• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ລຽບຕາມ ສາຍທາງ ຊາຍຫາດທະເລ ງາມທີສຸດ ຫວຽດນາມ

ແຖບດິນ ນິງຖ້ວນທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ ຍາມໃດກໍ ດຶງດູດໃຈນັກທ່ອງທ່ຽວ ເນື່ອງຈາກມີ ແຄມຝັ່ງ ທະເລຍາວ ແລະ ສວຍງາມ, ແຕ່ ກ່ານ໋າ ຮອດ ນິງຈື້, ຫວີງຮີ, ບິ່ງຕຽນ... ພິເສດ, ສາຍທາງແກ່ຍາວ ປະມານ 80 ກິໂລແມັດ, ແຕ່ຊາຍຫາດ ກ່ານ໋າ ເຖິງ ແຫຼມ ບິ່ງເລີບ ຂອງແຂວງ ນິງຖ້ວນ ກັບທັດສະນີຍະພາບຫຼາຍແຫ່ງ ທີ່ມີຄວາມງາມແບບ ປະຖົມປະຖານ ແລະ ຍັງບໍ່ທັນຖືກຮັບຜົນສະທ້ອນ ຈາກບັນດາການເຄື່ອນໄຫວທ່ອງທ່ຽວ ໄດ້ຖືວ່າ ເປັນໜຶ່ງ ໃນບັນດາເສັ້ນທາງ ຢູ່ ແຄມຝັ່ງທະເລ ມີຄວາມສວຍງາມທີສຸດ ຫວຽດນາມ. 
ຟານຣາງ-ຫວີງຮີ: ສາຍທາງ ຜ່ານເຂດ ອະນຸທະເລຊາຍ
ສາຍທາງແຄມທະເລນີ້ ຖ້າຫາກ ໄປຕາມທິດເໜືອ-ໃຕ້ ຈຸດເລີ່ມຕົ້ນ ຈະແມ່ນ ຈາກຊາຍຫາດ ກ່ານ໋າ (ເມືອງ ຖ້ວນນາມ), ແລ່ນລຽບຕາມເສັ້ນທາງຫຼວງ 1A ຮອດ ນະຄອນ ຟານຣາງ ແລ້ວ ສືບຕໍ່ ໄປຕາມທາງ DT702 ແລ່ນຜ່ານອ່າວ ຫວີງຮີ (ເມືອງ ນິງຫາຍ) ຮອດ ແຫຼມ ບິ່ງເລີບ (ພື້ນທີ່ ຕິດກັບ ແຂວງ ແຄ໋ງຮ່ວາ).

ແລ່ນຕະຫຼອດຄວາມຍາວ 3 ກິໂລແມັດ, ຈຸດເລີ່ມຕົ້ນ ຂອງສາຍທາງນີ້ ແມ່ນ ກ່ານ໋າ, ມີຊາຍຫາດຄົດໂຄ້ງ ເໝືອນດັ່ງຂໍກ່ຽວເຂົ້າ ອ້ອມຮອບເສັ້ນທາງຫຼວງ. ນະແຫ່ງນີ້ ໄດ້ຮັບຖືວ່າ ເປັນບ່ອນພິເສດ ຂອງ ຫວຽດນາມ ຍ້ອນມີ ທັງທາງບົກ ແລະ ທາງລົດໄຟ ແລ່ນ ຕິດກັບທະເລ ທີສຸດ ຕາມເສັ້ນທາງຄົດໂຄ້ງ. ເບື້ອງໜຶ່ງແມ່ນທະເລ ທີ່ຂຽວສົດໃສ, ສ່ວນເບື້ອງນັ້ນ ແມ່ນສາຍພູ ຕັ້ງຢູ່ຢ່າງສະຫຼັບຊັບຊ້ອນກັນ ກັບຄວາມງາມແບບປະຖົມປະຖານ.



 ຊາຍຫາດທະເລ ກ່ານ໋າ ເປັນສະຖານທີ່ພິເສດ ຍ້ອນມີ
ທາງບົກ ແລະ ທັງທາງລົດໄຟ ແລ່ນຕິດກັບທະເລທີສຸດ.



