• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ລ້ານຫົວໃຈ, ໜຶ່ງສີສັນຄັນທຸງ

ເປັນຄັ້ງທຳອິດໃນປະຫວັດສາດ, ທີມຊາດບານເຕະຊາຍ U23 ຫວຽດນາມ ໄດ້ຮອງຊະນະເລີດ ໃນການແຂ່ງຂັນຊີງລາງວັນບານເຕະຊາຍ U23 ຂອງທະວີບອາຊີ. ຈາກທີມບານເຕະໜຶ່ງທີ່ຖືວ່າ “ເປັນຮອງ”, ແຕ່ U23 ຫວຽດນາມ ເໝືອນດັ່ງລົມຫົວ ກຸດ ເຮັດໃຫ້ ທີມຄູ່ແຂ່ງໃຫຍ່ໆ ພ່າຍແພ້ເຊັ່ນ: U23 ອົດສະ ຕຣາລີ, ອີຣັກ, ກາຕາ... ເພື່ອກ້າວເຂົ້າສູ່ຮອບຊີງຊະນະເລີດ. 
ເຖິງວ່າບໍ່ຄວ້າແຊມ ແຕ່ຮອງຊະນະເລີດ ຫຼັງຈາກ ການແຂ່ງ ຂັນຊີງຊະນະເລີດ ກັບທີບານເຕະ U23 ອຸດສະເບກິດສະຖານ ທີ່ ສະໜາມກິລາ ຈ໋າງເຈົາ (ສປ ຈີນ) ໃນວັນທີ 27 ມັງກອນ ຜ່ານມາ ໃນສະພາບເງື່ອນໄຂຫິມະຕົກຢ່າງແຮງ, ທີມບານ ເຕະ U23 ຫວຽດນາມ ພາຍໃຕ້ການ ນຳພາ ຂອງຄູຝຶກ Park Hang Seo, ສັນຊາດ ສ.ເກົາຫຼີ ໄດ້ເຮັດໃຫ້ແຟນບານ ຫວຽດ ນາມ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ.

ທີມບານເຕະ U23 ຫວຽດນາມ ໄດ້ກັບຄືນຫວຽດນາມ ດ້ວຍເຄື່ອງບິນພິເສດ ແລະ ຫຼັງຈາກນັ້ນແມ່ນ ເສຍເວລາ 5 ຊົ່ວ ໂມງ ເຄື່ອນຍ້າຍດ້ວຍລົດເມ 2 ຊັ້ນ ໃນລະຫວ່າງກະແສແຟນບານ ພ້ອມກັບສີສັນຂອງທຸງແດງດາວຄຳ ທີ່ຖ້ວນລົ້ນ ຢັ່ງຢາຍຕະຫຼອດໄລຍະທາງ ແຕ່ສະໜາມບິນສາກົນ ໂນ້ຍບ່າຍ ມາຮອດໃຈກາງນະຄອນຫຼວງຮ່າໂນ້ຍ ດ້ວຍໄລຍະທາງ 30 ກິໂລ ແມັດ.

ໃນພິທີຕ້ອນຮັບທີມບານເຕະ, ທ່ານ ຫງວຽນຊວນຟຸກ ນາຍົກຍົກລັດຖະມົນຕີລັດຖະບານ ໄດ້ກ່າວວ່າ: “ມື້ນີ້, ດິນຟ້າອາ ກາດ ເໝືອນດັ່ງແຈ້ງສະຫວ່າງຂຶ້ນ, ປະຊາຊົນຫວຽດນາມ ທົ່ວທັງຊາດ ມີຄວາມປິຕິຍິນດີ ພ້ອມກັນ ຄຳນັບຮັບຕ້ອນ ທີມບານ ເຕະ U23 ຫວຽດນາມ ຜູ້ທີ່ຖືວ່າ ເປັນ ນັກທະຫານ ຢູ່ສະໜາມຫຼິ້ນບານ ຫວຽດນາມ ໄດ້ຈິດໜຶ່ງໃຈດຽວ ສຸມກຳລັງແຮງ, ຟື້ນຕົວ ຢ່າງອົງອາດກ້າຫານ ສ້າງຄວາມເອກອ້າງທະນົງໃຈ ຫວຽດນາມ-ໂຮ່ຈີມິນ, ເຮັດໃຫ້ຄັນທຸງແດງດາວຄຳ ຂອງປະ ເທດຊາດທີ່ແສນຮັກ ໄດ້ປິວສະບັດຢູ່ເທິງສະໜາມກິລາຂອງ ທະວີບອາຊີ.

