄປດ້ວຍຈຸດວັດທະນະທຳ ຂອງ ຄົນຫວຽດ ຢູ່ວັດ ເຈິ໋ນກວັກ. ພາບ: ຈິ້ງໂບ້


ສວນທາດ ທີ່ເກົ່າແກ່ ຢູ່ ວັດ ເຈິ໋ນກວັກ ໄດ້ມີມາແຕ່ ສະຕະວັດທີ XVIII.  ພາບ: ຈິ້ງໂບ້


ບຸນມະໂຫລານ “ວູລານ” (ມີຄວາມໝາຍຕອບແທນບຸນ ຄຸນ ຜູ້ໃຫ້ກຳເນີດ) ໄດ້ຈັດຂຶ້ນ ຢູ່ວັດ ເຈິ໋ນກວັກ. ພາບ: ຈິ້ງໂບ້


ພິທີປ່ອຍໂຄມໄຟ ຂໍພອນ ໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ, ເປັນປະເພນີ ແລະ ພິທີກໍາ ທີ່ມີ ຄວາມໝາຍສໍາຄັນເປັນ ພິເສດ
ຂອງ ສາ ສະໜາພຸດ ຫວຽດນາມ. ພາບ: ຈິ້ງໂບ້



ນັກທ່ອງທ່ຽວຕ່າງປະເທດ ຢູ້ຽມຊົມວັດ ເຈິ໋ນກວັກ. ພາບ: ຈິ້ງໂບ້

ເຊັ່ນດຽວກັບວັດ ອື່ນໆ ຂອງ ຫວຽດນາມ, ໂຄງສ້າງ ແລະ ການ ຕົກແຕ່ງພາຍໃນ ຂອງ ວັດເຈິ໋ນກວັກ ລວມມີຫຼາຍຊັ້ນ  ໂດຍມີ ສາມ ຫຼັງຕົ້ນຕໍຄື: ຕ່ຽນເດື່ອງ (ຫ້ອງຢູ່ທາງໜ້າ), ທຽວເຮືອງ (ສຳລັບການ ໄຫວ້ບູຊາ) ແລະ ເຖື້ອງດ້ຽນ (ຫ້ອງກາງ). ຕ່ຽນເດື່ອງ ມຸ່ງໜ້າສູ່ ທາງທິດຕາເວັນຕົກສອງເບື້ອງແມ່ນຫຼັງ ທຽວເຮືອງ ແລະ ເຖື້ອງດ້ຽນ ແມ່ນ ສອງແຖວລະບຽງ.ຫຼັງ ເຖື້ອງດ້ຽນ ແມ່ນ ຫໍລະຄັງ. ຫໍລະຄັງ ວັດລວມສາມຫ້ອງ, ຫຼັງຄາສອງຊັ້ນ, ຕັ້ງຢູ່ເທິງແກນ ຂອງ ຫ້ອງໂຖງໃຫຍ່. 
ປີ 2016, ວັດ ເຈິ໋ນກວັກ ໄດ້ຮັບເລືອກເຂົ້າໃນບັນຊີລາຍຊື່ 16 ວັດທ່ີສວຍງາມທີ່ສຸດໃນໂລກ ໂດຍ ໜັງສືພິມ Daily Mail ຂອງ ອັງກິດ ເປັນຜູ້ເລືອກເຟັ້ນ.


ບໍລິເວນວັດ ມີເຈດີ ດອກບົວຊຶ່ງ ໄດ້ຮັບການສ້າງເມື່ອປີ 1998. ເຈີດີໃຫຍ່ ລວມມີ 11 ຊັ້ນ, ສູງ 15 ຊັ້ນ. ແຕ່ລະຊັ້ນ ມີ ປ່ອງຢ້ຽມໂຄ້ງ 6 ປ່ອງ, ແຕ່ລະປ່ອງມີຮູບປັ້ນ ພະພຸດທະເຈົ້າ ດ້ວຍຫີນປະເສີດ. ຢູ່ຈອມທາດມີ 9 ຊັ້ນ ຊຶ່ງ ແມ່ນ ສັນຍາລັກ ໃຫ້ແກ່ 9 ຊັ້ນບວດ ສຳເລັດ ພະອໍລະຫັນ ຂອງ ສາສະໜາພຸດ ກໍໄດ້ເຮັດດ້ວຍຫີນປະເສີດ. ເຈດີ ນີ້ ໄດ້ສ້າງຂຶ້ນກົມກຽວ ກັບ ຕົ້ນໂພໃຫຍ່ ໂດຍປະທານາ ທິບໍດີ ອິນເດຍ ມອບໃຫ້ ເນື່ອງ ໃນ ໂອກາດມາຢ້ຽມຢາມ ຫວຽດນາມ.

ຈາກຄຸນຄ່າດ້ານການສະຖາປັດຕະຍະກຳ, ພູມສັນຖານ ແລະ ປະຫວັດຊາດ, ກ່ອນໜ້ານີ້, ສະຖາບັນ ວ໊ຽນດົງ ບ໋າກໂກ໊ ເຄີຍ ຈັດວັດ ເຈິ໋ນກວັກ ເປັນອາຄານປະຫວັດສາດ ແຫ່ງທ່ີ 10 ທົ່ວ ເຂດ ອິນດູຈີນ.

 
ປະຕິບັດ:ຈິ້ງໂບ້

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top