ຢູ່ເທິງຕອນທາງຜ່ານ ບ້ານ ເຊີນຫາຍ (ຕາແສງ ເຟືອກຢິງ, ເມືອງ ຖ້ວນນາມ), ນັກທ່ອງທ່ຽວສາມາດພົບເຫັນໄດ້ງ່າຍ
ບັນດາໜອງລ້ຽງກຸ້ງຢູ່ເທິງເນີນຊາຍ. 



ໂນນຊາຍ ນາມເກືອງ ກວ້າງປະມານ 700 ເຮັກຕາ, ແມ່ນຈຸດນັດໝາຍທີ່ບໍ່ຄວນພາດ ໃນອັນດັບການເດີນທາງ
ຄົ້ນພົບ ແຖບດິນແຫ່ງແສງແດດ ແລະ ສາຍລົມ ນິງຖ້ວນ. 



ທັດສະນີຍະພາບ ຮາງຣ໋າຍ, ປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ, ແຂວງ ນິງຖ້ວນ ເປັນບ່ອນມີນຳ້ຂຶ້ນລົງ ຕາມເວລາກຳນົດ ອັນໄດ້ສ້າງ
ເປັນຄວາມງາມ ໃຫ້ແກ່ບັນດາໂງ່ນຫີນປະກາລັງ. ຊາຍຫາດທະເລຢູ່ທີ່ນີ້ ກໍເປັນບ່ອນ
ກທ່ອງທ່ຽວນິຍົມ ຊອກມາຫາ ເພື່ອການຕຶກປາອີກດ້ວຍ. 



ບຶງ ນ້າຍ ຢູ່ ເມືອງ ນິງຫາຍ, ແຂວງ ນິງຖ້ວນ. 


ຕະຫຼາດຂາຍ ປາຢູ່ ໝູ່ບ້ານ ນ້າຍ, ແຂວງ ນິງຖ້ວນ. 



ດອກຕົ້ນກະບອງເພັດ ຢູ່ ຕາມບັນດາຕອນດິນຊາຍ ຢູ່ແຄມທາງ. 


ຕອນທາງ ຈາກ ນະຄອນ ຟານຣາງ-ທາບຈ່າມ ມຸ່ງສູ່ ອ່າວ ຫວີງຮີ, ເກາະ ບິ່ງເລີບ ຕ້ອງໄປຜ່ານ ໝູ່ບ້ານ ອະງຸ່ນ ຖ໋າຍອານ. ຮູບພາບບັນດາສວນ ອະງຸ່ນ ທີ່ຂຽວສົດ, ມີໝາກດົກ ເມື່ອເຂົ້າລະດູ ຈະເຮັດໃຫ້ ນັກທ່ອງທ່ຽວ ຜູ້ທີ່ເຫັນແລ້ວມີຄວາມສະອອນໃຈ. 


ໄປຜ່ານເຂດອະນຸທະເລຊາຍ ສັງກັດເຂດ ໝຸຍຢິງ (ເມືອງ ຖ້ວນນາມ) ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ, ນັກທ່ອງທ່ຽວຈະສາມາດພົບເຫັນ ບັນດາຝູງແກະ ພວມເລັມຕອນຫຍ້າ ທີ່ຍັງເຫຼືອໄວ້ຢູ່ແຄມທາງ ແລະ ຕີນພູຫີນຢ່າງບໍ່ຮ້ອນບໍ່ເຄືອງ.

ສືບຕໍ່ສາຍທາງເດີນໃນຍ່າອາກາດທີ່ປອດໂປ່ງໂລ່ງແຈ້ງ ແລະ ເຕັມອັດສາຍລົມພັດໂຊຍມາຈາກທະເລ, ນັກທ່ອງທ່ຽວ ຈະໄປ ຜ່ານ ເຂດອະນຸທະເລຊາຍ ສັງກັດເຂດ ໝຸຍຢິງ (ເມືອງ ຖ້ວນນາມ), ເປັນບ່ອນ ມີບັນດາໝູ່ບ້ານ ຊາວປະມົງ ປະກົດຕົວຂຶ້ນ ຢູ່ຫຼັງເຂດທະເລຊາຍຂາວ ຢ່າງສະຫງົບສຸກ. ຢູ່ບ່ອນນັ້ນບ່ອນນີ້ ມີບັນດາຝູງແກະ ກຳລັງເລັມຕອນຫຍ້າ ທີ່ຍັງເຫຼືອໄວ້ຢູ່ແຄມທາງ ແລະ ຕີນພູຫີນ ຢ່າງບໍ່ຮ້ອນບໍ່ເຄືອງ. 