ພິທີຊົມເຊີຍຜົນງານຂອງທີມບານເຕະ U23 ຫວຽດນາມ ໄດ້ຮັບການຈັດຂຶ້ນ ຢູ່ສະໜາມກິລາ ໝີ໊ດິງ ດ້ວຍຈຳນວນແຟນບານ ເຂົ້າຮ່ວມເຕັມສະໜາມ 4 ໝື່ນບ່ອນນັ່ງ ແລະ ເຕັມໄປດ້ວຍສີສັນ ຂອງ ຄັນທຸງແດງດາວຄຳ.

ແບບສະແດງຄວາມມ່ວນຊື່ນເຖິງໃຈຂອງແຟນບານ ຫວຽດ ນາມ ໄດ້ເຮັດໃຫ້ຊາວຕ່າງປະເທດນັບຖື. ມີຫຼາຍໜັງສືພິມ, ສື່ເອເລັກຕໂຣນິກ ໄດ້ສະແດງຄວາມຕົກສະເງີ້ ຕໍ່ພາບພົດ ກອງເຊຍເປັນຈຳນວນຫຼວງຫຼາຍ ຢືນຖ້າເປັນຫຼາຍຊົ່ວໂມງ, ແກວ່ງທຸງ, ເປັ່ງສຽງໄຊໂຍໂຮ່ຮ້ອງ, ເປົ່າໝາກຫວີດ ປຸກກຳລັງໃຈ ຕະ ຫຼອດສາຍທາງ ທີ່ທີມບານເຕະ U23 ຫວຽດນາມໄປຜ່ານ. 
  

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຍິນດີຕໍ່ ຄູຝຶກທີມບານເຕະ U23 ຫວຽດນາມ Park Hang-seo.  ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຫຼຽນໄຊແຮງ ງານຊັ້ນໜຶ່ງ ໃຫ້ທີມບານເຕະ U23 ຫວຽດນາມ; ຫຼຽນໄຊແຮງງານຊັ້ນສາມ
ໃຫ້ຜູ້ຮັກສາປະຕູ ບຸ່ຍຕ໋ຽນຢຸງ, ກອງໜ້າ ຫງວຽນ ກວາງຮາຍ ແລະ ຄູຝຶກ Park Hang- seo.
ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ກັບ ບັນດານັກກິລາບານເຕະ U23 ຫວຽດນາມ. ພາບ: ຖົ໋ງເຍິດ/VNA



U23 ຫວຽດນາມ ມອບໝາກບານ ແລະ ເສື້ອທີ່ລະນຶກໃຫ້ແກ່ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: ຖົ໋ງເຍິດ/VNA


ທ່ານຮອງນາຍົກລັດະມົນຕີ ຫວູດຶກດາມ ຮ່ວມມ່ວນຊື່ນ ກັບ ທີມຊາດ U23 ຫວຽດນາມໃນ ຄຳ່ຄືນຊົມເຊີຍຜົນງານ
ຂອງທີມບານເຕະ U23 ຫວຽດນາມ. ພາບ: ເຈິ່ນແທງຢາງ



ພິທີເຄົາລົບທຸງໃນຄຳ່ຄືນຊົມເຊີຍຜົນງານຂອງທີມບານເຕະ  U23 ຫວຽດນາມ ຢູ່ສະໜາມກິລາ ໝີ໊ດິ່ງ.  ພາບ: ເຈິ່ນແທງຢາງ