ແຂວງ ນິງຖ້ວນ ສັງກັດຍ່ານຝັ່ງທະເລ ພາກກາງຕອນໃຕ້, ບ່ອນທີ່ມີ ບັນດາ ຊາຍຫາດ ທີ່ມີຄວາມງາມແບບ ຮົກເຮື້ອວ່າງເປົ່າ. ນັກທ່ອງທ່ຽວ ສາມາດມາທີ່ນີ້ບໍ່ວ່າຍາມໃດ, ແຕ່ວ່າ ແຕ່ເດືອນເມສາ ຮອດ ເດືອນ ມິຖຸນາ ແມ່ນຊ່ວງເວລາ ດີທີສຸດ ເພື່ອໃຫ້ນັກທ່ອງທ່ຽວ ເພີດເພີນໃຈ ກັບລະດູແລ້ງ ທີ່ເຕັມໄປດ້ວຍຄວາມຟົດຟື້ນລື່ນເລີງ ຢູ່ເທິງທະເລ. ສ່ວນ ສຳລັບ ເດືອນສິງຫາ, ເດືອນກໍລະກົດ ແລະ ເດືອນ ຕຸລາ ແມ່ນ ຊ່ວງເວລາ ອະງຸ່ນສຸກ ແລະ ບັນດາງານບຸນ ທີ່ເປັນ ເອກະລັກ ຂອງ ຊາວຊົນເຜົ່າຈຳ ຢູ່ທ້ອງຖິ່ນ ໄດ້ຮັບການ ຈັດຕັ້ງຂຶ້ນ. 
ພິເສດ, ຢູ່ຕອນທາງແລ່ນຜ່ານບ້ານ ເຊີນຫາຍ (ຕາແສງ ເຟືອກຢິງ, ເມືອງ ຖ້ວນນາມ), ນັກທ່ອງທ່ຽວ ຈະພົບເຫັນ ໄດ້ງ່າຍ ບັນດາໜອງກຸ້ງ ທີ່ໄດ້ລ້ຽງຢູ່ເທິງເນີນຊາຍ. ການລ້ຽງຢູ່ເທິງເນີນຊາຍ ເປັນອາຊີບທີ່ເປັນເອກະລັກ ຂອງ ປະຊາຊົນຢູ່ແຫ່ງນີ້. ຈາກນີ້, ນັກທ່ອງທ່ຽວກໍມີໂອກາດໄດ້ ແວ່ຢາມ ໂນນຊາຍ ນາມເກືອງ, ກັບບັນດາດອນຂີ້ຊາຍຂາວ ທີ່ລັບໆ ລໍ່ໆ ແລະ ແຜ່ຂະຫຍາຍກວ້າງ ໃນເນື້ອທີ່ ປະມານ  700 ເຮັກຕາ. ນີ້ແມ່ນຈຸດນັດໝາຍທີ່ບໍ່ຄວນພາດ ຢູ່ໃນ ອັນດັບການເດີນທາງ ຄົ້ນພົບແຖບດິນທີ່ເຕັມແຕ່ແສງແດດ ນິງຖ້ວນ.

ຕອນທາງຈາກ ນະຄອນ ຟານຣາງ-ທາບຈ່າມ ມຸ່ງສູ່ ອ່າວ ຫວີງຮີ, ເຖິງ ເກາະ ບິ່ງເລີບ ກໍຕ້ອງຜ່ານໝູ່ບ້ານ ຍໍຖ໋າຍ (ຕາແສງ ຫວີງຫາຍ, ເມືອງ ນິງຫາຍ), ເປັນສະຖານທີ່ ທ່ອງທ່ຽວ ກັບບັນດານິຄົມ ອະງຸ່ນ ທີ່ມີຊື່ສຽງ ຢູ່ເຂດດິນ ແຫ້ງແລ້ງນີ້. ນັກທ່ອງທ່ຽວສາມາດ ຢຸດພັກ ເຂົ້າຢ້ຽມຢາມ ບັນດານິຄົມອະງຸ່ນ ຢູ່ແຄມທາງ, ຊີມລົດຊາດ ຂອງ ໝາກ ອະງຸ່ນສຸກເຕັມທີ່ ຫຼື ນຳ້ຫວານ ຊະນິດຕ່າງໆ ທີ່ຜະລິດ ຈາກອະງຸ່ນ ແລ້ວຈຶ່ງ ສືບຕໍ່ ສາຍທາງເດີນ ດ້ວຍຄວາມຮູ້ສຶກ ສຸກສຳລານໃຈເປັນຢ່າງຍິ່ງ.


ຫວີງຮີ: ອ່າວຮ່າລອງ ຂອງພາກກາງ
ຕອນທາງ DT702 ແກ່ຍາວຈາກ ນະຄອນ ຟານຣາງ ຮອດ ອ່າວ ຫວີງຮີ ສ້າງເປັນຮູບໂກ່ງ ໂອບອ້ອມ ປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ ຊຶ່ງເປັນບ່ອນເຕົ້າໂຮມກັນ ຂອງ ອ່າວທະເລ ແລະ ປ່າເລິກ. ອາດເວົ້າໄດ້ວ່າ ນີ້ແມ່ນ ສະຖານທີ່ ມີຄວາມງາມແບບປະຖົມປະຖານ ທີສຸດ ໃນຕະຫຼອດ ສາຍທາງເດີນ. ພິເສດວ່າ, ທັດສະນີຍະພາບ ຮາງຣ໋າຍ ກັບຫາດຫີນປະກາລັງທີ່ໃຫຍ່ໂຕ ຊຶ່ງ ມີຄວາມ ສວຍງາມ ເປັນດັ່ງເດີມ ອັນໄດ້ສ້າງເປັນສິ່ງປະຕິຫານທີ່ແປກໆ ທີ່ທຳມະຊາດໄດ້ສະຫງວນ ໃຫ້ແກ່ ແຫ່ງນີ້. 

ອ່າວ ຫວີງຮີ ສັງກັດ ໜຶ່ງ ໃນ ສີ່ ອ່າວງາມທີສຸດ ຫວຽດນາມ, ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງ ແຂວງ ນິງຖ້ວນ, ຫ່າງຈາກ ນະຄອນ ຟານຣາງ ປະມານ 40 ກິໂລແມັດ, ໃນພື້ນທີ່ ຂອງປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ. 
ເນື່ອງຈາກມີບັນດາສາຍທາງ ທີ່ງໍໂງ້ງ ແລະ ນຳ້ທະເລໃສສ່ອງ, ຫວີງຮີ ຈ່ຶງໄດ້ຮັບຖືວ່າ ເປັນອ່າວແຫ່ງໜຶ່ງ ໃນຈຳນວນຫຼາຍ ທີ່ມີຄວາມສວຍງາມທີສຸດ ຫວຽດນາມ ຫຼື ໄດ້ ຮັບ ຂະໜານນາມວ່າ ເປັັນ ອ່າວ ຮ່າລອງ ຂອງ ພາກກາງ ຫວຽດນາມ. ກໍຍ້ອນມີທິວທັດທຳມະຊາດ ອັນສວຍງາມ ແບບດັ້ງເດີມນີ້ ກຸ່ມບໍລິສັດ Amanresort ໄດ້ຕັດສິນໃຈ ລົງທຶນ ເຂດ Resort 6 ດາວແຫ່ງທຳອິດ ຢູ່ຫວຽດນາມ ທີ່ໃສ່ຊື່ Amanoi Resort (ຫຼືເອີ້ນວ່າ Amanơi), ໃນນັ້ນ ມີ ຕົວແບບເຮືອນຕູບ (pavilion)  31 ຫຼັງ ແລະ ເຮືອນວິນລາ 5 ຫຼັງ, ຕັ້ງຢູ່ເທິງແຖວພູ ນຸ໋ຍຈົ໋ວ ຊຶ່ງ ບັນລຸມາດຕະຖານສາກົນ.  ເຂດ Resort ນີ້ ໄດ້ວາລະສານ ຄັດເລືອກເປັນໜຶ່ງໃນ 33 ໂຮງແຮມແຫ່ງໃໝ່ ດີທີສຸດຂອງໂລກ ປີ 2014 ຍ້ອນມີ ເຂດພັກຟື້ນ ບັນລຸ ມາດຕະຖານສາກົນ ກັບການອອກແບບ ມີຄວາມສວຍງາມຢ່າງສະດຸດຕາ ແລະ ພິເສດວ່າ ມີຈຸດທີ່ຕັ້ງ ທາງພູມສາດທີ່ ສະດວກສະບາຍ. 