ດ້ວຍໄຊຊະນະ 4 ປະຕູ ຕໍ່ 3 ໃນການເຕະລູກໂທດ, ເລື່ອງລາວ ທີ່ມະຫັດສະຈັນ ຂອງ ບານເຕະ ຫວຽດນາມ ໃນການຊີງແຊມ U23 ອາຊີ 2018,
ຫຼັງເອົາຊະນະທີມຊາດ U23 ກາຕາ ຢູ່ຮອບຮອງຊະນະເລີດ. ວິນາທີ ທີ່ເກີດຂຶ້ນໂດຍບັງເອີນ ຂອງ ກອງໜ້າ ຫງວຽນກວາງຮາຍ
ໃນສອງຄັ້ງ ໄດ້ນຳທີມຊາດ U23 ຫວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດ ໄດ້ຜ່ານເຂົ້າຮອບຊີງຊະນະເລີດ ລະດັບທະວີບ.
ໃນພາບ: ທີມ U23 ຫວຽດນາມ ກ່ອນເຕະຮອບຮອງຊີງຊະນະເລີດ ກັບ U23 ກາຕາ. ພາບ: THX/VNA



ຫຼັງຈາກສິ້ນສຸດການແຂ່ງຂັນກັບ ທີມ U23 ອຸດສະເບກິດສະ ຖານ ໃນຮອບຊີງຊະນະເລີດ ບານເຕະ U23 ອາຊີ 2018, ທ່ີສະໜາມກິລາ ຈ໋າງເຈົາ (ແຂວງ ແຈ໋ວງຊູ, ສປ ຈີນ), ບັນດານັກກິລາ U23 ຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ ບັນດາແຟນບານ ຜູ້ລະດົມກຳລັງໃຈໃຫ້ທີມຊາດຢ່າງສຸດອົກສຸດໃຈ. ເຖິງແມ່ນວ່າຕ້ອງແຂ່ງຂັນ ໃນສະພາບອາກາດບໍ່ອຳນວຍ ແລະ ເສຍ ໃຫ້ ອຸດສະເບກິດສະຖານ ໃນຮອບຊີງຊະນະເລີດ, ແຕ່ສິ່ງທີ່ທີມບານເຕະ U23 ຫວຽດນາມ ສະແດງອອກມານັ້ນ, ໄດ້ ກາຍເປັນ “ຜູ້ຊະນະເລີດ” ໃນຈິດໃຈຂອງຜູ້ນິຍົມບານເຕະ ຫວຽດນາມ.
ໃນພາບ: ທີມບານເຕະ U23 ຫວຽດນາມ ຄວ້າໄດ້ຫຼຽນເງິນ ໃນການແຂ່ງຂັນຊີງແຊມບານເຕະອາຊີ. ພາບ: ຮວ່າງລິງ/VNA



ກອງເຊຍປຸກລະດົມກຳລັງໃຈໃຫ້ ທີມຊາດ U23 ຫວຽດນາມ ໃນຮອບ ການແຂ່ງຂັນ ຊີງຊະນະເລີດ. ພາບ: ຮວ່າງລິງ/VNA


ຕອນບ່າຍວັນທີ 27 ມັງກອນ 2018, ຢູ່ສະໜາມກິລາ ໂອແລມປິກ ຈ໋າງເຈົາ (ແຂວງ ແຈ໋ວງຊູ, ສປ.ຈີນ) ໄດ້ດຳເນີນການ ແຂ່ງຂັນ
ຮອບຊີງຊະນະເລີດ U23 ອາຊີ 2018 ລະ ຫວ່າງ ທີມບານເຕະ U23 ຫວຽດນາມ ກັບທີມບານເຕະ U23 ອຸດສະເບກິດສະຖານ.
ຜົນສຸດທ້າຍ, ທີມ U23 ອຸດສະເບກິດສະຖານ ເອົາຊະນະ U23 ຫວຽດນາມ ດ້ວຍຄະແນນ 2 ປະຕູ ຕໍ່ 1.
ໃນພາບ: ການຊີງບານ ລະຫວ່າງ ນັກເຕະຂອງສອງທີມ. ພາບ: ຮວ່າງລິງ/VNA



ຕອນບ່າຍວັນທີ 27 ມັງກອນ 2018, ທີ່ຮ່າໂນ້ຍ, ແຟນບານ ເປັນຈຳນວນຫຼວງຫຼາຍ ໄດ້ລະດົມກຳລັງໃຈ ໃຫ້ທີມຊາດ U23 ຫວຽດນາມ
ໃນການຊີງຊະນະເລີດ ຄັ້ງປະຫວັດສາດ ກັບທີມຊາດ U23 ອຸດສະເບກິດສະຖານ ທະວີບອາຊີ 2018.
ໃນພາບ: ແຟນບານ ໃຫ້ກຳລັງໃຈໃຫ້ທີມບານເຕະ U23 ຫວຽດ ນາມ ຢູ່ສະໜາມກິລາ ໝີ໊ດິ່ງ. ພາບ: ກວກແຄ໋ງ/VNA