ສາຍຮ່ອມພູ ພາໄປເຖິງ ອ່າວ ຫວີງຮີ. 


ອ່າວຫວີງຮີ ເປັນໜຶ່ງຈຳນວນອ່າວທີ່ມີຄວາມສວຍງາມທີສຸດ ຫວຽດນາມ. 


ບັນດາກະຊັ່ງລ້ຽງສິນທະເລ ຢູ່ ເທິງອ່າວ ຫວີງຮີ. 


ຊົມເບິ່ງຫີນປະກາລັງ ຈາກ ກຳປັ່ນພື້ນແກ້ວ ຢູ່ ອ່າວ ຫວີງຮີ. 


ຈາກອ່າວ ຫວີງຮີ ເບິ່ງຂຶ້ນ, Amanoi Resort ເປັນບ່ອນມີ ເຂດພັກຟື້ນ ລວມທັງໝົດ 36 ຫຼັງ, ໃນນັ້ນ ມີ pavilion (ເຮືອນຕູບ) 31 ຫຼັງ
ແລະ ເຮືອນ ວິນລາ 5 ຫຼັງ ບັນລຸ ມາດຕະຖານສາກົນ ຕັ້ງລັບໆ ລີ້ໆ ຢູ່ ເທິງ ສາຍພູ ນຸ໋ຍຈົ໋ວ ໃນທ່າມກາງບັນຍາກາດ
ຢູ່ອ້ອມຂ້າງ ແມ່ນພູຜາປ່າໄມ້, ຢູ່ຕໍ່ໜ້າແມ່ນທະເລ ທີ່ມີຄວາມງາມແບບຮົກເຮື້ອ.



ໄດ້ຜ່ານປະສົບການຕົວຈິງ ຢູ່ອ່າວ ຫວີງຮີ ແມ່ນຄວາມຮູ້ສຶກ ທີ່ຍາກຈະຫຼົງລືມສຳລັບນັກທ່ອງທ່ຽວ. 

ນອກຈາກການເລືອກບ່ອນສູງ ເບິ່ງພາບພົດທັງໝົດຂອງອ່າວ ແມ່ນ Amanoi Resort ຢູ່ເທິງ ແຖວພູ ນຸ໋ຍຈົ໋ວ ແລ້ວ ນັກທ່ອງທ່ຽວ ກໍສາມາດ ຢືນຢູ່ຮ່ອມພູສູງສຸດເບິ່ງລົງ. ຈາກນີ້, ອ່າວ ຫວີງຮີ ໄດ້ປະກົດຂຶ້ນ ກັບສາຍນຳ້ໃສສ່ອງ ໃນ ທ່າມກາງ ບັນຍາກາດທີ່ສະຫງົບສຸກ. ນີ້ແມ່ນບ່ອນ ນັກທ່ອງທ່ຽວສາມາດ ຜ່ານປະສົບການຕົວຈິງ ກັບ ບໍລິການທ່ອງທ່ຽວ ຊົມປະກາລັງ ດ້ວຍກຳປັ່ນພື້ນແກ້ວ. 

Amanoi Resort (ຫຼືເອີ້ນວ່າ Amanơi) ໄດ້ວາລະສານ Condé Nast Traveler ຄັດເລືອກເປັນໜຶ່ງໃນ 33 ໂຮງແຮມແຫ່ງໃໝ່ ດີທີສຸດຂອງໂລກ ປີ 2014 
ຫຼັງຈາກອາບນຳ້ທະເລ ຢູ່ ອ່າວທະເລທີ່ໃສສ່ອງ ແລະ ຊົມເບິ່ງ ບັນດາໂງ່ນຫີນປະກາລັງ ທີ່ຫຼາກຫຼາຍສີສັນ, ນັກທ່ອງທ່ຽວ ຈະໄດ້ໄປຮອດສະຖານທີ່ລ້ຽງປາກະຊັງ. ຢູ່ທີ່ນີ້, ນອກຈາກ ໄດ້ບັນເທີງໃຈ ກັບການຕຶກປາ, ນັກທ່ອງທ່ຽວ ກໍສາມາດ ເລືອກເຟັ້ນ ບັນດາປະເພດສິນທະເລ ທີ່ມີຂາຍຢູ່ ເພື່ອການ ລິ້ມລອງຢູ່ເທິງເຮືອແພ. ລາຄາສິນທະເລ ແລ້ວແຕ່ຊະນິດ ຈະມີລາຄາ ແຕ່ 150.000 – 400.000/ກິໂລກຼາມ. ບໍລິການ ເຊົາ ກຳປັ່ນ ມີລາຄາ 150.000 ດົ່ງ/ຄົນ ຫຼື ສາມາດ ເຊົາ ກຳປັ່ນ ດ້ວຍລາຄາລວມທັງໝົດ ແຕ່ ໜຶ່ງ ຫາ ສອງລ້ານ ດົ່ງ/ຖ້ຽວ.

ຢູ່ເບື້ອງນັ້ນ ບ່ອນສູງສຸດຂອງຮ່ອມພູ ຫວີງຮີ ແມ່ນພາບລວມ ທັງໝົດ ຂອງ ເກາະ ບິ່ງຮືງ ທີ່ຖືກລອດເຂົ້າ ຢູ່ລະຫວ່າງກາງ ທະເລຂຽວ. ສາຍຮ່ອມພູນີ້ ມີ ທິວທັດທຳມະຊາດ ທີ່ສວຍງາມ ຫຼາຍແຫ່ງ ຢູ່ຕາມສອງພາກທາງ, ທອດສາຍຕາມອງສູ່ ບັນດາ ໜ່ວຍເກາະຢູ່ໄກ ຫຼື ຊອກຮູ້ວຽກງານ ໃນປະຈຳວັນ ຂອງ ຊາວປະມົງ.

ສິ້ນສຸດສາຍທາງແຄມທະເລ ນິງຖ້ວນ ແມ່ນເຂດທ່ົງຫຍ້າແຫ້ງ ທີ່ກວ້າງໃຫຍ່ ຢູ່ ບິ່ງຕຽນ, ຂີດຂັ້ນຂອງ ສອງແຂວງ ນິງຖ້ວນ ແລະ ແຄ໋ງຮ່ວາ. ນີ້ແມ່ນສະຖານທີ່ ມີທິວທັດທຳມະຊາດ ສວຍງາມເປັນດັ່ງເດີມຂອງປາງກ່ອນ, ໄດ້ນັກທ່ອງທ່ຽວ ອິດສະຫຼະ ຫຼາຍຄົນ ຊອກມາຫາ ໃນອັນດັບການເດີນທາງ ຂອງຕົນ. ຢູ່ທີ່ນັ້ນ, ມີບັນດາຝູງແກະ ຢູ່ເທິງເນີນພູແຫ້ງແລ້ງ ທີ່ເຕັມໄປດ້ວຍຂີ້ຊາຍ ແລະ ຂີ້ຝຸ່ນ ພາໃຫ້ນັກທ່ອງທ່ຽວ ມີ ຄວາມຮູ້ສຶກເໝືອນວ່າ ຄົນເລ່ລ່ອນ ຫຼົງທາງ ເຂົ້າໂລກ ແຫ່ງທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ ກັບບັນດາໂນນຊາຍ ທີ່ຂາວກະຈະ. 
ບົດ: ເຊີນຫງ້ຽຍ - ພາບ: ຈ້ອງຈິ໋ງ, ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top