ວັນທີ 28 ມັງກອນ, ຫຼັງຈາກລໍຖ້າ ເປັນເວລາຫຼາຍຊົ່ວໂມງ ຢູ່ສະໜາມບິນ ໂນ້ຍບ່າຍ, ແຟນບານນັບຫຼາຍໝື່ນຄົນ
ໄດ້ຕ້ອນຮັບທີມU23 ຫວຽດນາມ ກັບມາປະເທດ ດ້ວຍຄວາມປິຕິຍິນດີ. ພາບ: ແຄ໋ງລອງ



ຄູຝຶກ Park Hang-seo ພ້ອມກັບຄະນະຄູຝຶກ  ທີມ U23 ຫວຽດນາມ ໄດ້ບັນດາແຟນບານ ຕ້ອນຮັບຢູ່ສະໜາມບິນໂນ້ຍບ່າຍ
ດ້ວຍຄວາມປິຕິຊົມຊື່ນຢ່າງສຸດໃຈ. ພາບ: ເຕິດເຊີນ



ນັກສຶກສາໂຮງຮຽນມະຫາວິທະຍາໄລ ຄົມມະນາຄົມຂົນສົ່ງ ດ້ວຍຈຳນວນຫຼາຍພັນຄົນ ໄດ້ເຕົ້າໂຮມກັນ ຢູ່ຕາມຖະໜົນ ກີມໝ໊າ
ກັບທຸງສີແດງດາວຄຳ, ທຸງ ສ.ເກົາຫຼີ ແລະ ທຸງ SEAN ພ້ອມກັນຮ້ອງບົດເພງ “ຍືກໍ໋ບ໋າກໂຮ່ ຈອງໄງ່ວຸຍ ດ້າຍຖັ໋ງ”  
(ຄືມີລຸງ ໂຮ່ ໃນວັນມ່ວນຊື່ນກັບໄຊຊະນະ). ພາບ: ທົງທ້ຽນ



ແຟນບານ ຕ້ອນຮັບ ທີມບານເຕະ U23 ຫວຽດນາມ ຢູ່ຖະໜົນ  ຫງວຽນຈີ້ກົງ ກັບສີສັນຂອງທຸງສີແດງ ແລະ ດອກໄມ້. ພາບ: ເຈິ່ນຮ໋ຽວ


ຕອນບ່າຍ ວັນທີ 28 ມັງກອນ, ແຟນບານນັບຫຼາຍລ້ານຄົນ ໄດ້ລົງມາສູ່ຖະໜົນ ຈາກສະໜາມບິນ ໂນ້ຍບ່າຍ ເຖິງ ຫ້ອງວ່າ ການລັດຖະບານ
(ຮ່າໂນ້ຍ) ເພື່ອຕ້ອນຮັບ ທີມຊາດ U23 ຫວຽດນາມ ກັບປະເທດ ຫຼັງຈາກສ້າງຜົນງານທີ່ດີເດັ່ນໃນຮອບຊີງຊະນະເລີດ U23 ອາຊີ.
ໃນພາບ: ແຟນບານ ຮັບຕ້ອນ ທີມບານເຕະ U23 ຫວຽດນາມ ທີ່ເຂດຂົວ ເຍິດເຕີນ. ພາບ: ເຈິ່ນແທງຢາງ



ຕັ້ງແຕ່ 10 ໂມງເຊົ້າ ວັນທີ 28 ມັງກອນ, ແຟນບານ ອາວຸໂສ ສອງຄົນ ກັບປ້າຍຄຳຂວັນ ພ້ອມທຸງແດງດາວຄຳ ໄດ້ມີໜ້າຢູ່ຕໍ່ໜ້າ ສະໜາມບິນ ໂນ້ຍບ່າຍ ເພື່ອລໍຖ້າຕ້ອນຮັບ ທີມຊາດ U23 ຫວຽດນາມ. ພາບ: ເຕື່ອງທູ

ຜົນງານປະຕິຫານນີ້ ຂອງ ທີມບານເຕະ U23 ຫວຽດນາມ ໄດ້ປຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ເຊື່ອມຕໍ່ປະຊາຊົນ ຫວຽດນາມ ກວ່າ 90 ລ້ານຄົນ ຢູ່ທຸກພາກຂອງປະເທດຊາດ ແລະ ໃນໂລກ ພ້ອມກັນເຊື່ອໝັ້ນຕໍ່ໄຊຊະນະ ຂອງກຳລັງແຮງບານເຕະມືອາຊີບ ກໍຄືກຳລັງແຮງສາມັກຄີຂອງທົ່ວປວງຊົນທັງຊາດ. 

ຊື່ມວນຊົນສາກົນ ສົ່ງຂ່າວ ກ່ຽວກັບ ທີມຊາດບານເຕະ U23 ຫວຽດນາມ

ໜັງສືພິມຕ່າງປະເທດ: U23 ຫວຽດນາມ ໄດ້ຊຸກຍູ້  ກຳລັງແຮງຄວາມສາ ມັກຄີຂອງທົ່ວປວງຊົນທັງຊາດ.
ໜັງສືພິມ Nikkei (ຍີ່ປຸ່ນ) ເນັ້ນໜັກ ການທີ່ຍາດໄດ້ຮອງຊະ ນະເລີດ ໃນການແຂ່ງຂັນຊີງແຊມ U23 ອາຊີ 2018, ບານ ເຕະ ຫວຽດນາມ ໄດ້ກ້າວຂຶ້ນອັນດັບທີ 77, ຈາກອັນດັບທີ 112 ໃນຕາຕະລາງ ຈັດອັນດັບ ຂອງ ສະຫະພັນບານເຕະໂລກ (FIFA).

ສຳນັກຂ່າວ Reuters: ແຟນບານ ຫວຽດນາມ ນັບແສນໆຄົນໄດ້ອອກມາຖະໜົນ ໃນສັບປະດາແລ້ວນີ້ ເພື່ອສະຫຼອງໄຊຊະ ນະຂອງ ທີມບານເຕະ U23 ຫວຽດນາມ. ຄວາມຈະເລີນກ້າວໜ້າ ຂອງທີມຊາດໜຸ່ມ ຫວຽດນາມ ໄດ້ເຮັດໃຫ້ບັນຍາກາດ ຢູ່ປະເທດນີ້ ເໝືອນດັ່ງ World Cup   ກຳລັງ ຈັດຂຶ້ນຢູ່ທີ່ນີ້.

ສຳນັກຂ່າວ AFP: ບາດກ້າວບຸກທະລຸ ຂອງທີມບານເຕະ ຫວຽດນາມ ໃນການຊີງແຊມ U23 ອາຊີ  ປຽບເໝືອນການຊີງແຊ້ມໂລກ World Cup ໃນປະເທດອາຊີຕາເວັນອອກສ່ຽງໃຕ້ແຫ່ງນີ້.  U23 ຫວຽດນາມ ເປັນປະເທດທຳອິດ ໄດ້ເຂົ້າສູ່ຮອບ ຊີງແຊມ U23 ອາຊີ, ໂດຍເອົາຊະນະບັນດາຄູ່ແຂ່ງທີ່ແຂງແກ່ນ ຢູ່ພາກພື້ນຄື: ອີຣັກ ແລະ ກາຕາ.

ໜັງສືພິມ New Paper ຂອງສິງກະໂປ:  U23 ຫວຽດນາມ ຊຸກຍູ້ກຳລັງແຮງສາມັກຄີຂອງທົ່ວປວງຊົນທັງຊາດ. ແຟນບານ ຫວຽດນາມ ນັບຫຼາຍລ້ານຄົນ ໄດ້ມີຄວາມປິຕິຍິນດີ ຄຳນັບຮັບຕ້ອນ ບັນດາ “ວິລະຊົນ U23”  ໂດຍບໍ່ຖືການເສຍໃນຮອບຊີງຊະນະເລີດ ກັບ ອຸດສະເບກິດສະຖານ.
 
ບົດ: ເຕື່ອງທູ -ພາບ: ຂ່າວພາບຫວຽດນາມ ແລະ VNA

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top